Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຜະຫຍາພາສິດລາວຍຸກແຟສບຸກ

Senior Member

Status: Offline
Posts: 397
Date:
ຜະຫຍາພາສິດລາວຍຸກແຟສບຸກ

ຢາກໃຫ້ພີ່ນອ້ງລາວແລະລູກຫຼານລາວຫັນມາໃຊ້ພາສາລາວ

ໃນເວລາວສົ່ງຂໍ້ຄວາມຫຼືສື່ສານກັນທາງແຟສບຸກ

11390309_1663247063909254_7924983060203812011_n.jpg?oh=78bb2406db6527165060e114f03f7891&oe=5601F605

ຢາ່ລືມຕິດຕາມອ່ານຜະຫຍາແລະສຸພາສິດລາວໄດ້ເພີ້ມເຕີມຢູ່ຂ້າງລຸ່ມນີ້

https://www.facebook.com/Laoproberbs

-- Edited by Kenno on Thursday 11th of June 2015 11:20:35 AM

-- Edited by Kenno on Thursday 11th of June 2015 11:21:44 AM

__________________

Member

Status: Offline
Posts: 24
Date:

ຂໍຊື່ນຊົມເຈົ້າຫຼາຍທີ່ຕັ້ງກະທູ້ນີ້ຂື້ນມາ

ຂ້ອຍໄດ້ເຂົ້າໄປເຫັນຄົນລາວໃນເຟສບຸກ ທັງຫົວດຳທັງຫົວຫງອກ

ທັງຫົວໂຫລ້ນແລະຜົມຍາວ  ຕ່າງພາກັນໃຊ້ແຕ່ພາສາໄທຍພິມ

ເຫັນພວກນີ້ປາກວ່າຊັງ ໆ ຄົນໄທຍ  ແຕ່ໃຊ້ພາສາໄທຍກັນອຶດຕະພຶດ

ຂ້ອຍຢາກຮູ້ອີຫລີວ່າພວກເຂົາບໍ່ມີຈິດສຳນຶກໃນຄວາມເປັນລາວຫລືເຂົາໂງ່ກັນແທ້

ລາວເຮົາມີພາສາຂອງໂຕເອງ  ມີອັກສອນລາວໃຫ້ຂຽນອ່ານ

ແຕ່ພວກເຂົາກັບບໍ່ໃຊ້ກັນ

ຈະວ່າພາສາລາວບໍ່ມີໃຫ້ໃຊ້ໃນຄອມພິວເຕີ ກໍ່ເປັນໄປບໍ່ໄດ້

ຂ້ອຍຢູ່ຕ່າງປະເທດໃຊ້ພາສາລາວພິມໃນຄອມພິວເຕີມາໄດ້ສິບກວ່າປີແລ້ວ

ຄືບໍ່ມີປັນຫາ

ເວົ້າແລ້ວເປັນຕາໜ່າຍນຳຄົນລາວພວກນີ້ນໍ

__________________

ແມ່ເຖົ້າຫວັນ

yaydun.jpg

Senior Member

Status: Offline
Posts: 397
Date:

ຂອບໃຈທີ່ມີຄວາມເຫັນ ແລະຢາກໃຫ້ຄົນລາວທຸກຄົນ

ເອົາໄປຄິດແລະພິຈາຣະນາແລະຄອ່ຍປ່ຽນແປງໄປຕາມ

ສະພາບການ

__________________

Senior Member

Status: Offline
Posts: 243
Date:

mae thao wrote:

ຂໍຊື່ນຊົມເຈົ້າຫຼາຍທີ່ຕັ້ງກະທູ້ນີ້ຂື້ນມາ

ຂ້ອຍໄດ້ເຂົ້າໄປເຫັນຄົນລາວໃນເຟສບຸກ ທັງຫົວດຳທັງຫົວຫງອກ

ທັງຫົວໂຫລ້ນແລະຜົມຍາວ  ຕ່າງພາກັນໃຊ້ແຕ່ພາສາໄທຍພິມ

ເຫັນພວກນີ້ປາກວ່າຊັງ ໆ ຄົນໄທຍ  ແຕ່ໃຊ້ພາສາໄທຍກັນອຶດຕະພຶດ

ຄົນສລາດໜ້ອຍອາຈະບໍ່ຮູ້ເຫດຜົນວ່າເປັນຫຍັງຄົນລາວໃນເຟສບຸກຕ່າງກໍໃຊ້

ຫລືພິມພາສາໄທ?  ເພາະຂະເຈົ້າໃຊ້ ສາມາດໂຟນ ທີ່ຍັງບໍ່ທັນມີ ລາວຟອນ ຫຼື

ລາວສະກຣິບ ທີ່ສາມາດອ່ານແລະຂຽນພາສາລາວໄດ້ເທື່ອ. ສາມາດໂຟນທຸກຊນິດທຸກຫຍີ່ຫໍ້

ພິມພາສາລາວໄດ້ເທື່ອ ມີບາງຫຍີ່ຫໍ້ອ່ານໄດ້ (read Lao) ເທົ່ານັ້ນ ແຕ່ພິມບໍ່ໄດ້ ເພາະ ສປປລ

ຍັງຫລ້າຫລັງຈຶ່ງບໍ່ສາມາດປະດິດແປ້ນພິມແລະລາວຟອນສົ່ງໄປໃຫ້ບໍຣິສັດສ້າງ ສາມາດໂຟນ

ເ%ທຶນກັນກັບປະເທດອື່ນໆ ທີ່ມີປະເທດໄທຮ່ວມຢູ່, ລາວຈື່ງໃຊ້ພາສາໄທແທນພາສາລາວ. ມີແຕ່

ຜູ່ໃດທີ່ໃຊ້ (Home computer or Lap Top) ຈື່ງສາມາດພິມພາສາລາວໄດ້. ຢ່າບອກເດີ້ວ່າເຈົ້າ

ໃຊ້ ສາມາດໂຟນ ຂຽນພາສາລາວ........

ຂ້ອຍຢາກຮູ້ອີຫລີວ່າພວກເຂົາບໍ່ມີຈິດສຳນຶກໃນຄວາມເປັນລາວຫລືເຂົາໂງ່ກັນແທ້

ລາວເຮົາມີພາສາຂອງໂຕເອງ  ມີອັກສອນລາວໃຫ້ຂຽນອ່ານ

ແຕ່ພວກເຂົາກັບບໍ່ໃຊ້ກັນ

ເວົ້າໜັກເກີນໄປ ຄວນມີຈິດສຳນຶກໃນຄວາມເປັນລາວທີ່ມີຈິດໃຈລາວໆ ທີ່ໃຊ້ເຫດຜົນ

ກ່ອນຈະປະນາມຄົນອື່ນ. ເຫດຜົນ? ດັ່ງທີ່ຢູ່ຂ້າງເທິງນັ້ນ.

ຈະວ່າພາສາລາວບໍ່ມີໃຫ້ໃຊ້ໃນຄອມພິວເຕີ ກໍ່ເປັນໄປບໍ່ໄດ້

ຂ້ອຍຢູ່ຕ່າງປະເທດໃຊ້ພາສາລາວພິມໃນຄອມພິວເຕີມາໄດ້ສິບກວ່າປີແລ້ວ

ຄືບໍ່ມີປັນຫາ

ເວົ້າແລ້ວເປັນຕາໜ່າຍນຳຄົນລາວພວກນີ້ນໍ

__________________

Member

Status: Offline
Posts: 24
Date:

James Bond 007 wrote:

 ອາດເປັນໄປໄດ້ທີ່ຂ້ອຍບໍ່ສະຫຼາດກວ່າເຈົ້າ (ມີແຕ່ໃຊ້ວິທີສອບແທກໄອຄິວທໍ່ນັ້ນ ຈຶ່ງຈະຮູ້ວ່າໃຜສະຫຼາດກວ່າໃຜ)

ເຮື່ອງໄອໂຟນ  ເຮື່ອງຢູ່ເມືອງນອກແລ້ວຕ້ອງໃຊ້ພາສາຕ່າງຊາດນັ້ນ

ລ້ວນແຕ່ເປັນເຮື່ອງແກ້ໂຕ(ແບບໂງ່ໆ)  ຄົນດີມັກແກ້ໄຂ  ຄົນຈັງໄຮມັກແກ້ໂຕ

ຕາມຂ້ອຍເຫັນຄົນລາວພິມພາສາໄທຍໃນເຟສບຸກ ໃນຢູທູບ  ໃນຮາຍຟາຍ hi5

ແລະຕາມເວັບຕ່າງໆຫຼາຍປີກ່ອນ  ກ່ອນທີ່ພວກສມາດໂຟນຈະມີແລະຖືກນິຍົມໃຊ້ແບບທຸກມື້ນີ້ອີກ

ຢ່າແກ້ໂຕອີກເດີວ່າສຶບປີກ່ອນ ຮ້ານຫຼີ້ນອິນເຕີເນັຕໃນປະເທດລາວບໍ່ມີພາສາລາວໃຫ້ໃຊ້

ເຄື່ອງຄອມພິວເຕີທີ່ໃຊ້ໃນປະເທດລາວສມັຍກ່ອນກໍ່ບໍ່ມີພາສາລາວ

ຂ້ອຍໄດ້ເວົ້າທາງເທິງແລ້ວວ່າຂ້ອຍພິມພາສາລາວໃນຄອມພິວເຕີຢູຕ່າງປະເທດໄດ້ສິບກວ່າປີແລ້ວ

ໃນກະທູ້ນີ້ ຂ້ອຍເວົ້າວິຈານແບບຊື່ໆ ອາດຈະຟັງວ່າແຮງໄປ

ແຕ່ກໍ່ເວົ້າເພື່ອຢາກໃຫ້ຄົນລາວຮູ້ສຶກສຳນຶກໃນຄວາມເປັນລາວ

ເຈົ້າເປັນຄົນໄທຍ ເຈົ້າບໍ່ເຂົ້າໃຈແລະບໍ່ສົນໃຈດອກ

ດີຊ້ຳອີກທີ່ຄົນລາວຈະນິຍົມໃຊ້ພາສາໄທຍຂອງເຈົ້າຫຼາຍໆ

ຂໍໂທດທີ່ຂ້ອຍມີຄວາມເຫັນບໍ່ກົງກັນກັບເຈົ້າໃນກະທູ້ກ່ຽວກັບເມືອງໄທຍ

ຖ້າເຈົ້າບໍ່ພໍໃຈຄົນລາວທີ່ຂັດຄໍເຈົ້າໃນເວັບລາວ 

ແລ້ວຈະຕາມມາຈອງເວນກັນແບບນິໄສຄົນໄທນອີສານ ເຊີນເລີຍ

ຮັບຮອງຄົນລາວຄົນນີ້ບໍ່ຈ້ອນສີ້ນແລ່ນໜີເຈົ້າຢ່າງແນ່ນອນ

ຢ່າເອົາເຮື່ອງເມືອງໄທຍມາສອດສູ່ໃນໝູ່ຄົນລາວ 

ແລະຢ່າພະຍາຍາມມາສອດເສືອກໃນເຮື່ອງຂອງຄົນລາວ

ລ້ານຊ້າງຫຼົ້ມຈົມແລະບາດເຈັບມາຍ້ອນພວກລາວຝັ່ງຂວານ້ຳຂອງພຽງພໍແລ້ວ

ນິໄສນົກສອງຫົວ ຕອດຊ້າຍຕອດຂວາຕັ້ງແຕ່ສມັຍໜອງບົວລຳພູພຸ້ນໃຫ້ເຊົາໃຊ້ສາ 

ຄົນປະເທດລາວມີນິໄສຊື່ກົງ  ບໍ່ມັກຄົນນິໄສສະຫລອກອກເດີ

-- Edited by mae thao on Tuesday 16th of June 2015 05:44:42 AM

__________________

ແມ່ເຖົ້າຫວັນ

yaydun.jpg

Senior Member

Status: Offline
Posts: 397
Date:

ທຸກສີ່ງຢ່າງກໍ່ໃຫ້ຄອ່ຍເປັນຄອ່ຍໄປ

ຍົກຫົວຂໍ້ນີ້ຂື້ນມາເພາະຢາກໃຫ້ຄົນ

ລາວເຮົາຕື່ນຕົວ

__________________

Senior Member

Status: Offline
Posts: 243
Date:

Kenno wrote:

ທຸກສີ່ງຢ່າງກໍ່ໃຫ້ຄອ່ຍເປັນຄອ່ຍໄປ

ຍົກຫົວຂໍ້ນີ້ຂື້ນມາເພາະຢາກໃຫ້ຄົນ

ລາວເຮົາຕື່ນຕົວ

 ເປັນແນວຄິດທີ່ດີທີ່ສຸດທີ່ທ່ານໄດ້ນຳເອົາຜະຫຍາພາສິດລາວເຮົາອອກມາເຜີຍແຜ່ໃຫ້ຄົນລາວເຮົາ

ຫລຸ່ນຫລັງໄດ້ອ່ານແລະເກັບກຳເອົາໄວ້ ເພາະສ່ວນຫລາຍຜະຫຍາພາສິດເຫຼົ່ານີ້ມີອາຍຸນັບສັຕວັດຂຶ້ນໄປ

ບາງອັນອາດຍາວນານກ່ອນຫຼືເປັນສາມສີ່ຮ້ອຍປີຫລືຫລາຍກ່ອນນີ້. ມີຮອງສາສະດາຈານພີ່ນ້ອງຊາວ

ໄທທ່ານໜຶ່ງຊື່ ອະດິສອນ ພຽງເກດ ໄດ້ຂໍອະນຸຍາດນຳຣັຖະບານລາວນຳເອົາຜະຫຍາພາສິດຂອງລາວເຮົາ

ໄປພິມເປັນປຶ້ມ ຜະຫຍາເປັນພາສາລາວ ແລະກໍແປເປັນພາສາໄທ ແລະນຳອອກຈຳໜ່າຍສູ່ທ້ອງຕະຫລາດ

ຈົນເກືອບສິພິມນຳບໍ່ທັນ. ທ່ານ ຮອງສາສດາຈານ ດຣ. ອະດິສອນ ພຽງເກດ ກໍປະກາດໂລດວ່າເປັນຜະ

ຫຍາພາສິດລາວເຮົາ ນີ້ກໍສະແດງເຖິງຄວາມຈະເຣີນຮຸ່ງເຮືອງຂອງວັທະນະທັມຂອງຊາດລາວເຮົາໃນອາດີດ

ບູຮານະການ.

__________________

Senior Member

Status: Offline
Posts: 397
Date:

ຢາກໄດ້ເດ ມີຂາຍຢູ່ໃສ

ຢູ່ຕະເຊົ້າວຽງຈັນມີບໍ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard