Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊື່ ສັມນະສັກ ຂອງ ພຣະສົງຄ໌ ລາວ


Senior Member

Status: Offline
Posts: 271
Date:
ຊື່ ສັມນະສັກ ຂອງ ພຣະສົງຄ໌ ລາວ


ຊື່ ສັມນະສັກ ຂອງ ພຣະສົງຄ໌ ລາວ

 

https://www.facebook.com/Lao-Religion-247490002347585/?ref=bookmarks

http://laophaen.free.fr/Dico/spip.php?article49


ນາມຍົດ[ນາມ-ມະ-ຍົດ] ຂ້າງລຸ່ມນີ້ ເປັນ ນາມຍົດ ທາງ ຝ່າຍ ຄນະ ສົງ ຊຶ່ງ ເພິ່ນ ຮຽກ ສັມນະສັກ [ສໍາ-ມະ-ນະ-ສັກ] ເເລະ ຍັງ ມີ ນາມຍົດ ອີກ ສອງ ຢ່າງ ຄື ນາມຍົດ ທາງການ ທີ່ ເພິ່ນ ໃຊ້ກັນ ເປັນ ທາງການ ພາຍໃຕ້ ຣັຖບານນຶ່ງໆ ດັ່ງ ສົມເດັດ ພນະທ່ານ ເປັນຕົ້ນ ເເລະ ນາມຍົດ ທາງ ຝ່າຍ ຂຸນນາງ ຊຶ່ງ ເພິ່ນ ໄດ້ໃຊ້ ເປັນ ທາງການ ເຫມືອນກັນ ເເຕ່ ເເມ່ນ ການຈັດຕັ້ງ ທາງ ຝ່າຍ ຫໍສນາມ ຫລວງ ( Conseil “d’Etat” ) ຂອງ ກະສັດ ເປັນ ຜູ້ ອອກ ນາມຍົດ[ນາມ-ມະ-ຍົດ] ເເບບນີ້ ໃຫ້ ເຊັ່ນ ພຍາ ເພັຽ ເເສນ ຫມື່ນ ດັ່ງນີ້ ເປັນຕົ້ນ

ໃຜ ບວດ ເປັນ “ສັມເນນ”[ສໍາ-ມະ-ເນນ] ເພິ່ນ ຮຽກ “ຈົວ” ເມື່ອ ສິກ ອອກ ມາ ເພິ່ນ ຮຽກ “ຊຽງ”
ໃຜ ບວດ ເປັນ “ພຣະ” ( ຄຣູບາ[ຄູ-ບາ] ) ເພິ່ນ ຮຽກ “ເຈົ້າຫົວ” ເມື່ອ ສິກ ເເລ້ວ ເພິ່ນ ຮຽກ “ທິດ”
ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ເທື່ອນຶ່ງ ເພິ່ນ ຮຽກ “ສໍາເດັດ” ເມື່ອ ສິກ ອອກ ມາ ເພິ່ນ ຮຽກ “ຈານ”
ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ສອງເທື່ອ ເພິ່ນ ຮຽກ “ຊາ” ເມື່ອ ສິກ ອອກ ມາ ເພິ່ນ ຮຽກ “ຈານຊາ”
ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ສາມເທື່ອ ເພິ່ນ ຮຽກ “ຄຣູ” ເມື່ອ ສິກ ອອກ ມາ ເພິ່ນ ຮຽກ “ຈານຄຣູ”
ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ສີ່ເທື່ອ ເພິ່ນ ຮຽກ “ທ່ານ” ເມື່ອ ສິກ ອອກ ມາ ເພິ່ນ ຮຽກ “ຈານທ່ານ”
ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ຫ້າເທື່ອ ເພິ່ນ ຮຽກ “ພຣະຫລັກຄໍາ” ເມື່ອ ສິກ ອອກ ມາ ເພິ່ນ ຄົງ ຈະ ຮຽກ ຈານທ່ານ ເຊັ່ນດຽວກັນ
ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ຫົກເທື່ອ ເພິ່ນ ຮຽກ “ພຣະລູກເເກ້ວ” ເມື່ອ ສິກ ອອກ ມາ ເພິ່ນ ຄົງ ຈະ ຮຽກ ຈານທ່ານ ເຊັ່ນດຽວກັນ
ຖ້າ ເຈົ້າຫົວ ຖືກ ຫົດ ທາງການ ເຈັດເທື່ອ ເພິ່ນ ຮຽກ “ພຣະຍອດເເກ້ວ” ເມື່ອ ສິກ ອອກ ມາ ເພິ່ນ ຄົງ ຈະ ຮຽກ ຈານທ່ານ ເຊັ່ນດຽວກັນ ພ້ອມດຽວກັນນັ້ນ ເພິ່ນ ກໍ ຄົງ ຈະ ຮຽກ ຕາມ ລໍາດັບ ຄວາມສໍາຄັນ ຂອງ ຕໍາເເຫນ່ງ ໃນ ຫນ້າທີ່ ທາງ ຄນະ ສົງ

http://laophaen.free.fr/Dico/spip.php?article49



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard