Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄທເກີເບຍ ມີນິຄອນເສີດ ມາແລ້ວເດີ້
Anonymous

Date:
ໄທເກີເບຍ ມີນິຄອນເສີດ ມາແລ້ວເດີ້



    ມາອີກແລ້ວ ສຳລັບກິດຈະກຳດີໆທີ່ທາງເບຍໄທເກີພູມໃຈຈັດຂຶ້ນ ເພື່ອເຮັດໃຫ້ງານສະຫລອງໃນມື້ຮັບປະລິນຍາມີຄວາມຫມາຍຫລາຍ ຍິ່ງຂຶ້ນສົມກັບເປັນມື້ພິເສດ ແລະ ຢູ່ໃນຄວາມຊົງຈຳຂອງຫມູ່ເພື່ອນຕະຫລອດໄປ ນອກຈາກນີ້ ຍັງມີການສະແດງຮ້ອງເພງມິນິຄອນເສີດ ຂອງເຫລົ່າສິລະປິນຊື່ດັງຈາກ 2 ຄ້າຍເພງ ນຳໂດຍ "ຕີ ອຸດາໄລ" ແລະ ສິລະປິນອື່ນໆອີກຫລາຍວົງດ້ວຍກັນ.


   ເພື່ອເຮັດໃຫ້ງານສະຫລອງຂອງບັນດານັກສຶກມີຄວາມພິເສດມີຄວາມຫມາຍສຳຄັນ ແລະ ສ້າງຄວາມມ່ວນຊື່ນ ດັ່ງນັ້ນເບຍໄທເກີຈິ່ງ ຂໍຖືໂອກາດນີ້ ເປັນອີກສ່ວນຫນຶ່ງທີ່ຈະມາເສີມສ້າງສິ່ງທີ່ຂາດນັ້ນໃຫ້ກັບມາສົມບູນ ກັບງານກິດຈະກຳພາຍໃຕ້ຊື່ງານວ່າ "Graduation Party" ເຊິ່ງງານດັ່ງກ່າວຈະຖືກຈັດຂຶ້ນກົງກັບວັນທີ 31 ສິງຫານີ້ ງານດັ່ງກ່າວຈະເລີ່ມຂຶ້ນຕັ້ງແຕ່ເວລາ 15:00 ໂມງເປັນຕົ້ນໄປເຊິ່ງກົງ ກັບມື້ຮັບປະລິນຍາຂອງເຫລົ່ານັກສຶກສາມະຫາວິທະຍາໄລແຫ່ງຊາດ.


    ສ່ວນສະຖານທີ່ໃຊ້ຈັດງານແມ່ນຈະມີ 3 ແຫ່ງຄືແຫ່ງທີ1 ຮ້ານອາຫານສາມດາວ 1 ທ່ານຈະໄດ້ພົບກັບສິລະປິນຊື່ດັງຈາກຄ້າຍເພງ ໂມເດິນມິວສິກນຳໂດຍ ຫນຸ່ມ "ຕີ ອຸດາໄລ" ເຈົ້າຂອງເພງດັງ "ມ.5"  ແລະ ນັກຮ້ອງວົງຣ໋ອກທີ່ອາຍຸນ້ອຍຂວັນໃຈໄວຫນຸ່ມກັບວົງ "ນ້ຳເຕົ້າ" ເຈົ້າຂອງເພງຍອດນິຍົມ "ພຽງກັບມາ" , ແຫ່ງທີ 2 ຮ້ານອາຫານສາມດາວ 2 ທ່ານຈະໄດ້ພົບກັບສິລະປິນຈາກຄ້າຍວາເລນທາຍ ມິວສິກນຳໂດຍວົງ "ຢູນິຄອນ" ເຈົ້າຂອງເພງ "ພະຄຸນແມ່" ແລະ ວົງຣ໋ອກນ້ອງໃຫມ່  "ຊິກເຊັ້ນ", ແຫ່ງທີ3 ຮ້ານອາຫານຂວັນໃຈທ່ານ ຈະໄດ້ພົບກັບສິລະປິນຄ້າຍໂມເດິນມິວສິກກັບວົງ "ທັກຊີໂດ" ເຈົ້າຂອງເພງດັງ "ສັນຍານອກໃຈ" ແລະ ວົງນ້ອງໃຫມ່ "ວີສເປີ".


   ນອກຈາກທ່ານຈະໄດ້ຮັບຟັງເພງມ່ວນຈາກເຫລົ່າສິລະປິນແລ້ວ ຜູ້ທີ່ຢູ່ໃນງານຍັງມີສິດໄດ້ຮັບຂອງລາງວັນຈາກເບຍໄທເກີ ໂດຍການ ຮ່ວມຫລິ້ນເກມ ເຊິ່ງກະຕິການັ້ນທາງເບຍໄທເກີ ແລະ ທາງຝ່າຍເຈົ້າຂອງຮ້ານອາຫານຍັງຂໍເກັບໄວ້ເປັນຄວາມລັບຈະບອກໃນມື້ຈັດງານ ເອົາເປັນວ່າ ຖ້າໃຜຢາກມີສິດລຸ້ນຢາກໄດ້ຮັບຂອງລາງວັນ ຫລື ຢາກໄປນັ່ງຟັງເພງຈາກເຫລົ່າສິລະປິນທຸກຄົນສາມາເຂົ້າຮ່ວມງານໄດ້ ຕາມສະຖານທີ່, ທີ່ກ່າວມາຂ້າງເທິງນັ້ນງານນີ້ຮັບຮອງວ່າທ່ານຈະໄດ້ຮັບຄວາມສຸກແບບເຕັມອີ່ມກັນເລີຍ!


ອີຄອມ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard