Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຜ້າໃຫມ່ລາວຄ້ວາລາງວັນ ນານາຊາດ
Anonymous

Date:
ຜ້າໃຫມ່ລາວຄ້ວາລາງວັນ ນານາຊາດ



 ຂ່າວ: ບຸນທຽມ


   ກຸ່ມຜ້າຈົກໄຫມສີເຄມີຜ້າເຈົ້າຟ້າງຸ່ມ ແລະ ກຸ່ມຜ້າຈົກໄຫມ ສີທຳມະຊາດຂອງລາວ ສາມາດຄວ້າລາງວັນ Top Award 1 ແລະ 3 ໃນເມື່ອ 5 ສິງຫາ 2009 ນີ້ ທີ່ປະເທດໄທ ໃນລາຍການແຂ່ງຂັນຜະລິດຕະພັນໄຫມ ມ້ອນບັນດາປະເທດອາຊຽນ.


ທ່ານ ນາງ ສົມພະຈັນ ສີຣິສັກ ຫົວຫນ້າຫ້ອງການສະມາຄົມຫັດຖະກຳລາວ ໄດ້ກ່າວວ່າ: ກອງປະຊຸມສຳມະນາກ່ຽວກັບການຮ່ວມມື ໄຫມມ້ອນບັນດາປະເທດອາຊຽນ ເຂົ້າຮ່ວມປຶກສາຫາລືການສ້າງຕັ້ງສະມາຄົມຜ້າໄຫມມ້ອນອາຊຽນນີ້ເພື່ອປະກວດແຂ່ງຂັນຜະລິດຕະພັນ ໄຫມມ້ອນ ແລະ ການອອກແບບເຄື່ອງນຸ່ງໄຫມມ້ອນ ແລະ ວາງສະແດງ ASEAN Fashion ແລະການວາງສະແດງຂາຍສິນຄ້າໄຫມ ມ້ອນ ແລະ ວຽກງານປະກວດແຂ່ງຂັນຜະລິດຕະພັນໄຫມມ້ອນບັນດາປະເທດອາຊຽນທີ່ໄດ້ເຂົ້າຮ່ວມການປະກວດແຂ່ງຂັນຄັ້ງນີ້ ເປັນຄັ້ງ ທຳອິດແລະມີ 5 ປະເທດທີ່ເຂົ້າຮ່ວມຄື ສປປ ລາວ, ໄທ, ອິນໂດເນເຊຍ, ມຽນມາ, ມາເລເຊຍ ເຊິ່ງໃນການປະກວດຄັ້ງນີ້ໄດ້ແບ່ງອອກ ເປັນ 4 ກຸ່ມໃຫຍ່ຄື: ກຸ່ມຜ້າໄຫມພື້ນ (ສີທຳມະຊາດ ແລະ ສີເຄມີກຸ່ມຜ້າໄຫມ ມັດມີ່ສີທຳມະຊາດ ແລະ ສີເຄມີກຸ່ມຜ້າໄຫມຕ່ຳເຕັກນິກພິ ເສດຄືຜ້າຈົກ: ຜ້າຄິດ, ຜ້າຍົກມຸກ, ຜ້າຍົກທອງ, ຍົກເງິນ, ຜ້າໄຫມເກາະຜ້າໄຫມຫາງກະຮອກ (ສີທຳມະຊາດ ແລະ ສີເຄມີ) ກຸ່ມອອກ ແບບຊຸດຜ້າໄຫມ (ຍິງ ແລະ ຊາຍ) ຈິ່ງໄດ້ຄັດເລືອກ ແລະ ຕິດສິນໃຫ້ຄະແນນ ແລະ ໃຫ້ລາງວັນປະກວດມີຊື່ຜ້າໄຫມໄດ້ຮັບລາງວັນຄື: ທ່ານ ນາງ ມະນີວອນ ແກ້ວມະນີ ຜູ້ອຳນວຍການຮ້ານຫັດຖະກຳໄຫມລາວແຂວງຫົວພັນ ໄດ້ຮັບລາງວັນຜ້າໄຫມອາຊຽນ Top Award ແລະ ລາງວັນ 1 ແລະ 3 ໃນ Trophy Award ແລະ ນາງ ກົມມະລີ ຈັນທະວົງ ຜູ້ອຳນວຍການບໍລິສັດປູກມອນລ້ຽງມ້ອນ ແຂວງ ຊຽງຂວາງ ໄດ້ຮັບລາງວັນຜ້າໄຫມອາຊຽນ 1 ແລະ 2 Trophy Award. ທ່ານນາງ ສີອອນ ແກ້ວບຸນລາ ຜູ້ອຳນວຍການຮ້ານ ສີອອນ ຫັດຖະກຳ ໄດ້ຮັບລາງວັນຜ້າໄຫມອາຊຽນ 2 ແລະ 3 Trophy Award ໃນຜ້າລາຍນົກຍູງ ແລະ ສິ້ນລາຍໂຄມ.

   ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2009 ທີ່ສະມາຄົມນັກຂ່າວແຫ່ງສປປ ລາວ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຣັຊນີ ກອນນານົງປະທານສະມາຄົມຫັດຖະກຳລາວ ມີທ່ານ ສົມສະນຸກ ມີໄຊທີ່ປຶກສາ ອາວຸໂສສະມາຄົມຫັດຖະກຳລາວ ທັງເປັນ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ມີບັນດາຂະແຫນງສິ່ງພິມຕ່າງໆ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

Ecom


__________________
Anonymous

Date:

MAY I SEE THE PICTURE PLEASE !!!!!no THANK YOU.

__________________


Veteran Member

Status: Offline
Posts: 56
Date:

ຜ້າໃຫມ່​ເຮັດຈາກຜ້າໄຫມ



-- Edited by Lao Tae on Thursday 27th of August 2009 05:19:21 AM

__________________
sdchanh@live.com

Date:
ດີດີ


ດີດີ ພີ່ນ້ອງບ້ານເຮົາ ເຮັດໃຫ້ດີຍິ່ງຍິ່ງຂຶ້ນໄປ ຢ່າໃຫ້ປະເທດອື່ນມາແຊງ
ຂ້າພະເຈົ້າກະໃນນາມຄົນລາວຄົນຫນຶ່ງແຕ່ຢູ່ທີ່ຕ່າງປະເທດ ໄດ້ເຫັນຂ່າວແລ້ວກະມີຄວາມຮູ້ສຶກພູມໃຈເປັນຢ່າງຍິ່ງທີ່ຄົນລາວເຮົາມີຄວາມສາມາດສ້າງໃບຫນ້າໃບຕາໃຫ້ແກ່ປະເທດຊາດຂອງເຮົາ
ແລະກະຂໍຊົມເຊີຍນຳທີ່ພວກເຮົາຊາວລາວມີຄວາມຕັ້ງໃຈໃນການສືບຕໍ່ອານຸຮັກຄົງໄວ້ເຊິ່ງ ມູນເຊື້ອ ວັດທະນະທຳອັນດີງາມຂອງຊາດເຮົາໄວ້ຕະຫລອດ
ແລະ ກະຂໍເປັນກຳລັງແຮງໃຈໃຫ້ໃນການເຮັດວຽກງານສືບຕໍ່ໄປ
ແລະ ຂໍອວຍພອນໃຫ້ແດ່ຜູ້ນຳພັກລັດທຸກທ່ານຈົ່ງມີແຕ່ຄວາມສຸກຄວາມຈະເລີນປາສະຈາກໂລກໄພໄຂ້ເຈັບ ປະຕິບັດຫນ້າທີ່ວຽກງານໃຫ້ເປັນໄປດ້ວຍຄວາມຍຸດຕິທຳແລະນຳພາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງໄປຈົນເຖິງຈຸດສຸດຍອດ

ສຸດທ້າຍນີ້ກະບໍ່ມີຫຍັງ ມີແຕ່ກອນສັ້ນສັ້ນກອນນີ້ຝາກໄວ້

ລາວຮຸ່ງກ້າວ ໄປສູ່ສາກົນ
ຊົນຊາວລາວ ຮຸ່ງເຮືອງໃສແຈ້ງ
ແປງປຸງບ້ານ ສຳລານບານຍິ່ງ
ງາມສິ່ງສ້າງ ເມືອງບ້ານຮຸ່ງເຮືອງ

ໂພສໂດຍ=ຄົນຮັກລາວ  ລູກເຂົ້າຫນຽວ



__________________
Anonymous

Date:
RE: ຜ້າໃຫມ່ລາວຄ້ວາລາງວັນ ນານາຊາດ


ດີໃຈນໍາເດີ

__________________
Anonymous

Date:

dai hen khao nee leo poom jai num  mea ying lao . poom jai nai see mai lai mui un ngod ngam.

__________________
U know

Date:

ລະວັງເດີ້ໄປແຂ່ງແຕ່ຢູ່ປະເທດໄທຫຼາຍ ລະວັງມັນລັກເອົາໄປຈົດທະບຽນກັບWIPO ເດີ້

__________________
Anonymous

Date:

ດີໃຈນຳເດີ້ ເປັນຄວາມພູມໃຈຂອງຄົນຊາດລາວເຮົາໝົດທຸກຄົນ.
ແຕ່ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງນຳທຸກລາຍທຸກປະເພດໄປຈົດທະບຽນ
ໃຫ້ໂລກຮັບຮູ້ວ່າແມ່ນຂອງຊາດລາວ ຈັກຫນ້ອຍໄທຍມັນຊິລັກໄປຈົດອີກ
ເພາະມັນເຄີຍໄປສະເຫນີຈົດຕຳໝາກຫຸ່ງ,ປາແດກ,ແກງໜໍ່ໄມ້ແລະສິ້ນມາແລ້ວ,
ຈົດໄດ້ແຕ່ຕຳໝາກຫຸ່ງ,ປາແດກ...ຍັງແຕ່ສີ້ນກຳມະການຜູ້ຮັບຜິດຊອບປີນັ້ນເຂົາບໍ່ໃຫ້ຈົດ
ເຂົາທວງຕຶງໃຫ້ວ່າລາວໃສ່ສີ້ນທົ່ວປະເທດ,ສີ້ນຫນ້າຈະເປັນຕົ້ນກຳເນີດຈາກລາວ.
ຢ່າໄດ້ໄວ້ໃຈໄທຍເປັນເດັດຂາດ,ພວກປາກຫວານກົ້ນປ້ຽວ.


__________________


Veteran Member

Status: Offline
Posts: 56
Date:

ຜ້າໄຫມ ບໍ່ແມ່ນ ຜ້າໃຫມ່ ຕີ້

__________________
MLan

Date:

Congratulation! P Nong! smile

__________________
Anonymous

Date:

ຈັກໜ້ອຍໄທມັນກະຊິກອບໄປປະຍຸກລະວ່າຂອງມັນອີກ
ເບິ່ງຜ້າໄຫມມ້ອນໄທມັນກ໋ອບລາຍຜ້າລາວໄປເຮັດລະມັນກະວ່າ ນິີ້ແຫລະພູມປັນຍາໄທ


__________________
Anonymous

Date:

Anonymous wrote:

ຈັກໜ້ອຍໄທມັນກະຊິກອບໄປປະຍຸກລະວ່າຂອງມັນອີກ
ເບິ່ງຜ້າໄຫມມ້ອນໄທມັນກ໋ອບລາຍຜ້າລາວໄປເຮັດລະມັນກະວ່າ ນິີ້ແຫລະພູມປັນຍາໄທ



ສັນດານໄທຍ-ສະຫຍາມ ມັນກໍ່ເປັນແນວນັ້ນມາຕັ້ງແຕ່ບັນທະບູຮຸດມັນຢູ່ແລ້ວ ຍັງມີຫນ້າມາດູຖູກຊາດລາວ
ບໍ່ເຄີຍຮັບດອກວ່າເພີ່ນຊົ່ວຂະໜາດໃດ ກອບປີ້ຂອງໝູ່ ລັກສິ່ງຂອງໝູ່ໄປ ຫນ້າບໍ່ມີຢາງ ຍັງລອຍຫນ້າລອຍ
ຕາວ່າຂອງເພີ່ນເຮັດເພີ່ນປະດິດ ຍັງມາວ່າລາວເຄີຍເປັນຂອງມັນ ຈັ່ງແມ່ນໂງ່ກະດັດກະດໍ້ ປະເທດຕົນເອງບໍ່ໄດ້
ໃສ່ສີ້ນເປັນວັດທະນາທຳ ບໍ່ໄດ້ກິນເຂົ້າຫນຽວ ຈ້ຳປາແດກ ບໍ່ໄດ້ນັບຖືພະຍານາກ ເປັນວັດທະນາທຳປະຈຳຊາດ
ແຕ່ລາວນຸ່ງລາວກິນລາວນັບຖືແນວນັ້ນເປັນວັດທະນາທຳປະຈຳຊາດຮອດປະຈຸບັນ ບ່ອນໃດທີ່ນັບຖືແລະນຸ່ງກິນ
ຄືລາວບ່ອນນັ້ນກໍ່ຕ້ອງເປັນດິນແດນລາວມາກ່ອນ ເທົ່ານັ້ນມັນຍັງບໍ່ຮູ້ຈັກຄິດເອົາເອງ ຈັ່ງແມ່ນມັນໂງ່, ວັດທະນາທຳ
ໄທຍ ບໍ່ມີຢູ່ດິນລາວ ຄົນລາວບໍ່ໄດ້ ນັບຖືໂຕຄຸດ,ບໍ່ໄດ້ນຸ່ງສະເກີດເປັນເຄື່ອງນຸ່ງປະຈຳວັນ,ບໍ່ໄດ້ກິນຫຼືຖືຕົ້ມຍຳກຸ້ງເປັນ
ອາຫານປະຈຳຊາດ.. ຄິດເອງກໍ່ບບໍ່ເປັນ ຍັງມີຫນ້າມາດູຖູກຊາດລາວ ຜູ້ທີ່ເພີ່ນລັກເຄື່ອງເຂົາເຈົ້າໄປ
ຜູ້ທີ່ຂະຫຍາຍວັດທະນາທຳຂອງຊາດໄປຮອດດິນແດນສະຫຍາມ ເມື່ອຍນຳພວກໄທຍນີ້ເດ້.

 



__________________


Veteran Member

Status: Offline
Posts: 56
Date:

ອັນໃດດີ ອັນໃດງາມ ມັນກໍອ້າງວ່າເປັນຂອງມັນຫມົດ ແລ້ວມັນກໍໄປຂຶ້ນທະບຽນເປັນສິດທີບັດຂອງມັນ ຈັ່ງແມ່ນຊົ່ວນໍ້

__________________
Anonymous

Date:

Lao Tae wrote:

ອັນໃດດີ ອັນໃດງາມ ມັນກໍອ້າງວ່າເປັນຂອງມັນຫມົດ ແລ້ວມັນກໍໄປຂຶ້ນທະບຽນເປັນສິດທີບັດຂອງມັນ ຈັ່ງແມ່ນຊົ່ວນໍ້



ມົວແຕ່ຕິເຂົາຫຼາຍຈົນລືມເບິ່ງໂຕເອງ ເຮັດຫັຽງ ກະມີແຕ່ລໍຄອຍໃຫ້ຕ່າງຊາຕມາຊ່ວຍ ຖ້າຫາກ ລຖບ ເຫັນຄວາມສໍາຄັນໃນເລື້ອງນີ້ ເພິ່ນກໍຄວນເອົາໄປຈົດທະບຽນໄວ້ແຕ່ດົນແລ້ວ ອັນນີ້ບໍ່ຮູ່ວ່າລໍຖ້າອີ່ຫັຽງອີກ ຈັກໜອ່ຍກະເປັນຄືຄວາມບູຮານວ່າ: ກິນ.. ບໍ່ທັນໝາ 

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard