Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ຫຍິງລາວຫຼາຍຄົນ ເຫັນແລ້ວຕ້ອງອາຍ
Anonymous

Date:
ແມ່ຫຍິງລາວຫຼາຍຄົນ ເຫັນແລ້ວຕ້ອງອາຍ

IMG_4364_copy.jpg

 ໂດຍ: ໄກ່ແກ້ວ

ເມື່ອເວົ້າເຖິງຄຳວ່າວັດທະນະທຳແລ້ວ ທຸກຊາດໃນໂລກລ້ວນແລ້ວແຕ່ມີວັດທະນະທຳທີ່ດີງາມແຕກຕ່າງກັນໄປຕາມເອກະລັກຂອງ ໃຜມັນ.

ຊາດລາວເຮົາກໍ່ເປັນອີກຊາດຫນຶ່ງທີ່ມີວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດທີ່ປະຕິບັດສືບຕໍ່ກັນມາຫລາຍພັນປີ, ເມື່ອເວົ້າ ເຖິງຄົນລາວແລ້ວສິ່ງທີ່ເປັນເອກະລັກອັນເອກອ້າງທະນົງໃຈກໍ່ຄືການແຕ່ງກາຍ ຂອງແມ່ຍິງລາວທີ່ສຸພາບຮຽບຮ້ອຍ ນຸ່ງສິ້ນມີຫົວມີຕີນບໍ່ວ່າ ແມ່ຍິງຄົນທີ່ແຕ່ງກາຍ ແບບນີ້ຢູ່ໃສຊາວຕ່າງປະເທດກໍ່ຮູ້ໄດ້ໂລດວ່າແມ່ນແມ່ຍິງລາວ ແລະອີກສິ່ງຫນຶ່ງ ທີ່ສ້າງຄວາມພາກພູມໃຈໃຫ້ແກ່ຄົນ ລາວກໍ່ຄື: ແມ່ຍິງຊາວຕ່າງຊາດເພິ່ນໄດ້ມີ ຄວາມຫລົງໄຫລໃນ ສະເຫນຂອງການແຕ່ງກາຍແບບແມ່ຍິງລາວ.

 ໃນງານບຸນກຸດສົງການທີ່ຜ່ານມາ ຜູ້ຂຽນກໍ່ໄດ້ມີໂອກາດໄປເກັບກຳຂ່າວຢູ່ທີ່ແຂວງຫລວງພະບາງ ແລະໄດ້ສັງເກດເຫັນສາວຊາວຕ່າງ ປະເທດໃສ່ຊຸດລາວອູ້ມຂັນ ດອກໄມ້ຢູ່ໃນຂະບວນແຫ່ນາງສັງຂານ, ມີຊາວຕ່າງຊາດນຸ່ງສິ້ນແບບແມ່ຍິງລາວ ເຂົ້າວັດສົງນ້ຳພະບາງເມື່ອ ຫລຽວເຫັນແລ້ວກໍ່ຮູ້ສຶກພາກພູມໃຈໃນຄວາມເປັນລາວ ທີ່ແມ່ນຄົນຕ່າງປະເທດເພິ່ນຍັງເຫລື້ອມໃສ ແລະ ຮັກໃນວັດທະນະທຳລາວຂອງ ພວກເຮົາ.

 ນາງ ກ້ອຍ ນັກສຶກສາມະຫາວິທະຍາໄລສຸພານຸວົງໄດ້ໃຫ້ຄຳ ເຫັນວ່າ: ເມື່ອຫລຽວເຫັນແມ່ຍິງຕ່າງປະເທດນຸ່ງສິ້ນແບບແມ່ຍິງລາວ ຍາມໃດແມ່ນມີຄວາມຮູ້ສຶກວ່າຕົນເອງກໍ່ຕ້ອງມີສ່ວນຮ່ວມໃນການອະນຸຮັກວັດທະນະທຳອັນດີນີ້ໄປຄູ່ກັບສັງຄົມລາວຕະຫລອດໄປ, ສຳລັບ ການແຕ່ງກາຍຂອງຕົນເອງກໍ່ແມ່ນຈະນຸ່ງໃຫ້ຖືກຕາມກາລະເທສະຕະຫລອດ ແລະ ກໍ່ບໍ່ເຄີຍນຸ່ງໂສ້ງເຂົ້າວັດຈັກເທື່ອ.

 ເຖິງວ່າປະຈຸບັນການນຸ່ງຖືຈະປ່ຽນໄປຍ້ອນວັດທະນະທຳຈາກຕ່າງຊາດເຂົ້າມາແຊກ ແຕ່ພວກເຮົາກໍ່ຄວນຮູ້ຈັກວ່າ" ເວລາໃດສະຖານ ທີ່ໃດຄວນນຸ່ງເຄື່ອງແນວໃດ?"

Ecom

__________________
Anonymous

Date:

What are you talking about?
All I see is a white girl's wearing Lao costume and so are millions of Lao girls.
So why should Lao girls feel embarrass about this?
I think your statement should embarrassed you instead! no

__________________
Anonymous

Date:

Anonymous wrote:

ຈັ່ງແມ່ນເຈົ້າເນາະ ຄວາມໝາຍຂອງເຈົ້າຂອງກະທູ້ລາວຢາກເວົ້າວ່າ ແມ່ຍິງລາວທີ່ບໍ່ມັກນຸ່ງເຄື່ອງແບບລາວໆ
ຕ້ອງອາຍຝຮັ່ງ ທີ່ເຂົາຍັງນຸ່ງຮົ່ມແບບລາວໆ. ສົງໃສຢູ່ເມືອງນອກດົນ ພາສາລາວບໍ່ຂອດປານໃດ ຖ້າບໍ່ເຂົ້າໃຈ
ແຈ້ງກະຖາມ ຢ່າຟ້າວໃສ່ອາຮົມຫຼາຍ.
ປ.ລ:ຂ້ອຍບໍ່ແມ່ນຄົນໂພດສ

__________________
Anonymous

Date:

For your info I can speak my language very well thank you!
An EDUCATED person will never made this kind of statement! " Most of Lao women will be embarrassed after they have seen her" for what? I don't think you wear this costume everyday or even sinh/sarong too.
you made Lao look like we're so judgmental and compulsive complainer. This is Bad!!
Why can you accept the fact that Lao women wants to have varieties when it comes to fashions!, so just relax will you?
There are many ways to preserve Lao culture and is not only by wearing Lao costume or sinh/ sarong.

__________________
Anonymous

Date:

ເຫັນແຕ່ເວົ້າໃຫ້ຜູ່ຍິງວ່າບໍ່ນຸ່ງສີ້ນ ບາດທີຜູ່ຊາຍຄືບໍ່ເຫັນໃສ່ຜ້າຫາງເໜັບຕ່ຽວຈັກເທື່ອແມ່ນກະທັ້ງໃນງານບຸນປະເພນີ ເກືອບວ່າບໍ່ເຄີຍເຫັນເລີຍ ໂດຍສະເພາະພວກອາດຍາເຈົ້ານາຍແຫ່ງຄັກ ໃສ່ແຕ່ຊູດແຫວັດ ທຽວຄໍາແຕ່ໝາກກະດຸມຢູ່ຕະຫຼອດຈັກວ່າຢ້ານມັນເຮັ່ຽຫຼືວ່າແນວໃດ, ຫຼືວ່າວັດທະນະທໍາລາວນີ້ຕ້ອງໃຫ້ແຕ່ຜູ່ຍິງບໍຮັກສາ ທ່ານອາດຍາ.

__________________
Anonymous

Date:

Anonymous wrote:

For your info I can speak my language very well thank you!
An EDUCATED person will never made this kind of statement! " Most of Lao women will be embarrassed after they have seen her" for what? I don't think you wear this costume everyday or even sinh/sarong too.
you made Lao look like we're so judgmental and compulsive complainer. This is Bad!!
Why can you accept the fact that Lao women wants to have varieties when it comes to fashions!, so just relax will you?
There are many ways to preserve Lao culture and is not only by wearing Lao costume or sinh/ sarong.

ໂຮໆ ກິນຮັງແຕນມາແຕ່ທາງໄດເດເນາະ ເຂົ້າໃຈລາວດີ ກະຂຽນພາສາລາວແດ່ກະດີ. ຂ້ອຍວ່າເຈົ້າເຂົ້າໃຈເນື້ອໃນ
ຂ່າວທີ່ເຂົາຂຽນຜິດແລ້ວເດີ້​ ຍາມພັກຜ່ອນນຸ່ງສົ້ງ ເຂົາກໍ່ບໍ່ໄດ້ຕິອີ່ຫຍັງເດາະ ຢ່າໄປກິນປູນແລ້ວຮ້ອນທ້ອງປານນັ້ນ.
ສິ້ນແມ່ນປະເພນີຂອງລາວທີ່ຕ້ອງໄດ້ນຸ່ງໄປການທຸກມື້ ຕ້ອງໄດ້ນຸ່ງໄປໂຮງຮຽນທຸກມື້, ວັນເສົາອາທິດຢາກນຸ່ງສົ້ງ
ເຂົາກໍ່ບໍ່ວ່າ. ຫຼືເຈົ້າຢາກນຸ່ງສະເກີດສັ້ນໆຄືໄທຍກະເລື່ອງຂອງເຈົ້າ ແຕ່ຫ້ອງການຫຼືກະຊວງບໍ່ໃຫ້ເຈົ້າເຂົ້າແນ່ນອນ.
ເຈົ້າຢາກເຮີ່ວັດທະນາທຳຕ່າງປະເທດກະເລື່ອງຂອງເຈົ້າ ແຕ່ຢ່າເອົາມາແປດເປື້ອນໃສ່ວັດທະນາທຳນຸ່ງສີ້ນໄປການ
ນຸ່ງສີ້ນໄປໂຮງຮຽນທຸກມື້ ຂອງຄົນລາວ. ມີຫຼາຍທາງທີ່ຈະຮັກສາວັດທະນາທຳຂອງລາວໄດ້ ມີທາງໄດແດ່ລອງ
ຂຽນໃຫ້ຂ້ອຍອ່ານເບິ່ງແດ່. ປະເພນີນຸ່ງສິ້ນກິນເຂົ້າຫນຽວຈ້ຳປາແດກແມ່ນກົກເຄົ້າຂອງເຊື້ອຊາດລາວ ຖ້າເຈົ້າປະ
ຕິເສດເລື່ອງນີ້ ແມ່ນເຈົ້າບໍ່ສົມຄວນຮ້ອງໂຕເອງວ່າແມ່ນຄົນລາວ.
ບອດບ່ອນນີ້ສຳຫັຼບພາສາລາວໂດຍສະເພາະ ເຈົ້າຍັງບໍ່ຍອມພິມພາສາລາວເລີຍ ຊາຫຍັງຈະໄປມີທາງອື່ນຮັກສາປະ
ເພນີເດ້.  ເອົາໂຕເຈົ້າໃຫ້ມັນລອດກ່ອນ ຊິໄປຕິເລື່ອງຮັກສາປະເພນີລາວຖ້ອນ. ຂ່າວເຂົາຂຽນຍັງຕີຄວາມໝາຍບໍ່ຖືກ
ແລ້ວມາດ່າຮະດ່າຮາມຢູ່ນີ້ , ເຈົ້າລອງອ່ານໝົດຂ່າວແດ່ເດ້ ວ່າເຂົ້າຢາກເວົ້າຫຍັງ ກ່ອນຈະໃຊ້ອາຮົມຢູ່ນີ້.
ວ່າງໆກະນຸ່ງສິ້ນເຂົ້າວັດຟັງທັມແດ່ກະດີ ອາຮົມຈະໄດ້ເຢັນລົງກ່ອນນີ້.

__________________
Anonymous

Date:

ສົງໃສຊີວິດຢູ່ຕ່າງປະເທດຂອງຄົນລາວເຮົາ ຄືຊິຄຼຽດຫຼາຍ ເລື່ອງບໍ່່ເປັນເລື່ອງ
ກະໃຫ້ມັນເປັນເລື່ອງຍ້ອນ. 
ຄຳວ່າ: ແມ່ຫຍິງລາວຫຼາຍຄົນ ເຫັນແລ້ວຕ້ອງອາຍ, ຄິດວ່າລາວໝາຍເຖິງຜູ້ຍິງລາວ
ທີ່ນຸ່ງສົ້ງໄປໃນຍາມບຸນ,ແຕ່ງໂຕບໍ່ຖືກກາຮະເທສະ ຫຼາຍກ່ອນ.
ເຊີນອ່ານຫົວຂໍ້ແລະເນື້ອຂ່າວດີໆ ກ່ອນຈະໃຊ້ອາຮົມຢູ່ນີ້ .

 man, you are right. some people here dont understand lao well...

__________________
Anonymous

Date:

Anonymous wrote:

Anonymous wrote:

For your info I can speak my language very well thank you!
An EDUCATED person will never made this kind of statement! " Most of Lao women will be embarrassed after they have seen her" for what? I don't think you wear this costume everyday or even sinh/sarong too.
you made Lao look like we're so judgmental and compulsive complainer. This is Bad!!
Why can you accept the fact that Lao women wants to have varieties when it comes to fashions!, so just relax will you?
There are many ways to preserve Lao culture and is not only by wearing Lao costume or sinh/ sarong.

ໂຮໆ ກິນຮັງແຕນມາແຕ່ທາງໄດເດເນາະ ເຂົ້າໃຈລາວດີ ກະຂຽນພາສາລາວແດ່ກະດີ. ຂ້ອຍວ່າເຈົ້າເຂົ້າໃຈເນື້ອໃນ
ຂ່າວທີ່ເຂົາຂຽນຜິດແລ້ວເດີ້​ ຍາມພັກຜ່ອນນຸ່ງສົ້ງ ເຂົາກໍ່ບໍ່ໄດ້ຕິອີ່ຫຍັງເດາະ ຢ່າໄປກິນປູນແລ້ວຮ້ອນທ້ອງປານນັ້ນ.
ສິ້ນແມ່ນປະເພນີຂອງລາວທີ່ຕ້ອງໄດ້ນຸ່ງໄປການທຸກມື້ ຕ້ອງໄດ້ນຸ່ງໄປໂຮງຮຽນທຸກມື້, ວັນເສົາອາທິດຢາກນຸ່ງສົ້ງ
ເຂົາກໍ່ບໍ່ວ່າ. ຫຼືເຈົ້າຢາກນຸ່ງສະເກີດສັ້ນໆຄືໄທຍກະເລື່ອງຂອງເຈົ້າ ແຕ່ຫ້ອງການຫຼືກະຊວງບໍ່ໃຫ້ເຈົ້າເຂົ້າແນ່ນອນ.
ເຈົ້າຢາກເຮີ່ວັດທະນາທຳຕ່າງປະເທດກະເລື່ອງຂອງເຈົ້າ ແຕ່ຢ່າເອົາມາແປດເປື້ອນໃສ່ວັດທະນາທຳນຸ່ງສີ້ນໄປການ
ນຸ່ງສີ້ນໄປໂຮງຮຽນທຸກມື້ ຂອງຄົນລາວ. ມີຫຼາຍທາງທີ່ຈະຮັກສາວັດທະນາທຳຂອງລາວໄດ້ ມີທາງໄດແດ່ລອງ
ຂຽນໃຫ້ຂ້ອຍອ່ານເບິ່ງແດ່. ປະເພນີນຸ່ງສິ້ນກິນເຂົ້າຫນຽວຈ້ຳປາແດກແມ່ນກົກເຄົ້າຂອງເຊື້ອຊາດລາວ ຖ້າເຈົ້າປະ
ຕິເສດເລື່ອງນີ້ ແມ່ນເຈົ້າບໍ່ສົມຄວນຮ້ອງໂຕເອງວ່າແມ່ນຄົນລາວ.
ບອດບ່ອນນີ້ສຳຫັຼບພາສາລາວໂດຍສະເພາະ ເຈົ້າຍັງບໍ່ຍອມພິມພາສາລາວເລີຍ ຊາຫຍັງຈະໄປມີທາງອື່ນຮັກສາປະ
ເພນີເດ້.  ເອົາໂຕເຈົ້າໃຫ້ມັນລອດກ່ອນ ຊິໄປຕິເລື່ອງຮັກສາປະເພນີລາວຖ້ອນ. ຂ່າວເຂົາຂຽນຍັງຕີຄວາມໝາຍບໍ່ຖືກ
ແລ້ວມາດ່າຮະດ່າຮາມຢູ່ນີ້ , ເຈົ້າລອງອ່ານໝົດຂ່າວແດ່ເດ້ ວ່າເຂົ້າຢາກເວົ້າຫຍັງ ກ່ອນຈະໃຊ້ອາຮົມຢູ່ນີ້.
ວ່າງໆກະນຸ່ງສິ້ນເຂົ້າວັດຟັງທັມແດ່ກະດີ ອາຮົມຈະໄດ້ເຢັນລົງກ່ອນນີ້.

Is either MY WAY or NO WAY translate to Communist/ Hitler!disbeliefdisbelief

__________________
Anonymous

Date:

Is either MY WAY or NO WAY translate to Communist/ Hitler!disbeliefdisbelief

u seem to have negative views alot...

 i bet that you misunderstood the topic..

the topic author didnt mean that the girl will be embarrassed if they dont wear lao skirt...

   he mean that even foreigner like our traditional cloth.....something like that

Oh! I understood the statement perfectly well and you got my opinion WRONG! every time CHILD!
Lao is the only one from the whole world have such problem with people having their own mind? pretty soon Lao will tell her people when to breath in order to be Lao!
I want to be LAO-FREEDOM not Lao Communist! NO way! No how!disbeliefdisbelief

__________________
Anonymous

Date:

chut!!!!ya thiang kun!!! huk phaeng kun wai, haw bor you 100 pee dok!!!

__________________
Anonymous

Date:

Anonymous wrote:

chut!!!!ya thiang kun!!! huk phaeng kun wai, haw bor you 100 pee dok!!!

Is meaningless if one deosn't practice he/she preaches and my Great-Great Grandma was 110 yrs old when she past.

If you don't the fact then keep your opinion to yourself FOOL!no

__________________
Anonymous

Date:

Anonymous wrote:

Is either MY WAY or NO WAY translate to Communist/ Hitler!disbeliefdisbelief

u seem to have negative views alot...

i bet that you misunderstood the topic..

the topic author didnt mean that the girl will be embarrassed if they dont wear lao skirt...

he mean that even foreigner like our traditional cloth.....something like that

ຢ່າລາວຖ້ອນ ລາວບ້າບໍ່ພໍປົວ ອ່ານພາສາລາວບໍ່ຂອດ ຍັງມາຊອກຜິດໝູ່ ຮັກອິດສະລະຫົວອິດສະລະແຕ່
ບໍ່ມີຮັກວັດທະນາທຳຄວາມເປັນຊາດຕົນເອງ. ປ່ອຍລາວໄປໃນທາງອິດສະລະຂອງລາວ. 555555

Look who's talking=noke kow tuang ta mair hahahaha

__________________
bo

Newbie

Status: Offline
Posts: 3
Date:

ສາວໆໆລາວຕ້ອງນຸ່ງສີ້ນນີ້ໂບເຫັນດີນຳຫລາຍໆໆເດີ້

__________________
Anonymous

Date:

ເວົ້າແບ່ບບໍ່ມີເລື້ອງແທ້ນໍ້ ສາວລາວກະມັກໃຊ່ຊິ່ນທັງຫມົດທຸກຄົນຮັ້ນແລ້ວ ມັນກໍ່ເປັນຕາມໂອກາດແລະສະຖານທີ່ພຽງນັ້ນທີ່ເຈົ້າເຫັນວ່າຄົນບໍ່ໄຊ່ຊີ່ນconfuseno

__________________
laoboy

Date:

ບໍ່ສົມຕັ້ງຫົວຂໍ້ຄຳວ່າ    ແມ່ຫຍິງລາວຫຼາຍຄົນ ເຫັນແລ້ວຕ້ອງອາຍ  ເພາະແມ່ຍິງລາວຫລາຍຄົນກໍ່ມັກໃສ່ສິ້ນລາວ ເວລາໄປວັດ ໄປເຮັດບຸນຫລືໄປງານຕ່າງທີ່ກ່ຽວແກ່ກັບວັດທະນະທຳ
ສາວລາວອາດຈະໃສ່ຢ່າງອື່ນແນ່ ທີ່ແຕກຕ່າງຈາກສິນກໍ່ຖືວ່າເປັນເລື່ອງທຳມະດາຕາມສະພາບແລະຄວາມເຫມາະສົມ
ແຕ່ຄວນຈະເອົາຄວາມເຫມາະສົມມາຕັດສິນແລະຮູ້ຈັກກາລະເທສະໃນການນຸ່ງຖືຫລາຍກວ່າ
ພຽງແຕ່ຄົນຕ່າງເທດມາໃສສິ້ນຄົນດຽວແລ້ວຈະມາເວົ້າວ່າສາວລາວເຫັນແລ້ວຕ້ອງອາຍ
ມັນຄືວ່າຜູ້ຕັ້ງກະທູ້ນີ້ຈະຄິດຕື້ນເກີນໄປ ຖ້າຄົນລາວບໍ່ໃສ່ສິນເລີຍແປດສິບເປີເຊັນໃສ່ແຕ່ກາງເກງໃນ ຫລື ໃສ່ສົ້ງ ຫລືບໍ່ໃສ່ຫຍັງເລີຍ ຍັງຈະວ່າໄປອີກຢ່າງຫນື່ງ ສຳຫລັບຂ້ອຍບໍ່ຖືວ່າເປັນເລື້ອງແປກ ເຮົາຈະເຫັນຄົນຝລັ່ງໃສ່ຊຸດລາວເລື້ອຍ ຖາມວ່າເຂົາສິໃສເປັນຊີວິດຈິດໃຈບໍ  ບໍ່ດອກ ໃສ່ເລັກນ້ອຍ ແລະຫມົດເວລາແລ້ວເຂົາກໍ່ໃສ່ຂອງເຂົາເຫມືອນເດິມ ຖືວ່າບໍ່ແປກ  ຖ້າຜູ້ຍິງຝລັ່ງຫມົດທຸກຄົນໃສ່ສິນ ເຫັນຫລາຍກວ່າລາວ ແບບນີ້ຜູ້ຍິງລາວຫນ້າຈະເປັນຕາອາຍ

__________________
Anonymous

Date:

furiousI don't understand what is your means
this picture is not a lao she is a foregner
why you put this picture with your talking
it's falsly as you insult laogirl and laonation
mr. gaigeo what are you meaning ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard