Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພຮະເປັນຄູສອນ
ລາວ

Date:
ພຮະເປັນຄູສອນ

ຢູ່ໃນນະຄອນຫລວງວຽງຈັນປະຈຸບັນນີ້ບາງໂຮງຮຽນມີຄູບາໄປເປັນຄູສອນເປັນເພາະຫຍັງ ແລະຄືບໍ່ມີຄຸນພໍ່ຫຼືສາດສະໜາອື່ນໄປສອນນຳ

__________________
Anonymous

Date:

ເຈົ້າບໍ່ເຄີຍໄດ້ຍິນຄໍາວ່າ ຄູບາອາຈານບໍ
ຄູບາ = ອາຈານ
ຕອນຂ້ອຍຮຽນສະໄຫມປະຖົມ ອາຈານແມ່ນຄູບາ
ນອກຈາກສອນເລກແລ້ວ ເພິ່ນຍັງແຊກທໍາມະທໍາໂມເຂົ້າໃນການສອນ
ສົງໃສແຕ່ວ່າ ເພິ່ນກາຊິມີເງິນເດືອນຄືອາຈານທົ່ວໆໄປຫຼືບໍ່

__________________
Anonymous

Date:

ຂໍຕອບໃຫ້ຫາຍຂໍ້ຂ້ອງໃຈເດີ ທີ່ພະໄປສອນໃນໂຮງຮຽນນັ້ນເປັນການດີ ພະຢູ່ວັດບ້ານຂ້ອຍກໍໄປສອນ ອາຈານໃຫຍ່ສົ່ງເພີ່ນໄປແລະເພີ່ນກໍ່ສະຫມັກໃຈໄປດ້ວຍ ເພີ່ນບໍ່ມີເງີນເດືອນດອກ ເພີ່ນຢາກຊ່ວຍເດັກນ້ອຍລາວແລະ
ຢາກໃຫ້ເດັກນ້ອຍຮູ້ຈັກສາດສະຫນາຫລາຍຂື້ນ ພະສະໄຫມດຽວນີ້ມີຄວາມຮູ້ສູງໃດ ບາງອົງຈົບປະລຶນຍາໂທມາແຕ່
ອີນເດຍ ແລະພາສາອັງກິດກໍ່ເກ່ງ ເດັກນ້ອຍແຖວບ້ານ ເວົ້າໃຫ້ຟັງວ່າພະໄປສອນມວນຫຼາຍ ບໍ່ຢາກຂາດໂຮງຣຽນ
ຢາກໃຫ້ພະໄປສອນທຸກຊົ່ວໂມງຈະໄດ້ຟັງນິທານ

__________________
Anonymous

Date:

oh  good   satuu

__________________
Anonymous

Date:

ທີ່ພະເພີ່ນໄປສອນນັ້ນ ມັນກໍ່ດີແລ້ວ ຖ້າເຮົາຫວນຄືນໄປໃນສະໃຫມອາດີດ ປະເທດເຮົາບໍ່ມີໂຮງຮຽນດອກ ໂຮງຮຽນແຕ່ກີ້ ກໍ່ແມ່ນວັດເປັນໂຮງຮຽນ ການທີ່ພະເພີ່ນໄປສອນນັກຮຽນກໍ່ເພາະວ່າ ເພີ່ນໄປສອນວິຊາສິລທັມ ເພາະຄູ ຫລື ອາຈານ ເພີ່ນກໍ່ຮູ້ແຕ່ທາງໂລກ ສ່ວນທາງທັມນັ້ນແມ່ນບໍ່ຄ່ອນຮູ້ບານໃດ ແລະ ການທີ່ພະເພີ່ນໄປສອນ ກໍ່ເປັນການດີ ຖືເປັນ ການສອນໃຫ້ພວກເຊົາວະຊົນໄດ້ເຂົ້າໃກ້ສາສນາ ເພາະສ່ວນຫລາຍແລ້ວ ຄົນລາວ ເຮົາບໍ່ຄ່ອຍໄດ້ເຂົ້າໃກ້ສາສນາ ສ່ວນຫລາຍແລ້ວແມ່ນ ຮູ້ຈັກແຕ່ປະເພນີ ແລະ ວັດທະນະທໍາ. ໃນໄລຍະ ຕົ້ນປີ 1990 ກໍ່ບໍ່ເຄີຍມີວິຊາສິລທັມ ແຕ່ຕົກມາໃນປະຈຸບັນນີ້ມີວິຊານີ້ ແລະ ແຖມພະເປັນຜູ່ສອນອີກ ກໍ່ຍີ່ງເປັນການດີ. ບໍ່ເປັນການຜິດເດີ້ ທີ່ທ່ານເຫັນພະໄປສອນຢູ່ໂຮງຮຽນ. ຢູ່ໃນພະໄຕປິດົກເພີ່ນກໍ່ບໍ່ໄດ້ຫ້າມໃຫ້ພະໄປສອນຢູ່ໂຮງຮຽນ.

__________________
Sithandone

Date:

ດີແລ້ວທິ່ມີພຣະ ເປັນຄຣູສອນ ເພາະຈະເຮັດໃຫ້ເດັກນອ້ຍລາວເຮົາໃດ້ມີຄວາມໃກ້ຊິດກັບ
ວັດວາ ສາສນາດີຂື້ນ. ຕອນທີ່ຂ້າພຣະເຈົ້າເປັນເດັກນ້ອຍໂຮງຮຽນປະຖົມກໍອາໃສວັດນີ້ແລ້ວ
ເປັນຮຽນໂດຍມີ ພຣະເຈົ້າອາວາສເປັນຄຣູສອນ.ຈໍາໃດ້ດີວ່າຕອນເຊົ້າກ່ອນເຂົ້າຫ້ອງ ຈະມີການເຄົາຣົບທຸງຊາດ, ຕໍ່ຈາກນັ້ນກໍຈະມີການໄຫ້ວພຣະ ແລ້ວຈິ່ງວິຊາຮຽນປົກຕິ.ໃນ
ຫຼັກສູຕຮຽນນັ້ນກໍຈະມີວິຊາ ທັມມະຈະຣິຍາ ແຕ່ຊວ່ງຫຼັງມານິ້ບໍ່ຮູ້ວ່າດ້ວຍເຫດໃດກະຊວງ
ສຶກສາຈິ່ງຕັດວິຊານີ້ອອກ ແລ້ວເອົາວິຊາ ຄຸນສົມບັດມາແທນ.

__________________
Anonymous

Date:

ດີແລ້ວທີ່ມີພຣະເປັນຄຣູສອນ ເພາະຈະເຮັດນັກຮຽນໃດ້ມີຄວາມໃກ້ຊິດກັບສາສນາຫຼາຍຂື້ນ
ສໃໝທີ່ຂ້າພຣະເຈົ້າ ຮຽນຢູ່ປະຖົມກໍອາສັຍໃຕ້ລ່າງກຸຕິນີ້ແລ້ວເປັນໂຮງຮຽນ ໂດຍທີ່ມີ ພຣະ
ເຈົ້າອາວາທ ວັດເປັນຄຣູສອນ. ຈໍາໃດ້ດີວ່າທຸກໆເຊົ້າເພິ່ນຈະພາໃຫ້ວພຣະກ່ອນເລີ່ມຮຽນ
ແລະກໍມີ ວິຊາ ທັມມະຈະຣິຍາ ນໍາອີກ. ບໍ່ຣູ້ວ່າດ້ວຍເຫດຜົນໃດໃນຊ່ວງນຶ່ງກະຊວງສຶກສາ
ຈຶ່ງຕັດວິຊານີ້ອອກ ໂດຍນໍາເອົາວິຊາ ຄຸນສົມບັດສິນທໍາປະຕິວັດມາແທນ.

- ນີ້ແລ້ວຄືຜົນທີ່ຢັ້ງຢືນວ່າຄົນລາວລ້າໆ ເປັນແຕ່ພຽງຮ່າງກາຍ, ມັນສະໝອງ ແນວຄຄວາມຄິດທາງປະຫວັດສາດຊາດບໍ່ມີໃນສະໝອງແມ່ນແຕ່ໜ້ອນດຽວ.
- ການທີ່ຜູ້ຂຽນກ້າເວົ້າຈັ່ງຊີ້ນັ້ນ ເນື່ອງຈາກຄົນລາວສ່ວນໃຫຍ່ບໍ່ຮູ້ທີ່ມາຂອງຊາດ ຂາດຄວາມສຳນຶກຊາດ.
- ທີ່ສຳຄັນ ຄົນລາວທັງໝົດດູຖືກຊາດ ຄື "ບໍ່ຮຽນວັດທະນະທຳຕົນ, ບໍ່ສຶກສາປະຫວັດສາດຕົນ" ຮູ້ຈັກແຕ່ຮູ້ຮັກຊາດ ແຕ່ຂາດປັນຍາ, ມີຄົນລາວ ຈັກຄົນທີ່ຮູ້ປະຫວັດສາດອັນຖືກຕ້ອງຂອງຕົນ.
- ຄົນລາວບໍ່ຮຽນປະຫວັດສາດ ຊາດຕົນ ກໍເລີຍດູຖູກຊາດຕົນ.
----------------------------------------------
- ການທີ່ພຣະໄປສອນນັ້ນຖືແລ້ວ ເພາະອະດີດພຣະກໍສອນ ມີໜ້າທີ່ເປັນຄຣູສອນ ຢູ່ແລ້ວຈົນໄດ້ນາມະຍົດວ່າ "ຄຣູບາ" ຄືເປັນຜູ້ທຳໜ້າທີ່ສອນລູກຫຼານຂອງຄົນນັ້ນເອງ.
- ດຽວນີ້ ຄົນທີ່ສອນ ເຂົາຮຽກ "ຄຣູບາອາຈານ" ຈະບວດກໍໄດ້ ບໍ່ບວດກໍໄດ້.
----------------------------------------------
- ໂຮງຮຽນຢູ່ວັດ ຊື່ວ່າ "ສາລາໂຮງທັມ ຫຼືສາລາການ ປ.ລ" ສາລາການປາລີ.
----------------------------------------------
- ນອກຈາກນັ້ນຄົນລາວ ຍັງເວົ້າຕິດປາກວ່າ "ບວດ ຮຽນ ຂຽນ ອ່ານ" ສະນັ້ນ ຄົນທີ່ເປັນຊາວພຸດ ຈຶ່ງຕ້ອງຮຽນ
----------------------------------------------
- ໃຜຍັງສົງໄສເລື່ອງນີ້ ຫຼືບໍ່ຮູ້ເລື່ອງນີ້ ນັ້ນຄືຄົນຂາຍຊາດແບບໜຶ່ງ, ຫຼືຢ່າຮຽກ ຕົນເອງວ່າລາວ ອາຍເຂົາ, ຄົນຊາດອື່ນເຂົາສົນໃຈປະຫວັດສາດຊາດຕົນ.

__________________
Anonymous

Date:

www.watlao.org

Let's you known

__________________
menyszocn

Date:
jpeeRUwvFhR

huZS8S hcjepmngvmcb, zgeucijjxmgd, [link=http://uqopvyoksiyz.com/]uqopvyoksiyz[/link], http://zqaakomqprzj.com/

__________________
Anonymous

Date:
RE: ພຮະເປັນຄູສອນ

ຂ້ອຍຜູ່ນຶ່ງທີ່ເຄີຍເປັນນັກຮຽນຂອງໂຮງຮຽນອົງການພຸດທະສາດສະນາສໍາພັນ(ອສພ),
ເຫດຜົນທີ່ໄປຮຽນຢູ່ໂຮງຮຽນແຫ່ງນີ້ກໍ່ຍ້ອນຢາກຮຽນພາສາອັງກິດເພາະຢູ່ໃນໂຮງຮຽນ
ປະຖົມຂອງຫລວງເພິ່ນສອນແຕ່ພາສາຝຣັ່ງ. ຄຸນນະພາບຂອງນັກຮຽນທີ່ຈົບຈາກໂຮງຮຽນ ອສພ ສາມາດທຽບເທົ່າໄດ້ກັບພວກນັກຮຽນທີ່ຈົບຈາກໂຮງຮຽນເອກກະຊົນຕ່າງໆເຊັ່ນໂຮງຮຽນຄຸນແມ່ແລະໂຮງ
ຮຽນກວ໊ກບາວ.

__________________
Anonymous

Date:

Anonymous wrote:

- ແມ່ນແລ້ວ ນັບແຕ່ປີ 1900 ເປັນຕົ້ນມາ ຈົນຮອດປີ 1975 , ຂ້າຣາຊະການລາວ ທັງໝົດແມ່ນຮຽນຈົບຈາກໂຮງຮຽນສົງ ແລະໂຮງຮຽນວັດ ແລ້ວຈຶ່ງໄປຮຽນໃນໂຮງຮຽນວິຊາຊີບທາງນອກ ຫຼືຕ່າງປະເທດ.
- ນັບແຕ່ປີ 1975 ມາຮອດປັດຈຸບັນ ບັນດາພະນັກງານທີ່ມີຄຸນນະພາບລ້ວນແຕ່ຈົບ ໂຮງຮຽນທາງສົງກວມເອົາ 40-50 % ຂອງພະນັກງານລັດທັງໝົດ.

__________________
Anonymous

Date:

ລາວ wrote:

ຢູ່ໃນນະຄອນຫລວງວຽງຈັນປະຈຸບັນນີ້ບາງໂຮງຮຽນມີຄູບາໄປເປັນຄູສອນເປັນເພາະຫຍັງ ແລະຄືບໍ່ມີຄຸນພໍ່ຫຼືສາດສະໜາອື່ນໄປສອນນຳ

ຄຸນພໍ່ບໍ່ມີຫຼາຍໃນລາວ ພຣະສົງລາວສອນໜັງສືມາພັນກວ່າປີແລ້ວ

__________________
Anonymous

Date:

Anonymous wrote:

- ນີ້ແລ້ວຄືຜົນທີ່ຢັ້ງຢືນວ່າຄົນລາວລ້າໆ ເປັນແຕ່ພຽງຮ່າງກາຍ, ມັນສະໝອງ ແນວຄຄວາມຄິດທາງປະຫວັດສາດຊາດບໍ່ມີໃນສະໝອງແມ່ນແຕ່ໜ້ອນດຽວ.
- ການທີ່ຜູ້ຂຽນກ້າເວົ້າຈັ່ງຊີ້ນັ້ນ ເນື່ອງຈາກຄົນລາວສ່ວນໃຫຍ່ບໍ່ຮູ້ທີ່ມາຂອງຊາດ ຂາດຄວາມສຳນຶກຊາດ.
- ທີ່ສຳຄັນ ຄົນລາວທັງໝົດດູຖືກຊາດ ຄື "ບໍ່ຮຽນວັດທະນະທຳຕົນ, ບໍ່ສຶກສາປະຫວັດສາດຕົນ" ຮູ້ຈັກແຕ່ຮູ້ຮັກຊາດ ແຕ່ຂາດປັນຍາ, ມີຄົນລາວ ຈັກຄົນທີ່ຮູ້ປະຫວັດສາດອັນຖືກຕ້ອງຂອງຕົນ.
- ຄົນລາວບໍ່ຮຽນປະຫວັດສາດ ຊາດຕົນ ກໍເລີຍດູຖູກຊາດຕົນ.
----------------------------------------------
- ການທີ່ພຣະໄປສອນນັ້ນຖືແລ້ວ ເພາະອະດີດພຣະກໍສອນ ມີໜ້າທີ່ເປັນຄຣູສອນ ຢູ່ແລ້ວຈົນໄດ້ນາມະຍົດວ່າ "ຄຣູບາ" ຄືເປັນຜູ້ທຳໜ້າທີ່ສອນລູກຫຼານຂອງຄົນນັ້ນເອງ.
- ດຽວນີ້ ຄົນທີ່ສອນ ເຂົາຮຽກ "ຄຣູບາອາຈານ" ຈະບວດກໍໄດ້ ບໍ່ບວດກໍໄດ້.
----------------------------------------------
- ໂຮງຮຽນຢູ່ວັດ ຊື່ວ່າ "ສາລາໂຮງທັມ ຫຼືສາລາການ ປ.ລ" ສາລາການປາລີ.
----------------------------------------------
- ນອກຈາກນັ້ນຄົນລາວ ຍັງເວົ້າຕິດປາກວ່າ "ບວດ ຮຽນ ຂຽນ ອ່ານ" ສະນັ້ນ ຄົນທີ່ເປັນຊາວພຸດ ຈຶ່ງຕ້ອງຮຽນ
----------------------------------------------
- ໃຜຍັງສົງໄສເລື່ອງນີ້ ຫຼືບໍ່ຮູ້ເລື່ອງນີ້ ນັ້ນຄືຄົນຂາຍຊາດແບບໜຶ່ງ, ຫຼືຢ່າຮຽກ ຕົນເອງວ່າລາວ ອາຍເຂົາ, ຄົນຊາດອື່ນເຂົາສົນໃຈປະຫວັດສາດຊາດຕົນ.

 I think your language is kinda strong for the gentleman who was asking a Question, He might be a new generation who doesn't know much about our country history. a good  educator like you, Could've been explaining to him/her '' Ton Pai Sai Hed''  But you just jump on him/her all over the places... Oh gee.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard