Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕຸລີ ຊິອອກອີກແລ້ວ
Anonymous

Date:
ຕຸລີ ຊິອອກອີກແລ້ວ

 ຕາດຳ

   ຫລາຍຄົນຄົງຈະຄຸ້ນຫນ້າຄຸ້ນຕາສາວນ້ອຍສຽງດີຈາກແຂວງຫລວງພະບາງ "ຕຸລີ່" ເຈົ້າຂອງເພງດັງ"ເຈັບບໍ່ຈຳ" ເຊິ່ງເພງນີ້ເຄີຍຂຶ້ນ ອັນດັບ1 ຂອງຄື້ນວິທະຍຸຕ່າງໆມາແລ້ວ, ຫລ້າສຸດ ຕຸລີ່ ໄດ້ປ່ອຍເພງໃນອາລະຊຸດໃຫມ່ ມາໃຫ້ແຟນເພງໄດ້ຟັງກັນແລ້ວ ໃນບົດເພງທີ່ມີ ຊື່ວ່າ "Be My Chocolate"  ເຊິ່ງເປັນການກັບມາພ້ອມການຮ່ວມງານກັບຄ້າຍເພງໃຫມ່ຂອງພິທີກອນຊື່ດັງຫນຸ່ມ "ອາແລັງ".

   ຕຸລີ່ ແຈ້ງເກີດໃນເສັ້ນທາງວົງການເພງໃນປີ 2007 ສັງກັດໃນຄ້າຍເພງວາເລນທາຍມິວສິກແລະເພງທີ່ສ້າງຊື່ສຽງໃຫ້ ຕຸລີ່ ກາຍເປັນ ທີ່ຮູ້ຈັກຂອງແຟນເພງທົ່ວປະເທດກັບບົດເພງ "ເຈັບບໍ່ຈຳ" ໃນຜົນງານອາລະບຳຊຸດທຳອິດຂອງຕຸລີ່ຈົນສົ່ງໃຫ້ສາວນ້ອຍຈາກແຂວງຫລວງ ພະບາງຄົນນີ້ ຄ້ວາລາງວັນນັກຮ້ອງນ້ອງໃຫມ່ດີເດັ່ນແຫ່ງປີ 2008 ໄປຄອງໃນງານປະກາດຜົນລາງວັນລາວມິວສິກອາວອດ 2008.

   ຫລັງຈາກຫມົດສັນຍາກັບຄ້າຍ ວາເລນທາຍມິວສິກ ຫວ່າງທ້າຍປີ 2008 ຕຸລີ່ ກໍ່ປາກົດຕົວເທິງເວທີອີກເທື່ອຫນຶ່ງ. ຕຸລີ່ ກັບມາພ້ອມ ຜົນງານເພງໃຫມ່ຫລ້າສຸດ "Be My Chocolate" ເປັນເພງໄວແລະໃນເພງນີ້ ຕຸລີ່ ໄດ້ສະແດງຄວາມສາມາດດ້ານການຮ້ອງເພງ ແລະ ການເຕັ້ນໃຫ້ແຟນເພງໄດ້ຊົມມາແລ້ວ ເທິງເວທີການມອບໂຊກຂອງເນດສກາເຟມາແລ້ວ 9 ແຂວງ ແຕ່ການກັບມາເທື່ອນີ້ ຕຸລີ່ ໄດ້ເປັນ ສິລະປິນສັງກັດຂອງຄ້າຍຄົມປນຍາ ເອັນເຕີເທນເມັນ (KOMPANYA Entertainment) ເຊິ່ງເປັນຄ້າຍເພງນ້ອງໃຫມ່ ເຊິ່ງເຈົ້າຂອງ ຄ້າຍເພງນີ້ເປັນຂອງພິທີກອນ ແລະ ນັກຈັດລາຍການຊື່ດັງນັ້ນກໍ່ຄື ຫນຸ່ມ "ອາແລັງ" ນັ້ນເອງ.

   ສາເຫດຂອງການຍ້າຍຄ້າຍເພງໃຫມ່ນີ້ ຕຸລີ່ ບອກວ່າ "ຮູ້ຈັກກັບເຈົ້າຂອງຄ້າຍເປັນການສ່ວນຕົວ ແລະຕົນເອງຢາກຈະຮ່ວມງານນຳ ຈິ່ງຕັດສິນໃຈເຂົ້າມາສັງກັດໃນຄ້າຍຄົມປັນຍານີ້. ສ່ວນສາເຫດອື່ນ ຕຸລີ່ຂໍເກັບໄວ້ເປັນຄວາມລັບ" ນີ້ຄືຜົນງານອາລະບຳຊຸດທີ2 ຂອງສາວ ຄົນນີ້ ແຕ່ເປັນອາລະບຳຊຸດທີ1 ໃນຖານະເປັນສິລະປິນສັງກັດຂອງຄ້າຍເພງຄົມປັນຍານີ້.

   ປະຈຸບັນ ຕຸລີ່ ໄດ້ປ່ອຍເພງເປີດຕົວ "Be My Chocolate" ມາໃຫ້ແຟນເພງໄດ້ຟັງກັນແລ້ວທາງຄື້ນວິທະຍຸ ແລະທາງໂທລະພາບ ເຊິ່ງເພງນີ້ກຳລັງໄດ້ຮັບຄວາມນິຍົມຢູ່ໃນຂະນະນີ້ ແຕ່ຖ້າຢາກຟັງເພງອາລະບຳເຕັມໆ ຄາດວ່າອີກບໍ່ດົນອາລະບຳຊຸດນີ້ ຄົງຈະວາງອອກ ຈຳຫນ່າຍກ່ອນບຸນອອກພັນສາເພາະວ່າຂະນະນີ້ທາງຄ້າຍກຳລັງກະກຽມການຖ່າຍທຳມິວສິກວີດີໂອຢູ່. 

ECOM

__________________

Member

Status: Offline
Posts: 20
Date:

ຂໍໃຫ້ຫລານຕຸລີ່່ຈົ່ງປະສົບຜົນສໍາເຣັດເດີ

__________________
Anonymous

Date:

Anonymous wrote:

who is this girl? a Lao singer?
 one word! Ting Phailavan is more beautiful!

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard