Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກຽມຕ້ອນຮັບ ຫນຸ່ມຫນ້າຕາດີ ຕົ້ນອານິລຸດ
Anonymous

Date:
ກຽມຕ້ອນຮັບ ຫນຸ່ມຫນ້າຕາດີ ຕົ້ນອານິລຸດ



 ຕາດຳ


   ແຟນເພງຫລາຍຄົນເຝົ້າຄອງຄອຍ ຢາກເຫັນຜົນງານເພງຂອງຫນຸ່ມຫນ້າຕາດີຄົນນີ້ ມີນາມວ່າ "ຕົ້ນ ອະນິລຸດ" ມາຫລາຍປີແລ້ວ ນັບຕັ້ງແຕ່ປີ 2006 ເປັນຕົ້ນມາກໍ່ບໍ່ເຫັນຜົນງານເພງຊຸດໃຫມ່ຂອງຕົ້ນອີກເລີຍ, ແຕ່ຫລ້າສຸດ ຫນຸ່ມຕົ້ນໄດ້ອອກມາປະກາດຕົວວ່າຕົນເອງ ກຳລັງກຽມເຮັດອາລະບຳຊຸດໃຫມ່ ພ້ອມກັບອອກມາບອກເລົ່າເຖິງສາເຫດທີ່ເຮັດໃຫ້ອາລະບຳອອກມາຊ້າມື້ນີ້ທຸກຄົນຈະໄດ້ຮູ້ກັນແນ່ນອນ.


   ຫລັງຈາກທີ່ປ່ອຍເພງ "ບໍ່ແມ່ນພະເອກ" ອອກມາໃຫ້ແຟນເພງໄດ້ຟັງ ແລະ ຊົມກັນແລ້ວ ເຊິ່ງເພງທີ່ຢູ່ໃນອາລະບຳດ່ຽວຊຸດທຳອິດຊື່ ຊຸດວ່າ "ຕົ້ນ"ທີ່ບົ່ງບອກເຖິງຕົວຕົນທີ່ແທ້ຈິງຂອງຕົ້ນໂດຍຜ່ານທາງສຽງເພງເຊິ່ງອາລະບຳໄດ້ອອກວາງຈຳຫນ່າຍໃນປີ 2005 ຫລັງຈາກ ນັ້ນກໍ່ບໍ່ເຫັນອາລະບຳຊຸດໃຫມ່ຂອງຫນຸ່ມຄົນນີ້ອີກເລີຍ ແລະ ມື້ນີ້ ຕົ້ນໄດ້ມາເລົ່າກ່ຽວກັບສາເຫດທີ່ເຮັດໃຫ້ອາລະບຳ2 ໃຊ້ເວລາດົນ ເຊິ່ງ ຕົ້ນໄດ້ກ່າວວ່າ "ຍ້ອນວ່າຕົ້ນຕ້ອງເຮັດວຽກຫລາຍໆຢ່າງພ້ອມກັນຈິ່ງເຣັດໃຫ້ອາລະບຳນີ້ແລ້ວຊ້າ ທັງວຽກຂອງຄອບຄົວ ໃນໄລຍະທີ່ຜ່ານ ມາຕົ້ນເອງກໍ່ໄດ້ທຸ່ມເທເວລາໃຫ້ກັບການຝຶກຊ້ອມກີລາຕີດອກປີກໄກ່ ແລະ ໃນຂະນະດຽວກັນຕົ້ນກຳລັງທຸ່ມເທໃຫ້ກັບການສຶກສາເພາະວ່າ ຂະນະນີ້ກຳລັງສຶກສາທີ່ມະຫາວິທະຍາໄລແຫ່ງຊາດ ຄະນະເສດຖະເສດປີທີ 4 ຈິ່ງເປັນເຫດຜົນທີ່ເຮັດໃຫ້ອາລະບຳຊຸດນີ້ ອອກມາຊ້ານັ້ນ ເອງ".


   ສຳລັບແນວເພງໃນອາລະບຳ "GO UP" ກໍ່ຍັງເປັນແນວປ໋ອບຣ໋ອກຄືເກົ່າບໍ່ວ່າຈະເປັນເລື່ອງຂອງແນວດົນຕີ ແຕ່ອາລະບຳຊຸດນີ້ດົນ ຕີຈະມີຄວາມຫນັກແຫນ້ນຂຶ້ນກວ່າເກົ່າເນື້ອຫາຂອງເພງກໍ່ຍັງຄົງເຈັບໆຄືເກົ່າທີ່ເວົ້າເຖິງອາລົມ ແລະຄວາມຮູ້ສຶກກັບຄວາມຮັກທີ່ບໍ່ສົມຫວັງ ເປັນອາລົມຂອງຄົນເສົ້າໆຖ້າໃຜທີ່ກຳລັງຢູ່ໃນອາລົມຂອງຄົນຖືກຫັກອົກ ຖ້າໄດ້ຟັງແລ້ວຮັບຮອງວ່າແທງໃຈແນ່ນອນຄາດວ່າແຟນເພງຄົງ ຈະໄດ້ຟັງກັນແນ່ນອນໃນໄວໆນີ້.


   ຕົ້ນ ເປັນອີກຫນຶ່ງສິລະປິນທີ່ໄດ້ຮັບຄວາມນິຍົມຫລາຍພໍສົມຄວນຈາກແຟນເພງ ໂດຍສະເພາະສາວໆ ຍ້ອນວ່າເປັນຫນຸ່ມຫນ້າຕາດີ ບວກກັບສຽງຮ້ອງທີ່ເປັນເອກະລັກຈິ່ງສົ່ງໃຫ້ຫນຸ່ມນ້ອຍຄົນນີ້ ແຈ້ງເກີດ ແລະ ກາຍເປັນສິລະປິນເຕັມຕົວໃນປີ 2005 ນັບແຕ່ນັ້ນເປັນ ຕົ້ນມາ ຕົ້ນ ກໍ່ມີທັງງານທົວຄອນເສີດ, ງານເປີດຕົວສິນຄ້າ ແລະ ງານເດີນແບບ, ນອກຈາກນີ້ ຕົ້ນຍັງໄດ້ເປັນຊາຍແບບໂຄສະນາຂອງ ລາວໂທລະຄົມນຳອີກ.




__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard