ທຸກຄົນຍອມຮັບວ່າບໍ່ວ່າ ບໍ່ມີໃຜຢາກເກີດມາໃນຄວາມທຸກຍາກຂາດເຂີນ, ເຮົາອາດເວົ້າໄດ້ວ່າ ທຸກຄົນທີ່ເກີດມາຍອມມີຄວາມດີງາມໃນຕົວຂອງໃຜມັນ ແລະ ພໍ່ແມ່ກໍ່ບໍ່ຢາກໃຫ້ລູກຂອງຕົນກາຍເປັນບັນຫາຂອງສັງຄົມ.
ແລະ ອາດເວົ້າໄດ້ອີກວ່າ ຄົນເຮົາຢາກເກີດມາເພື່ອຈະໄດ້ຮັບໂອກາດທີ່ດີ ແລະ ກໍ່ຢາກມີວຽກເຮັດງານທໍາທີ່ສຸດຈະລິດ ຖ້າສັງຄົມໃຫ້ໂອກາດແກ່ພວກເຂົາ.
ບ້ານເມືອງລາວປະຈຸບັນເຕັມໄປດ້ວຍບັນຫາປຸ້ນຈີ້ຊິງຊັບ, ຂ້າຟັນລັນແທງ ແລະ ເອົາລັດເອົາປຽບ ສວຍໂອກາດຈາກການມີອໍານາດ ຂອງຜູ້ທີ່ເຂັ້ມແຂງກວ່າ ຈົນເຮັດໃຫ້ຜູ້ອອ່ນແອ ຜູ້ບໍ່ມີຄວາມຮູ້ ບໍ່ມີໂອກາດພັດທະນາຕົນເອງ ເພື່ອກາຍເປັນຄົນດີ ເຮັດວຽກທີ່ສຸດຈະລິດ ແຕ່ຍ້ອນບັນຫາເຫລົານີ້ເອງ ຈື່ງບີບບັງຄັບໃຫ້ຄົນຫຸນຸມນ້ອຍຈໍານວນຫລວງຫລາຍເດີນທາງຜິດຈົນ ກາຍເປັນໄພສັງຄົມ ແລະ ເປັນສີ່ງທີ່ບໍ່ເພິ່ງປາດຖະຫນາຂອງສັງຄົມ.
ເຮົາບໍ່ອາດຈະຕິຕຽນ ຫລື ຖິ້ມໂທດວ່າເປັນຍ້ອນຕົວເຂົາເອງ ຫລື ເປັນຍ້ອນສະພາບບີບບັງຄັບໃຫ້ເຂົາເຮັດໃນສີ່ງທີ່ບໍ່ດີ ຫລື ອາດເປັນຍ້ອນການຄຸ້ມຄອງສັງຄົມຂອງລັດຂາດປະສິດທິພາບແລະບໍ່ມີນະໂຍບາຍຊ່ວຍເຫລືອເຂົາເຈົ້າ ເພາະສາຍເຫດຂາດຄວາມຮູ້ໃນການແກ້ໄຂບັນຫາໃຫ້ຕົງຈຸດ ສຸດທ້າຍມັນກໍ່ເລີຍມາລົງໃສບ່ອນວ່າ ພວກເຮົາຄວນແກ້ຈຸດໃດດີ ໄລຍະສັ້ນ ຫລື ໄລຍະຍາວ ເພື່ອຫລຸດຜ່ອນບັນຫາຄະດີ ແລະ ການເພີ່ມຂື້ນຂອງປະກົດການຫຍໍ້ທໍ້ໃນສັງຄົມລາວ ໃຫ້ຫມົດໄປ.
ການສຶກສາເປັນສີ່ງທີ່ດີ ແຕ່ເມື່ອຄົນບໍ່ມີໂອກາດ ກໍ່ອາດກາຍມາເັນໂຈນໄດ້.
ອັນວ່າປະກົດການຫຍໍ້ທໍ້ທາງສັງຄົມນີ້ ມັນມີມາຕິດຕົວຂອງສັງຄົມມະນຸດ ຍິ່ງສັງຄົມໃຫຍ່ຂຶ້ນ ຄວາມຫລາກຫລາຍຂອງບັນຫາກໍ່ຈະເພີ່ມຂຶ້ນ. ໃນໂລກປະຈຸບັນ ມີແຮງກະຕຸ້ນຫລາຍຢ່າງທີ່ເຮັດໃຫ້ເກີດມີບັນຫາຫຍໍ້ທໍ່ເພີ່ມຂຶ້ນ ໂດຍສະເພາະໃນຍຸກສາລະສົນເທດ ທີ່ຂໍ້ມູນມີການເຜີຍແຜ່ ທັງດ້ານບວກ ແລະ ດ້ານລົບ ຢ່າງບໍ່ຈຳກັດ.
ມະນຸດໃນຫລາຍໆ ສັງຄົມພະຍາຍາມແກ້ໄຂບັນຫານີ້ໃນແບບສະບັບຂອງຄົນເອງ ຢ່າງເຊັນ ໃນສັງຄົມມຸສະລີມ ມີການອອກກົດຫມາຍຄຸມຄອງສັງຄົມຢ່າງເຄັ່ງຄັດ ເຊັ່ນ ປະເທດ ຊາອຸ ເຮັດໃຫ້ບັນຫາຫຍໍ້ທໍ້ມີຫນ້ອຍທີ່ສຸດ. ໃນປະເທດສິ່ງກະໂປ ມີກົດຫມາຍເຂັ້ມແຂງຫລາຍ ນອກນັ້ນ, ໃນບັນດາປະເທດທີ່ເປັນຄອມມິວນິດ ກໍ່ບໍ່ມັກມີບັນຫາສັງຄົມ ຫລາຍ ເຊັ່ນ ປະເທດກຸຍບາ ແລະ ເກົາຫລີເຫນືອ.
ສ່ວນຢູ່ລາວເຮົາ ສິແກ້ໄຂບັນຫາແນວໃດ໋ ກະຍັງບໍ່ຮູ້ຈັກ - ຢາກໃຫ້ທຸກທ່ານຊ່ວຍກັນລະດົມຄຳເຫັນເບິ່ງ ອັນໃດ໋ມັນສິດີທີ່ສຸດສຳລັບລາວເຮົາ.
ທີ່ຜ່ານມາມີຫລາຍຄົນສະເຫນີທາງອອກຫລາຍແບບ ສ່ວນການແກ້ໃຂກໍ່ບໍ່ໄດ້ເຕັມເມັດເຕັມຫນ່ວຍ ບັນຫາຫຍໍ້ທໍ້ແບບເກົ່າໆ ກໍ່ຍັງຄົງຢູ່ ຫລື ເພີ່ມທະວີຫລາຍຂຶ້້ນ. ບາງຄົນກະບອກວ່າ ເປັນຍ້ອນການສຶກສາບໍ່, ເປັນຍ້ອນລະບົບການເມືອງ, ແລະ ອື່ນໆ.
ຄຶດວ່າບັນຫາຫຍໍ້ທໍ້ ເປັນສິ່ງທີ່ຫລີກລ້ຽງບໍ່ໄດ້ ແຕ່ເຮັດຈັງໃດ໋ໃຫ້ມັນເກີດຂຶ້ນນ້ອຍທີ່ສຸດ- ປະຕິເສດບໍ່ໄດ້ກໍ່ຕ້ອງແມ່ນລັດຖະບານເປັນຜູ້ນຳພາໃນການແກ້ໄຂບັນຫານີ້ ແຕ່ຢ່າລືມໃຫ້ປະຊາຊົນເຂົ້າມາມີສ່ວນຮ່ວມ ການແກ້ໄຂບັນຫາຈຶ່ງຈະຢືນຢົງ.
ໃນເມື່ອທ່ານຢາກໃຫ້ມີຫຼາຍຄົນອອກຄຳເຫັນ ຂ້າພະເຈົ້າເອງກໍຂໍມີຄຳເຫັນໜ້ອຍໜຶ່ງ ຊຶ່ງອາດຈະບໍ່ຖືກໃຈຫຼາຍໆທ່ານ
ສັງຄົມລາວໃນປະຈຸບັນ ແມ່ນສັງຄົມເຫັນແກ່ຕົວ ເປັນສັງຄົມດື້ດຶງ ບໍ່ເອົາຄວາມໃຜ ຜູ້ໃຫຍ່ເວົ້າ ຜູ້ນ້ອຍກະບໍ່ເອົາໃຈໃສ່ຊ້ຳບໍ່ພໍຍັງດ່າວ່າເຖົ້າບໍ່ມີຄວາມຄິດ ເຖົ້າບໍ່ມີການສຶກສາ ແລ້ວກໍກົງກັນຂ້າມຜູ້ໃຫຍ່ກໍບໍ່ຄ່ອຍສົນໃຈນຳຜູ້ນ້ອຍເພາະບອກໄດ້ມັນກະບໍ່ຟັງ . ສະຖາບັນຄອບຄົວບ້ານເຮົາໜ້າເປັນຫ່ວງຈິງໆ ເດີທ່ານ ຫຼາຍຄອບຄົວບໍ່ມີວຽກເຮັດງານທຳ ພ້ອມທັງກິນຢາບ້ານຳອີກ ເມື່ອພໍ່ກິນຢາ ມັນກໍລາມໄປຫາລູກ ບໍ່ມີເງິນກໍພາກັນໄປລັກເຄື່ອງເຂົາ ແລ້ວແມ່ນໃຜຊິລົງໄປຊ່ວຍຄົນພວກນີ້ ເພາະເມື່ອຊ່ວຍໃຫ້ເຂົ້າໃຫ້ປາມັນກິນ ມັນກໍຍິ່ງໄດ້ໃຈໃຫຍ່ ຫຍັງມັນກະບໍ່ຢາກເຮັດ ເຮົາເຫັນແລ້ວກໍໜ້າເວດທະນາແທ້ໆ
ຂ້າພະເຈົ້າເອງກໍເຄີຍຊ່ວຍຄົນພວກນີ້ ແຕ່ເຂົາບໍ່ຢາກປັບປຸງຕົນເອງ ມີແຕ່ຢາກບຶນເລິກລົງໄປເປັນເສດຂອງສັງຄົມ. ທາງກົມປະຊາສົງເຄາະເດ ເພິ່ນບໍ່ເຄື່ອນໄຫວແດ່ບໍ???
ຕາມຄຳເຫັນຂອງ ຂພຈ ອາດຈະເບິ່ງການແກ້ໄຂບັນຫາສັງຄົມ 2 ດ້ານ:
1- ດ້ານຈຸນລະພາກ: ໃຫ້ເບິ່ງບັນຫາຄອບຄົວ, ການສຶກສາ, ລະບົບສາທາ, ໂຮງຮຽນ, ໂຮງຫມໍ, ຫມູ່ເພື່ອນ, ການເຂົ້າສັງຄົມ, ໆລໆ
2- ດ້ານມະຫາພາກ- ໃຫ້ເບິ່ງໄປທີ່ລະບົບກົດຫມາຍ ແລະ ການບັງຄັບໃຊ້ກົດຫມາຍ, ນະໂຍບາຍລັດຖະບານ, ດ້ານປະເພນີ, ຄວາມເຊື່ອ ແລະ ສາດສະຫນາ ທີ່ຈະມາກ່ອມເກົາຈິດໃຈ,
ສັງຄົມລາວໃນປະຈຸບັນແມ່ນຫຼາຍສາຍເຫດພາໃຫ້ເກີດປະກົດການຍໍ້ທໍ້,ຂ້າພະເຈົ້າກໍ່ແມ່ນຜູ້ໜື່ງທີ່ນອນຢູ່ໃນສັງຄົມລາວມາໄດ້50ກວ່າປີຜ່ານມາ
ໂດຍຜ່ານອາຍຸສັງຂານມາເປັນຕົວເລກ.ສາຍເຫດພາໃຫ້ເກີດສິ່ງຍໍ້ທໍ້ໃນສັງຄົມຕາມສ່ວນຕົວສັງເກດເຫັນຄື:
1. ສະພາບແວດລ້ອມຂອງສັງຄົມບັງຄັບ.
2. ການແກ້ງແຍງທາງດ້ານກຽດແລະສັກສີ ເກີດມີຊົນຊັ້ນ.
3. ການແກ້ງແຍງທາງດ້ານວັດຖຸເງິນ-ຄຳ ແລະອຶ່ນໆ.
ປະກົດການມີຄົນຊີງດີ,ຊີງເດັ່ນ ຂ້າພະເຈົ້າຈະຍົກຕົວຢ່າງສັງຄົມໃນລະບອການປະຕິວັດຊາດປະຊາທີປະໄຕໃນເມື່ອກອ່ນແມ່ນບໍ່ຮູ້ວ່າຜູ້ໃດຮັ່ງມີ,ມີຕຳແໜ່ງ,
ນາຍກັບລູກນ້ອງກິນເຂົ້າໝໍດຽວນອນກາງມູງຄືກັນ,ຕ່າງແຕ່ຜູ້ເປັນາຍແມ່ນມີປືນສັ້ນ,ສ່ວນລູກນ້ອງແມ່ນມີປືນຍາວ.ເວລານັ້ນພວກປະຕິວັດໄດ້ໂຈມ
ຕີຟ່າຍວຽຈັນ(ລະບອບເກົ່າ)ວ່າ:ນົກອ້ຽງກິນໝາກໂພໄຮ່ ,ແຊວໆສຽງ , ບໍ່ມີໂຕຮ້ອງ,ໂຕຈັບຢູ່ຫງ່າໃຕ້ແມ່ນກົ້ມຄໍກິນນຳຫ່ງາເທິ່ງ,ສ່ວນໂຕທີ່ຈັບຢູ່ຫ່ງາເທິ່ງແມ່ນແຫງນຄໍ
ກິນນຳຫ່ງາໃຕ້. ຄຳເວົ້ານີ້ແມ່ນຖຶກຍຸກສະໄໝສັງຄົມປະຈຸບັນ.ພວກເຮົາຈະສັງເກດເຫັນຄື:ນາຍໃຫ່ຍເທົ່າໃດກໍ່ມີໂອກາດລົບໝາກໂລພາຫຼາຍກວ່ານາຍນ້ອຍ,ຖືວ່າພະນັກງານ
ຜູ້ທີ່ມີອຳນາດແມ່ນເປັນຜູ້ຊໍ່ລາດບັງຫຼວງຢ່າງເປີດແປນ,ມັນສະແດງອອກຄືເອົາເງິນເດືອນມາສົມທຽບກັບ,ການໃຊ້ຈ່າຍຂອງຜູ້ນຳແຕ່ລະຂັ້ນນັບແຕ່ເຈົ້າເມືອງ,ເຈົ້າແຂວງ,
ລັດຖະມົນຕີ,ນາຍົກລັດຖະມົນຕີຕະລອດຮອດປະທານປະເທດ,ເອົາເງິນເດືອນພື້ຖານຂອງ ລະດັບສຈ ຫຼືເຈົ້າແຂວງເປັນຕົວຢ່າງ:ແມ່ນພຽງແຕ່2,500,000+ປະກັນສັງຄົມ+ອູດໜຸນຕຳ
ແໜ່ງ+ປີການອອກມາຈະບໍ່ເກີນ 6ລ້ານກວ່ານີ້ແຫຼ.ແຕ່ວ່າເປັນຫັຍງຈີ່ງມີເງິນຕັ້ງເຮືອນຫຼັງບັກໃຫ່ຍມີຫຼາຍຫຼັງອີກດ້ວຍ,ມີເງິນຊື້ລົດລາຄາແພງລະດັບ1ແສນຫາ2ແສນໂດຣາອາເມລິກາ.
ຄອບຄົວບໍ່ໄດ້ເຮັດການຄ້າຂາຍຫັຍງ,ເອົາເງິນມາແຕ່ໃສ່,ພ້ອມທັງຍັງດື່ມເຫຼົ້າແລະວາຍລຸນລາຄາ3-4ຮ້ອຍໂດຣາ.ຫຼາຍທ່ານກໍ່ຈະຄິດອອກແບບດຽວນີ້ບໍ່?
ສັງຄົມແບບນີ້ແມ່ນໃຜຈະແກ້????