Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກາຣບວຊ


Senior Member

Status: Offline
Posts: 271
Date:
ກາຣບວຊ


ພຣະອາຈາຣຍ໌  ໄຊຍະເດດ ວົງໂສພາ ພິມພ໌ລົງໃນ Bailane.com ເມື່ອຫລາຍປີກ່ອນນີ້:

ການບວດ

 

ເປັນການບຳເພັນເນກຂັມມະປາຣະມີ ເພື່ອອອກຈາກຄອງຄາຣະວາດ ເປັນຜູ້ເຫັນໄພໃນວັດຕະສົງສານ ເພື່ອຍັງພຣະນິບພານໃຫ້ບັງເກີດຂື້ນ ນີ້ຄືເປົ້າໝາຍສູງສຸດຂອງການບວດ.

ແຕ່ຕໍ່ມາ ມີຫຼາຍຄົນໃຫ້ເຫດຜົນຂອງການບວດເປັນຫຼາຍຢ່າງ ຕາມສະພາບການແລະອຸປະນິໄສຂອງຄົນ ຈົນມີຄຳພັງເພີຍກ່າວຕໍ່ການບວດວ່າ

ບວດລັບ
ບວດລີ້
ບວດໜີສົງສານ
ບວດຜານເຂົ້າສຸກ
ບວດຊຸກຫົວນອນ
ບວດຫຼອນເມຍເຂົາ
ບວດເມົາລາບສັກກາລະ
ບວດລະພຣະທັມວິນັຍ
ບວດໄປສະຫວັນແລະນິບພານ
ບວດດັນລົງນາຮົກ

ໃນຈຳນວນຂ້າງເທິງນັ້ນ ບວດໜີສົງສານ ແລະ ບວດໄປສະຫວັນແລະນິບພານ ແມ່ນດີ ນອກຈາກນັ້ນ ມີອະເວຈີມະຫານາຮົກເປັນທີ່ສຸດ

ຍັງມີຄຳພັງເພີຍບາງໝວດອີກວ່າ

ບວດລັບ
ບວດລີ້
ບວດໜີສົງສານ
ບວດຂີ້ໃສ່ຖານ ເຈັດຕຳນານບໍ່ເບິ່ງ (ເຈັດຕຳນານເປັນປື້ມສູດມົນ)

ອັນນີ້ເປັນຄຳເວົ້າຄູບາອາຈານ ເມື່ອເຫັນພຣະສົງສາມະເນນບໍ່ຕັ້ງໃຈໃນການບວດ ຈິ່ງກ່າວຄຳນີ້ອອກມາເພື່ອເປັນຄະຕິເຕືອນໃຈ ແລະຄຳເວົ້າຂ້າງເທິງນັ້ນກໍເຊັ່ນດຽວກັນ.

ເອົາລະ ຂໍປະກອບສ່ວນພຽງທໍ່ນີ້ກ່ອນ.

ທັມມະທາຣາ

https://dhammadhara.wordpress.com/

https://laohut.wordpress.com/funeral/



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard