Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະໂມສອນອະດີດຊາວໜຸ່ມເດີນທະເລ ເກີດແລ້ວ
Anonymous

Date:
ສະໂມສອນອະດີດຊາວໜຸ່ມເດີນທະເລ ເກີດແລ້ວ




More update photos at: http://www.laosaa.org


  ເພື່ອເຕົ້າໂຮມຄວາມສາມັກຄີບັນດາເພື່ອນອະດີດຊາວໜຸ່ມເດີນທະເລ ແລະ ຊາວໜຸ່ມເດີນອາກາດ ໃນການ
ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບສະມາຄົມອະດີດຊາວໜຸ່ມເດີນທະເລຂອງບັນດາປະເທດອາຊຽນ ແລະ
ຍີ່ປຸ່ນ ເປັນຕົວແທນໃຫ້ແກ່ບັນດາເພື່ອນອະດີດຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ອະດີດຊາວໜຸ່ມເດີນອາກາດ ແລະ ຊາວ
ໜຸ່ມທ່ົວໄປ ນຳພາການເຄື່ອນໄຫວກິດຈະກຳຊ່ວຍເຫຼືອສັງຄົງ ແລະ ປະກອບສ່ວນໃນວຽກງານອາສາສະໝັກຕ່າງໆ ດ່ັງນັ້ນ
ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈຶ່ງໄດ້ຈັດໃຫ້ມີການສ້າງຕັ້ງສະໂມສອນອະດີດຊາວໜຸ່ມລາວ
ເດີນທະເລ ອາຊຽນ-ຍີ່ປຸ່ນ ຂຶ້ນໃນວັນທີ 21 ສິງຫາ 2009 ຢູ່ທີ່ໂຮງແຮມອ່າງຄຳ ນວ ໂດຍການເປັນປະທານຂອງທ່ານ ຄຳ
ພັນ ສິດທິດຳພາ ເລຂາຄະນະບໍລິຫານງານສູນກາງ ຊປປ ລາວ ທ່ານ ມາຢາຊາກິ ມິຢາຊີຕາ ເອກອັກຄະລັດຖະທູດຍີ່ປຸ່ນ
ປະຈຳ ສປປ ລາວ ມີບັນດາອະດີດຊາວໜຸ່ມເດີນທະເລຂອງ ລາວ ອາຊຽນ-ຍີ່ປຸ່ນ ແລະ ພະນັກງານທີ່ກ່ຽວຂ້ອງຂອງລາວ
ແລະ ຍີ່ປຸ່ນ ເຂົ້າຮ່ວມ.

              ທ່ານ ແອງພອນ ແພງສຸວັນ ປະທານສະໂມສອນອະດິດຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ໄດ້ຍົກໃຫ້ເຫັນຄວາມ
ໝາຍຄວາມສຳຄັນໃນການສ້າງຕັ້ງສະໂມສອນດ່ັງກ່າວ ຊຶ່ງໃນປີ 1997 ສູນກາງຊາວໜຸ່ມ ຊປປ ລາວ ໄດ້ສ່ົງພະນັກງານ 3
ທ່ານເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ເພື່ອສັງເກດການ ປີ 1998 ຄະນະຊາວໜຸ່ມເດີນທະເລຊຸດທຳອິດໄດ້ເດີນທາງ
ເຂົ້າຮ່ວມໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ແລະ ໄດ້ນຳເອົາແນວຄວາມຄິດການສ້າງຕັ້ງສະໂມສອນອະດີດຊາວ
ໜຸ່ມລາວເດີນທະເລ ຄວາມພະຍາຍາມກ່ຽວກັບການສ້າງຕັ້ງສະໂມສອນອະດີດຊາວໜຸ່ມເດີນທະເລ ໄດ້ຄ່ອຍໆພັດທະນາ
ຢ່າງຕໍ່ເນື່ອງ ແລະ ໃນທີ່ສຸດກໍສາມາດສ້າງຄວາມຝັນຂອງ 300 ກ່ວາຊີວິດໃຫ້ເປັນຈິງໄດ້ ຊຶ່ງຜົນສຳເລັດດ່ັງກ່າວຍ້ອນໄດ້ຮັບ
ການຊີ້ນຳ ນຳພາຈາກຄະນະເລຂາທິການຂອງສູນກາງ ຊປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຊຶ່ງຜົນສຳເລັດ ແລະ ພາ
ລະກິດອັນໃຫຍ່ຫຼວງ ແລະ ສຳຄັນທີ່ປະຊາຊົນອາຊຽນ ກໍຄືສັງຄົມລາວ ກຳລັງລໍຖ້າຮັບຊົມຜົນງານການປະກອບສ່ວນພັດ
ທະນາເສດຖະກິດ-ສັງຄົມ ການຊ່ວຍເຫຼືອຊາວໜຸ່ມ-ເຍົາວະຊົນບັນດາເຜ່ົາ ທີ່ຢູ່ໃນເຂດຊົນນະບົດ ແລະ ການປົກປັກຮັກສາ
ສິ່ງແວດລ້ອມ ແລະ ອື່ນໆ.

Vientianemai

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard