Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນີ້ແມ່ນພາສາລາວ ແທ້ບໍ?
[0 vote(s)]

Anonymous

Date:
ນີ້ແມ່ນພາສາລາວ ແທ້ບໍ?


ນີ້ແມ່ນພາສາລາວ ແທ້ບໍ?

ຮຽນ:  ບັນດາທ່ານທີ່ເຂົາລົບຮັກ ແລະເຄີຍອ່ານພາສາລາວ ທັ້ງຫລາຍ

ຂ້າພະເຈົ້າເຊື່ອວ່າ ຖ້າທ່ານໃດໄດ້ຟັງເພງທີ່ກຳລັງດັງ ທັງເປັນເພງສົ່ງເສີມການກິລາ ແລະໃຫ້ກຳລັງໃຈໃຫ້ກັບຄົນລາວທົ່ວປະເທດ ໃນກິລາຊີເກມ ຄັ້ງທີ່ 25 ປີ 2009 ທີ່ປະເທດເຮົາເປັນເຈົ້າພາບ. ທີ່ມີຊື່ວ່າ  <ຄວາມຊົງຈຳ>  ຫລືໃນພາສາຄາລາໂອເກວ່າ<kwam xon jaam lao seagames 2009>  ທີ່ໄດ້ ອັບໂຫລດ ຂື້ນໄວ້ໃນ www.youtube.com.  ນີ້ແລ້ວ ທ່ານທັ້ງຫລາຍອາດມີຄວາມຄິດເຫມືອນດັ່ງຂ້າພະເຈົ້າກໍ່ເປັນໄດ້.

ເລື່ອງ ຄືວ່າ ມີຫລາຍ ຄຳເວົ້າທີ່ຂ້າພະເຈົ້າບໍ່ເຄີຍໄດ້ພົບເຫັນໃນພາສາລາວມາກ່ອນ ເຊັ່ນ: ວິທະຍຸໂທຣະທັສ; ເຕິງແປງສີສັນ; ຕ່າງຮູ້ອະພັຍ; ວັທນະທັມ; ໂຮມຊາດໃນລັຖການ; ຮ່ວມມາຈະກິຈກັມ... (ຄຳທີ່ຂຽນເປັນຕົວຫນັງສືສີແດງ)ເຫລົ່ານີ້ເປັນຕົ້ນ.  ຂ້າພະເຈົ້າກໍ່ບໍ່ໄດ້ໃຊ້ພາສາລາວແບບທາງການມາຫລາຍປີແລ້ວ ກໍ່ເລີຍບໍ່ແນ່ໃຈວ່າ ຄຳເຫລົ່ານີ້ຄືຄຳໃຫມ່ທີ່ຫາກໍ່ນຳມາໃຊ້ໃນພາສາລາວຫລືບໍ່?  ດ້ວຍຄວາມຮູ້ຫນ້ອຍແລະບໍ່ກ້າທີ່ຈະຕໍ່ວ່າຜູ້ໃດ, ແຕ່ຢາກໃຫ້ທ່ານຜູ້ເຂົ້າໃຈໃນພາສາລາວ ຢ່າງແທ້ຈີງ ມາອະທິບາຍໃຫ້ຝັງແນ່ ວ່າແມ່ນຄຳເວົ້າພາສາລາວທີ່ປະກາດໃຫ້ໃຊ້ໃຫມ່ໃນ ສປປ ລາວ ຫລືບໍ?ເປັນຫຍັງຈື່ງສາມາດໃຊ້ໄດ້ແບບທາງການຂະຫນາດບໍ່ອາຍເດັກນ້ອຍປະຖົມແບບນີ້?(ຂໍຂອບໃຈຫລ່ວງຫນ້າ),  ເນື່ອງຈາກຂ້າພະເຈົ້າບໍ່ໄດ້ຢູ່ປະເທດລາວຈື່ງບໍ່ສາມາດໄປຊື້ ແຜ່ນຊີດີ ມາກວດສອບເບີ່ງວ່າ ໃນແຜ່ນຊີດີແມ່ນໄດ້ມີການຂຽນພາສາລາວແບບນີ້ແທ້ຫລືບໍ່?

       ຕາມຄວາມຮູ້ອັນຫນ້ອຍຂອງຂ້າພະເຈົ້າ ແມ່ນຂ້າພະເຈົ້າອ່ານບໍ່ອອກສຽງ  ບໍ່ຮູ້ຈະອ່ານແນວໃດ ສຽງໃດ?  ທີ່ຈົດຈື່ໄດ້ໃນໃຈແມ່ນ ຄູ-ອາຈານພາສາລາວບໍ່ເຄີຍສອນ ສະຫລະ  -ັສ;  -ັຍ; -ັຖ...ແບບນີ້

       ຖ້າຫາກແມ່ນການຂຽນຜິດຜາດ ແລ້ວເປັນຫຍັງເພງລະດັບຊາດຂະຫນາດນີ້ຍັງບໍ່ມີການກວດກາຈາກພະແນກໃດເລີຍບໍ?(ບ້ານເຮົາເຮັດບົດເພງລະດັບຊາດບໍ່ມີການກວດກາແທ້ບໍ?) ເປັນບົດເພງລະດັບຊາດ-ສາກົນ ແລ້ວພາສາລາວແທ້ໆ ຍັງຂຽນບໍ່ຖຶກຕ້ອງໄດ້ແນວໃດ ແຖມຍັງກ້າອັບໂຫລດໄປໄວ້ໃນເວັບລະດັບອີນເຕີ ອີກຈັ່ງແມ່ນຂາຍຫນ້າ ຄວາມຮັກຊາດຫມົດເລີຍ

ອັນນີ້ໃຫ້ຄົນລາວທີ່ມີຄວາມຮູ້ຫນ້ອຍຄືຂ້າພະເຈົ້າອ່ານ ແມ່ນຂໍບອກໄດ້ເລີຍວ່າ ຫມົດປັນຍາທີ່ຈະອ່ານໃຫ້ອອກສຽງແບບຄຳໃນພາສາລາວ...ຍິ່ງບໍ່ເວົ້າເລີຍໃຫ້ຄົນຕ່າງປະເທດທີ່ຮຽນພາສາລາວມາອ່ານ.  ທ່ານວ່າແມ່ນບໍ່?

ຈາກ ຂ້ອຍແມ່ນຄົນລາວ

 



__________________
Anonymous

Date:

ຄລິບນີ້ແມ່ນວິທະຍຸສຽງແຄນປະເທດຝຣັ່ງເອົາມາປັບປຸງໃໝ່ແລະແນ່ນອນເພິ່ນກໍ່ຕ້ອງຂຽນຕາມຫລັກໄວຍະກອນທີ່ໃຊ້ໃນສະໃໝພຣະຣາດຊະອະນາຈັກລາວ.  ໂທຣະທັສ, ວັທນະທັມແລະລັຖກອນ(ຣັຖກອນ) ແມ່ນພາສາລາວ ສ່ວນຄໍາວ່າເຕິງແປງບໍ່ຮູ້ວ່າແມ່ນສັບທ້ອງຖິ່ນໃດ໋.

__________________
Anonymous

Date:

ໂທລະທັສ = ໂທລະທັດສ໌
ວັທນະທັມ
( ທັມໝາຍເຖິງສິນທໍາປະຈໍາໃຈ ) = ວັດທະນະທໍາ
ລັຖກອນ   = ລັດຖະກອນ( ຖ້າຈະໃຫ້ຖືກແທ້ຄວນຂຽນ " ຣັຖກອນ " )
ພັຍ        = ໄພຍ໌ ( ພັຍພິບັດ, ອະໄພຍ໌ໂທດ, ໄພຫຍ້າ, ປ່າດົງພົງໄພ)


__________________
SUNNY

Date:

ຕາມຂ້ອຍຄີດ,ຕ້ອງແມ່ນກະຊວງສືກສາ Lao PD ປະຈຸບັນນີ້ເປັນຜູ້ຕອບ,ຈື່ງຖືກຕ້ອງທີ່ສຸດ ເພາະຍຸກນີ້ເປັນຍຸກແລະສະໃໜຂອງເພີ່ນຄວບຄຸມ.

__________________
Anonymous

Date:

good

__________________
Anonymous

Date:

SUNNY ຜູ່ໃຫຍ່ໄມ້ເຕຢູ່ກະຊວງສຶກສາເພິ່ນອາດຈະບໍ່ມີເວລາມາອະທິບາຍໃຫ້ພວກເຮົາໄດ້ອ່ານດອກ ມີແຕ່ພວກໝູ່ເຮົາເຈົ້າຂ້ອຍຄົນທໍາມະດາສາມັນນີ້ລະມາເວົ້າມາລົມສູ່ກັນຟັງ.

__________________
Anonymous

Date:

I'M  PROUD TO BE LAOTIAN

PLEASE, LEARN MORE  ABOUT  LAO LANGUAGE

IF YOU  LIVE IN LAOS' P.D.R,  GO TO  REPUBLIC  LIBRARY, 

LAO BUDDHIST MONKS COLLEGE ( WAT OUNG-TUE )

MONKS   UNIVERSITY ( WAT THAT-LUANG)

MONKS SCHOOL ( WAT SOK-PA-LUANG)

BECAUSE LAOMONKS  THIER  EXPERIAN, PA-LI, SAN-SA-KIT,AND LAO LANGUAGE,


       YOU CAN STUDY BY;YOUR-SELF  1-BY;  INTERNET,  2- LAO GRAMMAR TEXTBOOK BY; Dr. MAHA SILA ( BEFORE  1975)  3-LAO GRAMMAR  TEXTBOOK BY; Dr VONG VICHIT( AFTER  1975)  4-LAO GRAMMAR TEXTBOOK BY;
Dr. KHAM PA  SIDAVONG(2009 CT, USA),   5-LAO PI-TA-KA  BY; Dr. MAHA CHANSOOK  SOURYACHAK -2008- ADDRESS;  1117 COURTSIDE DR.  ARLINGTON, TX 76002, USA


THANKS.
REGARD.

 C.SOURYACHAK






__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard