Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ອະລູນາປ່ຽນຈາກຈັບໄມ ມາຈັບບິກ
Anonymous

Date:
ອະລູນາປ່ຽນຈາກຈັບໄມ ມາຈັບບິກ



 ຕາດຳ


   ເວົ້າແບບນີ້ແຟນເພງຄົງຈະຕົກອົກຕົກໃຈວ່າສາວເກ່ງແຫ່ງວົງການເພງ "ອາລູນ້າ" ຈະຫັນຫລັງໃຫ້ກັບວົງການເພງແລ້ວ ຄວາມຈິງ ແລ້ວບໍ່ແມ່ນແນວນັ້ນ ອາລູນ້າ ໄລຍະນີ້ຂໍພັກຈັບໄມໂຄໂຟນຊົ່ວຄາວ ເພາະຫລ້າສຸດອາລູນ້າ ໄດ້ມີຜົນງານໃຫມ່ແຕ່ບໍ່ແມ່ນອາລະບຳເພງ ແຕ່ຢ່າງໃດເຊິ່ງຜົນງານທີ່ວ່ານີ້ເປັນຜົນງານການຂຽນປຶ້ມໂດຍໃສ່ວ່າ "ການເດີນທາງສູ່ຕອນທີ2" ປະຈຸບັນໄດ້ວາງຈຳຫນ່າຍແລ້ວທົ່ວປະ ເທດ.


   ເປັນອີກບາດກ້າວຫນຶ່ງຂອງການກ້າວມາເປັນນັກຂຽນ ສຳລັບ "ອາລູນ້າ" ນັກຮ້ອງສາວສຽງດີ-ນັກປະພັນເພງ ຂອງຄ້າຍເພງອິນດີ ເຣັກຂອດ ຫລ້າສຸດເມື່ອວັນທີ 12 ສິງຫາທີ່ຜ່ານມາອາລູນ້າໄດ້ວາງຈຳຫນ່າຍຜົນງານການຂຽນປຶ້ມເຫລັ້ມທຳອິດຂອງຕົນເປັນທີ່ຮຽບຮ້ອບ ແລ້ວ ທີ່ມີຊື່ວ່າ "ການເດີນທາງສູ່ຕອນທີ2" ຫລື "The Journey to Part Two" ເຊິ່ງອາລູນ້າ ໄດ້ໃຫ້ສຳພາດວ່າ "ປຶ້ມເຫລັ້ມນີ້ໃຊ້ເວ ລາຂຽນທັງຫມົດແມ່ນ 7 ເດືອນຈິ່ງສຳເລັດອອກມາໃຫ້ເຮົາໄດ້ອ່ານກັນ ແລະການຂຽນປຶ້ມນີ້ແມ່ນຍາກກວ່າການແຕ່ງເພງຫລາຍໆ ເພາະ ວ່າມັນເປັນການບອກເລົ່າຮູບພາບໂດຍບໍ່ມີສຽງ ເວລາຄົນອ່ານກໍ່ຈະອ່ານແບບມິດໆ ດັ່ງນັ້ນ ເຮົາຈະເຮັດແບບໃດເພື່ອໃຫ້ຄົນອ່ານເຂົ້າໃຈ ແລະ ສາມາດສຳຜັດຈິນຕະນາການໄປພ້ອມໆກັບເຮົາໄດ້ ເພື່ອໃຫ້ສື່ເຖິງອາລົມນັ້ນໆ ແລະ ສິ່ງນີ້ຖືເປັນເລື່ອງຍາກຫລາຍໃນການຂຽນ".


    ປຶ້ມ "ການເດີນທາງສູ່ຕອນທີ2" ແມ່ນຈະເລົ່າເຖິງຈຸດປ່ຽນແປງຊີວິດຂອງອາລູນ້າໃນໄລຍະ 4-5 ປີທີ່ຜ່ານມາ ເຊິ່ງຖືໄດ້ວ່າເປັນໄລ ຍະທີ່ສຳຄັນຫລາຍ. ຫລາຍຄົນຄົງສົງໄສຢູ່ໃນໃຈແລ້ວວ່າ ເປັນຫຍັງອາລູນ້າຈິ່ງເລືອກມາເປັນນັກຮ້ອງ ທັງທີ່ສຶກສາຈົບຈາກຕ່າງປະເທດ ໃນຄະນະບໍລິຫານທຸລະກິດ ແລະ ຍັງມີທຸລະກິດຄອບຄົວນຳ ແລະ ຫລ້າສຸດສາວຄົນນີ້ຍັງຫັນມາເປັນນັກຂຽນນຳອີກທຸກຄົນຈະຮູ້ເມື່ອໄດ້ ອ່ານປຶ້ມເຫລັ້ມນີ້ເພາະວ່າມັນຈະບອກເລົ່າເຖິງຈຸດປ່ຽນ ຫລັງຈາກທີ່ຄົ້ນພົບຄວາມຝັນຂອງຕົນເອງ.


    ນອກຈາກນີ້ ທ່ານຍັງຈະຮູ້ເຄັດລັບຂອງຄວາມສຳເລັດການກ້າວມາເປັນນັກຮ້ອງຂອງອາລູນ້າ ເຊິ່ງຈະມີລາຍລະອຽດບອກເລົ່າຕັ້ງ ແຕ່ການເລີ່ມຕົ້ນທີ່ຈະກ້າວມາເປັນນັກຮ້ອງ ວ່າຈະຕ້ອງຜ່ານຂັ້ນຕອນຫຍັງມາແດ່ລວມເຖິງເລື່ອງອື່ນໆ ນຳທີ່ສາວຄົນນີ້ນຳມາບອກເລົ່າ ໂດຍຜ່ານຕົວຫນັງສື".


    ອາລູນ້າ ຍັງຝາກຂໍ້ຄິດເຖິງນ້ອງໆ ຫລືແຟນເພງ ແລະ ທຸກໆຄົນທົ່ວໄປວ່າ "ໃຜທີ່ຢາກປະສົບຄວາມສຳເລັດໃນຊີວິດກ່ອນອື່ນຕ້ອງ ມີຄວາມຝັນ ແລະ ໄປໃຫ້ເຖິງມັນອາລູນ້າເຮັດໄດ້ຫມົດທຸກຄົນກໍ່ຕ້ອງເຮັດໄດ້ຫວັງວ່າປຶ້ມເຫລັ້ມນີ້ຈະຊ່ວຍເຮັດໃຫ້ທຸກຄົນທີ່ໄດ້ອ່ານເກີດມີ ກຳລັງໃຈຕໍ່ສູ້ເພື່ອໄປໃຫ້ເຖິງຝັນ ຈົ່ງຈື່ໄວ້ບໍ່ມີເສັ້ນທາງລັດສູ່ຄວາມຝັນ"


    ໃຜທີ່ມີຄວາມຝັນ ແລະ ຢາກກ້າວໄປຮອດຄວາມຝັນຂອງຕົນ ແຕ່ບໍ່ຮູ້ວ່າຈະເຮັດແນວໃດ ທ່ານສາມາດຊອກຫາຄຳຕອບໄດ້ ໃນປຶ້ມ ໄດ້ແລ້ວ ເພາະວ່າປຶ້ມຫົວນີ້ມີວາງຈຳຫນ່າຍຕາມຮ້ານຂາຍປຶ້ມທົ່ວໄປຕາມຮ້ານຊີດີແລະ ຮ້ານສະດວກຊື້ຕ່າງໆໄດ້ແລ້ວທົ່ວປະເທດ.


ອີຄອມ



__________________


Member

Status: Offline
Posts: 20
Date:

ຂອບໃຈທີ່ນຳຂ່າວດີນີ້ມາບອກໃຫ້ຮູ້.

__________________
Anonymous

Date:


ມາຂຽນຂີ້ໂມ້ປະສົບການອີກແລ້ວ

__________________


Veteran Member

Status: Offline
Posts: 56
Date:

ດີຫລາຍ ທີ່ເຮັດໄດ້ຕາມຕວາມຝັນຂອງຕົນເອງ

__________________
Anonymous

Date:

ຂ້ອຍເຮັດບໍ່ໄດ້ຄືເຈົ້າໝົດທຸກອັນດອກເດີ້ ອາລຸນນ່າ ທີ່ໂທລະສັບອອກມາຮ້າຍພໍ່ຕົນເອງ ແລະ ໄລ່ແຂກໄປລ້າງຖ້ວຍເອງ ແຖມຍັງເວົ້າຢ່າງຄົນບໍ່ມີເຫດຜົນ

__________________
Anonymous

Date:

ໄດ້ຍິນຂ່າວລືກັນວ່າ ອາລຸນາເປັນທອມບອຍ
ແມ່ນແທ້ບໍ່

__________________
Anonymous

Date:

Anonymous wrote:

ໄດ້ຍິນຂ່າວລືກັນວ່າ ອາລຸນາເປັນທອມບອຍ
ແມ່ນແທ້ບໍ່




 She seem to have succeeded in manything, but the important thing she has not suceeded  is that she is not getting her self married, most important thing for the women to prove they have real success or not...



__________________
Anonymous

Date:


What do nee to be...... www.tenspeed.com



Lao government  need  Library much more , need  book for reed much more ?

how do you thing about that..?  I love  Laos  ....

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard