Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຈົ່ມ ສະໜາມກິລາໃຫມ່ແດ່
Anonymous

Date:
ຂໍຈົ່ມ ສະໜາມກິລາໃຫມ່ແດ່


ຍັງມີອີກຫຼາຍຈຸດ ທີ່ຢາກຈົມໃຫ້ກັບສະໜາມກິລາຊີເກມແຫ່ງໃໝ່

ຈົມເພື່ອໃຫ້ມີການແກ້ໄຂເດີ ບໍ່ແມ່ນຈົມລ້າໆ
1. ມີຫຼາຍຄົນຊື້ເບຍເຂົ້າໄປກິນໃນສະໜາມ ແລ້ວໂຍນກະປ໋ອງເບຍ
ລົງໄປສະໜາມ ເຫດນີ້ ເກດຂຶ້ນໃນການທົດສອບສະໜາມແຂ່ງຂັນ ເຕະບານ ເມື່ອວັນອັງຄານທີ່ຜ່ານມາ ອາຍເພິ່ນອີ່ຫຼີ່
ວິທີແກ້ ຄວນບໍ່ອະນຸຍາດໃຫ້ຄົນນໍາເຄື່ອງດື່ມມື່ນເມົາເຂົ້າໄປ


2. ຄົນມາຖ້າເບິ່ງເຕະບານ ຕັ້ງແຕ່ສີ່ໂມງແລງ ພັດປະກົດວ່າ ບໍ່ມີ ຮ້ານຄ້າ ຮ້ານເຄື່ອງດື່ມຫຍັງໝົດ ທີ່ຈະສາມາດຊື້ນໍ້າມາກິນມາດື່ມ ໄດ້ ອາຍເພິ່ນອີ່ຫຼີ່

ວິທີແກ້ ຄວນມີຮ້ານຂາຍເຄື່ອງດື່ມ ແລະສະແນ໋ກໃນບໍລິເວນ ສະໝາມ

3. ຫ້ອງນໍ້າບໍ່ພຽງພໍ ຄົນຖ້າເຂົ້າຫ້ອງນໍ້າປານຝູງມົດ ແຖມຢູ່ດີໆ ນໍ້າພັດບໍ່ມາ ອາຍເພິ່ນອີ່ຫຼີ່

ວິທີແກ້ ຄວນຕິດຕັ້ງຫ້ອງນໍ້າເຄື່ອນທີ່ ໄວ້ຕາມຈຸດຕ່າງໆ

4. ປ້າຍເຄື່ອງດັບເພີງ ເປັນພາສາຈີນລ້ວນໆ ແລ້ວຊິໃຫ້ແຕ່ ຄົນຈີນອ່ານຫວາ ອາຍເພິ່ນອີ່ຫຼີ່

ວິທີແກ້  ປ່ຽນເປັນພາສາລາວ ອັງກິດ

5. ລົດຕິດຫຼັງຈາກງານເລີກ
ວິທີແກ້ ຮ່ວມມືກັບບໍລິສັດລົດເມ ເພື່ອຂົນສົ່ງຄົນເຂົ້າເມືອງ



__________________
Anonymous

Date:

ເຫັນດີກັບທຸກຂໍ້

__________________
Anonymous

Date:

ຂ້າພະເຈົ້າເຫັນດີນຳຄຳຈົ່ມຂອງທ່ານ.  ຕາມທີ່ເຄີຍເຂົ້າສະໜາມຫລາຍບອ່ນ ຫລາຍປະເພດ ຂ້າພະເຈົ້າບໍ່ເຫັນສະໜາມກິລາໃດ໋ອະນຸຍາດໃຫ້ຜູ່ຊົມນຳເອົາເຄື່ອງດື່ມມືນເມົາເຂົ້າໄປກິນໃນສະໜາມ, ເບັຍເພິ່ນກໍ່ບໍ່ຂາຍເປັນແກ້ວ ເພິ່ນຈະຫຍິ້ນໃສ່ຈອກຢາງມາໃຫ້. ເບັຍທີ່ຂາຍໃນສະໜາມແພງກວ່າຂາຍຢູ່ຂ້າງນອກເກືອບສາມເທົ່າ.

__________________
Anonymous

Date:

I would like to thank you this Anonymous who pointing out this concerned.

This has been a long term problem that need to be address and well educated for Loa

people in every locations and signs for NO LITTERING and garbage can should be

available in my ares as possible and lastly FINE! anyone caught littering, if can't pay

for the  FINE then have that person do community work by picking up garbage for a

a wk 5 hrs per day for first time offender. Second time will be in jail for 6 moths. Let

see maybe this could make the difference.


__________________
Anonymous

Date:

ຜູ່ທີ່ຕອ້ງໂທດເພິ່ນເອີ້ນຈຳເລີຍ ( defender ), ໂຈດ ແມ່ນ offender.



__________________
Anonymous

Date:

Anonymous wrote:

 

ຜູ່ທີ່ຕອ້ງໂທດເພິ່ນເອີ້ນຈຳເລີຍ ( defender ), ໂຈດ ແມ່ນ offender.

 



I meant first time offend.

OFFEND= one who breaks/ violates laws

DEFENDER= a fighter who holds out against attack

I hope this help exsplain the differences between the 2 word for you.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard