Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: 'ໂດຍ! ຈັກຫນ່ອຍກູໄປຫາ'
ກິໂນ້

Date:
'ໂດຍ! ຈັກຫນ່ອຍກູໄປຫາ'

ຫມູ່ເພື່ອນຄິດເຫັນເປັນແນວໃດກັບການນຳໃຊ້ 'ໂດຍ' ໃນປະຈຸບັນ? ຂ້ອຍຄິດວ່າ ການນຳໃຊ້ 'ໂດຍ' ເປັນການຂານ-ຕອບ ຕໍ່ຜູ້ທີ່ເຮົາເຄົາລົບ ເຊິ່ງປົກກະຕິແລ້ວເປັນຜູ້ອາວຸໂສກວ່າ ເຊັ່ນ: ພໍ່ແມ່, ຄູບາອາຈານ, ຜູ້ສູງອາຍຸ ເປັນຕົ້ນ. ແຕ່ຂ້ອຍຮູ້ສຶກວ່າ ຄົນລາວເຮົາໃຊ້ຄຳນີ້ຟຸມເຟືອຍ ແລະ ບໍ່ຖືກກາລະເທສະ ໃນບາງຄັ້ງ ເຊັ່ນ: ເວລາລົມກັບຫມູ່ຕົວເອງ, ລົມກັບຫມາ...

ເພື່ອນໆຄິດເຫັນແນວໃດ?

__________________
Anonymous

Date:

ຂ້ອຍວ່າມັນມ່ວນດີໄດ
ເປັນທໍາມະຊາດ ແລະເປັນລາວດີ
ຢ່າງຫນ້ອຍ ຄົນໄທ ເຂົາເຈົ້າບໍ່ໃຊ້ ໂດຍ ຄືບ້ານເຮົາ

ຜູ້ຫຍິງຜູ້ໃດ ໃຊ້ຄໍາວ່າໂດຍ ຈະຫນ້າຮັກຂຶ້ນອີກ 2 ເທື່ອ
ຂໍບອກ aww

__________________
Anonymous

Date:

ຄຳວ່າໂດຍເປັນຄຳທີ່ສຸພາບໃຊ້ເມື່ອເດັກນ້ອຍຕອບກັບຜູ້ໃຫຍ່ຫຼືຄົນທີ່ສູງສັກກ່ອນເຊັ່ນ:ນ/ຮຕອບຄູອາຈານ,ລູກນ້ອງຕອບຫົວຫນ້າ,ລູກຕອບພໍ່ແມ່,...ເປັນການໃຫ້ກຽດແລະຍົກສູງອີກຝ່າຍທີ່ລົມນຳ.
ອັນທີ່ໝູ່ຕອບໝູ່ທີ່ເຈົ້າຍົກຂື້ນມານັ້ນຄິດວ່າໝູ່ເຈົ້າບໍ່ເຂົ້າໃຈຫຼັກການໃຊ້ຫຼາຍກ່ອນ ບໍ່ມີໃຜໃຊ້ກັບສັດ,ຫຼືໝູ່ກັບໝູ່
ຖ້າໝູ່ເຈົ້າຕອບແນວນັ້ນກໍ່ແປວ່າລາວຍົກເຈົ້າ,ໝາສູງກ່ອນລາວ.

__________________
ກິໂນ້

Date:

ຂ້ອຍກໍ່ຄິດຄືກັນ. ໃຊ້ຄຳນີ້ຟຸມເຟືອຍແລະບໍ່ຖືກຕ້ອງ ເຮັດໃຫ້ມັນບໍ່ມີຄວາມຫມາຍຫຍັງ ແລະ ຜູ້ໄດ້ຍິນກໍ່ບໍ່ຮູ້ສຶກວ່າອີກຝ່າຍ ສະແດງຄວາມເຄົາລົບຫລືໃຫ້ກຽດຫຍັງ ເພາະວ່າບາງຄົນໃຊ້ຄຳນີ້ກັບສັດ ກັບຜູ້ທີ່ອາຍຸນ້ອຍກວ່າຕົນ ຫລື ກັບຫມູ່ຄູ່ຕົວເອງ ອັນນີ້ຂ້ອຍໄດ້ຍິນກັບຫູຕົວເອງແທ້ໆ. ລອງເບິ່ງລາຍການຂອງຊ່ອງສະຕາຣ໌ຊາແນວລ໌ ແລ້ວຈະຣູ້ສຶກຄືກັບຂ້ອຍທີ່ວ່າ ຜູ້ຈັດລາຍການໃຊ້ກັບນີ້ຫລາຍຈົນຫນ້າລຳຄານ. ຂ້ອຍວ່າ "ຈ້າວ" ຫນ້າຈະເຫມາະສົມກວ່າ ໃນເວລາທີ່ລົມກັບຜູ້ຊົມທີ່ຢູ່ທາງ ບ້ານ ຫລື ຜູ້ຮ່ວມຈັດລາຍການນຳກັນ.

__________________
Anonymous

Date:

ຄຳທີ່ໃຊ້ກັບສັດແມ່ນຄຳນີ້: ຄ່ະ,ຄຣັບ

__________________
Anonymous

Date:

Please ! Learn more about  Lao Language , Lao Grammar, Lao dictionary,

By; Mr. Maha Sila vilavong vientian of Laos,  Mr. puu mee  vongvichit,

Mr. Khampa  sidavong  connecticut stated of America.......etc,

__________________
Anonymous

Date:

ກິໂນ້ wrote:

ຂ້ອຍກໍ່ຄິດຄືກັນ. ໃຊ້ຄຳນີ້ຟຸມເຟືອຍແລະບໍ່ຖືກຕ້ອງ ເຮັດໃຫ້ມັນບໍ່ມີຄວາມຫມາຍຫຍັງ ແລະ ຜູ້ໄດ້ຍິນກໍ່ບໍ່ຮູ້ສຶກວ່າອີກຝ່າຍ ສະແດງຄວາມເຄົາລົບຫລືໃຫ້ກຽດຫຍັງ ເພາະວ່າບາງຄົນໃຊ້ຄຳນີ້ກັບສັດ ກັບຜູ້ທີ່ອາຍຸນ້ອຍກວ່າຕົນ ຫລື ກັບຫມູ່ຄູ່ຕົວເອງ ອັນນີ້ຂ້ອຍໄດ້ຍິນກັບຫູຕົວເອງແທ້ໆ. ລອງເບິ່ງລາຍການຂອງຊ່ອງສະຕາຣ໌ຊາແນວລ໌ ແລ້ວຈະຣູ້ສຶກຄືກັບຂ້ອຍທີ່ວ່າ ຜູ້ຈັດລາຍການໃຊ້ກັບນີ້ຫລາຍຈົນຫນ້າລຳຄານ. ຂ້ອຍວ່າ "ຈ້າວ" ຫນ້າຈະເຫມາະສົມກວ່າ ໃນເວລາທີ່ລົມກັບຜູ້ຊົມທີ່ຢູ່ທາງ ບ້ານ ຫລື ຜູ້ຮ່ວມຈັດລາຍການນຳກັນ.

ຄວນຈະຂຽນຫຼືໂທ ບອກເຈົ້າຂອງລາຍການໃຫ້ເອົາພິທີກອນໄປຮຽນຄືນກ່ອນ.
ຂໍແປງໜ້ອຍຫນຶ່ງ: ເຈົ້າ, ບໍ່ແມ່ນຈ້າວ.

__________________
Anonymous

Date:

Anonymous wrote:

ຄຳທີ່ໃຊ້ກັບສັດແມ່ນຄຳນີ້: ຄ່ະ,ຄຣັບ

i agree with you

__________________
Anonymous

Date:

ຄຳວ່າ ໂອ້ລົມ     ກໍເຊັ່ນກັນ  ເຫັນຫຼາຍຄົນ ຜູ້ຈັດລາຍການວິທະຍຸ ໂທລະທັດ ກໍມັກເວົ້າ... ບໍ່ຮຸ້ວ່າ ໃຊ້ເຮັດຫຍັງ ເພາະຄຳເວົ້ານີ້ ແມ່ນ ໃຊ້  ໃນ ເວລາ ທີ່ ຜູ້ນຳໂອ້ລົມ ພະນັກງານ ຫຼື ຄົນ ທົ່ວໄປເທົ່ານັ້ນ...

 ຫົວໜ້າສະຖານີ ວິທະຍຸ ຫຼື ໂທລະທັດ ຄວນ ກ່າວເຕື່ອນ ບັນດາຜູ້ຈັດລາຍການຕ່າງໆ ຫຼື ວ່າ ຫົວໜ້າສະຖານີ ກໍບໍ່ຮູ້ຊຳ້ ຕິ.

__________________
Anonymous

Date:

no.gif

ເຈົ້າເຂົ້າໃຈຜິດແລ້ວຕີ້ , ຄຳເວົ້າໂອ້ລົມ ໃຊ້ໄດ້ທົ່ວໆໄປ
ໂອ້ລົມ: ການສົນທະນາພົບປະເຊິ່ງກັນແລະກັນ ແບບກັນເອງຄຳໆນີ້ບໍ່ໄດ້ຖືກຈຳແນກວ່າໃຊ້ສະເພາະຜູ້ໃຫຍ່ໃຊ້ລົມ
ກັບຄົນທີ່ນ້ອຍກ່ວາ.
ທາງທີ່ດີໄປຊື້ວັດຈະນານຸກົມລາວແປລາວມາກວດຄືນກ່ອນກະດີ.

ຄົງຈະແມ່ນເຈົ້າຫຼາຍກວ່າ ທີ່ ຄວນຈະໄປຊື້ ວັດຈະນານຸກົມ ມາອ່ານ...  

ໂອ້ລົມ ແມ່ນ ການສົນທະຈາ ເຊີ່ງກັນ ແລະ ກັນ ກໍ່ຈິງ ແຕ່ສ່ວນຫຼາຍ ຈະແມ່ນຜູ້ມີອາຍຸໃຫຍ່ກວ່າ ລົມກັບຜູ້ ທີມີອາຍຸນ້ອຍກວ່າ ບໍ່ແມ່ນ ເດັກນ້ອຍທີ່ ເປັນພິທີກອນລາຍການ ໃຊ້ເວົ້ົາກັບ ຜູ້ຝັງ ຊື່ງຜູ້ຝັງບໍແມ່ນມີແຕ່ເດັກນ້ອຍເທົ່ານັ້ນ ມີຜູ້ໃຫຍ່ ບາງເທື່ອ ຝັງນຳພ້ອມ. 

ດັ່ງນັ້ນ, ຄຳເວົ້າໜຶ່ງ ບໍ່ແມ່ນວ່າມີຄວາມໝາຍແນວນີ້ ແລະ ບໍແມ່ນຜູ້ໃດຈະໃຊ້ຖືກໝົດ, ຕ້ອງເບີ່ງຕາມຄວາມເໝາະສົມ ສະເໝີ.....

ມັນກໍຖືກແລ້ວເດ໋ ໂອ້ລົມໃຊ້ໄດ້ທົ່ວໆໄປເຊິ່ງນິຍາມຂອງທ່ານຂ້າງເຖິງທ່ານໄດ້ຍົກມານັ້ນມັນບໍ່ໄດ້ຈຳກັດແຕ່ເທົ່ານັ້ນແຕ່ມັນຍັງໄຊ້ໄດ້ທົ່ວໄປ

ເຊັ່ນວ່າເຮົາເວົ້າສະແດງເຖິງຄວາມຮັກຄວາມແພງເພື່ອໃຫ້ໃກ້ຊິດກັນ  ມື້ນີພີ່ນ້ອງເຮົາມາພໍ້ໜ້າພໍ້ຕາກັນກໍໄດ້ມາໂອ້(ບາງເຂດວ່າ ອູ້)ມາລົມກັນ

ຂ້ອຍກະບໍ່ເຂົ້າໃຈຄືກັນວ່າ ເຈົ້າເວົ້າແນວນີ້ມີຈຸດປະສົງເພື່ອຫັງ ເພາະຄຳທີ່ໃຊ້ຖືກຢູ່ແລ້ວກະຍັງໄປນິຍາມແນວຜິດໃຫ້ມັນ

ຫຼືວ່າເຈົ້າບໍ່ແມ່ນຄົນລາວບໍ ເຖິງບໍ່ເຂົ້າໃຈໃນພາສາລາວ

ທີ່ຈິງແລ້ວ ອາດແມ່ນເຈົ້າທີ່ເຂົ້າໃຈໃນພາສາລາວ ຢ່າງບໍ່ທັນເຖິງຖອງ, ເພາະວ່າ ທ່ານ ຍັງເຂົ້າໃຈຜິດກ່ຽວກັບ ເວລາ ໃດທີ່ ຄວນນຳໃຊ້ໂອ້ລົມ. ໂອ້ລົມໃຊ້ໃນຄອບຄົວກະໄດ້ ແຕ່ຄວາມໝາຍຂອງຂ້ອຍຢາກເວົ້າເຫັນ ແມ່ນ ຂ້ອຍວ່າ ພິທີກອນລາຍການວິທະຍຸທີ່ຍັງບໍ່ທັນມີອາຍຸ ຫຼາຍ ເວົ້າງ່າຍໆ ແມ່ນ ກຳລັງເປັນຊາວໜຸ່ມ ໃຊ້ຄຳເວົ້າໂອ້ລົມ ກັບຜູ້ຝັງນັ້ນ ມັນບໍ່ເໝາະສົມ ເພາະ ຜູ້ຝັງນັ້ນ ບາງຄົນ ກໍ່ແມ່ນຄົນມີອາຍຸຫຼາຍແລ້ວ. ຈຸດໃຈກາງຂອງຜູ້ເລີ້ມຕົ້ນເວົ້າໂອ້ລົມນັ້ນ ບໍ່ແມ່ນເລີ່ມຈາກເດັກນ້ອຍ ແຕ່ຄວນອອກຈາກ ຜູ້ໃຫຍ່ກວ່າໃຊ້ລົມຜູ້ນ້ອຍກວ່າ ເຊັ່ນ ພໍ່ໂອ້ລົມລູກ,ລອ້າຍໂອ້ລົມກັບນ້ອງ ບໍ່ແມ່ນ ລູກໂອ້ລົມພໍ່.... ຄົງຈະມີຫຼາຍຄົນບໍ່ໜ້ອຍທີ່ເຂົ້າໃຈຄືກັນກັບເຈົ້າ... ຈຶ່ງບາງເທື່ອຄຳເວົ້າທີ່ຄົນລາວເຄີຍໃຊ້ໃນແຕ່ກ່ອນຈື່ງປ່ຽນແປງໄປ ໂດຍທີ່ບໍ່ຮູ້ເວລາໃດຄວນໃຊ້ ເວລາໃດບໍ່ຄວນໃຊ້.

__________________
Anonymous

Date:

THA BOR SAI KHAM VA OLOM JAO SI SAI NHANG. BOK MA !!

__________________
Anonymous

Date:

ກິໂນ້ wrote:

ຫມູ່ເພື່ອນຄິດເຫັນເປັນແນວໃດກັບການນຳໃຊ້ 'ໂດຍ' ໃນປະຈຸບັນ? ຂ້ອຍຄິດວ່າ ການນຳໃຊ້ 'ໂດຍ' ເປັນການຂານ-ຕອບ ຕໍ່ຜູ້ທີ່ເຮົາເຄົາລົບ ເຊິ່ງປົກກະຕິແລ້ວເປັນຜູ້ອາວຸໂສກວ່າ ເຊັ່ນ: ພໍ່ແມ່, ຄູບາອາຈານ, ຜູ້ສູງອາຍຸ ເປັນຕົ້ນ. ແຕ່ຂ້ອຍຮູ້ສຶກວ່າ ຄົນລາວເຮົາໃຊ້ຄຳນີ້ຟຸມເຟືອຍ ແລະ ບໍ່ຖືກກາລະເທສະ ໃນບາງຄັ້ງ ເຊັ່ນ: ເວລາລົມກັບຫມູ່ຕົວເອງ, ລົມກັບຫມາ...

ເພື່ອນໆຄິດເຫັນແນວໃດ?

" Duay, jark noy ku pi ha " it doesn't make sense that you feel bad about. I think you and your friend are closer friend or best friend right?   Some time we use a word "Duay " to our friend or people who's younger than us just for joke, fun and teaching. How come parent say " Duay " to their little kits?   You should understand " Duay " is not only using to people we respect or high level and older than us, we can use with every one.

__________________
Anonymous

Date:

the lao word   "  ohlom "  you can use it every way  even with
the monk.

__________________
Anonymous

Date:

blankstareyawnhmm

Who are they?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard