Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊື້ສິນຄ້າຊີເກມ ແຕ່ຕ້ອງຈ່າຍເປັນເງິນບາດ
Anonymous

Date:
ຊື້ສິນຄ້າຊີເກມ ແຕ່ຕ້ອງຈ່າຍເປັນເງິນບາດ




 ອີກ 120 ກ່ວາວັນ ຫຼື ປະມານ 4 ເດືອນ ງານມະຫະກຳກີລາຊີເກມ ຄັ້ງທີ 25 ທີ່ລາວເປັນເຈົ້າພາບ ກໍຈະໄຂ
ຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 9-18 ທັນວາ 2009 ທີ່ນະຄອນຫຼວງວຽງຈັນ ເປັນຄັ້ງປະຫວັດສາດ.
               ເປັນທີ່ແນ່ນອນ ບໍ່ວ່າຈະເປັນຊາດໃດ-ປະເທດໃດກໍຕາມ ເມື່ອໄດ້ເປັນເຈົ້າພາບຈັດງານດັ່ງກ່າວ ກໍຍ່ອມຊອກຫາ
ວິທີເພື່ອຫາລາຍໄດ້ເຂົ້າມາສະໜັບສະໜູນງານ ຫຼື ຊອກຫາທຶນຮອນມາໃຊ້ຈ່າຍບໍລິການຕ່າງໆ ເພື່ອເຮັດໃຫ້ງານສຳເລັດໄປ
ດ້ວຍຄຸນນະພາບອັນຈົບງາມ ແລະ ເປັນທີ່ປະທັບໃຈທັງເຈົ້າພາບ ແລະ ແຂກ.
               ກຳມະການການຕະຫຼາດ ແລະ ສິດທິປະໂຫຍດ ແມ່ນການຈັດຕັ້ງຂະແໜງໜຶ່ງທີ່ລັດຖະບານລາວ ໄດ້ແຕ່ງຕັ້ງ
ແລະ ມອບໝາຍໜ້າທີ່ສຳຄັນນີ້ ໃຫ້ໃນການຊອກຫາແຫຼ່ງທຶນມາສະໜັບສະໜູນຈາກພາຍໃນ ແລະ ຕ່າງປະເທດ ເພື່ອປະ
ກອບສ່ວນໃຫ້ງານກີລາເທື່ອນີ້ມີສີສັນ ແລະ ໃຫ້ຜູ້ເຂົ້າຮ່ວມມີຄວາມຊົງຈຳຕະຫຼອດກາລະນານ ແລະ ໜຶ່ງໃນນັ້ນກໍແມ່ນການ
ຜະລິດ ແລະ ຂາຍສິນຄ້າທີ່ລະນຶກ ດ້ວຍການເອົາລິຂະສິດຊີເກມຕິດແປະກັບສິນຄ້າ ຫຼື ຜະລິດຕະພັນຕ່າງໆ ເຊັ່ນ ເຄື່ອງນຸ່ງ
ໝວກ ຖ້ວຍ ຈານ ຈອກ... ບັນດາສິນຄ້າເຫຼົ່ານັ້ນ ຍ່ອມມີມູນຄ່າເພີ່ມຖ້າທຽບໃສ່ລາຄາສິນຄ້າປົກກະຕິ ທີ່ບໍ່ມີລິຂະສິດຊີເກມ
ແຕ່ຖ້າຫາກຜູ້ບໍລິໂພກຄິດເຖິງແຕ່ດ້ານລາຄາ ກໍຍ່ອມບອກວ່າແມ່ນລາຄາແພງ ແຕ່ຖ້າຫາກຄິດເຖິງຄຸນຄ່າ ຫຼື ໂອກາດພັນປີມີ
ເທື່ອໜຶ່ງແລ້ວກໍເຫັນວ່າເປັນທຳມະດາ.
               ງານວາງສະແດງ ແລະ ຂາຍສິນຄ້າທີ່ລະນຶກຊີເກມຄັ້ງທີ 25 ໄດ້ມີຂຶ້ນໃນລະຫວ່າງວັນທີ 25-29 ສິງຫາ 2009
ທີ່ຫໍວັດທະນະທຳແຫ່ງຊາດ ເຊິ່ງຖືວ່າແມ່ນເປີດງານວາງສະແດງຂາຍສິນຄ້າ ກໍເວົ້າໄດ້ໂດຍສິນຄ້າເກືອບທັງໝົດແມ່ນມາ
ຈາກປະເທດໄທ ເຊິ່ງແມ່ນໄດ້ຮັບລິຂະສິດຊີເກມຈາກບໍລິສັດເພັດຈຳປາ.
               ດັ່ງໄດ້ກ່າວມາຂ້າງເທິງ ການຊອກຫາແຫຼ່ງລາຍຮັບມາສະໜັບສະໜູນງານມະຫະກຳກີລາຊີເກມ ຄັ້ງທີ 25 ສາ
ມາດລະດົມໄດ້ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງບໍ່ວ່າກັນໃນຈຸດນີ້... ແຕ່ອັນທີ່ເຫັນວ່າໃນງານວາງສະແດງ-ຂາຍສິນຄ້າບໍ່
ທັນແທດເໝາະກັບນະໂຍບາຍຂອງລັດຖະບານ ຫຼື ສວນກະແສກັບທະນາຄານ ແຫ່ງ ສປປ ລາວ ທີ່ພວມປຸກລະດົມພໍ່-ແມ່
ປະຊາຊົນ ແລະ ຊາວຄ້າ-ຂາຍໃນທົ່ວປະເທດ ໃຫ້ນຳໃຊ້ເງິນກີບ ຕິດລາຄາຂາຍສິນຄ້າເປັນເງິນກີບ ການຊຳລະສະສາງສິນ
ຄ້າໃຫ້ເປັນເງິນກີບ ແຕ່ງານວາງສະແດງ-ຂາຍສິນຄ້າເທື່ອນີ້ຜູ້ຂາຍ (ຄົນໄທ) ພັດຮ້ອງຂາຍເປັນລາຄາເງິນບາດ (ສະກຸນເງິນ
ໄທ) ເຊິ່ງລູກຄ້າບາງລາຍກໍຈ່າຍເປັນເງິນບາດ ບາງລາຍກໍບອກວ່າຖືກລາຄາເງິນກີບເທົ່າໃດ ກໍເລີຍຈ່າຍເປັນເງິນກີບກໍມີ....
ໂອ! ຊ່າງເປັນນໍ! ການຄຸ້ມຄອງກະແຈກກະຈາຍ ແລະ ການຄຸ້ມຄອງທີ່ເປັນເອກະພາບ ສອງທິດສະດີນີ້ອັນໃດຖືກຕ້ອງແທ້

ວຽງຈັນໃຫມ່

__________________
Anonymous

Date:



This is quite  ABSURD !!.  The last time I check on info about Sea Game,  I believed is In Lao not Thailand.

__________________
mola

Date:

ງານຫຍັງກະແລ້ວແຕ່ ຖ້າມີໄທນຳຫຍຸ້ງຕະຫລອດ ຈັກຫນ່ອຍມັນສະເຫນີນັ້ນນີ້  ອອກຂ່າວນັ້ນນີ້ ເອົາປຽບຕະຫລອດ

__________________
Anonymous

Date:

lao can't take care about that 55555555555555555

__________________
Anonymous

Date:

The government has been announcing to lao people to use local currency long ago. but they themselves love to use foreign currency alot. Recently the Vientiane governor Mr. Sombat Yialiahi announced the price of land sold to public on the new road named 450 year. he set the price in US$. what the ****ing hell policy is that? why don't u set the price in KIP? my lord.

__________________
Anonymous

Date:


ງົງ ມັນແມ່ນຊີເກມ ຢູ່ລາວ ຫຼື ຢູ່ໄທກັນແທ້
ບອກຂ້ອຍແດ່ confuse

__________________
Anonymous

Date:

ຊີເກມສຢູ່ລາວນີ້ແຫລະບໍ່ແມ່ນຢູ່ໄທຍຫຣອກ ລາວຂາຍລິຂະສິດໃຫ້ກຸ່ມບໍລິສັດທີ່ຜະລິດເຄື່ອງພວກນັ້ນຊື່ໆເຊິ່ງເຂົາອາດຈະຄິດໄລ່ເປັນເງິນເຂົາກໍເປັນໄດ້ ແຕ່ກະບໍ່ແນ່ໃຈຄືກັນວ່າເຂົາຄິດໄລ່ເງິນສະກຸນໃດກັນແທ້
ແຕ່ຕາມຕົວຈິງແລ້ວສິນຄ້າແມ່ນບໍ່ໄດ້ນຳມາຈາກໄທຍທັງຫມົດເພາະກໍມີສ່ວນໜຶ່ງທີ່ຜະລິດຈາກລາວ

__________________
Anonymous

Date:

ຄົນລາວປະມູນບໍ່ໄດ້ເພາະມັນແພງໂພດ ແທນທີ່ຊິຊ່ອຍຄົນລາວນຳກັນ
ດັນໄປໃຫ້ໄທມັນໄດ້ລິຂະສິດຂາຍ ເມື່ອຍລັດຖະບານເດ້ເນາະ.

__________________
Anonymous

Date:

ເປັນຕານາ່ຽ ເປັນຕາໜ້າອາຽເນາະ.confuse

__________________
Anonymous

Date:

Anonymous wrote:

ເປັນຕານາ່ຽ ເປັນຕາໜ້າອາຽເນາະ.confuse



i feel the same with you, just don't worry about it sis/bro. this would not have hapene if khon lao thung mot salat specially the communist one.

 



__________________
Anonymous

Date:

ນັ້ນແຫລະເວລາເຊັນສັນຍາ ການໂຄສະນາເລື່ອງການຂາຍສິນຄ້າລິຂະສິດ ໃນທ້ອງຕະຫລາດບໍ່ໄດ້ກຳນົດໃຫ້ໃຊ້ເປັນເງີນ ກີບ  ( LAO KIP Currency) ຈິ່ງເຮັດໃຫ້ເປັນຊ່ອງວ່າງໃຫ້ເງິນຕາຕ່າງປະເທດເຂັ້າມາເມື່ອງລາວຢາງສະບາຍ ໂດຍບໍ່ຕ້ອງVISA.

ມີແຕ່ປ້ານໂຄສະນາບັກໃຫຍ່ໆບອກວ່າ: ຢູ່ເມືອງລາວ ໃຊ້ແຕ່ເງິນກີບລາວ
ເປັນຄຳເວົ້າທີ່ມ່ວນຫລາຍ ແຕ່ບໍ່ປະຕິບັດໄດ້ 100%.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard