Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໃບຍ້ອງຍໍລາຄາຫ້າໝື່ນ
Anonymous

Date:
ໃບຍ້ອງຍໍລາຄາຫ້າໝື່ນ


ໄດ້ຍິນເພິ່ນວ່າຊິມອບໃບຍ້ອງຍໍໃຫ້ຜູ່ທີ່ບໍລິຈາກຊັບສິນເງິນຄຳຕະລອດຮອດຜູ່ບໍລິຈາກເຂົ້າຂອງເຄື່ອງໃຊ້ເພື່ອຊ່ອຍເຫລືອຜູ່ປະສົບໄພນ້ຳຖ້ວມຢູ່ສາມແຂວງພາກໃຕ້ ແຕ່ຕ້ອງໄດ້ຈ່າຍເງິນຄົນລະຈຳນວນຫ້າໝື່ນກີບ, ຖ້າຢາກສົ່ງເສີມນໍ້າໃຈໃຫ້ຜູ່ທີ່ມີນ້ຳໃຈເອື້ອເຟື້ອອາລີແທ້ໆເປັນຫຍັງຈຶ່ງຕ້ອງເກັບເງິນ ຂ້ານ້ອຍຄິດວ່າມັນບໍ່ຕ່າງຫຍັງກັບເປັນການຊື້ຂາຍ ເຮັດແນວນີ້ຜູ່ໃຈບຸນເຫລົ່ານີ້ອາດຈະບໍ່ມີສັດທາຊ່ອຍເຫລືອໃນຄັ້ງຕໍ່ໄປ.
ອີກອັນນຶ່ງແມ່ນເລື່ອງເກັບເງິນຄ່າຍົກປ້າຍບ້ານແບບຢ່າງສາທາລະນະສຸກ ເກັບຄອບຄົວລະໝືນ(ຄ່າປ້າຍຫ້າພັນ ຄ່າສະຫລອງຫ້າພັນ) ເປັນຫຍັງຄືດູດເລືອດກັນກິນແບບນີ້, ຜູ່ທີ່ໄດ້ນັ່ງຕັ່ງນວມຢູ່ສະພາບໍ່ພໍຕື່ນແລ້ວບໍ່?


__________________
laoboy

Date:

ອັນຊ່ວຍເຫລືອປະຊາຊົນນະບໍ່ວ່າແຕ່ຫ້າຫມືນຂ້ອຍຄິດວ່າຄົນເຂົາຢາກບໍລິຈາກຫລາຍກວ່ານັ້ນ ຖ້າຊ່ວຍປະຊາຊົນ
ດ້ວຍກັນນະ ປະຊາຊົນລາວເຮົາຖ້າບໍ່ຊ່ວຍກັນໃຜສິຊ່ວຍ ແຕ່ຢ່າງຫນື່ງທີ່ບໍ່ແນ່ໃຈຄື ເງີນທີ່ເກັບໄປແລ້ວນັ້ນສິຮອດ
ມືຜູ້ເຄາະຮ້ອຍຫມົດທຸກຄົນບໍ່ ຢ້ານລັດທະບານເອົາກິນຫມົດນັ້ນລະ
ເຊັ່ນຢຸ່ແຖວບ້ານຂ້ອຍ ຖ້າມີນະໂຍບາຍເກັບເງີນເຮືອນລະຫ້າພັນ  ນາຍບ້ານເກັບ ສິບພັນ ຫ້າພັນເອົາສົ່ງໃຫ້ທາງຂັ້ນເທີງແລະຫ້າພັນມັນເອົາໄປ ແດກ ແລະສົ່ງໄປຂັນເທິງ ຂັນເທີງແດກຕໍ່ ຕໍ່ກັນໄປ
ສຸດທ້າຍຜູ້ເຄາະຮ້າຍໄດ້ຮັບບໍ່ພໍເທົ່າໃດ ທັງທີ່ເງີນຕັ້ງຫລາຍທີ່ເຂົາບໍລິກຈາກ
ປີນ້ຳຖ້ວມທາງພາກໃຕ້ຫລາຍປີຜ່ານມາແລ້ວ ຂ້ອຍຍັງຈຳໄດ້ຢູ່ ຕ່າງປະເທດເອົາເຂົາສານອາຫານແຫ່ງມາຊ່ວຍ
ປະກົດວ່າໃນທີ່ສຸດນາຍບ້ານບອກວ່າມີເຂົາມາຊ່ວຍປະຊາຊົນ ເຂົາທີ່ໄດ້ສືໆ ເຂົາທີ່ຖືກໄຟໄຫມ້ຈາກໂຮງສີແລ້ວ ແລະ
ເຂົ້າຂາວໆ ງາມ ໆ ແມ່ນເມຍນາຍບ້ານເອົາມາຂາຍໃຫ້ ປະຊາຊົນທຸກຄົນຈົ່ມວ່າຕ່າງປະເທດຄືເອົາເຂົ້າຂີ້ລາຍແທ້ມາຊ່ວຍ
ທີ່ຈິງແລ້ວເຂົ້າທີ່ງາມ ໆໆນັ້ນລະທີ່ເຂົາເອົາມຊ່ວຍແຕ່ທາງເມືອງຮ່ວມກັບນາຍບ້ານປ່ຽນເອົາເຂົ້າທີ່ຖືກໄຟໄຫມ້ມາໃຫ້ປະ
ຊາຊົນແລະເອົາເຂົາດີ ໄປຂາຍເອົາເງີນ ປະຊາຊົນບໍ່ມີກຶນໃນຊ້ວງນ້ຳຖ້ວມ ຈຳເປັນຕ້ອງຊື້ແລະບາງຄົນກໍ່ຕິດຫນີ້ໄວ້ກ່ອນ
ສ່ວນປະຊາຊົນທີ່ບໍ່ມີເງີນຊື່ກໍ່ຍອມຮັບຊາຕາກຳກຶນເຂົ້າໄຟໄຫມ້ ແລະເມືອກຶນເຂົ້າໄຟໄຫມ ເດັກນ້ອຍເກິດຕຸ່ມ ແລະເປັນຟົກ ໄຂ່ຕາມໂຕ ບາງຄົນກະຕາຍ ບາງຄົນກະໄປປົວຫມໍຢາພື້ນເມືອງ ຕາຍຫລາຍຄົນປີນ້ຳຖ້ວມທາງແຂວງຈຳປາສັກ ພາກໃຕ້ ນີ້ຄືຜົນງານຂອງລັດ  ນີ້ຄືການຊ່ວຍເຫລືອຂອງລັດ
ຢາກໃຫ້ລັດທະບານຜູ້ໃຫຍ່ກວດກາເບີ່ງໃຫ້ທົ່ວເຖີງຖ້າຮູ້ວ່າພະນັກຜູ້ໃດບໍ່ຊື່ສັດຕໍ່ປະຊາຊົນ ໃຫ້ປົດອອກ ໃຫ້ຕິດຄຸກ ຍືດສັບສິນ ເພື່ອບໍ່ໃຫ້ເປັນຕົວຢ່າງອີກຕໍ່ໄປ
ນີ້ບໍ່ເປັນແບບນັ້ນກຶນຕັ້ງແຕ່ຫົວຫນ້າຈຳລູກນ້ອງ ພາກັນກິນ ສະແຕກຈົນຮອດຊົ່ວລູກຊົ່ວຫລານ ຂໍແນະນຳຜູ້ຢາກບໍລິກຈາກ ເປັນຈຳນວນເງີນ ໃຫ້ທ່ານນຳໄປໃຫ້ດ້ວຍຕົນເອງໃຫ້ຜູ້ປະສົບໃພດ້ວຍຕົນເອງຕິຕາງໄປໃຫ້ກຳລັງໃຈເຂົານຳ ຖ້າຝາກນຳລັດທະບານຢ່າຫວັງວ່າສິຮອດມືຜູ້ເຄາະຮ້າຍມັນເອົາໄປແດກຫມົດກ່ອນ ຮອດກະບໍ່ເຕຶມສ່ວນ

__________________
Anonymous

Date:

what there are doing is morrally wrong.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard