Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພຣະໄຕປີດົກພາສາອັງກິສ ມີ 20 000 ໜ້າ


Senior Member

Status: Offline
Posts: 271
Date:
ພຣະໄຕປີດົກພາສາອັງກິສ ມີ 20 000 ໜ້າ


ພຣະໄຕປີດົກ ພາສາອັງກິສ ມີປະມານ 20 000 ໜ້າ

ຄຳພີ ໄບໂບລ ພາສາອັງກິສ ມີປະມານ 1 200 ໜ້າ

ຄຳພີ ຄູຣານ ພາສາອັງກິສ ມີຕ່ຳກວ່າ 1 000 ໜ້າ

https://www.facebook.com/pg/Lao-Religion-247490002347585/about/



__________________


Senior Member

Status: Offline
Posts: 271
Date:

ເຖິງແມ່ນວ່າ ຄຳພີ ໄບໂບລ ຊິມີພຽງແຕ່ 1200 ໜ້າ ແຕ່ຜູ້ຂ້າໄດ້ຍິນຄຳວ່າ Bible study ຢູ່ເລື້ອຍໆ ໃນຄາລີຟໍເນັຽ.

ພຣະໄຕປິດົກ ມີຫລາຍພັນໜ້າ ແຕ່ຜູ້ຂ້າບໍ່ເຄີຍໄດ້ຍິນເຖິງ ກາຣສຶກສາຄົ້ນຄວ້າພຣະໄຕປິດົກ ໃນຊຸມຊົນ(ຄຣາວາສ)ລາວ ໃນອາເມຣິກາ ເລີຍ.

ທ່ານຜູ້ອ່ານເດ ເຄີຍໄດ້ຍິນແດ່ບໍ?

 

ສາສນາພຸທມີລັກສນະວິທຍາສາຕ!



-- Edited by PeaceBeWithUs on Sunday 27th of August 2017 08:35:38 AM

__________________


Senior Member

Status: Offline
Posts: 271
Date:

ເມື່ອປະມານຊາວປາຍປີກ່ອນນີ້ ມີອົງກາຣຈັດຕັ້ງພຸທລາວໜຶ່ງ ໄດ້ເອົາປຶ້ມພຣະໄຕປິດົກພາສາອັງກິສ ໄປມອບໃຫ້ຫໍສມຸດຂອງຣັຖລາງບ່ອນ ໃນຄາລີຟໍຣ໌ເນັຽ.  ໜັງສືພິມພ໌ໃຫຍ່ໃນທ້ອງຖິ່ນທີ່ຂ້າພະເຈົ້າຢູ່ ກໍໄດ້ອອກຂ່າວກາຣມອບປຶ້ມນີ້.

ແຕ່ຫລັງຈາກເວລາຜ່ານໄປໄດ້ ປະມານ 6 ເດືອນ ຫລື ປີໜຶ່ງ ໜັງສືພິມພ໌ ກໍໄດ້ອອກຂ່າວວ່າ ທາງຫໍສມຸດຢາກສົ່ງປຶ້ມດັ່ງກ່າວຄືນ ເພາະບໍ່ມີຄົນໄປຢືມອ່ານ. ພຣະໄຕປິດົກຊຸດໜຶ່ງມີຫລາຍຫົວເຊິ່ງກິນເນື້ອທີ່ບ່ອນວາງປຶ້ມຫລາຍກວ່າປຶ້ມປະເພທອື່ນໆ. ຊິຖິ້ມກໍເສັຽດາຍ ຊິຫາຄົນມາບາຍກໍຍາກ.



-- Edited by PeaceBeWithUs on Sunday 10th of September 2017 12:54:02 PM

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard