Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວຊິບໍ່ມີວຽກເຮັດແລ້ວ
Anonymous

Date:
ຄົນລາວຊິບໍ່ມີວຽກເຮັດແລ້ວ

ຫນັງສືພິມວຽງຈັນທາມສ໌ແຈ້ງວ່າ ມີແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກຜິດກົດຫມາຍໃນລາວ
ມີຫຼາຍກ່ວາ ສອງແສນກ່ວາຄົນ
ເປັນຈັງຊີ ຄົນລາວກໍ່ບໍ່ມີວຽກເຮັດແນ່ນອນ

ຕາຍຄັກຕາຍຄັກ no

__________________
Anonymous

Date:

ວຽກທີ່ຄົນຕ່າງດ້າວເຮັດຢູ່ດຽວນີ້ ສວ່ນຫລາຍເປັນວຽກທີ່ໃຊ້ແຮງງານເບາະຫລືວຽກທີ່ໃຊ້ມັນສະໝອງ?

__________________
Anonymous

Date:

ຕາມທີ່ເຫັນສ່ວນຫຼາຍແມ່ນວຽກໃຊ້ແຮງງານ ຄົນບ້ານເຮົາຂີ້ຄ້ານມັກງ່າຍ ບໍ່ຄ່ອຍ
ຢາກເຮັດວຽກໜັກແຕ່ຢາກໄດ້ຄ່າແຮງງານຫຼາຍ ແຮງງານຫວຽດ,ຈີນ ເຂົາເຈົ້າດຸໝັ່ນ,ຖືກອີກຕ່າງຫາກ,ເຮັດວຽກ
ກະດີ.(ເວົ້າຕາມທີ່ເຄີຍຈ້າງມາເດີ້).

__________________
Anonymous

Date:

Anonymous wrote:

ຕາມທີ່ເຫັນສ່ວນຫຼາຍແມ່ນວຽກໃຊ້ແຮງງານ ຄົນບ້ານເຮົາຂີ້ຄ້ານມັກງ່າຍ ບໍ່ຄ່ອຍ
ຢາກເຮັດວຽກໜັກແຕ່ຢາກໄດ້ຄ່າແຮງງານຫຼາຍ ແຮງງານຫວຽດ,ຈີນ ເຂົາເຈົ້າດຸໝັ່ນ,ຖືກອີກຕ່າງຫາກ,ເຮັດວຽກ
ກະດີ.(ເວົ້າຕາມທີ່ເຄີຍຈ້າງມາເດີ້).

ແມ່ນຄວາມເຈົ້າແທ້ໆ ຄົນລາວຂີ້ຄ້ານມັກງາ່ຍ  ບໍ່ມີນ້ຳໃຈອົດທົນ  ຫາໄດ້ນື່ງ ກິນສອງ ສົມພໍແລ້ວ ຄົນລາວຈື່ງເປັນຂ້ອຍຄົນຊາດອື່ນຢູ່ສະເມິ
ເວົ້າຕາມທີ່ເຄີຍເຫັນມາເດີ

__________________
Anonymous

Date:

ຄວນສະເໜີກະຊວງແຮງງານແກ້ໄປໂດຍຮີບດວ່ນ.

__________________
dek noy lao

Date:

ຄວນສະເໜີກະຊວງແຮງງານແກ້ໄປໂດຍຮີບດວ່ນ  is these people is the lead lazy

__________________
Anonymous

Date:

To the one's who said LAO PEOPLE LAZY mung kheua bo mee hoa xad ni nhom tea . instead of hiring alien people you should give the job to lao.

Hate selfish people.

ເຈົ້າອາດຈະເຂົ້າໃຈລາວຜິດເນີ ຕາມຂອ້ຍເຂົ້າໃຈລາວເວົ້າໃຫ້ພວກທີ່ເຮັດຢູ່ກະຊວງແຮງງານພຸ້ນນະວ່າເຂົາເຈົ້າບໍ່ເອົາວຽກມາໃຫ້ຄົນລາວເຮັດ.

__________________
Anonymous

Date:

Anonymous wrote:

To the one's who said LAO PEOPLE LAZY mung kheua bo mee hoa xad ni nhom tea . instead of hiring alien people you should give the job to lao.

Hate selfish people.

ຜີເຂົ້າເຈົ້າບໍ່ຫັ້ນ?ສົງໃສກິນປູນແລ້ວຮ້ອນທ້ອງບໍ່, ຖ້າເຈົ້າບໍ່ເຊື່ອຄວາມຂ້ອຍເວົ້າ ລອງເຈົ້າໄປປຸກບ້ານ
ແລ້ວຈ້າງແຮງງານຫວຽດແລະແຮງງານລາວມາປຸກບ້ານໃຫ້ເຈົ້າເບິ່ງແລ້ວເຈົ້າຈະຮູ້ເອງເຖີງຄວາມຕ່າງ.
ແຕ່ເວົ້າແນວນີ້ບໍ່ແມ່ນຂ້ອຍບໍ່ຮັກຊາດຄືດັ່ງເຈົ້າເຂົ້າໃຈແລະເປັນຟືນເປັນໄຟຢູ່ເດີ້ ທີ່ຂ້ອຍເວົ້າເພາະວ່າຢາກ
ໃຫ້ຮູ້ວ່າເປັນຫຍັງແຮງງານລາວເຖິງບໍ່ຖືກຈ້າງ,ມັນມີທີ່ໄປທີ່ມາຂອງມັນໃນໂຕ. ຄ່ຳມາແຕ່ລະມື້ມີແຕ່ຊຸມກິນ
ແຕ່ເຫຼົ້າເຂົ້າຮ້ານເບຍ ສ່ວນຫຼາຍແມ່ນຄົນພວກໃດເຈົ້າວ່າ?(ແຕ່ບໍ່ໄດ້ເວົ້າກວມໝົດທຸກຄົນ) ຄົນທີ່ດຸໝັ່ນ
ທຳມາຫາກິນ ເຮັດວຽກເກັ່ງຢ່າໄປຫອນຊິຢ້ານແຮງງານຕ່າງດ້າວມາຍາດວຽກ ຖ້າເຂົາຍາດວຽກໄປໄດ້ ຕ້ອງ
ສຳຫຼວດເບິ່ງຕົນເອງແລ້ວປັບປຸງດ່ວນ. ວຽກຫັ້ນຢູ່ໃສກະມີໝົດສຳລັບຄົນດຸໝັ່ນ ແຕ່ວຽກຈະບໍ່ມີຊອກເຫັນ
ສຳຫຼັບຄົນຂີ້ຄ້ານມັກສະບາຍ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard