Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ວຽງຈັນຫາກໍ່ມີຖັງຂີ້ເຫຍື້ອ
Anonymous

Date:
ວຽງຈັນຫາກໍ່ມີຖັງຂີ້ເຫຍື້ອ



1_118.jpg

 ໂດຍ: ດ້ວງຄູນກຸນ


  ອົງການບໍລິຫານ ແລະ ພັດທະນາຕົວເມືອງ(ອພບ)ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດຫາຖັງຂີ້ເຫຍື້ອມາຈັດວາງຕາມເທດສະບານ, ຊານເມືອງ ຈົນຕະຫລອດຮອດສວນສາທາລະນະ ເຊິ່ງອາດຈະເປັນສ່ວນຫນຶ່ງ ໃນການຂະຫຍາຍນະໂຍບາຍ 6ສ ແລະ ໃນນັ້ນ ແມ່ນ ສ ສະອາດ ໃຫ້ປາກົດຜົນເປັນຈິງໂດຍໄວ.

 ຕໍ່ກັບເລື່ອງດັ່ງກ່າວນັ້ນ ທ່ານ ຄຳຜັນ ປະຊາຊົນບ້ານສີເມືອງ ນະຄອນຫລວງວຽງຈັນ ໃຫ້ທັດສະນະວ່າ: ບັນຫາຂີ້ເຫຍື້ອຜ່ານມາທີ່ ສ້າງຄວາມເປິເປື້ອນຕາມແຄມທາງ ສ່ວນຫນຶ່ງແມ່ນມີຜົນມາຈາກປະຊາຊົນບາງຄົນຖິ້ມຂີ້ເຫຍື້ອຊະຊາຍແລະອີກສ່ວນຫນຶ່ງແມ່ນສືບເນື່ອງ ມາຈາກອຸປະກອນ ຫລື ຖັງເກັບຂີ້ເຫຍື້ອບໍ່ພຽງພໍກັບປະລິມານຂອງເສດຂີ້ເຫຍື້ອໃນແຕ່ລະວັນ ໂດຍສະເພາະແມ່ນເຂດທີ່ມີປະຊາຊົນຢູ່ ຢ່າງຫນາແຫນ້ນເປັນຕົ້ນວ່າ: ທ້ອງຕະຫລາດສວນສາທາລະນະ ແລະ ສະຖານທີ່ອື່ນໆ ປະຈຸບັນນີ້ ໄດ້ມີຖັງຂີ້ເຫຍື້ອຢັງຢາຍຕາມແຄມ ທາງນັ້ນຕ້ອງຂໍຊົມເຊີຍນຳພາກສ່ວນທີ່ກ່ຽວ ຂ້ອງອັນຈະເປັນບາດກ້າວຫນຶ່ງທີ່ຈະຊ່ວຍໃຫ້ນະຄອນຫລວງວຽງຈັນ ເຕັມໄປດ້ວຍຄວາມສະ ອາດ ແລະ ຈະເປັນຫນ້າຕາອັນໃຫມ່ໃນຕົວເມືອງ.

   ພ້ອມນັ້ນ ທ້າວ ຫັດສະດີ ນັກສຶກສາຄະນະນິຕິສາດ-ລັດຖະສາດມະຫາວິທະຍາໄລແຫ່ງຊາດ ໄດ້ເວົ້າວ່າ: ຕາມຄວາມຄິດຂອງຕົນ ເອງແລ້ວເຫັນວ່າເປັນເລື່ອງດີເລີດຫລາຍ ເພາະວັນສຳຄັນຕ່າງໆທາງປະຫວັດສາດຂອງຊາດລາວເຮົາ ກໍ່ຫຍັບຈໍ້ເຂົ້າມາຢູ່ເລື້ອຍໆ ແລະ ຫວັງວ່າ ປະຊາຊົນລາວເຮົາທົ່ວສັງຄົມຈະໃຫ້ການຮ່ວມມື ເປັນເຈົ້າການເກັບມ້ຽນຂີ້ເຫຍື້ອໃສ່ຖັງໃຫ້ມີຄວາມເປັນລະບຽບຮຽບຮ້ອຍສະອາດ ຈົບງາມ ແລະ ຢາກຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງຊ່ວຍກັນເບິ່ງແຍງຮັກສາຖັງເກັບຂີ້ເຫຍື້ອດັ່ງກ່າວໃຫ້ຄົງຢູ່ສະສະພາບທີ່ດີ ເພື່ອຫລີກ ເວັ້ນຄວາມເສຍຫາຍເພາະຖັງຂີ້ເຫຍື້ອເຫລົ່ານີ້ ຄືສົມບັດລວມຂອງສັງຄົມ ດັ່ງນັ້ນ ທຸກຄົນຈົ່ງຮ່ວມກັນປົກປັກຮັກສາໄວ້ໃຫ້ດີ.


ecom


__________________
Anonymous

Date:

ຊົມເຊີຍ

__________________
Anonymous

Date:

ຂໍຊົມເຊີຍ

ແລ້ວຊີເກມກະໃຫ້ມັນເປັນຄືເກົ່າເດີ່!!ບໍ່ແມ່ນຊິເຮັດຄືກອງປະຊຸມອາຊຽນເດີ່  ເສຍຂີ້ເຫຍື້ອຖົມຂີ້ແມວ   ຂ້ອຍບໍ່ມັກ

__________________


Veteran Member

Status: Offline
Posts: 56
Date:

ຂີ້ເຫຍື້ອຕ້ອງເກັບມ້ຽນແລະເອົາໄປຖິ້ມ ໄປຈູດໄປເຜົາທຸກມື້ ເພື່ອປ້ອງກັນບໍ່ໃຫ້ເຊື້ອໂຣຄແຜ່ຜາຍ

-- Edited by Lao Tae on Tuesday 13th of October 2009 05:19:54 AM

__________________
Anonymous

Date:

ມັນຄືມາຖັງນ້ອຍແທ້ລະ ຢູ່ຕ່າງປະເທດ ເຂົາໃຊ້ກັນ ຖັງບັກໃຫຍ່
ຖ້າເປັນຖັງແບບນີ້ ບ້ານດຽວ ຂີ້ເຫຍື້ອກໍ່ເຕັມຖັງແລ້ວ

ເບິ່ງຕົວຢ່າງຖັງເກັບຂີ້ເຫຍື້ອຢູ່ຢູໂຮບກັນ ເຂົ້າໃຊ້ຖັງກັນແບບນີ້



__________________
Anonymous

Date:

ປະເທດລາວເປັນປະເທດນ້ອຍ ກະຕ້ອງໃຊ້ຖັງນ້ອຍໆໄປກ່ອນ. ລະວັງແຕ່ພວກມືດີຊິລັກເອົາໄປຂາຍແລກ ຂໝົມໄຂ່ຂີ້ຈ້ຽມເດີ

__________________
Anonymous

Date:

Why is they put a HUGE garbage dumpster on the side walk?
This is so IMPRACTICAL.disbeliefdisbeliefdisbelief

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard