Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເມົາເຫຼົ້າມີດີຫຼາຍຢ່າງ 555
Anonymous

Date:
ເມົາເຫຼົ້າມີດີຫຼາຍຢ່າງ 555


ຄວາມເມົາພາໃຫ້-ສະຫລາດ
ຜູ້ດື່ມຈະຮອບຮູ້ໄປຫມົດທຸກສິ່ງທຸກຢ່າງໃນຈັກກະວານ ແລະ ມັກເພື່ອແຜ່ຄວາມຮູ້ໃຫ້ຄົນຮອບຂ້າງ
ບໍ່ວ່າຈະມີການສົນທະນາກັນເລື້ອງໃດ ກໍ່ຮູ້ດີໄປຫມົດ ສ່ວນຜູ້ອື່ນເວົ້າ ແມ່ນບໍ່ຖືກ – ນຳໄປສູ່ການໂຕ້ວາທີໃນວົງເຫລົ້າ

ຄວາມເມົາພາໃຫ້-ຫນ້າຕາດີ
ເມື່ອດື່ມໄປຮອດລະດັບທີ2 ຈະຮູ້ສຶກໄດ້ວ່າ ຫນ້າຕາເຮົາດີຂຶ້ນ ເບິ່ງເຫັນວ່າຕົວຕົວເອງດີໄປຫົມດ ທຸກຄົນຈະຫັນມາສົນໃຈ, ຕອນນີ້ເຮົາສາມາດຍ່າງໄປລົມໃຜກໍ່ໄດ້ ດ້ວຍຄວາມຫມັ້ນໃຈ ເພາະວ່າ ເຮົາມີທັງຄວາມສະຫລາດ ແລະ ຫນ້າຕາດີ.

ຄວາມເມົາພາໃຫ້-ລວຍ
ເມື່ອດື່ມໄປຮອດລະດັບທີ3 ເຮົາຈະຮູ້ສຶກວ່າ ເຮົາມີເງິນຢ່າງມະຫາສານ ຈົນສາມາດລ້ຽງເຫລົ້າຫມົດທຸກຄົນໄດ້ ແຖມຍັງສາມາດໂທຫມູ່ເອີ້ນມາຊ່ວຍກັນດື່ມກິນອີກ
ຕອນນີ້ ເຮົາມີທັງຄວາມສະຫລາດ, ຫນ້າຕາດີ ແລະ ມີເງິນ ສາມາດພະນັນເງິນກັບໃຜກໍ່ໄດ້

ຄວາມເມົາພາໃຫ້-ຄົງກະພັນ ຍິງຟັນແທງບໍ່ເຂົ້າ
ເມື່ອດື່ມໄປຮອດລະດັບທີ4 ເຮົາຈະມີວິຊາອາຄົມ ພ້ອມທີ່ຈະຊົກຕ່ອຍກັບໃຜກໍ່ໄດ້ ບໍ່ມີໃຜເຮັດຫຍັງເຮົາໄດ້ເລີຍ
ສາມາດທ້າຕີກັບໃຜກໍ່ໄດ້ ບໍ່ມີຄວາມຢ້ານກົວຫຍັງ ເພາະເຮົາ ມີທັງຄວາມສະຫລາດ, ຫນ້າຕາດີ, ມີເງິນ ແລະ ມີຄວາມເກັ່ງປານນັກມວຍມືອາຊີບ

ຄວາມເມົາພາໃຫ້-ຫາຍຕົວໄດ້
ລະດັບນີ້ແມ່ນສຸດຍອດແລ້ວ ສາມາດຫາຍຕົວໄດ້ ເຮັດຫຍັງກໍ່ໄດ້ໂດຍບໍ່ມີໃຜເຫັນ
ຈະໄປເຕັ້ນເທິງໂຕະ ຫລື ແຫກປາກຮ້ອງເພງກາງທາງ ໄລ່ຕີຫົວຄົນອື່ນ ກໍ່ເຮັດໄດ້ ຍ້ອນວ່າບໍ່ມີໃຜເຫັນເຮົາ



__________________
Anonymous

Date:

555555555555555555555 ເວົ້າຖືກອີ່ຫລີເດີ 55555555555555555

__________________
Anonymous

Date:

ຂ່ໍຊົມເຊີຍຜູ້ຂຽນຂຽນໄດ້ດີທີ່ສຸດດດດດເລີຍ...ມີປັນຍາດີ...ຂ້າພະຈົ້າເຫັນດີນຳຫລາຍໆໆໆ...ເດີ,,,,,,,,




__________________
Anonymous

Date:

Anonymous wrote:

ຂ່ໍຊົມເຊີຍຜູ້ຂຽນຂຽນໄດ້ດີທີ່ສຸດດດດດເລີຍ...ມີປັນຍາດີ...ຂ້າພະຈົ້າເຫັນດີນຳຫລາຍໆໆໆ...ເດີ,,,,,,,,




ເວົ້າໄດ້ດີຫລາຍnoແຕ່ເຮັດນຳບໍ່ໄດ້ດອກດື່ມເ ຫລົ້ານຳບໍ່ໄດັ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard