Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແລ້ວເຈົ້າຈະເສີຍໃຈ
Anonymous

Date:
ແລ້ວເຈົ້າຈະເສີຍໃຈ



    ກາຍເປັນນັກຮ້ອງສາວທີ່ກຳລັງມາແຮງທີ່ສຸດໃນຕອນນີ້ໄປແລ້ວ ສຳລັບສາວ "ຕິກ" ຫນຶ່ງໃນສະມາຊິກຂອງກຸ່ມສິລະປິນວົງ "ພຣິງ ເຊັດ" ຂອງຄ້າຍອິນດີເຣັກຂອດທີ່ອອກດ່ຽວໃນຜົນງານເພງຊຸດໃຫມ່ ທີ່ໄດ້ຮັບການຕ້ອນຮັບດີຫລາຍໆ ຈາກແຟນເພງທົ່ວປະເທດຈົນເຮັດ ໃຫ້ຕິກ ຮູ້ສຶກພູມໃຈຫລາຍທີ່ເພງ "ແລ້ວເຈົ້າຈະເສຍໃຈ" ສາມາດໄຕ່ຊາທ໌ເພງຍອດນິຍົມຂຶ້ນມາຢູ່ໃນອັນດັບ1ໃຊ້ເວລາພຽງ 1ອາທິດເທົ່າ ນັ້ນ.


   ຕິກເຜີຍວ່າດີໃຈຫລາຍທີ່ເພງ "ແລ້ວເຈົ້າຈະເສຍໃຈ" ສາມາດເຂົ້າໄປຢູ່ໃນໃຈຂອງແຟນເພງທຸກຄົນຂໍຂອບໃຈທຸກຄົນທີ່ໃຫ້ການຕ້ອນ ຮັບທີ່ດີຫລາຍ ຕອນນີ້ຕົນເອງຮູ້ສຶກອົບອຸ່ນຫລາຍທີ່ມີແຟນເພງເຝົ້າຕິດຕາມໃຫ້ກຳລັງໃຈຕະຫລອດມາ ແລະຂໍຂອບໃຈທຸກໆຄົນທີ່ໂທເຂົ້າ ໄປຂໍຟັງເພງຂອງຕິກ ບໍ່ວ່າຈະເປັນທາງວິທະຍຸ ຫລື ໂທລະພາບ ຈົນເຮັດໃຫ້ເພງຂອງຕິກກາຍເປັນເພງຍອດນິຍົມກ້າວຂຶ້ນອັນດັບ1 ໃນ ປະຈຸບັນນີ້. ສຳລັບອາລະບຳເຕັມນັ້ນ ກໍ່ຕ້ອງອົດໃຈລໍຖ້າກັນອີກຫນ້ອຍຫນຶ່ງອີກບໍ່ດົນຄົງຈະໄດ້ຊົມກັນແບບເຕັມໆອາລະບຳຢ່າງແນ່ນອນ.


   ສາເຫດທີ່ເຮັດໃຫ້ເພງ "ແລ້ວເຈົ້າສະເສຍໃຈ" ສາມາດເຂົ້າໄປຢູ່ໃນໃຈແຟນເພງໄດ້ໄວຂະຫນາດນີ້ ອາດເປັນເພາະດ້ວຍເນື້ອຫາຂອງ ເພງທີ່ແທງໃຈຄົນທີ່ກຳລັງຖືກຄົນຮັກຖິ້ມ ເຊິ່ງເນື້ອຫາຂອງເພງແມ່ນຈະເວົ້າເຖິງ ຄົນຮັກຄູ່ຫນຶ່ງທີ່ຮັກກັນມາໄດ້ໄລຍະຫນຶ່ງ ແຕ່ຝ່າຍຊາຍ ຜັດໄປຄົບກັບຍິງຄົນໃຫມ່ ຈິ່ງຂໍຢຸດຄວາມສຳພັນກັບແຟນສາວຄົນເກົ່າ ແຕ່ຜູ້ຊາຍຄົນນັ້ນຜັດຖືກແຟນໃຫມ່ນອກໃຈຄົບຜູ້ຊາຍຫລາຍຄົນ ຈິ່ງຢາກກັບມາຂໍຄືນດີກັບເກົ່າ ແຕ່ແຟນເກົ່າບໍ່ຍອມກັບມາຄົບອີກ ນັ້ນກໍ່ເປັນພຽງເລື່ອງຫຍໍ້ຂອງມິວສິກວິດີໂອເທົ່ານັ້ນ ເຊິ່ງເພງນີ້ຍັງໄດ້ ຫນຸ່ມ "ສັກ" ວົງ "ເຊລ" ເປັນຄົນແຕ່ງ ແລະ ທັງເປັນຄົນຂຽນບົດລະຄອນ ແລະ ເປັນຜູ້ກຳກັບການສະແດງເພງນີ້ທັງຫົມດເອງນຳອີກ .


   ຕິກ ຍັງໄດ້ສະແດງຮັບບົດເປັນນາງເອກ ພ້ອມກັບຖ່າຍຖອດອາລົມອອກມາເປັນສຽງເພງໄດ້ຢ່າງເລິກເຊິ່ງເຂົ້າເຖິງຈິດໃຈຂອງຄົນຟັງ ຈິ່ງບໍ່ຫນ້າສົງໄສເລີຍວ່າເປັນຫຍັງເພງນີ້ຈິ່ງຂຶ້ນສູ່ອັນດັບ1 ໃນຫລາຍຄື້ນວິທະຍຸຕ່າງລວມເຖິງລາຍການເພງທາງໂທລະພາບໄດ້ຢ່າງວ່ອງ ໄວໃຊ້ເວລາພຽງ1 ອາທິດຫລັງເປີດອອກອາກາດໄປເທົ່ານັ້ນ.


ecom


__________________
Anonymous

Date:

ບໍ່ສະເພາະແຕ່ໃຈ
ຕັບ ໄຕ ໃສ້ ພຸງ ຂ້ອຍກໍ່ເສຍໄປໝົດແລ້ວ



__________________
sunny

Date:

No way;ຂອ້ຍບໍ່ເສັຍໃຈເພາະຂອ້ຍມີເມັຍແລ້ວ 100%

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard