Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢີ່ປຸ່ນ ຈັບຕາປັນຫາປ່າໄມ້ໃນລາວ
Anonymous

Date:
ຢີ່ປຸ່ນ ຈັບຕາປັນຫາປ່າໄມ້ໃນລາວ



1_181.jpg

 ຂ່າວ: ບຸນປະສິດ


   ລັດຖະບານຍີ່ປຸ່ນໃຫ້ຄວາມສຳຄັນດ້ານສິ່ງແວດລ້ອມພ້ອມຈັບຕາບັນຫາເລື່ອງປ່າໄມ້ໃນລາວ ແຕ່ຈະໃຫ້ການຊ່ວຍເຫລືອໃນຂະແຫນງ ດັ່ງກ່າວ; ຂະນະທີ່ລັດຖະບານລາວຊີ້ແຈງມີແຜນລະອຽດກ່ຽວກັບການເພີ່ມພື້ນທີ່ປ່າ.


   ໃນການພົບປະສອງຝ່າຍລະຫວ່າງລັດຖະບານລາວກັບລັດຖະບານຍີ່ປຸ່ນໃນວັນທີ 7 ພະຈິກຜ່ານມານີ້ ຫນຶ່ງໃນຫລາຍບັນຫາທີ່ທ່ານ ນາຍົກລັດຖະມົນຕີຂອງຍີ່ປຸ່ນໄດ້ຍົກຂຶ້ນມາກ່າວນັ້ນແມ່ນບັນຫາເລື່ອງສິ່ງແວດລ້ອມໃນລາວ ໂດຍສະເພາະເລື່ອງການຫລຸດລົງຂອງເນື້ອທີ່ ປ່າໄມ້. ເຖິງຢ່າງໃດກໍ່ຕາມ ລັດຖະບານຍີ່ປຸ່ນກໍ່ມີແຜນການໃຫ້ການຊ່ວຍເຫລືອລາວໃນຂະແຫນງດັ່ງກ່າວ.


 ທ່ານ ຄະຊິໂອະ ໂຄດາມະ ໂຄສົກກະຊວງການຕ່າງປະເທດຂອງຍີ່ປຸ່ນກ່າວໃນຕອນແລງຂອງວັນດຽວກັນວ່າ: ລັດຖະບານຍີ່ປຸ່ນໃຫ້ ຄວາມສຳຄັນເລື່ອງປ່າໄມ້ໃນລາວເພາະປະເທດລາວຖືເປັນປະເທດຕົ້ນນ້ຳຂອງ ສະນັ້ນເລື່ອງການຮັກສາສິ່ງແວດລ້ອມໃນເຂດແມ່ນ້ຳຂອງ  ຈິ່ງມີຄວາມສຳຄັນຫລາຍ.

  ທ່ານໂຄສົກກະຊວງການຕ່າງປະເທດຂອງຍີ່ປຸ່ນໃຫ້ຮູ້ຕື່ມອີກວ່າ ໃນກອງປະຊຸມພົບປະສອງຝ່າຍຄັ້ງນີ້ ທ່ານບົວສອນ ບຸບຜາວັນ ນາ ຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວຊີ້ແຈງກ່ຽວກັບບັນຫານີ້ວ່າ: ລັດຖະບານລາວໄດ້ມີນະໂຍບາຍລະອຽດກ່ຽວກັບການເພີ່ມເນື້ອທີ່ ປ່າໄມ້ພາຍໃນປະເທດໃນອະນາຄົດອັນໃກ້ນີ້.

  ນອກຈາກບັນຫາເລື່ອງສິ່ງແວດລ້ອມແລ້ວ ໃນການພົບປະສອງຝ່າຍໃນຄັ້ງນີ້ ລັດຖະບານຍີ່ປຸ່ນຍັງໄດ້ແຈ້ງເຈດຈຳນົງໃນການຈະສືບ ຕໍ່ຮ່ວມມືລະຫວ່າງສອງປະເທດ, ໃຫ້ການຊ່ວຍເຫລືອແກ່ປະເທດລາວພ້ອມທັງສະຫນັບສະຫນູນປະເທດລາວເຂົ້າເປັນສະມາຊິກຂອງອົງ ການການຄ້າໂລກ (WTO).

 ເຖິງຢ່າງໃດກໍ່ຕາມ ເລື່ອງການຊ່ວຍເຫລືອໃຫ້ແກ່ຂະແຫນງປ່າໄມ້ນີ້ຍັງບໍ່ທັນມີການເປີດເຜີຍແຜນການ ແລະ ຈຳນວນເງິນໃນການ ຊ່ວຍເຫລືອຢ່າງຈະແຈ້ງ ແຕ່ໃນໄລຍະກອງປະຊຸມສຸດຍອດຜູ້ນຳບັນດາປະເທດລຸ່ມແມ່ນ້ຳຂອງ-ຍີ່ປຸ່ນ ທີ່ຈັດຂຶ້ນຢູ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນລະຫວ່າງວັນທີ 6-7 ພະຈິກຜ່ານມານີ້ ຍີ່ປຸ່ນໄດ້ຕົກລົງໃຫ້ການຊ່ວຍເຫລືອລາວແລ້ວສອງບ້ວງໃຫຍ່ຄື: ເງິນກູ້ດອກເບ້ຍຕ່ຳ 1,5 ຕື້ຢວນ ຫລື ປະມານ 139 ຕື້ກີບແກ່ລັດຖະບານລາວ ເພື່ອເປັນການສ້າງຄວາມເຂັ້ມແຂງໃນງົບປະມານ ແລະ ອົງການສະຫນັບ ສະຫນູນການພັດທະນາທົ່ວໂລກຂອງຍີ່ປຸ່ນ (Workwide Support for Development) ຈະໃຫ້ການຊ່ວຍເຫລືອແກ່ ສປປ ລາວ ຈຳ ນວນ 1 ລ້ານໂດລາສະຫະລັດ.

none;text-autospace:none">   ລັດຖະບານໃຫມ່ຍີ່ປຸ່ນຊຸດນີ້ທີ່ນຳໂດຍທ່ານ ຢູກິໂອະ ຮາໂຕຢາມະ ໄດ້ໃຫ້ຄວາມສຳຄັນເລື່ອງບັນຫາສິ່ງແວດລ້ອມຫລາຍໂດຍມີການ ຕັ້ງເປົ້າໃຫ້ປະເທດຍີ່ປຸ່ນຫລຸດອັດຕາອາຍກາກໂບນິກ (CO2) ລົງ 25% ຈາກປະລິມານທີ່ມີໃນປະຈຸບັນ.

   ສຳລັບ ສປປ ລາວ ເອງລັດຖະບານກໍ່ມີນະໂຍບາຍລະອຽດກ່ຽວ ກັບບັນຫາເລື່ອງສິ່ງແວດລ້ອມ ໂດຍສະເພາະເລື່ອງການເພີ່ມພື້ນທີ່ ສີຂຽວ (ພື້ນທີ່ປ່າໄມ້) ໂດຍມີການຕັ້ງເປົ້າໄວ້ວ່າ: ໃນປີ 2010 ໃຫ້ມີເນື້ອທີ່ປົກຫຸ້ມຂອງປ່າໄມ້ກວມ 53%ແລະເພີ່ມຂຶ້ນເປັນ 65% ແລະ 70% ໃນປີ 2015 ແລະ 2020 ຕາມລຳດັບ.





__________________
Anonymous

Date:

uhm......si loui eek leo..(money and money and.......)

__________________
Anonymous

Date:

ຂ້າພະເຈົ້າໃນນາມສ່ວນຕົວ ຂໍສະເນີວ່າ
ລັດຖະບານລາວ ນະຄວນຈະໃສ່ໃຈເລື່ອງນີ້ຕັ້ງແຕ່ດົນແລ້ວ. ບໍ່ຄວນຖ້າໃຫ້ລັດຖະບານປະເທດອືນມາບອກກໍ່ໄດ້ ທ່ານວ່າແມ່ບໍ່
ຂ້າພະເຈົ້າວ່າ ບໍ່ຈຳເປັນທີ່ຈະເອົາຫນ້າຕາປະເທດໄປຂໍຄວາມຊ່ວຍເຫລືອດ້ານນີ້ ກໍ່ໄດ້
ເນື່ອງຈາກວ່າ ການຄວບຄຸມຮັກສາປ່າໄມ້ ຂອງລັດຖະບານ ແມ່ນໃຫ້ໂອກາດໃຫ້ກັບບໍລິສັດ
ຂູດຄົ້ນແລະຕັດປ່າອຸດສາຫະກຳ ຫລາຍເກີນໄປ, ທ່ານສາມາດກວດກາສີນຄ້າສົ່ງອອກຂອງປະເທດລາວອັນດັບຕົ້ນໆ ແມ່ນສີນຄ້າປະເພດໃດ...ບໍ່ແມ່ນສົ່ງໄມ້ທ່ອນບໍ່
ເງີນທີ່ໄດ້ຈາກການຂາຍໄມ້ ແມ່ນມີຈັກຂັ້ນຕອນ ແຕ່ລະຂັ້ນຕອນ ເງີນສູນເສຍໄປລະຫວ່າງທາງຫລາຍປານໃດ(ເງີນກ້ອງໂຕະ)
ການຊ່ອຍເຫລືອ ກໍ່ຍັງມີສ່ວນທີ່ ເສຍໄປລະຫວ່າງທາງຄືກັນ.ສ່ວນຫລາຍຈະເຫັນຕົວເລກ
ດັ່ງນັ້ນຂ້າພະເຈົ້າຢາກສະເຫນີໃນທີ່ນີ້ວ່າ ເຮົາຄວນຮັກສາປ່າທີ່ມີຢຸ່ໃຫ້ເປັນປ່າທີ່ສົມບູນ ບໍ່ແມ່ນປ່າທີ່ມີແຕ່ໄມ້ເຮີ້ຍ ໄມ່ໄຜ່...ສ່ວນໄມ່ອຸດສາຫະກຳແມ່ນທ່ານໆ ຂໍສົ່ງເຂົ້າກະເປົາກ່ອນ


__________________
Anonymous

Date:

1,5 ຕື້ຢວນ ຫລື 1,5 ຕື້ເຢັນ? ດີໃຈຫລາຍໆເດີທີ່ຈະໄດ້ເຫັນພູຜາປ່າໄມ້ໃນລາວຈະຂຽວງາມຂຶ້ນມາອີກເທື່ອໜຶ່ງ, ຊົມຊົມຜູ່ນຳທີ່ສະຫລາດສ່ອງໃສ ໃຊ້ທຸກສະຕິປັນຍາເພື່ອຍາດແຍ່ງການຊ່ອຍເຫລືອຈາກສາກົນຈົນໄດ້ເກີນຄາຍໝາຍ.


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard