Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ນາງເອກເລື່ອງ “ສະບາຍດີຫລວງພະບາງ”
Anonymous

Date:
ນາງເອກເລື່ອງ “ສະບາຍດີຫລວງພະບາງ”




ນີ້ຄືຄຳລີ້ ພິລາວົງ ຫລືອາລີ້ ນາງເອກຮູບເງົາເລື່ອງ "ສະບາຍດີຫລວງພະບາງ" ຜູ້ສ້າງຮູບ ເງົາເລື່ອງນີ້ແມ່ນບໍລິສັດລາວອາດທ໌ ມີເດຍ ກັບບໍລິສັດສປາຕາ (ປະເທດໄທ) ເລືອກອາລີ້ມາ ຫລິ້ນເປັນຄູ່ກັບອະນັນດາ ເອຟເວີ ລິງແຮມ ພະເອກຫນຸ່ມຂວັນໃຈຂອງໃຜໆຫລາຍຄົນ.

ຜົນງານທີ່ໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ອາລີ້ ກໍ່ຄືເວທີການປະກວດ Miss Lux 2006 ສາວ ອາລີ້ ຫນ້າຫວານຄົນນີ້ ສາມາດຄວ້າລາງວັນຮອງອັນດັບຫນຶ່ງມາຄອງ. ປະຈຸບັນ ອາລີ້ ອາຍຸໄດ້ 19 ປີ ກຳລັງສຶກສາຢູ່ທີ່ມະຫາວິທະຍາໄລຫົວເສີນ (ປະເທດຈີນ) ໃນສາຂາສິ່ງແວດ ລ້ອມ ເປັນວິຊາຫລັກດ້ວຍຄວາມມຸ່ງຫມັ້ນຕັ້ງໃຈຮຽນເພື່ອຢາກນຳເອົາຄວາມຮູ້ທີ່ ໄດ້ມານັ້ນກັບ ມາຮັບໃຊ້ໃນປະເທດລາວເຮົາ ເພື່ອຈັດການກັບບັນຫາທີ່ ແຜ່ລາມໃນຕອນນີ້ ກ່ຽວກັບສິ່ງແວດ ລ້ອມ ພ້ອມກັບການພັດທະນາເສດຖະກິດໃນປະເທດ.

ຕອນນີ້ ອາລີ້ ກຳລັງພົບບັນຫາເພາະວ່າ ອາລີ້ ບໍ່ເຄີຍຄິດມາກ່ອນຮຽນສິ່ງແວດລ້ອມ ຈະ ຕ້ອງເຂົ້າຫ້ອງທົດລອງເລື້ອຍໆແບບນີ້ຕ້ອງຢູ່ໃກ້ ສານເຄມີຕະຫລອດຕອນນີ້ ອາລີ້ ຈິ່ງຂໍປ່ຽນ ສາຂາວິຊາຮຽນໃຫມ່ໄປເປັນການຄ້າຕ່າງປະເທດແທນ. ອາລີ້ເຊື່ອວ່າໃນຂາສາທີ່ຮຽນນີ້ຈະສາ ມາດຮັບໃຊ້ປະເທດຊາດໄດ້ເຊັ່ນກັນ.

ສຳລັບງານສະແດງ ອາລີ້ບໍ່ເຄີຍສະແດງລະຄອນ ຫລື ຮູບເງົາຢູ່ໃສມາກ່ອນຈິ່ງເປັນເລື່ອງ ທີ່ຍາກຫລາຍ ອາລີ້ຕ້ອງເລີ່ມຕົ້ນນັບຫນຶ່ງໃຫມ່ແຕ່ສາກທີ່ປະທັບໃຈແມ່ນສາກທີ່ຖ່າຍທຳຢູ່ປາກ ເຊ ເປັນສາກຝົນຕົກມີຄົນຫລາຍໆຄົນເປັນສາກທີ່ຫລິ້ນຍາກ ແຕ່ເປັນສາກທີ່ຕື່ນເຕັ້ນດີ ໃນຮູບ ເງົາເລື່ອງນີ້ ອາລີ້ຫລິ້ນເປັນ "ນ້ອຍ" ເປັນພະນັກງານນຳທ່ຽວ ແລະ ມື້ຫນຶ່ງ ນ້ອຍໄດ້ພົບກັບ "ສອນ" ຮັບບົດໂດຍ (ອະນັນດາ ເອຟເວີລິງແຮມ) ແລ້ວທັງຄູ່ກໍ່ເກີດມີຄວາມຮັກຕໍ່ກັນໃນແຜ່ນ ດິນທີ່ສວຍງາມ. ຈາກຄຳບອກເລົ່າຂອງ ທ່ານ ອະນຸສອນ ສິຣິສັກດາ ຜູ້ບໍລິຫານບໍລິສັດລາວ ອາດທ໌ມີເດຍ ເປັນທັງຜູ້ສ້າງ ແລະ ຜູ້ກຳກັບເລື່ອງ "ສະບາຍດີຫລວງພະບາງ".

ສາວອາລີ້ບອກວ່າຢາກຂໍເຊີນຊວນແຟນໆໃຫ້ພາກັນມາຊົມຮູບເງົາເລື່ອງ "ສະບາຍດີຫຼວງ ພະບາງ" ໃຫ້ໄດ້ເພາະເຊື່ອວ່າທຸກຢ່າງຕ້ອງອອກມາສວຍງາມໃຜທີ່ໄດ້ຊົມກໍ່ ຈະໄດ້ເຫັນພາບ ທິວທັດທຳມະຊາດ ອັນອຸດົມສົມບູນສະຖານທີ່ທ່ອງທ່ຽວຕ່າງໆ ທີ່ຂຶ້ນຊື່ໃນລາວເຮົາ. ຖ້າຫາກ ທຸກຢ່າງເປັນໄປຕາມແຜນທີ່ວາງໄວ້ແຟນໆຈະໄດ້ຊົມ"ສະບາຍດີຫລວງພະບາງ"ໃນກາງເດືອນ ເມສານີ້ ຕາມໂຮງສາຍຮູບເງົາຂອງລາວ ແລະ ໄທ ຈະສາຍອອກພ້ອມໆກັນ.

Source: ecom

__________________
Anonymous

Date:

ເບິ່ງແລ້ວ, ເລື່ອງຍັງບໍ່ເຂັ້ມຂົນ, ມີແຕ່ປະມານວ່າພັນລະນາທຳມະຊາດ. ແຕ່ກະດີເພາະແມ່ນເລື່ອງທຳອິດທີ່ເຮັດໃຫ້ຄົນຮູ້ຈັກລາວຫລາຍຂື້ນ

__________________
Anonymous

Date:

Anonymous wrote:

ເບິ່ງແລ້ວ, ເລື່ອງຍັງບໍ່ເຂັ້ມຂົນ, ມີແຕ່ປະມານວ່າພັນລະນາທຳມະຊາດ. ແຕ່ກະດີເພາະແມ່ນເລື່ອງທຳອິດທີ່ເຮັດໃຫ້ຄົນຮູ້ຈັກລາວຫລາຍຂື້ນ




 I think you are talking about " SABYDEE LUANG-PRABANG 1 "



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard