Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລົດຕິດໜັກ ທີ່ສະຫນາມກິລາຊີເກມ
Anonymous

Date:
ລົດຕິດໜັກ ທີ່ສະຫນາມກິລາຊີເກມ

ເບິ່ງເຕະບານລະຫວ່າງ ລາວ ກັບມາເລເຊຍ ແລ້ວ ປະມານ 21.00 ໂມງ ກ່ອນຈະອອກຈາບໍລິເວນສະຫມາມ ຮອດບ້ານ ໃຊ້ເວລາເກືອບ3ຊົ່ວໂມງ
ເພາະລົດຕິດຢ່າງຫນັກ ສາເຫດ ເປັນເພາະມີຖະຫນົນພຽງສາຍດຽວ ຈາກສະໜາມກິລາ ເຖິງຕົວເມືອງ
ຖ້າເປັນແນວນີ້ ຮອດມື້ຊີເກມແທ້ ປະເທດເຮົາຂາຍຫນ້າຂາຍຕາແນ່ນອນ
ທາງເຈົ້າຫນ້າທີ່ຕໍາຫຼວດ ແລະພາກສ່ວນທີ່ກ່ຽວຂ້ອງ ຄວນຫາທາງລະບາຍລົດໃຫ້ໄດ້ໄວກ່ວານີ້
ອ່ານເຮັດທາງທີ່ບໍ່ຈໍາເປັນຕ້ອງປູຢາງ ເພື່ອເຫັນໃຫ້ການລະບາຍດີຂຶ້ນ
ປະຊາຊົນຄວນຫຼີກລ້ຽງການໃຊ້ລົດສ່ວນຕົວໄປທີ່ບໍລິເວນສະໜາມ ຈະເປັນການດີ

ຂອບໃຈ
ຈາກປະຊາຊົນຕາດໍາໆ

__________________
Anonymous

Date:

Anonymous wrote:

ເປັນຄຳເຫັນທີ່ດີຫລາຍ. ຂ້ອຍວ່າທ່ານຄວນຂຽນໄປຫາຫນັງສືພີມຫລືວາລະສານເພື່ອໃຫ້ເອົານຳໄປເຜີຍແຜ່. ທາງແກ້ຫນຶ່ງກໍ່ຄືວ່າ ອາດຈັດໃຫ້ມີລົດເມຮັບ-ສົ່ງຜູ້ຊົມ ເພື່ອລຸດຜ່ອນການໃຊ້ລົດສ່ວນຕົວ.

ຫວັງຢ່າງຍິ່ງວ່າ ພາກສ່ວນທີ່ກ່ຽວຂ້ອງຈະກຽມການຮັບມືກັບບັນຫານີ້.

__________________
Secret girl

Date:

Laos and Malaysia football finish??? who is win nor?

__________________
Anonymous

Date:

Secret girl wrote:

Laos and Malaysia football finish??? who is win nor?

 ຄືມາຕົກຂ່າວແທ້ນໍ ລາວຊະນະໄປແລ້ວ biggrin

__________________
Anonymous

Date:

ລົດທຽວຫຼາຍປານນີ້​ດິນຂ້ອຍຊິເປັນລາຄາ ບໍ່ນີ້? biggrinbiggrinbiggrinbiggrinbiggrin

__________________
ລາວນອກ

Date:

ລາວກັບມາເລສະເຫມີກັນຫນື່ງຕໍ່ຫນື່ງ ແຕ່ລາວໄດ້ເເຊມເພາະເສຍປະຕູນ້ອຍກົ່ວທຶມອື່ນ

__________________
Anonymous

Date:

ໝູ່ຂ້ອຍໄປເບິ່ງມັນກະວ່າລົດຕິດໂຄດໆໆໆໆໆໆເລີຍ

__________________
Anonymous

Date:

Anonymous wrote:

ໝູ່ຂ້ອຍໄປເບິ່ງມັນກະວ່າລົດຕິດໂຄດໆໆໆໆໆໆເລີຍ

ພວກເຈົ້າກະຢ່າຊອກເລື້ອງມາຕົວະກັນຫຼາຍ ມັນສິມີລົດຕິດ ຢູ່ໃສ ຂ້ອຍຄືບໍ່ເຫັນລົດຈັກຄັນເລີຍ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard