Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫາກໍຮູ້ ວ່າຢູ່ລາວຖືກຕັນໄອພີໃນການເຂົ້າເວັບນີ້


Newbie

Status: Offline
Posts: 1
Date:
ຫາກໍຮູ້ ວ່າຢູ່ລາວຖືກຕັນໄອພີໃນການເຂົ້າເວັບນີ້


ຕາມຫົວຂໍ້ ຢູ່ໃນລາວພະຍາຍາມເຂົ້າແຕ່ບໍສຳເລັດ ພໍດີມີໂອກາດໄປຕ່າງປະເທດລອງເຂົ້າເບິ່ງຊ້ຳພັດເຂົ້າໄດ້

ຄິດວ່າຢູ່ໃນລາວຖືກບລັອກແລ້ວ ບວກກັບການຕັ້ງແລະຕອບກະທູ້ກໍມິດຄັກ

v

v

v

ມື້ນີ້ເລີຍລອງໃຊ້ໂຕຊ່ອຍປະກົດວ່າໄດ້ຜົນ

http://proxy.chris-pc.com/

 image-334E_54AE4B17.jpg image-D427_54AE4B17.jpg image-2FB8_54AE4B17.jpg image-82C9_54AE4B17.jpg

 

ຝາກບອກຕໍ່ຜູ້ຢູ່ລາວແຫນ່... ຢາກໃຫ້ການຕັ້ງ ຕອບຫົວຂໍ້ກັບມາຄຶກຄື່ນຄືເກົ່າ!!!!!



__________________
NOPE!


Veteran Member

Status: Offline
Posts: 32
Date:
RE: ຫາກໍຮູ້ ວ່າຢູ່ລາວຖືກຕັນໄອພີໃນການເຂົ້າເວັບນີ້


 

ເປັນຄວາມຄຶດທີ່ດີ 

ຂ້ອຍເອງກໍ່ເຄີຍແນະນຳໂປແກມໄປແລ້ວ(Tor)

ແຕ່ຄຶດວ່າຄົນຢູ່ເມືອງລາວບໍ່ມີໂອກາດຫຼືບໍ່ສາມາດເຂົ້າມາອ່ານມາເຫັນໄດ້

ເວບອື່ນບໍ່ຮູ້ວ່າຖືກບລັອກຄືກັນຫຼືບໍ່ ເຊັ່ນ ພັນລາວ ໃບລານ ແລະ.....

ຖ້າເວບພວກນັ້ນຍັງເຂົ້າໄປເບິ່ງໄດ້ຢູ່ ເຮົາຄວນເອົາໂປແກມພວກນີ້ໄປແນະນຳຢູ່ພຸ້ນ

ຫຼືຍັງມີເວບໃດ໋ທີ່ຄົນລາວມັກເຂົ້າໄປອ່ານ  ເຊັ່ນເຟສບຸກ

ແຕ່ເຟສບຸກຂອງຜູ້ໃດຫຼະ  ຂອງເວບມາສເຕີ້ກະບໍ່ຮູ້ວ່າແມ່ນຊື່ຫຍັງ

ທີ່ສຳຄັນຄົນລາວນອກຍັງເຂົ້າມາອ່ານໄດ້ ແຕ່ຕ້ອງລັອກອິນກ່ອນຈຶ່ງຂຽນຣີພາຍໄດ້

ບໍ່ຮູ້ວ່າພວກລາວນອກຂີ້ຄ້ານ, ຂີ້ຢ້ານ , ຫຼືບໍ່ຮູ້ວິທີ ຈຶ່ງບໍ່ເຫັນໃຜລົງທະບຽນເຂົ້າມາຫຼີ້ນ

ເຂົ້າມາອ່ານນັ້ນເຫັນຫຼາຍໂພດ

ຖ້າຂີ້ຢ້ານນັ້ນ ບໍ່ຕ້ອງຢ້ານດອກເດີ  ພວກເຈົ້າຢູ່ເມືອງນອກ

ເຂົາເຮັດຫຍັງບໍ່ໄດ້ດອກ

ຖ້າຢ້ານເຂົາຮູ້ຊື່ສຽງບ່ອນຢູ່  ເວລາໄປທ່ຽວເມືອງລາວແລ້ວຈະຖືກໝາຍຫົວໄວ້

ກະເອົາໂປແກມທີ່ເພິ່ນແນະນຳນີ້ໄປໃຊ້ ຮັບຮອງເຂົາບໍ່ຮູ້ວ່າພວກເຈົ້າຢູ່ໃສດອກ

ລອງໆ ເບິ່ງ

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard