Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກິນແປ້ງນົວຫຼາຍ ອາດຕາບອດໄດ້
Anonymous

Date:
ກິນແປ້ງນົວຫຼາຍ ອາດຕາບອດໄດ້



makeup0003.jpg

    ທ່ານຮູ້ຫລືບໍ່ວ່າ ອາຫານຊະນິດໃດທີ່ເຮົາຮັບປະທານກັນຢູ່ທຸກມື້ນີ້ ບາງເທື່ອມັນອາດຈະເປັນອັນຕະລາຍຕໍ່ "ດວງຕາ ແລະ ສາຍຕາ" ຂອງຄົນເຮົາກໍ່ເປັນໄດ້ວ່າແລ້ວເຮົາມາອ່ານລາຍລະອຽດກ່ຽວກັບເລື່ອງນີ້ກັນດີກວ່າ.


   ນັກວິທະຍາສາດຈາກມະຫາວິທະຍາໄລ ຮິໂຣຊາກິ ປະເທດຍີ່ປຸ່ນ ໄດ້ເຮັດການທົດລອງກັບຫນູຜົນທີ່ອອກມາກໍ່ພົບວ່າ ຫນູ່ໂຕທີ່ກິນ ອາຫານທີ່ມີປະລິມານສານໂມໂນໂຊດຽມກລູຕາເມ ເຊິ່ງເປັນສານຊະນິດດຽວທີ່ຢູ່ໃນແປ້ງນົວ ຫນູກິນອາຫານຊະນິດນັ້ນເຂົ້າໄປ ເຮັດໃຫ້ ຫນູມີຄວາມສາມາດການເບິ່ງເຫັນຫລຸດລົງ ເນື່ອງຈາກຊັ້ນເຣຕິນາໃນດວງຕາຖືກທຳລາຍໄປນັ້ນເອງແລະກິດຈະກຳການສົ່ງສັນຍານກະ ແສໄຟຟ້າໃນເຊລປະສາດຫລຸດລົງໄປນຳ ເຊິ່ງອາດສົ່ງຜົນເຊັ່ນດຽວກັນນີ້ກັບມະນຸດ.


   ນອກຈາກນີ້ ທ່ານ ຮີໂຣຊິ ໂຮກຸໂຣ ຫົວຫນ້າຄະນະວິໄຈສັງເກດວ່າ ສາເຫດທີ່ຈຳນວນຜູ້ປ່ວຍພະຍາດຕໍ້ຫີນໃນດວງຕາ ໃນພູມິພາກ ອາຊີຕາເວັນອອກເພີ່ມຈຳນວນຄົນປ່ວຍຂຶ້ນເລື້ອຍໆ ສາເຫດຫນຶ່ງອາດມາຈາກການນິຍົມຮັບປະທານອາຫານ ທີ່ປຸງແຕ່ງດ້ວຍສານ "ໂມ ໂນໂຊດຽມກລູຕາເມ" ໃນແປ້ງນົວນັ້ນເອງ.


   ເມື່ອທ່ານຮູ້ແບບນີ້ແລ້ວ ຄວນຈະຫລຸດປະລິມານການໃສ່ແປ້ງນົວໃນອາຫານລົງແດ່ເພື່ອເປັນການປ້ອງກັນ ແລະ ການດູແລດວງຕາ ຂອງທ່ານນັ້ນເອງ.


ecom

  




__________________
ຊຽງກະເລັນ

Date:

ຂອບໃຈສຳລັບຂໍ້ມູນດີໆ. ແຕ່ຢາກຖາມຕື່ມວ່າ  ມີຜົນກະທົບຕໍ່ເສັ້ນຜົມດັ່ງທີ່ຫຼາຍໆທ່ານເຂົ້າໃຈບໍ?


ຈາກ: ຊຽງກະເລັນ

__________________
Anonymous

Date:

ຕອນປີ 2004 ທ່ານ Harold McGee ນັກວິທະຍາສາດດ້ານອາຫານບອກວ່າ MSG ( Monosodium Glutamet) ບໍ່ມີມີຜົນຮ້າຍຫຍັງຕໍ່ສຸຂະພາບຂອງຄົນແລະສັດ. ແຕ່ຄວາມຈິງແລ້ວ ແປ້ງນົວບໍ່ພຽງແຕ່ເຮັດໃຫ້ຂົນທີ່ບໍ່ຖືກແດດຫລົ່ນແຕ່ມັນຍັງເຮັດໃຫ້ເດັກໃນຄັນ(unborn baby)ມີໂອກາດເປັນພະຍາດ Autism ອີກດ້ວຍ.

__________________
Anonymous

Date:

Anonymous wrote:

ຕອນປີ 2004 ທ່ານ Harold McGee ນັກວິທະຍາສາດດ້ານອາຫານບອກວ່າ MSG ( Monosodium Glutamet) ບໍ່ມີມີຜົນຮ້າຍຫຍັງຕໍ່ສຸຂະພາບຂອງຄົນແລະສັດ. ແຕ່ຄວາມຈິງແລ້ວ ແປ້ງນົວບໍ່ພຽງແຕ່ເຮັດໃຫ້ຂົນທີ່ບໍ່ຖືກແດດຫລົ່ນແຕ່ມັນຍັງເຮັດໃຫ້ເດັກໃນຄັນ(unborn baby)ມີໂອກາດເປັນພະຍາດ Autism ອີກດ້ວຍ.




ແມ່ນແທ້ວາ ຊັ້ນເປັນຫຍັງລູ້ກພວ້ກຟາລັງເປັນຈຳນວນມາ້ກມາຍກະເປັນຄືກ້ນທັງແທ້ກະເຈົ້າບໍ່ໄດ້ກິນແປ້ງ
ນົວຄໍເຮົາຂໍຊອ່ຍອະທິບາຍໃຫ້ແດ່ ຂອບໃຈ

Modernlao



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard