Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສູນການຄ້າ ດົງໂພສີ ໄວໆນີ້
Anonymous

Date:
ສູນການຄ້າ ດົງໂພສີ ໄວໆນີ້



SOY.jpg

 ຂ່າວ: ໃສຫລ້າຄຳ


   ນັກທຸລະກິດລາວຈະລົງທຶນຫລາຍລ້ານໂດລາສະຫະລັດ ເຂົ້າພັດທະນເຂດດົງໂພສີໃຫ້ກາຍເປັນສູນການຄ້າການບໍລິການໃນໄວໆນີ້ ໃນເນື້ອທີ່ເກືອບ 22 ເຮັກຕາ ພ້ອມຈະສ້າງລານຈອດລົດທີ່ທັນສະໄຫມບໍລິການລົດເຂົ້າອອກທີ່ນັບມື້ນັບເພີ່ມ ແລະມີຄວາມແອອັດໃນປະ ຈຸບັນ.


ບໍລິສັດພັດທະນາດົງໂພສີຄົບວົງຈອນຈຳກັດເປັນຫນຶ່ງໃນບໍລິສັດເອກະຊົນຄົນລາວ 100% ທີ່ໄດ້ຮັບການອະນຸຍາດຈາກລັດຖະບານ ໃນການພັດທະນາເຂດດົງໂພສີໃຫ້ກາຍເປັນສູນກາງການຄ້າການລົງທຶນທີ່ໃຫຍ່ ແລະທັນສະໄຫມຂອງນະຄອນຫລວງວຽງຈັນ ເຊິ່ງກ່ອນ ຫນ້ານັ້ນກໍ່ມີຫລາຍບໍລິສັດຂອງຕ່າງປະເທດທີ່ຈະເຂົ້າມາລົງທຶນໃນເຂດດັ່ງກ່າວດ້ວຍທຶນຫລາຍຮ້ອຍລ້ານໂດລາສະຫະລັດ. ໃນການສ້າງ ສູນການຄ້າ, ການບໍລິການ, ສະຫນາມກ໊ອຟ, ແຫລ່ງທ່ອງທ່ຽວ.

  ທ່ານ ສຸວັນເພັງ ຈັນວັນເພັງ ຜູ້ຈັດການບໍລິສັດພັດທະນາດົງໂພສີຄົບວົງຈອນຈຳກັດເປີດເຜີຍຕໍ່ທີມຂ່າວເສດຖະກິດ-ສັງຄົມ ເມື່ອບໍ່ ດົນມານີ້ວ່າ: ທາງບໍລິສັດໄດຮັບອະນຸຍາດລົງທຶນຈາກລັດຖະບານໃນການເຂົ້າມາພັດທະນາສ່ວນຫນຶ່ງຂອງເຂດດົງໂພສີ ໃນເນື້ອທີ່ 21,9 ເຮັກຕາເພື່ອສ້າງຕະຫລາດ, ສະຖານທີ່ຈອດລົດທີ່ທັນສະໄຫມ, ສ້າງສະຖານທີ່ທ່ອງທ່ຽວ ແລະ ສວນສາທາລະນະລວມທັງຫມົດ 9 ກິດ ຈະການມີມູນຄ່າການລົງທຶນຫລາຍສິບລ້ານໂດລາສະຫະລັດ.

 ປະຈຸບັນ ບໍລິສັດໄດ້ຮັບອະນຸຍາດໃຫ້ລົງທຶນໃນ 3 ໂຄງການກ່ອນ ເຊິ່ງປະຈຸບັນກຳລັງຢູ່ໃນຂັ້ນຕອນຜ່ານແບບເພື່ອຂໍອະນຸຍາດປຸກ ສ້າງ ເຊິ່ງຄາດວ່າຈະສາມາດລົງມືກໍ່ສ້າງໄດ້ໃນຕົ້ນປີຫນ້າ ເຊິ່ງຈະໃຊ້ເວລາໃນການກໍ່ສ້າງປະມານ 6 ເດືອນ ເຊິ່ງປະກອບມີຕະຫລາດທີ່ ແບ່ງເປັນສາມລະດັບຄືຕະຫລາດຂາຍສິນຄ້າພື້ນບ້ານ, ຕະຫລາດພືດຜັກປອດສານພິດ ແລະ ຕະຫລາດ ແບບຣີສອດເປັນຕູບໃນເນື້ອທີ່ 5 ເຮັກຕາ ແລະ ສ້າງລານຈອດລົດທັນສະໄຫມໃນເນື້ອທີ 7 ເຮັກຕາ ເພື່ອຮອງຮັບຈຳນວນລົດທີ່ເຂົ້າ-ອອກຜ່ານຂົວມິດຕະພາບທີ່ນັບມື້ ນັບເພີ່ມຂຶ້ນເຮັດໃຫ້ສະຖານທີ່ຈອດລົດກໍ່ນັບມື້ນັບແອອັດ ໂດຍຈະມີມູນຄ່າການລົງທຶນໃນເບື້ອງຕົ້ນ ປະມານ 3 ລ້ານໂດລາສະຫະລັດ; ສ່ວນໂຄງການທັງຫມົດຈະໃຫ້ສຳເລັດໂດຍສົມບູນພາຍໃນ 8 ປີ, ທ່ານ ສຸວັນເພັງ ກ່າວ.

 ນີ້ຖືເປັນການເຄື່ອນໄຫວຫນຶ່ງທີ່ສຳຄັນເພາະກ່ອນຫນ້ານັ້ນ ເຂດດົງໂພສີເປັນຈຸດດຶງດູດການລົງທຶນທີ່ສຳຄັນເພາະດ້ວຍທີ່ຕັ້ງທີ່ໄດ້ປຽບ ແລະເຫມາະສົມເຮັດໃຫ້ນັກລົງທຶນຕ່າງປະເທດສະແດງເຈດຈຳນົງເຂົ້າມາລົງທຶນໃນຫລາຍໆໂຄງການ ແລະ ທາງລັດຖະບານກໍ່ອະນຸມັດ ໄປແລ້ວຫລາຍພໍສົມຄວນ ເຊັ່ນ:ໂຄງ ການບ້ານເສດຖີ, ສູນການຄ້າການບໍລິການ, ໂຮງແຮມ, ສະຫນາມກ໊ອຟ.... ເຊິ່ງອີກບໍ່ດົນເຂດດັ່ງ ກ່າວຈະເປັນສູນກາງທຸລະກິດການຄ້າການລົງທຶນທີ່ໃຫຍ່ ແລະສຳຄັນຂອງນະຄອນຫລວງວຽງຈັນທີ່ຈະສາມາດຜັນເມັດເງິນປີຫນຶ່ງຫລາຍ ລ້ານໂດລາສະຫະລັດ.




__________________
ຊຽງກະເລັນ

Date:

ພວກທີ່ປັ່ນປ່ວນລາຄາດິນ ເຮັດໃຫ້ຄົນທຸກບໍ່ມີດິນຢູ່

__________________
Anonymous

Date:

yes jao wao thuek leo

__________________
Anonymous

Date:

ຊົມເຊີຍສຸດໃຈ. ຫວັງວ່າຖ້າສູນການຄ້ານີ້ສ້າງສໍາເຣັດເງິນກີບຄົງຈະບໍ່ຮົ່ວໄຫລອອກຕ່າງປະເທດອີກຕໍ່ໄປ,  ແຕ່ບໍ່ເຂົ້າໃຈວ່າເປັນຫຍັງຈຶ່ງຕ້ງສ້າງໂຄງການບ້ານເສດຖີຂຶ້ນມາແທງຕາປະຊາຊົນຜູ່ທຸກຍາກ?

__________________
Anonymous

Date:

ບໍ່ຕ້ອງຢ້ານເງິນກີບຮົ່ວໄຫຼ ອອກຕ່າງປະເທດດອກ ເພະາເງິນກີບໃຊ້ໃດ້ແຕ່ພາຍໃນປະເທດເທົ່ານັ້ນ

__________________
ຊຽງກະເລັນ

Date:

ເຮັດຫບັງກະເຮັດ ຂໍພຽງລັດຖະບານຄິວ່າວິໄຈຖືກຕ້ອງ, ບໍ່ແມ່ນແຫຼ່ງຟອກເງິນ............ ສິ່ງສຳຄັນຕ້ອງສ້າງສາແດ່ຈັກ 0,005% ກໍຍັງດີ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard