Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫີນໝາມໜໍ່ ຈະເປັນ ມໍລະດົກໂລກໄດ້ຫຼືບໍ່
Anonymous

Date:
ຫີນໝາມໜໍ່ ຈະເປັນ ມໍລະດົກໂລກໄດ້ຫຼືບໍ່




ລາວ ຈະສະເໜີ ອຸຍເເນັດສະໂກ ເອົາປ່າສະຫງວນແຫ່ງຊາດ ຫີນໝາມໜໍ່ເປັນມໍລະດົກໂລກ

ໃນລະຫວ່າງວັນທີີ 24-26 ກໍລະກົດ ປີ 2009 ຜ່ານມານີ້ ເຊີ່ງນໍາໂດຍທ່ານ ໝູນແກ້ວ ອໍລະບູນ ລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ-ວັດທະນະທໍາ ໄດ້ລົງກວດກາ ເບິ່ງຄວາມຄືບໝ້າ ການຄົ້ນຄ້ວາວິໃຈ ຄວາມເປັນໄປໄດ້ໃນການຈັດນໍາສະເໜີ ເຂດປ່າສະຫງວນແຫ່ງຊາດຫີນໜາມໜໍ່ ຕັ້ງຢູ່ແຂວງຄໍາມ່ວນ ຕໍ່ອົງການ ອຸຍແນັດສະໂກ ເພື່ອ ເຂົ້າລາຍງານການບັນຊີຂອງມໍລະດົກໂລກ ເນື່ອງຈາກປ່າສະຫງວນມີຄວາມເປັນເອກະລັກທາງດ້ານພູມສັນຖານ ກໍຄືຄວາມອຸດົມສົມບູນຂອງຊີວະນາໆພັນ  ແລະກໍເຊື່ອມຕໍ່ກັບ ອຸທະຍານແຫ່ງຊາດ ຟອງຫຍ່າ-ແກບັງ ຊຶ່ງໄດ້ຮັບການສະເໜີເຂົ້າເປັນເຂດມໍລະດົກໂລກ ໃນປີ 2003 ຊຶ່ງຕັ້ງຢູ່ຕາມຊາຍແດນທາງປະເທດ ຫວຽດນາມ.

ເຂດປ່າສະຫງວນແຫ່ງນີ້ກວມເອົາເນື້ອທີ່ 82.000 ເຮັກຕາ ເປັນທີ່ພັກອາໄສຂອງສັດທີ່ລ້ຽງລູກດ້ວຍນົມຫຼາຍກ່ວາ 40 ຊະນິດ ມີນົກຫຼາຍກ່ວາ 200 ຊະນິດ ເຈຍ 25 ຊະນິດ ມີສັດເຄິ່ງບົກ-ເຄິ່ງນໍ້າ ແລະສັດເລືອຄານຢ່າງໝ້ອຍ 46 ຊະນິດ ແລະພືດ 520 ກ່ວາຊະນິດ ສິ່ງສໍາຄັນບັນດາພືດ-ສັດຫຼາຍຊະນິດແມ່ນໃກ້ຈະສູນພັນ.

 

ຄັດຈາກ ວຽງຈັນໃໝ່



__________________
Anonymous

Date:

ປະມານວ່າໄດ້ແດ່ບໍ່ໄດ້ແດ່ວ່າຊັ້ນໄປ
ເພາະຕາມທີ່ຮູ້ມານິປ່າສະຫງວນຢູ່ຫວຽດນາມຫັ້ນແມ່ນມີແຕ່ພູເຂົາຫີນປູນລະກະອຸດົມສົມບູນ
ແຖມ ຍັງມີຖ້ຳຫຼາຍເປັນອັນດັບໜຶ່ງຂອງໂລກເຊິ່ງແຕ່ລະປີຈະຄົ້ນພົບຖ້ຳໃໝ່ຕະຫຼອດ ມັນກະຄ້າຍກັບຫີນໜາມໜໍ່ເລີຍ ເພາະມັນກະເປັນຜືນປ່າດຽວກັນຕ່າງແຕ່ມັນໄດ້ຮັບການແບ່ງເຂດແຜນດິນຊື່ໆ
ແຕ່ສ່ວນຕົວແລ້ວຄິດວ່າຕ້ອງໄດ້ເພາະຫີນໜາມໜໍ່ແມ່ນໜ້າອັດສະຈັນຫຼາຍໆ

__________________
Anonymous

Date:

ຢາກໃຫ້ໄດ້ ແລະ ຂໍໃຫ້ໄດ້.

__________________
Anonymous

Date:

biggrinbiggrinbiggrinbiggrinbiggrin have a good for that.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard