Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ຫຍິງກັບຂົນຂາ
Anonymous

Date:
ແມ່ຫຍິງກັບຂົນຂາ


 

   ການມີຂົນຂານັ້ນເປັນເລື່ອງປົກກະຕິ ແຕ່ຖ້າຫາກວ່າມັນມີຫລາຍເກີນໄປ ອາດສ້າງຄວາມຫນັກໃຈໃຫ້ກັບສາວໆ ດັ່ງນັ້ນ ຈິ່ງມີວິທີ ກຳຈັດຂົນຂາມາຝາກກັນ.


1 ວິທີທຳມະຊາດການລົກ: ວິທີນີ້ເຫມາະກັບຄົນທີ່ມີຂົນຂາບໍ່ຫລາຍ ແຕ່ຕ້ອງໃຊ້ຄວາມອົດທົນສູງ ເພາະວ່າຈະເຈັບຫລາຍ ແຕ່ວິທີນີ້ໄດ້ ຮັບຜົນດີ.


2 ຄຣີມກຳຈັດຂົນ: ລອງຊອກມາໃຊ້ກັນ ແລະ ຄວນເລືອກຍີ່ຫໍ້ທີ່ໄວ້ໃຈໄດ້ບາງຄັ້ງອາດຈະລາຄາແພງແຕ່ ກໍ່ກຸ້ມຄ່າເພື່ອຂາທີ່ຂາວງາມ ຢ່າເບິ່ງແຕ່ວ່າລາຄາຖືກແລ້ວກໍ່ຊື້ມາໃຊ້ລະວັງຂາຂອງທ່ານຈະດຳດ່າງເປັນຈຸດໆ.


3 ຍ້ອມສີຂົນ: ທ່ານຕ້ອງຕັດສິນໃຈດີໆ ເຖິງແມ່ນວ່າວິທີນີ້ຈະເປັນວິທີທີ່ໃຊ້ເວລາບໍ່ດົນ, ບໍ່ເຈັບ ແລະ ບໍ່ສ່ຽງກັບການຜິດ. ແຕ່ທ່ານຮູ້ບໍ່ ວ່າສີທີ່ເອົາມາຍ້ອມນັ້ນມັນບໍ່ເຂົ້າກັບສີຜິວຮ່າງກາຍຂອງຄົນອາຊີເລີຍ ເພາະວ່າມັນເປັນ "ສີທອງ" ຈິ່ງເຮັດໃຫ້ເບິ່ງບໍ່ເປັນທຳມະຊາດ, ແຕ່ ຖ້າໃຜທີ່ມັກວິທີນີ້ ກໍ່ສາມາດເລືອກສີທີ່ຈະຍ້ອມໃຫ້ເຫມາະສົມ ອາດຈະໃຊ້ສີນ້ຳຕານແກ່ ຫລືສີນ້ຳຕານອ່ອນເພື່ອເຮັດໃຫ້ຂາຂອງທ່ານເບິ່ງ ສະອາດງາມດີຂຶ້ນ ແບບທຳມະຊາດ.


   ແຕ່ຂໍບອກໄວ້ຢ່າງຫນຶ່ງວ່າ ຄວາມຈິງແລ້ວ ບໍ່ມີວິທີໃດທີ່ຖາວອນດອກ ເພາະວ່າມັນເປັນກຳມະພັນທີ່ຈະຫ້າມບໍ່ໃຫ້ເກີດຂຶ້ນເລີຍມັນຄົງ ເປັນເລື່ອງຍາກ ແຕ່ເຮົາສາມາດປິດບັງມັນໄດ້. 




__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard