Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພາກໃຕ້ລາວ ຖ້ວມແລ້ວ
Anonymous

Date:
ພາກໃຕ້ລາວ ຖ້ວມແລ້ວ

พายุกิสนาส่งผลน้ำท่วมตอนใต้ของลาว

 ฮานอย 30 ก.ย. - เกิดน้ำท่วมสูง 1 เมตร ในพื้นที่ตอนใต้ของลาวในวันนี้ ขณะที่พายุโซนร้อนกิสนาพัดกระหน่ำเอเชียตะวันออกเฉียงใต้ ส่งผลให้เกิดความสูญเสียต่อชีวิตและทรัพย์สิน

แต่ในลาวไม่มีรายงานการเสียชีวิตจากอิทธิพลของพายุกิสนา นอกจากมีรายงานน้ำท่วมสูง 60 ซม. ถึง 1 เมตร ในเมืองสาละวัน และหมู่บ้านริมฝั่งแม่น้ำเซกอง แหล่งข่าวสหประชาชาติรายงานว่า ในแขวงเซกอง มีรายงานหมู่บ้าน 2 แห่ง จมอยู่ใต้กระแสน้ำ นอกจากนี้ยังมีรายงานน้ำท่วมในแขวงอัตตะปือ ทางตอนใต้สุดของประเทศ

ทางการลาวได้ร้องขอให้สหประชาชาติจัดพาหนะช่วยเหลือในการอพยพผู้ประสบภัย ซึ่งยังไม่ทราบแน่ชัดว่ามีประชาชนจำนวนเท่าใดกำลังต้องการความช่วยเหลือ แต่โฆษกรัฐบาลลาวรายงานว่า ยังไม่มีรายงานผู้เสียชีวิตในลาวแต่อย่างใด. -สำนักข่าวไทย

__________________
Anonymous

Date:

ຢ່າວ່າຊັ້ນຖອ້ນຂ້ານອ້ຍ! ພາກກາງແລະພາກໃຕ້ເປັນອູ່ເຂົ້າອູ່ນ້ຳຂອງບ້ານເຮົາ, ຍາມນີ້ກໍ່ເປັນຣະດູເກັບກ່ຽວ ຖ້າມາຖວ້ມຈັ່ງຊີ້ພີ່ນອ້ງເຮົາຈະກິນຫຍັງເນາະ?

__________________
lao boy

Date:

ລັດທະບານລາວຕຶ່ນແລ້ວບໍນໍ  ຄຶມາຊ້າແທ້ຊ່ວຍເຫລືອປະຊາຊົນນະ ຫຼືວ່າຍັງມົວແຕ່ດຶ່ມເຫລ້າກອດເມຍນ້ອຍຢູ່ໃສນໍ ລັດທະບານລາວ  ທາງການລາວມີແຜນຊ່ວຍເຫຼືອປະຊາຊົນຜູ້ປະສົບໄພຈັງໃດນໍ  ເບິ່ງແດ່ເດີ ເຂົ້າສານອາຫານແຫ່ງ ທີ່ຕ່າງຊາດຈະນຳມາຊ່ວຍປະຊາຊົນ  ສົ່ງໃຫ້ເຖີງມືປະຊາຊົນຜູ້ປະສົບໄພແດ່ເດີ ລັດທະບານລາວ  ຢ່າຟ້າວໃຫ້ລູກໃຫ້ເມຍ ຍາດພີ່ນ້ອງຂອງທ່ານທີ່ບໍ່ໄດ້ປະສົບໄພເອົາໄປແດກກ່ອນຫຼືເອົາໄປຂາຍກຶນກຳໄລເດີ 
ປະເທດລາວທີ່ຜ່ານມາເຄີຍ ຖ້າລັດທະບານລາວຍັງມີຈິດສຳນືກຄວາມເປັນຄົນ ມີຄວາມລະອາຍແກ່ໃຈຄິດວ່າຄົງຈະຊ່ວຍພີ່ນ້ອງຊາວລາວຜູ້ຖືກເຄາະຮ້າຍນໍ

__________________
Anonymous

Date:

1_116.jpg

 ຂ່າວ: ປ໋ອງ

   ເລີ່ມແຕ່ເຊົ້າມືດຂອງມື້ວານນີ້ ພະຍຸລະດູຮ້ອນເກດສະຫນາ (Ketsana tropical storm) ໄດ້ເລີ່ມພັດເຂົ້າສອງແຂວງພາກໃຕ້ຂອງ ລາວແລ້ວເຮັດໃຫ້ໂທລະຄົມ, ໄຟຟ້າ, ເສັ້ນທາງຖືກຕັດຂາດປະຊາຊົນຫລາຍສິບບ້ານໄດ້ຮັບຜົນກະທົບ; ຂະນະທີ່ມື້ນີ້ພະຍຸດັ່ງກ່າວຍັງສືບ ຕໍ່ແຜງລິດ ພາກສ່ວນທີ່ກ່ຽວຂ້ອງເຕືອນໃຫ້ລະວັງ.

   ແຫລ່ງຂ່າວທ້ອງຖິ່ນຈາກແຂວງເຊກອງໄດ້ລາຍງານໃນເບື້ອງຕົ້ນວ່າ: ບ້ານປາກປູນແລະບ້ານດອນຈັນເມືອງລະມາມ ແຂວງເຊກອງ ຖືກນ້ຳຖ້ວມກະທັນຫັນເຮັດໃຫ້ປະຊາຊົນຫລາຍຮ້ອຍຄົນໄດ້ຮັບຜົນກະທົບ, ຖະຫນົນເລກທີ 16, ຂົວຫລາຍແຫ່ງ, ລະບົບໂທລະຄົມແລະ ໄຟຟ້າຖືກຕັດຂາດແລ້ວ; ຂະນະທີ່ແຂວງສາລະວັນນ້ຳໄດ້ໄຫລເຂົ້າຖ້ວມເນື້ອທີ່ນາຂອງປະຊາຊົນແລ້ວຫລາຍຮ້ອຍເຮັກຕາ, ສ່ວນທີ່ເມືອງ ວາປີ ແລະ ເມືອງຄົງເຊໂດນ ແຂວງສາລະວັນ ແລະ ແຂວງອັດຕະປື ກໍ່ມີລາຍງານນ້ຳຖ້ວມເຊັ່ນກັນ ແຕ່ຍັງບໍ່ມີລາຍງານຜູ້ໄດ້ຮັບບາດ ເຈັບ ຫລື ເສຍຊີວິດໃນຂະນະນີ້.

ທ່ານ ສີດາ ສຸວັນນະສາຍ ຫົວຫນ້າຫ້ອງວ່າການແຂວງເຊກອງໄດ້ເປີດເຜີຍໃນຕອນເຊົ້າວານນີ້ວ່າ: ປະຊາຊົນຫລາຍຮ້ອຍຄົນທີ່ດຳ ລົງຊີວິດລຽບຕາມແຄມແມ່ນ້ຳເຊກອງ ໂດຍສະເພາະບ້ານປາກປູນ ແລະດອນຈັນ ເມືອງລະມາມ ແຂວງເຊກອງ ຕ້ອງອົບພະຍົບຫນີນ້ຳ ຢ່າງສັບສົນ ເນື່ອງຈາກໄດ້ເກີດມີນ້ຳຖ້ວມກະທັນຫັນຍ້ອນລະດັບນ້ຳເຊກອງສູງຂຶ້ນ ຈາກຂີດກຳນົດ 10 ແມັດ ມາເປັນ 28 ແມັດ ເຊິ່ງຖື ວ່າກາຍເຂດອັນຕະລາຍແລ້ວ. ຂະນະນີ້ ປະຊາຊົນຈຳນວນດັ່ງກ່າວ ກຳລັງໄດ້ຮັບຜົນກະທົບຫນັກບາງຄົນກໍ່ຂຶ້ນເທິງຫລັງເຮືອນຂອງຕົນ ເພື່ອເອົາຊີວິດລອດ.

 ລະດັບນ້ຳນີ້ໄດ້ເພີ່ມສູງຂຶ້ນໃນລະຫວ່າງ 3-4 ໂມງເຊົ້າຂອງວັນທີ 30 ກັນຍາພາຍຫລັງພະຍຸເກດສະຫນາເຂົ້າມາໃນຕອນແລງຂອງ ວັນທີ 29 ກັນຍາ, ເຫດການ້ຳຖ້ວມຄັ້ງນີ້ຖືເປັນຄັ້ງຮ້າຍແຮງທີ່ສຸດໃນຮອບ 20 ປີ ຂອງແຂວງເຊກອງ ກ່ອນຫນ້ານີ້ມີນ້ຳປ່າໄຫລຊຸແຮງ ສ້າງຄວາມເສຍຫາຍໃຫ້ປະຊາຊົນຫລາຍຮ້ອຍຫລັງຄາເຮືອນໃນເມືອງດາກຈຶງ. ຮອດປະຈຸບັນເສັ້ນທາງເລກທີ16 ຖືກຕັດຂາດ, ຂົວຫ້ວຍ ເຫີບ ແລະ ຫ້ວຍລຳພັນຈົມຢູ່ໃຕ້ນ້ຳບໍ່ສາມາດໄປມາຫາສູ່ກັນໄດ້, ບ້ານເຮືອນປະຊາຊົນປະມານ 10 ບ້ານຖືກນ້ຳຖ້ວມ, ໂຮງແຮມ, ຊັບ ສິນ ແລະ ສັດລ້ຽງສູນຫາຍ... ປະຈຸບັນ ທາງອຳນາດການປົກຄອງແຂວງໄດ້ປະຊຸມດ່ວນກ່ຽວກັບບັນຫາດັ່ງກ່າວເພື່ອລະດົມເຈົ້າຫນ້າທີ່ ທະຫານ, ຕຳຫລວດ ແລະ ປະຊາຊົນຍົກຍ້າຍຜູ້ໄດ້ຮັບຜົນກະທົບຈາກເຂດທີ່ໄດ້ຮັບຜົນກະທົບທ່ານຫົວຫນ້າຫ້ອງວ່າການແຂວງເຊກອງ ກ່າວ.

  ສ່ວນຢູ່ແຂວງສາລະວັນກໍ່ມີລາຍງານໃຫ້ຮູ້ວ່າ: ນ້ຳໄດ້ໄຫລເຂົ້າຖ້ວມເມືອງວາປີ ແລະ ເມືອງຄົງເຊໂດນເຊິ່ງໄດ້ສ້າງຄວາມເສຍຫາຍ ໃຫ້ເນື້ອທີ່ການຜະລິດເຂົ້ານາປີ ແລະ ບ້ານ ເຮືອນຂອງປະຊາຊົນ.

ທ່ານ ແກ້ວມະນີ ສຸວັນນະສິນ ວິຊາການດ້ານອຸຕຸນິຍົມໄດ້ລາຍງານວານນີ້ວ່າ: ນ້ຳເຊໂດນໄດ້ເລີ່ມໄຫລເຂົ້າຖ້ວມເມືອງວາປີ ແລະຄົງ ເຊໂດນນັບແຕ່ຕອນເຊົ້າຂອງວັນທີ 30 ກັນຍາ ຍ້ອນຝົນຕົກຫນັກເຮັດໃຫ້ລະດັບນ້ຳເພີ່ມຂຶ້ນກາຍຂີດອັນຕະລາຍຈາກທີ່ກຳນົດໄວ້ພຽງ 1 1,50 ແມັດສູງຂຶ້ນເຖິງ 12,80 ແມັດ.

  ສ່ວນມູນຄ່າຄວາມເສຍຫາຍຕົວຈິງຂອງທັງສອງແຂວງດັ່ງກ່າວ ຍັງບໍ່ທັນໄດ້ຮັບການປະເມີນ ແຕ່ມາເຖິງປະຈຸບັນຍັງບໍ່ທັນມີລາຍງານ ຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດຈາກເຫດການໃນຄັ້ງນີ້.

ພະຍຸລະດູຮ້ອນເກດສະຫນາໄດ້ເລີ່ມກໍ່ຕົວຂຶ້ນໃນປະເທດຟີລິບປິນ ແລະ ໄດ້ສ້າງຄວາມເສຍຫາຍຢ່າງຫນັກເຮັດໃຫ້ມີຜູ້ເສຍຊີວິດແລ້ວ 284 ຄົນ ຫລັງຈາກນັ້ນພະຍຸດັ່ງກ່າວໄດ້ພັດເຂົ້າປະເທດຫວຽດນາມ ເຊິ່ງໄດ້ສ້າງຄວາມເສຍຫາຍທັງຊີວິດ ແລະ ຊັບສິນຂອງປະຊາຊົນ ຢ່າງຫລວງຫລາຍ ໂດຍມີລາຍງານ ຫລ້າສຸດທີ່ ສສ ຫວຽດນາມມີຜູ້ເສຍຊີວິດແລ້ວ 38 ຄົນ, ສ່ວນທີ່ປະເທດກຳປູເຈຍ ກໍ່ມີລາຍງານຜູ້ ເສຍຊີວິດ ແລ້ວ 11 ຄົນ.

__________________
Anonymous

Date:

lao boy wrote:

ລັດທະບານລາວຕຶ່ນແລ້ວບໍນໍ  ຄຶມາຊ້າແທ້ຊ່ວຍເຫລືອປະຊາຊົນນະ ຫຼືວ່າຍັງມົວແຕ່ດຶ່ມເຫລ້າກອດເມຍນ້ອຍຢູ່ໃສນໍ ລັດທະບານລາວ  ທາງການລາວມີແຜນຊ່ວຍເຫຼືອປະຊາຊົນຜູ້ປະສົບໄພຈັງໃດນໍ  ເບິ່ງແດ່ເດີ ເຂົ້າສານອາຫານແຫ່ງ ທີ່ຕ່າງຊາດຈະນຳມາຊ່ວຍປະຊາຊົນ  ສົ່ງໃຫ້ເຖີງມືປະຊາຊົນຜູ້ປະສົບໄພແດ່ເດີ ລັດທະບານລາວ  ຢ່າຟ້າວໃຫ້ລູກໃຫ້ເມຍ ຍາດພີ່ນ້ອງຂອງທ່ານທີ່ບໍ່ໄດ້ປະສົບໄພເອົາໄປແດກກ່ອນຫຼືເອົາໄປຂາຍກຶນກຳໄລເດີ 
ປະເທດລາວທີ່ຜ່ານມາເຄີຍ ຖ້າລັດທະບານລາວຍັງມີຈິດສຳນືກຄວາມເປັນຄົນ ມີຄວາມລະອາຍແກ່ໃຈຄິດວ່າຄົງຈະຊ່ວຍພີ່ນ້ອງຊາວລາວຜູ້ຖືກເຄາະຮ້າຍນໍ

ຈັກແມ່ນຫຍັງ ຍັງບໍ່ໄດ້ເຮັດຫຍັງເທື່ອ ກັ...........ລະເດ່ ເອີ!!!! ຍ້ຳ
ໄປຫາພັກຜ່ອນໃຫ້ສະຫງົບລະຈັ່ງມາໄປ ຍອມ........

__________________
Anonymous

Date:

Anonymous wrote:

ລັດຖະບານລາວບໍ່ສົນໃຈດອອກເລື່ງແບບນິ້  ລູກເມັຽອາ້ຍນອ້ງ ເຂົາໃດ້ຢູ່ບອນສະນຸກສຸກສະບາຍແລ້ວ

__________________
Anonymous

Date:

ຂໍສະແດງຄວາມເສັຍໃຈນໍາພີ່ນອ້ງສອງແຂວງພາກໃຕ້ຫລາຍໆເດີ. ຄວາມຈິງແລ້ວ ຣັດຖະບານໃດ໋ດອກທີ່ຈະນິ້ງເສີຍໄດ້ເມື່ອປະຊາຊົນຂອງຕົນໄດ້ຮັບຄວາມເດືອດຮອ້ນແລະກໍ່ມີຜູ່ນໍາຫລາຍຄົນທີ່ຍອມຈັກເອົາເງິນໃນຖົງຂອງຕົນຊອ່ຍເຫລືອປະຊາຊົນຜູ່ທຸກຍາກຂາດເຂີນ ແຕ່ເພິ່ນບໍ່ອະນຸຍາດໃຫ້ສື່ມວນຊົນອອກຂ່າວ.
ຮັກແພງ

__________________
Anonymous

Date:

ຂໍສະແດງຄວາມເສັຍໃຈນໍາພີ່ນອ້ງສອງແຂວງພາກໃຕ້ຫລາຍໆເດີ. ຄວາມຈິງແລ້ວບໍ່ມີ ຣັດຖະບານໃດ໋ດອກທີ່ຈະນິ້ງເສີຍໄດ້ເມື່ອປະຊາຊົນຂອງຕົນໄດ້ຮັບຄວາມເດືອດຮອ້ນແລະກໍ່ມີຜູ່ນໍາຫລາຍຄົນທີ່ຍອມຈັກເອົາເງິນໃນຖົງຂອງຕົນຊອ່ຍເຫລືອປະຊາຊົນຜູ່ທຸກຍາກຂາດເຂີນ ແຕ່ເພິ່ນບໍ່ອະນຸຍາດໃຫ້ສື່ມວນຊົນອອກຂ່າວ.

ຢາກຊວຍຢູ່ແຕ່ບໍ່ທັນຮູ້ວ່າ ຊິໄປຂໍເງີນປະເທດໃດມາຊ່ວຍ

__________________
Anonymous

Date:

you guy keep talking  like this .  kheuy tham to eng bor kheuy  kit tee ja xoy bor.

__________________
Some Lao people live in USA

Date:

Dear, All people in the south of Laos

I hear about it. I'm very sad with all people live in the south of Laos a lot. I think Lao government, they will go to help sure. Lao government, they are love all Lao people too. Please don't write some bad word for Lao government.

Laos country have a lot of things and Laos country beuaitiful. Because Lao government work good and take care country good.

give take care to people in the south of Laos

From: someone live far from Laos. But I always miss laos. Because my family live in Laos. I love them. its mean I love people in the south of Laos too. we are lao the same.

Sok dee

__________________
Anonymous

Date:

Some Lao people live in USA wrote:

nice say thankyou yes we are lao

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard