Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈັບໄວລຸ້ນລາວ ປຸ້ນຊັບ
Anonymous

Date:
ຈັບໄວລຸ້ນລາວ ປຸ້ນຊັບ


ເວລາ 18 ໂມງ ວັນທີ 6 ພຶດສະພາ 2009 ປກສ ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້
ອອກກວດກາສາລະເວນເບິ່ງຄວາມເປັນລະບຽບຮຽບຮ້ອຍພາຍໃນບ້ານ ພົບເຫັນໄວລຸ້ນຊາຍ 2 ຄົນ ກຳລັງດັດແປງສະພາບ ລົດຈັກ ຍີ່ຫໍ້ຊູຊູກິ ບໍ່ມີປ້າຍ ຈຳນວນ 2 ຄັນ ຢູ່ໃນເຮືອນຫຼັງໜຶ່ງ ປກສ  ບ້ານຈິ່ງຂໍກວດກາເອກະສານ ຂະນະດຽວກັນກໍພົບງ້າວ 1 ດວງ ແລະ ໂສ້ 1 ເສັ້ນວາງຢູ່ຂ້າງ ເມື່ອກວດກາເຫັນວ່າລົດບໍ່ມີເອກະສານ ພ້ອມວັດຖຸດັ່ງກ່າວ ບໍ່ສາມາດຢັ້ງຢືນໄດ້ເຖິງທີ່
ໄປທີ່ມາ ຈິ່ງພາຕົວພວກກ່ຽວໃຫ້ເຈົ້າໜ້າທີ່ ປກສ ເມືອງ.
                ເຈົ້າໜ້າທີ່ໄດ້ເປີດການສອບປາກຄຳໄວລຸ້ນທັງສອງຄົນ ຈິ່ງຊາບຊື່ຄື ທ້າວ ໄຊລືຊາ ຫຼື ໂຈ້ ອາຍຸ 16 ປີ ວ່າງງານ
ບ້ານວຽງຈະເລີນ ແລະ ທ້າວ ຂັນໄຊ ຫຼື ເລ້ ອາຍຸ 18 ປີ ນັກສຶກສາບ້ານໜອງບອນ ເມືອງໄຊເຊດຖາ ພວກກ່ຽວໄດ້ໃຫ້ການ
ວ່າ: ລົດຈັກຈຳນວນດັ່ງກ່າວແມ່ນໄດ້ພາກັນປຸ້ນມາ ໂດຍໃຊ້ງ້າວ ແລະ ໂສ້ເປັນອາວຸດປຸ້ນຊີງຊັບ ເຊິ່ງເລີ່ມມາແຕ່ເດືອນມີນາ
2009 ຕົ້ນເດືອນພຶດສະພາຂອງປີດຽວກັນ ລວມແລ້ວປະມານ 10 ຄັ້ງ ນອກຈາກປຸ້ນລົດຈັກແລ້ວ ຍັງປຸ້ນໂທລະສັບ ແລະ ດຶງ
ກະເປົາ ໂດຍການຮ່ວມມືຂອງທ້າວ ປີຍາ ຫຼື ແຫຼ້ ອາຍຸ 30 ປີ ກຳມະກອນບ້ານວຽງຈະເລີນ ທ້າວ ພູນສະຫວັດ ຫຼື ກິ ອາຍຸ
19 ປີ ວ່າງງານ ບ້ານໜອງດາ ເມືອງສີໂຄດຕະບອງ ແລະ ທ້າວ ວໍລະໝີ ຫຼື ໝີ ອາຍຸ 16 ປີ ນັກຮຽນບ້ານໜອງບອນ ເມືອງ
ໄຊເຊດຖາ ແລະ ເຄື່ອງທີ່ໄດ້ ມີລົດຈັກຍີ່ຫໍ້ສະແມັດ 2 ຄັນ ລົດຈັກເວບ 100 ຈຳນວນ 1 ຄັນ ເງິນ 217.000 ກີບ ເງິນບາດ
1.000 ບາດ ເງິນໂດລາ 62 ໂດລາ ແລະ ໂທລະສັບ 6 ໜ່ວຍ.
                ລົດຈັກທີ່ປຸ້ນໄດ້ແມ່ນນຳໃຊ້ ໂທລະສັບແມ່ນເອົາໄປຂາຍ ແລ້ວເອົາມາແບ່ງປັນກັນໃຊ້ຈ່າຍ ເວລາທີ່ອອກເຄື່ອນ
ໄຫວກໍ່ເຫດ ແມ່ນໃນເວລາ 23 ໂມງກາງຄືນຫາ 1 ໂມງເຊົ້າ ວິທີການລົງມື ແມ່ນຂີ່ລົດຈັກຊ້ອນກັນ ແລ້ວເລາະຊອກຫາເປົ້າ
ໝາຍ ເມື່ອມີໂອກາດເໝາະສົມ ກໍລົງມືປຸ້ນຊີງຊັບທັນທີ ເຊິ່ງບາງຄັ້ງກໍໄປນຳກັນ 2-4 ຄົນ ໃຊ້ລົດ 1-2 ຄັນ ຖ້າເວລາໄປເກີນ
2 ຄັນ ແມ່ນຈະໃຫ້ຜູ້ໜຶ່ງຂີ່ໄປກ່ອນເພື່ອລົງມືປຸ້ນ ແລະ ຊີງຊັບ ສ່ວນອີກຄັນຂີ່ນຳຫຼັງເພື່ອເປັນກຳລັງເສີມ ຖ້າເກີດກໍລະນີຜູ້
ເສຍຫາຍຕໍ່ສູ້ຄືນ ແມ່ນຈະເຂົ້າມາຕີຊ່ວຍທັນທີ.
                ກ່ອນໜ້າຈະຖືກກັກຕົວຄືວັນທີ 3 ພຶດສະພາ 2009 ເວລາ 1 ໂມງເຊົ້າ ທ້າວ ໂຈ້ ເລ້ ແລະ ທ້າວ ແຫຼ້ ໄດ້ພາກັນ
ຂີ່ລົດຈັກທີ່ປຸ້ນມາໄດ້ຈຳນວນ 2 ຄັນ ເລາະຊອກຫາປຸ້ນ ແລະ ຊີງຊັບຕາມເຄີຍ ເມື່ອຮອດທາງ 3 ແຍກຈີ່ນາຍໂມ້ ກໍເຫັນຊາຍ
ໜຸ່ມ 2 ຄົນ ຂີ່ລົດຈັກຊູຊູກິສະແມັດສີແດງ ຊ້ອນກັນອອກມາຈາກເສັ້ນທາງໄປບ້ານບໍ່ໂອ ຈິ່ງຂີ່ລົດນຳມາຮອດແຖວຫຼັກ 4
ທ້າວ ເລ້ ກໍໃຊ້ງ້າວຈີ້ ແລະ ຈະເອົາໂສ້ຟາດ ຊາຍທັງ 2 ກໍຖິ້ມລົດແລ່ນໜີໄປເພື່ອເອົາຕົວລອດ ຈາກນັ້ນ ທ້າວ ເລ້ ກໍໄດ້ເອົາ
ລົດຄັນດັ່ງກ່າວ ແລ້ວຂີ່ໄປຝາກໝູ່ຢູ່ບ້ານໂຊກນ້ອຍ.
                ຫຼັງຈາກທີ່ໄດ້ຂໍ້ມູນຫຼັກຖານລະອຽດຄົບຖ້ວນ ເຈົ້າໜ້າທີ່ ປກສ ເມືອງໄຊເຊດຖາ ກໍເຂົ້າກັກຕົວທ້າວ ແຫຼ້ ໃນວັນ
ທີ 7 ແລະ ເຂົ້າກັກຕົວທ້າວ ກິ ແລະ ທ້າວ ໝີ ໃນວັນທີ 8 ພ້ອມຢຶດພາຫະນະຮັບໃຊ້ລົດຈັກຈຳນວນ 3 ຄັນ ແລະ ເກັບກູ້ລົດ
ຈັກທີ່ປຸ້ນອີກ 1 ຄັນ ໂທລະສັບມືຖື 5 ໜ່ວຍ ມາກອງຄະດີເມືອງ ເພື່ອດຳເນີນຄະດີພວກກ່ຽວຕາມລະບຽບກົດໝາຍ.
Vientianemai

__________________
Anonymous

Date:

ຫາລະເອົາພວກນີ້ໄປເຂົ້າຄຸກຊຳເຂ້

__________________
Anonymous

Date:

ຄົນປະເພດນີ້ມັນຕ້ອງເອົາໄປຝັງທັງເປັນ ( ເອົາໄປຂັງຂໍໂທສ )

__________________
Anonymous

Date:

ເອົາມັນໄປປ່ຽໄວ້ຢູ່ດອນທ້າວ ບໍ່ໃຫ້ມັນເຫັນຟັ່ງເລີຽ ໃຫ້ມັນຫາກີນເອງ

__________________


Newbie

Status: Offline
Posts: 2
Date:

jung si mun thong thon 5555

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard