Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກອງທັັບທັມມະ VS. ກອງທັບ Micro in PT.


Veteran Member

Status: Offline
Posts: 53
Date:
ກອງທັັບທັມມະ VS. ກອງທັບ Micro in PT.


{(ກອງທັັບທັມມ[ກອງທັບຜ້າເຫືລອງ ] + ກອງທັບ ລາວສິນລະປີນ  ໍ+ ກອງທັບ Lao KGB oversea operation) ຈາກ ສປປລ + Laoling}   VS. ( ກອງທັບ Microphone Laonorks in PT).

  ສົງຄາມ ເສີກສາຍເລືອດໃດ້ຖືກແກ່ດຶງມາເຖີງໜ້າບ້ານເຮົາ ແລ້ວ.  ງານນີ້.....ເປັນໜ້າເບີ່ງໜ້າຊົມ.



__________________
Khamma


Veteran Member

Status: Offline
Posts: 31
Date:

ທັມະ ສອນໃຫ້ຄົນດີ ມີສິນທຳ ບໍ່ແມ່ນໃຫ້ງົມງວາຍ

ສິລະປິນ ມີແຕ່ນັກຮອ້ງສຽງດີ ຟັງແລວ້ມ່ວນ ຄິດຮອດບ້ານ

ລາວລິງ ເຮັດໃຫ້ລາວຮັກແພງກັນ ຮັກເຊື້ອແພງຊາດ ຊອ່ຍເຫລືອຊຶ່ງກັນແລະກັນ

ຫັນຫນ້າມາຫາກັນເທາະ 



__________________


Veteran Member

Status: Offline
Posts: 53
Date:

anonymous10 wrote:

ທັມະ ສອນໃຫ້ຄົນດີ ມີສິນທຳ ບໍ່ແມ່ນໃຫ້ງົມງວາຍ

ສິລະປິນ ມີແຕ່ນັກຮອ້ງສຽງດີ ຟັງແລວ້ມ່ວນ ຄິດຮອດບ້ານ

ລາວລິງ ເຮັດໃຫ້ລາວຮັກແພງກັນ ຮັກເຊື້ອແພງຊາດ ຊອ່ຍເຫລືອຊຶ່ງກັນແລະກັນ

ຫັນຫນ້າມາຫາກັນເທາະ 


          ຫາກເຮົາພ້ອມ ລຖບ ສປປລ ກໍເທົ້າກັບວ່າ:

         ກ. ເຮົາພ້ອມເຫັນດີນໍາ ການຂ້າລ້າງເຊື້ອຊາດເຜົ່າພັນ ຕັ້ງຄ້າຍສູນສັມມະນາຕ່າງໆ ທົ່ວ ປທ. ແມ້ວ່າເຫດການນີ້ມັນຈະຜ່ານມາແລ້ວ ເກືອບສີ່ສິບປີກໍຕາມ

            ແຕ່ຄວາມຫາຍຍະນ໋ະໃນການ ປຕວ ເຢັນໃນປີ 1975 ເປັນຄວາມຜິດພາດອັນມະຫັນ ໃນ ປວດສ ຄວາມເປັນມາຂອງ ອານາຈັກລ້ານຊ້າງ. ຄວາມຜິດພາດນີ້ເປັນບາດທະຫັຍກ

           ຈະທໍາໃຫ້ ລາວອ່ອນແອ ແລະ ບໍ່ເໝືອນລາວໃນສະພາບເດີມຕະຫລອດ ວະຕະວັດນີ້. ບໍ່ມີນັກການເມືອງເທວະດາອົງໃດຈະສາມາດຫາຢາ ວິເສດມາປີ່ນປົວອາການ ປທຊ ໃດ້.

        ຂ.ຫາກເຮົາຫັນໜ້າກັບ ກໍປຽບເໜືອນວ່າ ເຮົາ ເຫັນດີນໍາການທີ່ ລຖບ ສປປລ ເອົາຫົວກະໂຫລກ ໂຮຈິມິນ ຕາຕັ້ງ ປະດິດສະຖານຢູ່ ປທຊ ແລະ ເຫັນດີເຫັນຊອບນໍາສັນຍາ ເຮັງຊວຍ

           ເອີ້ນວ່າ ສັນຍາ ມິດຕະພາບແບບພິເສດລາວ-ວຽດ.

        ຄ.ຫາກເຮົາສ້າງຄວາມເຂົ້າໃຈ ຄືນດີກັບພີ່ນ້ອງລາວໃນ ນີ້ສະແດງວ່າ ເຮົາເຫື້ລອມໃສ ນໍາສະຖະບັນການເມືອງຂອງຊາດ ຫຼື ເຫັນດີເຫັນພ້ອມກັບຣະບອບ ຜດກ. ໜາຍຄວາມວ່າ ພວກເຮົາ

           ຕາຍບໍ່ຫລາບ.

        ງ.ຫາກເຮົາຫັນຫັລງກັບ  ຈະເປັນການ ຜິດຕໍ່  ວິນຍານບັນພະຊົນລາວ ຜູ້ທີ່ໃດ້ ສະລະຊີວິດເລືອດເນື້ອ ຍອມປົດອາວຸດ ຍອມໄປສັມມະນາ ເພືອ່ພິສູດເຖີງຄວາມບໍຣິສຸດ ແລະໃຫ້ການອຸ້ມຊູ ຊຸກຍູ້ ສັນຍາ

           ສັນຕິພາບວຽງຈັນ ຊຶ້ງເປັນສັນຍາ ໜັງສືການເມືອງ (ທາງດຽວ) ທີ່ຈະສໍ່ໃຫ້ເກີດມີ ລາວ-ໂຮມ-ລາວ...ແລະເປັນ ແຜນທີ່ ທີ່ຈະນໍາມາຊຶ້ງຄວາມຖືກຕ້ອງປ່ອງດອງຊາດ.

       ຈ. ສິນທັມ ແລະ ອະທັມ (ອາດ) ຈະຢູ່ຮ່ວມໂລກກັນບໍ່ໃດ້. ເມືອ່ແນວຄິດ ອຸດົມຄະຕິເຮົາ (ລາວນອກ-ລາວໃນ) ແຕກຕ່າງກັນ ແໜງສູ້ ຢູ່ແຍກກັນ ຄົນລະທາງ.

          ຊ້າບໍ່ນານເຮົາ ກໍ ຈະຕາຍໄປ ແລະ ລູກເຕົ້າເຮົາເກີດຂຶ້ນມາໄໝ່ ຈະບໍ່ໃດ້ຮັບເຄາະກັມ  ຫຼື ມີຄວາມດ້ອຍ ເໝືອນເຮົາທີ່ຜ່ານມາ.

 

        ອາດເປັນສະຫັວນລີຄິດ. ຊົ່ວຫຼືດີ ມີຫຼືຈົນ  ພະເຈົ້າຮັບຮູ້....



__________________
Khamma


Veteran Member

Status: Offline
Posts: 53
Date:

 ຄວາມອ່ອນແອ ຫຼື ຈຸດມໍຣະນ໋ະຂອງລາວນອກຄື:

ກ. ຂາດຄວາມສະມັກຄີ Unifying front as one powerful political force.

ຂ. ບໍ່ຍອມກົ້ມຫົວໃຫ້ກັນ ຫຼື ເອົາຄວາມໜັ້ນຄົງຂອງຊາດມາກ່ອນ ຍາມຊາດມີພັຍ,

ຄ. ຍາດແຍ່ງຊິງດີຊິງເດັ່ນກັນເພື່ອອໍານາດ,ຜົນປະໂຫຍດ, ສື່ສຽງ  ແລະ ພັກພວກ,

ງ. ບໍ່ເຂົ້າໃຈບົດຮຽນຈາກ ປວດສ ທີ່ທໍາໃຫ້ຊາດຕ້ອງແຕກຫັກ ກຸດມຸດຫັກຫ້ຽນ ຈາກສໄໜຫຶ່ນງຫາອີກສໄໜຫຶນງ..

ຈ.ລາວແຕ່ລະກຸ່ມ ຈະມັກອວດສະຫລາດ  ບໍ່ຍອມເສັຽປຽບ ແລະ ບໍ່ມີ  Team work.



__________________
Khamma


Veteran Member

Status: Offline
Posts: 31
Date:

ສີຕັ້ງພັກນັ້ນພວກນີ້ໄປເຮັດຫຍັງເດ
ເຖົ້າສີຕາຍຢູ່ແລວ້
ປົງແນວຄິດສາ
ຫັນມາສາມະຄີກັນ
ເປັນປະຊາຊົນລາວນຳກັນເທາະ ປະເທດຊາດລໍຄອຍ

__________________


Veteran Member

Status: Offline
Posts: 53
Date:

anonymous10 wrote:

ສີຕັ້ງພັກນັ້ນພວກນີ້ໄປເຮັດຫຍັງເດ
ເຖົ້າສີຕາຍຢູ່ແລວ້
ປົງແນວຄິດສາ
ຫັນມາສາມະຄີກັນ
ເປັນປະຊາຊົນລາວນຳກັນເທາະ ປະເທດຊາດລໍຄອຍ


         ຢ່າເຂົ້າໃຈຜິດເດີ.ຜຂ ບໍ່ໃດ້ຕັ້ງພັກພວກດອກອີ່ຫັຍງດອກ. ຂໍໃຫ້ທຸກສິ່ງທຸກຢ່າງ ເປັນໄປຕາມ ກົດເກນ (New World Order) ເປັນໄປຕາມຊາຕາກັມຂອງມັນ.

         ຫັວງວ່າໃຫ້ມັນລົງເອີ່ຍ..ເຢັນງຽບລົງໃນແງ່ມຸມທີ່ດີ.ປະໃຫ້ເວລາເປັນເຄືອ່ງຕັດສິນ. ສິ່ງສໍາຄັນຄື ເຮົາຕ້ອງເຮັດໃຫ້ຊີວິດທີ່ຫັຍງເຫືລອ ໃຫ້ມີຄວາມສຸກ

         ທີ່ສຸດເທົ້າທີ່ຈະເປັນໃດ້. ຫລຽວຫັລງກັບ ມີແຕ່ຈະນໍາຄວາມເຈັບປວດເສົ້າໜອງມາສູ່ຊີວິດເຮົາເອງ. ຈົ່ງຕັດໜາມຊີວິດນີ້ອອກສາ. ຢ່າໃຫ້ຄວາມຮັກ ແລະ ຄວາມຜູກພັນນີ້ຕ້ອງທໍາໃຫ້

         ຊີວິດ ແລະ ຄອບຄົວເຮົາຕ້ອງມາຕົກອະເວຈີທັງເປັນ...



__________________
Khamma


Veteran Member

Status: Offline
Posts: 31
Date:

ພະລາຊາ ອານາຈັກລາວ ສະໃໝກອ່ນ 75
ຊຶ່ງດຽວນີ້ຮອ້ງວ່າລາວນອກ ກໍມີແຕ່ຂັດແຍ້ງກັນມາຕະຫລອດ ເບິ່ງເຮັດປະຕິວັດປີລະເທື່ອ ເອົາຍົນ ເອົາປືນໃຫຍ່ຍິງກັນທົ່ວເມືອງ ເຮັດແນວໃດສີສູ້ ແນວລາວໄດ້ເດ
ສຸດທ້າຍ ພວກທັງຫລາຍ ກໍຫອບຈອ້ງມາກັດກັນຕໍ່ຢູ່ເມກາ ຝລັ່ງ
ຂ້ານອ້ຍວ່າ ປົງສາ ແນວຄິດ ທີ່ບໍ່ເປັນສາເທດ ພາກັນກັບເມືອຢາມບ້ານຊຳເຖົ້າສາດີບໍ ໄປເບິ່ງລາວກ້າວໜ້າສຳໃດ ເຂົາວ່າສາວນອ້ຍເອົາໃຈເຖົ້າຕ່າງປະເທດດີໆ ແມ່ນບໍ


__________________


Veteran Member

Status: Offline
Posts: 53
Date:

                                          ຣະວ່າງການ  ເມືອງ ( ປທຊ) ແລະ ການ  ມຸ້ງ (ຄອບຄົວ).

            ຫາກໃຫ້ເລືອກໃດ້ຕາມໃຈຊອບ ຣະວ່າງ ການເມືອງ ແລະ ການມຸ້ງ   ສໍາລັບ ຂພຈ ແລ້ວມີຄວາມເຕັມໃຈ ເລືອກການມຸ້ງດີກ່ອນ.

   ຄອບຄົວລູກເມັຽຕ້ອງມາກ່ອນ ສວ່ນ ສື່ສຽງ ຍົດຖາບັນດາສັກ ນາມມະຍົດ ຊັ້ນພູມ ກຽດຕິຍົດ ຕໍາແໜ່ງທາງດ້ານການເມືອງ ມັນເປັນພຽງ

   ເຄື່ອງນອກກາຍ. ຄຶດວ່າ ວາສນາເຮົາມີພຽງແຄ່ນີ້ ຊາດກ່ອນ ເຮົາບໍ່ໃດ້ສ້າງບຸນໄວ້  ຢ່າໄປໄຝ່ຄົ້ວາ ດິ້ນລົນກະເສືອກກະຊົນ ສູ້ຊິງ ປິດເອົາມັນ

   ມາ (ຄອງ) ເລີຍ. ເຮົາບໍ່ໃດ້ສ້າງ....ເຮົາກໍບໍ່ໃດ້ມ້າງ. ເຮົາບໍ່ໃດ້ສ້າງບາບສ້າງກັມໄວ້ ຂ້າຜູ້ຂ້າຄົນ ຜູ້ບໍຣິສຸດ ແລະ ທໍາໃຫ້ພີ່ນ້ອງເພືອນຮ່ວມຊາດ

   ຕັ້ງຫລາຍແສນຄົນຕ້ອງກາຍເປັນຄົນຊິ້ນຊາດຊິ້ນແຜ່ນດິນ ເຮົາບໍ່ໃດ້ທໍາໃຫ້ ຄອບຄົວຂອງເຂົາ ຕ້ອງບ້ານແຕກສະແດກຂາດ ຜົວພັດເມັຽ ລູກພັດພໍ່.

   ນີ້ນັບໃດ້ວ່າ: ເຮົາຮັກສາຄວາມເປັນມະນຸສເຮົາໄວ້ໃດ້.  ພະເຈົ້າຈົ່ງຮັບຮູ້...



__________________
Khamma
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard