Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄວລຸ້ນອອກອາລະວາດ ສີດສະເປໃສ່ຝາ
Anonymous

Date:
ໄວລຸ້ນອອກອາລະວາດ ສີດສະເປໃສ່ຝາ



 ໂດຍ: ດ້ວງຄູນກູນ

ປະຈຸບັນ ວັນສຳຄັນທີ່ເປັນວັນປະຫວັດສາດແຫ່ງຊາດລາວເຮົາກໍ່ເຫັນວ່າ ໃກ້ຈະມາເຖິງແລ້ວຫນຶ່ງ ໃນນັ້ນ ການເປັນເຈົ້າພາບທີ່ດີໃນ ການແຂ່ງຂັນກີລາຊີເກມ ກໍ່ຍັງບໍ່ພໍເທົ່າໃດເດືອນ ສະນັ້ນ ການຫ້າງຫາກະກຽມສ້າງຜົນງານເອົາຫນ້າຕາຂອງ ນະຄອນຫລວງວຽງຈັນ ກໍ່ເຫັນວ່າມີຜົນສຳເລັດໃນຫລາຍດ້ານ ທັງນີ້ ກໍ່ຂໍຊົມເຊີຍນຳກັບຜົນງານດັ່ງກ່າວ.

ໃນນັ້ນ ຍັງມີປາກົດການຫຍໍ້ທໍ້ອັນຫນຶ່ງນັ້ນຄື: ບັນຫາການສີດສະເປຣເປັນຮູບລວດລາຍຕາມກຳແພງຮົ້ວ ແລະ ກຳແພງສັງກະສີທີ່ແອ້ມເປັນຮົ້ວໃນການກໍ່ສ້າງເປັນຕົ້ນ.

 ແຕ່ຢ່າງໃດກໍ່ດີ ບັນຫານີ້ ຄໍລຳທັດສະນະມະຫາຊົນຂອງພວກເຮົາກໍ່ເຄີຍໄດ້ສ່ອງແສງໃຫ້ຜູ້ອ່ານໄດ້ຮັບຮູ້ມາກ່ອນແລ້ວ ແຕ່ໃນປະຈຸບັນ ບັນຫາດັ່ງກ່າວຍັງມີປາກົດໃຫ້ເຫັນຢູ່ແຕ່ບໍ່ມີມາດຕາການແກ້ໄຂບັນຫານີ້ໃຫ້ອອກມາເປັນຮູບປະທຳທີ່ບົ່ງບອກເຖິງຄວາມສະອາດແລະ ຈົບງາມ ສິ່ງສຳຄັນບັນຫາເຫລົ່ານີ້ ນັບມື້ນັບເພີ່ມຂຶ້ນໃຫ້ເຫັນຕາມສະຖານທີ່ຕ່າງໆຢູ່ເລື້ອຍໆ.

ເວົ້າລວມແລ້ວຄວາມເປິເປື້ອນແມ່ນພາບພົດທີ່ສະແດງເຖິງໃບຫນ້າໃບຕາຂອງນະຄອນຫລວງຫາກບ້ານເມືອງໃດຫນຶ່ງບໍ່ມີຄວາມສະ ອາດຈົບງາມກໍ່ສະແດງເຖິງພືດຕິກຳ ແລະ ລະບຽບວິໄນການຄຸ້ມຄອງຊີວິດການເປັນຢູ່ຕົວຈິງຂອງພໍ່ແມ່ປະຊາຊົນ.

   ເຖິງແນວໃດກໍ່ຕາມ ຕໍ່ກັບບັນຫາຜູ້ຂຽນຍົກຂຶ້ນມາໃຫ້ເຫັນໃນເບື້ອງເທິງນັ້ນກໍ່ເປັນພຽງສ່ວນໃດ ສ່ວນຫນຶ່ງທີ່ຜູ້ຂຽນໄດ້ພົບພໍ້ ແລະ ກໍ່ອາດຈະເປັນບັນຫາທີ່ທ່ານຜູ້ອ່ານຫລາຍທ່ານ ແລະ ປະຊາຊົນຫລາຍໆຄົນຄິດວ່າມັນເປັນເລື່ອງທຳມະດາ ຫລື ເລັກຫນ້ອຍເທົ່ານັ້ນ, ຈິ່ງຢາກຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງກັບບັນຫານີ້ ຈິ່ງເບິ່ງເຫັນໄດ້ຄວາມສຳຄັນເພື່ອຫາວິທີແກ້ວໄຂທີ່ເຫມາະສົມ ເພື່ອເປັນການຕ້ານ ແລະ ສະກັດກັ້ນແນວຄິດທີ່ມີຜົນລົບຕໍ່ສັງຄົມ ແລະ ຈະສ້າງເປັນຂະບວນການເພື່ອຜັນຂະຫຍາຍນະໂຍບາຍ 6 ສ ທີ່ພັກ-ລັດວາງອອກ ແລະ ຫນຶ່ງໃນນັ້ນ ສ ສະອາດ ກໍ່ຢາກໃຫ້ມີປາກົດຜົນເປັນຈິງເພື່ອສ້າງຄວາມສະອາດຈົບງາມຕາມ ບ້ານເຮືອນເພື່ອເອກອ້າງແຂກຕ່າງ ດ້າວທ້າວຕ່າງແດນທີ່ເຂົ້າມາທ່ຽວຊົມມະຫະກຳກີລາວຽງຈັນເກມ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້.




__________________
Anonymous

Date:

ຕ້ອງຫາວິທີກຳຈັດໃຫ້ມັນໝົດສາເດີ່ ຝາກເຖິງຜູ້ເພິ່ນມີອຳນາດພຸ້ນລະ  ເຮັດອັນອື່ນກະຍັງເຮັດໄດ້ ບໍ່ວ່າຕິ ອັນນີ້ກະຊິກຳຈັດບໍ່ໄດ້ນະ ແລະພວກເຮົາກະເປັນຫູເປັນຕາຊ່ວຍກັນ    ຈັບມັນມາໄດ້ແລ້ວໃຫ້ເອົານ້ຳຮ້ອນລວກມືມັນ ຫຼືວ່າ ເຜົາເຫຼັກແດງດາດມັນ    ກະຄືວ່າຫັ້ນລະເນາະ ພວກຫຼີ້ນແນວນີ້ກະມີແຕ່ລູກຫຼານຄົນຊັ້ນສູງ  ເຮັດແຮງກະບໍ່ໄດ້

__________________


Veteran Member

Status: Offline
Posts: 56
Date:

ພວກຈັ່ງໄຮ ໄຟໄຫມ້ ເຮັດແຕ່ແນວບໍ່ດີ

__________________
Anonymous

Date:

Anonymous wrote:


 ໂດຍ: ດ້ວງຄູນກູນ

ປະຈຸບັນ ວັນສຳຄັນທີ່ເປັນວັນປະຫວັດສາດແຫ່ງຊາດລາວເຮົາກໍ່ເຫັນວ່າ ໃກ້ຈະມາເຖິງແລ້ວຫນຶ່ງ ໃນນັ້ນ ການເປັນເຈົ້າພາບທີ່ດີໃນ ການແຂ່ງຂັນກີລາຊີເກມ ກໍ່ຍັງບໍ່ພໍເທົ່າໃດເດືອນ ສະນັ້ນ ການຫ້າງຫາກະກຽມສ້າງຜົນງານເອົາຫນ້າຕາຂອງ ນະຄອນຫລວງວຽງຈັນ ກໍ່ເຫັນວ່າມີຜົນສຳເລັດໃນຫລາຍດ້ານ ທັງນີ້ ກໍ່ຂໍຊົມເຊີຍນຳກັບຜົນງານດັ່ງກ່າວ.

ໃນນັ້ນ ຍັງມີປາກົດການຫຍໍ້ທໍ້ອັນຫນຶ່ງນັ້ນຄື: ບັນຫາການສີດສະເປຣເປັນຮູບລວດລາຍຕາມກຳແພງຮົ້ວ ແລະ ກຳແພງສັງກະສີທີ່ແອ້ມເປັນຮົ້ວໃນການກໍ່ສ້າງເປັນຕົ້ນ.

 ແຕ່ຢ່າງໃດກໍ່ດີ ບັນຫານີ້ ຄໍລຳທັດສະນະມະຫາຊົນຂອງພວກເຮົາກໍ່ເຄີຍໄດ້ສ່ອງແສງໃຫ້ຜູ້ອ່ານໄດ້ຮັບຮູ້ມາກ່ອນແລ້ວ ແຕ່ໃນປະຈຸບັນ ບັນຫາດັ່ງກ່າວຍັງມີປາກົດໃຫ້ເຫັນຢູ່ແຕ່ບໍ່ມີມາດຕາການແກ້ໄຂບັນຫານີ້ໃຫ້ອອກມາເປັນຮູບປະທຳທີ່ບົ່ງບອກເຖິງຄວາມສະອາດແລະ ຈົບງາມ ສິ່ງສຳຄັນບັນຫາເຫລົ່ານີ້ ນັບມື້ນັບເພີ່ມຂຶ້ນໃຫ້ເຫັນຕາມສະຖານທີ່ຕ່າງໆຢູ່ເລື້ອຍໆ.

ເວົ້າລວມແລ້ວຄວາມເປິເປື້ອນແມ່ນພາບພົດທີ່ສະແດງເຖິງໃບຫນ້າໃບຕາຂອງນະຄອນຫລວງຫາກບ້ານເມືອງໃດຫນຶ່ງບໍ່ມີຄວາມສະ ອາດຈົບງາມກໍ່ສະແດງເຖິງພືດຕິກຳ ແລະ ລະບຽບວິໄນການຄຸ້ມຄອງຊີວິດການເປັນຢູ່ຕົວຈິງຂອງພໍ່ແມ່ປະຊາຊົນ.

   ເຖິງແນວໃດກໍ່ຕາມ ຕໍ່ກັບບັນຫາຜູ້ຂຽນຍົກຂຶ້ນມາໃຫ້ເຫັນໃນເບື້ອງເທິງນັ້ນກໍ່ເປັນພຽງສ່ວນໃດ ສ່ວນຫນຶ່ງທີ່ຜູ້ຂຽນໄດ້ພົບພໍ້ ແລະ ກໍ່ອາດຈະເປັນບັນຫາທີ່ທ່ານຜູ້ອ່ານຫລາຍທ່ານ ແລະ ປະຊາຊົນຫລາຍໆຄົນຄິດວ່າມັນເປັນເລື່ອງທຳມະດາ ຫລື ເລັກຫນ້ອຍເທົ່ານັ້ນ, ຈິ່ງຢາກຮຽກຮ້ອງມາຍັງພາກສ່ວນກ່ຽວຂ້ອງກັບບັນຫານີ້ ຈິ່ງເບິ່ງເຫັນໄດ້ຄວາມສຳຄັນເພື່ອຫາວິທີແກ້ວໄຂທີ່ເຫມາະສົມ ເພື່ອເປັນການຕ້ານ ແລະ ສະກັດກັ້ນແນວຄິດທີ່ມີຜົນລົບຕໍ່ສັງຄົມ ແລະ ຈະສ້າງເປັນຂະບວນການເພື່ອຜັນຂະຫຍາຍນະໂຍບາຍ 6 ສ ທີ່ພັກ-ລັດວາງອອກ ແລະ ຫນຶ່ງໃນນັ້ນ ສ ສະອາດ ກໍ່ຢາກໃຫ້ມີປາກົດຜົນເປັນຈິງເພື່ອສ້າງຄວາມສະອາດຈົບງາມຕາມ ບ້ານເຮືອນເພື່ອເອກອ້າງແຂກຕ່າງ ດ້າວທ້າວຕ່າງແດນທີ່ເຂົ້າມາທ່ຽວຊົມມະຫະກຳກີລາວຽງຈັນເກມ ທີ່ຈະໄດ້ຈັດຂຶ້ນໃນມໍ່ໆນີ້.



where is it ? Show the proof, I want to see the pictures 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard