Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂີ້ໂມ້ອີກແລ້ວ
Anonymous

Date:
ຂີ້ໂມ້ອີກແລ້ວ

ປີ 2010 ລາວຈະເພີ້ມພື້ນທີ່ສີຂຽວໃຫ້ໄດ້ 53%
4_54.jpg

 ຂ່າວ: ພະນອມໄພ

   ພັກ-ລັດຖະບານ ສປປ ລາວ ເບິ່ງເຫັນຄວາມສຳຄັນໃນວຽກງານຄຸ້ມຄອງປ່າໄມ້ແບບຍືນຍົງ ເຊິ່ງໄດ້ວາງເປົ້າຫມາຍຮອດປີ 2010 ຕ້ອງເພີ່ມພື້ນທີ່ປ່າສີຂຽວ ຫລື ເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 53% ຂອງເນື້ອ ທີ່ທັງຫມົດໃນທົ່ວປະເທດ ໂດຍເອົາໃຈໃສ່ວຽກງານຟື້ນ ຟູປ່າໄມ້ທີ່ຢູ່ໃນສະພາບຊຸດໂຊມ ແລະ ການປູກໄມ້ໃຫ້ເປັນປ່າເປັນວຽກງານຕົ້ນຕໍ.

   ທ່ານ ສີຕາເຮັ່ງ ຣາຊະພົນ ລັດຖະມົນຕີວ່າການກະຊວງກະສີກຳ ແລະ ປ່າໄມ້ໄດ້ກ່າວໃນໂອກາດຂຶ້ນກ່າວເປີດກອງປະຊຸມວຽກງານ ຄຸ້ມຄອງ ແລະກວດກາປ່າໄມ້ທົ່ວປະເທດທີ່ຈັດຂຶ້ນໃນຕອນເຊົ້າຂອງມື້ວານນີ້ວ່າ: ສຳລັບການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫລຸບ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ VI (20062010) ກໍ່ຄືແຜນການພັດທະນາວຽກງານກະສີກຳ ແລະປ່າໄມ້ຕາມ 4 ເປົ້າຫມາຍ 13 ມາດຕາການໃຫ້ປະສົບຜົນສຳເລັດ ແລະ ຄວາມເປັນຈິງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຄາດຫມາຍສູ້ຊົນໃນວຽກງານປ່າໄມ້ຮອດປີ 2010 ຕ້ອງຫັນໄປສູ່ການຄຸ້ມ ຄອງປ່າໄມ້ໃຫ້ຍືນຍົງ ເຊິ່ງຮັກສາຄວາມດຸນດ່ຽງລະຫວ່າງການຂຸດຄົ້ນນຳໃຊ້ ແລະ ການປົກປັກຮັກສາ ແລະ ເພີ່ມຄວາມປົກຫຸ້ມຂອງພື້ນ ທີ່ປ່າໄມ້ຂຶ້ນໃຫ້ໄດ້ 53% ໂດຍເອົາໃຈໃສ່ຟື້ນຟູປ່າໄມ້ທີ່ຢູ່ໃນສະພາບຊຸດໂຊມໃຫ້ໄດ້ 2.550.000 ເຮັກຕາແລະປູກໄມ້ໃຫ້ໄດ້ 150.000 ເຮັກຕາເຊິ່ງເລັງໃສ່ເປົ້າຫມາຍການຄຸ້ມຄອງປ່າໄມ້ແບບຍືນນານດ້ວຍການຫັນວຽກງານຄຸ້ມຄອງໃຫ້ມີລັກສະນະຮອບດ້ານ, ຄົບຊຸດ ແລະ ເປັນເອກະພາບໃຫ້ໄປຕາມ 3 ປະເພດປ່າໄມ້ເຊັ່ນ: ປ່າປ້ອງກັນ, ປ່າສະຫງວນແລະປ່າຜະລິດ ໂດຍສ້າງນິຕິກຳ ແລະ ບົດແນະນຳທາງ ດ້ານເຕັກນິກເພື່ອເປັນເຄື່ອງມືໃນການຄຸ້ມຄອງມະຫາພາກ ແລະ ຈຸລະພາກ ເພື່ອສ້າງຄວາມສາມາດໃຫ້ຂະແຫນງການປ່າໄມ້ທ້ອງຖິ່ນ ຈັດຕັ້ງປະຕິບັດຕົວຈິງນຳອີກ.

  ກອງປະຊຸມໄດ້ຈັດຂຶ້ນທີ່ສະໂມສອນຂອງກະຊວງກະສີກຳ ແລະ ປ່າໄມ້ນະຄອນຫລວງວຽງຈັນ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສີຕາເຮັ່ງ ຣາຊະພົນ ລັດຖະມົນຕີວ່າການກະຊວງກະສີກຳ ແລະ ປ່າໄມ້ ພ້ອມດ້ວຍລັດຖະມົນຕີຊ່ວຍວ່າການ, ຫົວຫນ້າກົມ, ສະຖາບັນຕາງຫນ້າພະແນກກະສີກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫລວງໃນທົ່ວປະເທດເຂົ້າຮ່ວມ ຈຳນວນ 100 ກວ່າທ່ານ.

ecom

__________________
Anonymous

Date:

ລັດທະບານລາວເວົ້າມາຕະຫລອດກ່ຽວກັບເລື້ອງນີ້ ແຕ່ຄວາມເປັນຈິງແລ້ວຢາກຖາມວ່າໃຜເປັນຜູ້ຕັດໄມ້ທຳລາຍປ່າໃນ
ປະເທດລາວແຕ່ເຫນືອຕະຫລອດໃຕ້  ຄັນບໍ່ແມ່ນພັກແລະລັດທະບານລາວ ຫລືຂາລາດສະການ ຕັດຂາຍໃຫ້ຕ່າງ
ປະເທດ ເງີນກະເອົາເຂົ້າປະເປົາ ເອົາໄປລ້ຽງລູກລ້ຽງເມຍ  ໃຫ້ເມຍນ້ອຍແດ່  ປະຊາຊົນກະມີແຕ່ຕັດເຮັດໄຮ່ເດັກໆ ນ້ອຍໆ  ແຕ່ຄົນທີ່ປູກປ່ານັ້ນແມ່ນປະຊາຊົນ ຫລືເຍົາວະຊົນຜູ້ທີ່ບໍ່ໄດ້ຜົນປະໂຍດຫຍັງ  ຖ້າຈະເວົ້າແລ້ວປະຊາຊົນລາວ
ເຫມືອນກັບມົດເຝົ້າຫມາກຫມ່ວງ  ມີແຕ່ເຈົ້າແຕ່ນາຍເອົາໄປແດກຫມົດ

__________________
Anonymous

Date:

ປະຊາຊົນຈະຕັດໄມ້ມາສ້າງບ້ານໃຫ້ລູກເຕົ້າຢູ່ຕອ້ງໄດ້ຂໍອະນຸຍາດ ລັດຕັດເປັນລົດກໍ່ບໍ່ເປັນຫຍັງ. ຍຸຕິທຳດີບໍ່ລະ?

__________________

Veteran Member

Status: Offline
Posts: 56
Date:

ປາກບໍ່ໄດ້ ໄອບໍ່ດັງ ແລ້ວແຕ່ເພິ່ນຊິເຮັດ

__________________
Anonymous

Date:

ເພິ່ນບໍ່ໃດ້ໂມ້ດອກ ພວກເຈົ້າກະດາຍ ພຽງແຕ່ເຮົາຕີຄວາມໝາຍຂອງເພິ່ນບໍ່ອອກ ເທົ່ານັ້ນ ທີ່ເພິ່ນວ່າ ເພີ່ມພື້ນທີ່ສີຂຽວນັ້ນແມ່ນໝາຍເຖິງເພິ່ນສິຕັດຕື່ມອີກ ຫຼັງຈາກຕັດແລ້ວ 4-5 ປີ ພື້ນທີ່ດັ່ງກ່າວ ກໍຈະມີ ແຕ່ພວກຫ້ຽາຄາ ຫ້ຽາເພີນ ເກີດມາແທນຂຽວສະອຸ່ມຈົນສຸດສາຍຕາ.

__________________
Anonymous

Date:

ເຂົາບໍ່ພຽງແຕ່ຕັດໄມ້ຂາຍ  ຂາຍທັງຊາດທັງແຜ່ນດີນ  ປະເທດລາວໃກ້ຈະເປັນຂອງຈີນມົດແລ້ວ

__________________
Anonymous

Date:

Anonymous wrote:

ເພິ່ນບໍ່ໃດ້ໂມ້ດອກ ພວກເຈົ້າກະດາຍ ພຽງແຕ່ເຮົາຕີຄວາມໝາຍຂອງເພິ່ນບໍ່ອອກ ເທົ່ານັ້ນ ທີ່ເພິ່ນວ່າ ເພີ່ມພື້ນທີ່ສີຂຽວນັ້ນແມ່ນໝາຍເຖິງເພິ່ນສິຕັດຕື່ມອີກ ຫຼັງຈາກຕັດແລ້ວ 4-5 ປີ ພື້ນທີ່ດັ່ງກ່າວ ກໍຈະມີ ແຕ່ພວກຫ້ຽາຄາ ຫ້ຽາເພີນ ເກີດມາແທນຂຽວສະອຸ່ມຈົນສຸດສາຍຕາ.

 ຂອ້ຍຄິດວ່າເພິ່ນຕັດໄມ້ທີ່ມີລາຄາແພງອອກແລ້ວ ເພິ່ນຈະເອົາຕົ້ນວິກ ຕົ້ນຢາງມາປູກແທນ.

ຢ້່ານແມ່ນຄວາມເຈົ້າຢູ່ເດີ, ຕັດໄມ້ລາຄາແພງຂາຍໝົດແລ້ວ ປູກຕົ້ນວິກໃສ່ 3ປີມັນກະໃຫ່ຽແລ້ວ ຂຽວອຸ່ມທຸ່ມ.

__________________
Anonymous

Date:

ໝວດເຈົ້າບໍ່ຮູ້ຫຍັງ
ຕົ້ນວິກ ຕົ້ນຢາງ ແມ່ນຕົ້ນໄມ້ຫາຍຍະນະ
ເພາະ ຖ້າປູກຕົ້ນນີ້ແລ້ວ ຈະເຮັດໃຫ້ດິນ ຂາດຄວາມອຸດົມສົມບູນ
ຕົ້ນໄມ້ອື່ນບໍ່ສາມາດເກີດຂຶ້ນໄດ້ ຄ່າຄວາມເປັນກກົດດ່າງຂອງດິນ ຈະສູງຂຶ້ນ
ສັດສາວາສິ່ງ ຈະບໍ່ສາມາດດໍາລົງຊີວິດໄດ້
ດິນຈະບໍ່ສາມາດດູດຊັບນໍ້າໄດ້ ແລະເຣັດໃຫ້ແຮ່ທາດທີ່ອຸດົມສົມບູນຕ່າງໆ ໄຫຼໄປບ່ອນອື່ນ
ສິ່ງທີ່ຕາມມາ ກໍ່ຄື ຈະເຮັດໃຫ້ເກີດອຸທົກກະໄພ ແລະນໍ້າໄຫຼຫຼາກໄດ້ງ່າຍຂຶ້ນ

ເຊື່ອຂ້ອຍ ຂ້ອຍຮຽນກ່ຽວກັບສິ່ງແວດລ້ອມ no

ຖ້າເປັນຜົນຮ້າຍແຮງແບບເຈົ້າເວົ້າ ເປັນຫຍັງລັດຖະບານຈຶ່ງໃຫ້ສຳປະທານໃຫ້ຕ່າງຊາດປູກ?

ເວລາຍາມເພີ່ນຕັດໄມ້ ບໍ່ຈັກຄົນລາວ ແລະຕ່າງປະເທດ ໃຜຕັດໃດ້ຕັດເອົາ ຕັ້ງກົດໝາຍຂື້ນມາ ກໍ່ໃຫ້ແຕ່ປະຊາຊົນເປັນຜູ້ນັບຖື  ຜູ້ມີອຳນາດ ກະບໍ່ສົນໃຈເລືອງກົດໝາຍ ປະຊາຊົນ ຢູ່ເຮືອນໄມ້ ຊິຫັກແລ້ວ ກະບໍ່ມີສິດ ຕັດໄມ້ມາແປງ ບາດເຈົ້ານາຍເພິ່ນຢູ່ພະລາດຊະວັງຫລັງບັກໃຫຍ່
ລອງຄິດເບີ່ງແດ່ດູ!!!!!

__________________
Anonymous

Date:

ປະເທດລາວດຽວນີ້ປ່າໄມ້ຊິບໍ່ເຫຼືອແລ້ວ
ພູທີ່ເຄີຍຂຽວເຕັມໄປດ້ວຍປ່າໄມ້ກະເປັນພູໂລ້ນໝົດແລ້ວ
ຄັນວ່າແມ່ນ້ຳກໃດໃຫ່ຍໆແດ່ເກະມາສ້າງເຂື່ອນລັດໄວເຮັດໃຫ້ມັນຂາດຄວາມສົມບູນແລະເກີດຜົນກະທົບຫຼາຍຢ່າງຕໍ່ສິ່ງແວດລ້ອມ
ລະອັນທີ່ວ່າປູກຕົ້ນໄມ້ທົດແທນຫັ້ນປູກຕົ້ນໄມ້ບໍ່ເປັນຕາຊິແຕກ

__________________
Anonymous

Date:

ປາກບໍ່ໄດ້ ໄອບໍ່ດັງຄືທ່ານວ່າ,  ຂໍແດ່ທ້ອນ ທ່ານອາດຍາເອີ່ຍ!!! ຂໍກິ່່ງໄມ້ທ່ານຕັດເອົາໄວ້ໃຫ້ອີ່ແມ່ຂ້ອຍຜູ້ຢູ່ບ້ານນອກໃຫ້ເພິ່ນໄດ້ມີຟືນດັງໄຟແດ່.   ອັນກົກໃຫຍ່ລຳງາມກະຊິເອົາໄວ້ໃຫ້ທ່ານເຈົ້ານາຍຫັ້ນແຫຼະ!! ໃຫ້ທ່ານກັບບັນດາຫົວໜ້າບໍລິສັດທີ່ລູບແຄ່ງ ເລຍຂາທ່ານຫັ້ນແຫຼະ   ແຕ່ທ່ານກະຢ່າຍາດກັນຈົນອອກໜ້າອອກຕ່ເດີ!!!!    ປະຊາຊົນເປັນຄົນຂອງປະຊາຊົນ   ຕຳຫຼວດ ທະຫານ  ເຈົ້າໜ້າທີ່ປ່າໄມ້ ເປັນຄົນຂອງອາຍາທ່ານ!!!!   ອັນຜູ້ໄປຂຽນຂ່າວວ່າປ່າໄມ້ຖືກທຳລາຍຢູ່ໃສກະວ່າເປັນຍ້ອນພໍ່ແມ່ປະຊາຊົນ ຕັດໄມ້ຊະຊາຍ, ຖາງປ່າເຮັດໄຮ່;  ມີຈັກເທື່ອບໍ ວ່າ   ປ່າໄມ້ຖືກທຳລາຍຍ້ອນ ອາດຍາທ່ານນັ້ນ ອາດຍາທ່ານນີ້ເອົາໄປເຮັດເຮັດເຟີນີເຈີ່ ຫຼືເອົາໄປຂາຍຢູ່ຫັ້ນຢູ່ນິ  ມີບໍ...........?     ເປັນຫຍັງມາ ລະຕູ່ໃສ່ຕາຍແຕ່ປະຊາຊົນ.......  ເປັນບໍ..........  ຄັນໄປກວດຢູ່ເຮືອນປະຊາຊົນເປັນໄມ້ເສັ້ນດຽວທໍ່ດິ້ວຖູ່ນິກະຈັບກັນ,  ເປັນຫຍັງຄືບໍໍ່ໄປກວດເບິ່ງເຮືອນອາດຍາທ່ານແລ້ວຈັບໂຕເອງແດ່.......?  no

ໂອ່ຍ  ....  ອິຕົນອີ່ພໍ່ອີ່ແມ່ເດ່    ຟືນຊິດັງລວກຜັກກິນກະບໍ່ມີ   ຕັດບໍ່ໄດ້ ຜູ້ໃຍຫ່ເພິ່ນຫ້າມ!!!

ບາດອາດຍາທ່ານ ປູກຕົ້ນໄມ້ທົດແທນຫັ້ນ ພັດໄປຊື້ເອົາຕົ້ນໄມ້ປະດັບ ມາປູກອ້ອມໜ້າບ້ານຫັ້ນຫວາ? Very goooooood idea

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard