Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໂຄງການລາວຊອ່ຍລາວ

Member

Status: Offline
Posts: 24
Date:
ໂຄງການລາວຊອ່ຍລາວ

ຢູ່ຕ່າງປະເທດ ເງິນ 1ໂດລາ ບໍ່ມີຫຍັງ

ຢູ່ລາວ ບ້ານນອກ ໑໐ພັນກີບ ຫາຫມົດມື້ບໍ່ໄດ້

ຊອ່ຍກັນເຖີດ ພີ່ນອ້ງເອີຍ

__________________

Veteran Member

Status: Offline
Posts: 78
Date:

ຮ້ານ Dell Taco ຄຸ້ມບ້ານຂ້ອຍຂາຍທາໂກກ້ອນນຶ່ງ 94 ເຊັນ ແຖມນ້ຳນຶ່ງຈອກ.

__________________

Senior Member

Status: Offline
Posts: 243
Date:

ເງິນ ສິບພັນກີບ ຢູ່ລາວຊື້ໝາກນາວໄດ້ສອງໜ່ວຍຢູ່ໃນເມືອງ ຢູ່ບ້ານນອກໄດສາມເຖິງສີ່ໜ່ວຍ.

ເງິນ ໜຶ່ງໂດລາ ຢູ່ເມືອງນອກ (ຢູ່ເມືອງຂ້ອຍ) ຊື້ ຄົວເດີພາວຈີສເບີເກີ ໄດ້ໜຶ່ງອັນ ແຖມນ້ຳໂສ

ດາ (ເລືອກໄດ້ຕາມໃຈມັກ) ໜຶ່ງຈອກສະມໍຊາຍ, ກິນກໍອີ່ມໄປອີ່ມໜຶ່ງພຸ້ນແລ້ວ.

ບໍ່ວ່າເງິນກີບ ເງິນໂດລາຫຼືຢູໂຣ ຢູ່ໃສປະເທດໃດ ສະກຸນຕຣາຂອງປະເທດນັ້ນໆຕ່າງກໍມີຣາຄາຄື

ກັນນັ້ນແລ້ວ.

__________________

Member

Status: Offline
Posts: 24
Date:

ເຂົ້າປາອາຫານພໍຫາໃສ່ປາກໄດ້
ແຕ່ເຄຶ້ອງນຸ່ງຫົ່ມ ຢາປົວພະຍາດ
ພີ່ນອ້ງເອີຍ ຕົກຍາມຫນາວມາແລວ້
ຕາມບ້ານນອກຫນາວຫລາຍແທ້ເດ
ໃຜສີເມືອຢາມບ້ານກໍຮີບໂຮມກັນ ຈັກ5ຈັກ10 ເອົາເມືອຊື້ເຄື່ອງກັນຫນາວໄປມອບໃຫ້ຕາມຫມູ່ບ້ານຕ່າງໆ

ດີບໍ່

__________________

Veteran Member

Status: Offline
Posts: 32
Date:

ເອົ້າ ໃສ່ວ່າຄົນເມືອງລາວຮັ່ງແທ້ຮັ່ງວ່າ ມີຣົຖຂີ່ເຮືອນລະສີ່ຫ້າຄັນ ມີໄອໂຟນໃຊ້ທຸກຄົນ

ບັດນີ້ຄືມາຂໍແຜ່ເງິນ1ໂດລາ ຂໍເສື້ອຜ້າໃສ່ກັນໜາວ

ຄືບໍ່ໄປຂໍນຳບັກໂຮຈີມິນພຸ້ນ  ສັງຄົມນິຍົມທຸກຄົນສະເໝີພາບກັນບໍ່ແມ່ນຫວາ

ຮັ່ງກໍ່ຮັ່ງກັນທົ່ວໜ້າ  ທຸກຍາກກໍ່ທຸກຍາກຄືກັນສູ່ຄົນບໍ່ແມ່ນຫວາ

ພວກຄົນທຸກບໍ່ມີເສື້ອກັນໜາວໃສ່ກະໄປເດີນຂະບວນຮຽກຮ້ອງຂໍເອົານຳຜູ້ນຳພຸ້ນຊັ້ນວາ

ບໍ່ມີເງິນຊື້ເຂົ້າກິນກະໄປເດີນປະທ້ວງຮຽກຮ້ອງຫາຄວາມສະເໝີພາບເອົາເອງເດີ

ບັກໃດມີເງິນຫຼາຍກະໄປຮີດຄໍມັນເອົາມາແບ່ງປັນກັນ

ຈັ່ງຊີ້ຈຶ່ງແມ່ນສັງຄົມນິຍົມ

ຢ່າມາຂໍນຳພວກປະຕິການ ພວກຕີນຊ້າງຢຽບປາກນົກທີ່ພວກເຈົ້າດ່າແລະໄລ່ຂ້າໃຫ້ໜີອອກຈາກເມືອງລາວ

ພວກລາວນອກເໝື່ອຍລ້ຽງໝູໄວ້ຖ້າເຈັກ ລ້ຽງໝາໄວ້ຖ້າແກວແລ້ວເດີ

ລ້ຽງໄປມັນກໍ່ບໍ່ຮູ້ບຸນຄຸນ ເງິນລາວນອກສົ່ງໄປເກື້ອໜຸນສມັຍເພິ່ນອົດຢາກ

ດຽວນີ້ພໍເພິ່ນມືນຕາອ້າປາກໄດ້ ປ້າດ ໄລ່ສວບຄົນທີ່ເຄີຍລ້ຽງປານໝາວໍ້

ຄຳຄຸຍເພິ່ນຂົນໃສ່ຣົຖສິບລໍ້ຫ້າຄັນກະຍັງຂົນບໍ່ໝົດ

__________________

Veteran Member

Status: Offline
Posts: 32
Date:

Anonymous13 wrote:

ເຂົ້າປາອາຫານພໍຫາໃສ່ປາກໄດ້
ແຕ່ເຄຶ້ອງນຸ່ງຫົ່ມ ຢາປົວພະຍາດ
ພີ່ນອ້ງເອີຍ ຕົກຍາມຫນາວມາແລວ້
ຕາມບ້ານນອກຫນາວຫລາຍແທ້ເດ
ໃຜສີເມືອຢາມບ້ານກໍຮີບໂຮມກັນ ຈັກ5ຈັກ10 ເອົາເມືອຊື້ເຄື່ອງກັນຫນາວໄປມອບໃຫ້ຕາມຫມູ່ບ້ານຕ່າງໆ

ດີບໍ່

 ຄຳຄຸຍປີ2020 ເມືອງລາວຊິບໍມີຄົນທຸກຍາກ 

ນີ້ກະຊິຮອດປີ2015ແລ້ວ  ຍັງມາຂໍຫ້າຂໍສິບຢູ່ຕິ

ໃສວ່າຕອນນີ້ເມືອງລາວຄົນທຸກເຫຼືອບໍ່ຮອດສິບເປີເຊັນ

ຄົນຮັ່ງຄົນມີຄືບໍ່ເບິ່ງແຍງກັນເອງ 

ມາຂໍທານແບບນີ້ບໍ່ອາຍໂຕເອງແນ່ຫວາ

__________________

Veteran Member

Status: Offline
Posts: 32
Date:

ໂຄງການລາວຊອ່ຍລາວ

ຊ່ອຍກັນເດີລາວເອີຍ

ພວກຢູ່ອາເມຣິກາຢູໂຣບເຂົາບໍ່ແມ່ນຄົນລາວເດີ

ພວກເຂົາເປັນຄົນປະເທດທີ່ເຂົາຢູ່ໝົດແລ້ວ

ປັນຫາບ້ານເມືອງເຂົາກໍ່ມີ

ສູເຈົ້າຄົນລາວມີຜູ້ນຳທີ່ສະຫຼາດ

ປະເທດລາວອຸດົມສົມບູນທີ່ສຸດໃນໂລກ

ຄົນລາວກໍ່ດຸໝັ່ນເຂັ້ມແຂັງ

ຮີບຊ່ອຍກັນເອງເດີ ລາວ

__________________

Member

Status: Offline
Posts: 24
Date:

ເພິ່ນເວ້າມາ ແມ່ນເພື່ອ ປຊຊ ຕາມຊົນະບົດ ຫລືຜູ້ທຸກຍາກ

ໃຜໆກໍຮູ້ ກໍເຫັນ ບໍ່ຕອ້ງເວົ້າຫຍັງຫລາຍ

ມີແຕ່ວ່າໃຜຈະກັບເມືອຢາມບ້ານ ໃຫ້ຮີບໂຮມກັນ 

ຄົນລາວຢູ່ອະເມກາໃຈໃຫຍ່ໃຈກວ້າງ ເມືອຊອ່ຍຄົນບ້ານນອກນຳກັນ

ຢ່າເອົາເຄຶ່ອງຂອງເດີ ມັນຫນັກ ເອົາເງິນເມືອຊື້ເອົາຢູ່ພຸ້ນ

ຍາມນີ້ໃຜໆກໍໄປແຈກກັນແຊວໆ ບາງຄະນະເປັນຫລາຍຄັນລົດ

ສວ່ນຄົນລາວຢູ່ລາວກໍໃຈກວ້າງຄືກັນ ເຫັນບໍ ເວລາອອກເຟສບຸກເລື້ອງທ້າວນອ້ຍເຈັບເປັນແຕ່ບໍ່ມີເງິນປົວ 

ບໍ່ພໍທໍ່ໃດ ຄົນບໍລິຈາກກັນຫລາຍລ້ານ ສຸດທ້າຍທ້າວນອ້ຍກໍໄດ້ຮັບການປິ່ນປົວຢ່າງດີ

ມະນຸດສະທຳ

 ເພື່ອນບ້ານຂ້ອຍ (Neighbor) ເປັນຄົນເມືອງຈອມພອນແຂວງສວັນນະເຂດໄປຕິດຄຸກຢູ່

ເມືອງລາວແຕ່ປີ 1999 ຈົນເຖິງປີ 2004 ທາງຄອບຄົວຈຶ່ງໄດ້ຮັບຂ່າວຄາວວ່າຖືກກັກຂັງຢູ່ບ່ອນ

ໃດ? ກໍຍ້ອນເອົາເຄື່ອງນຸ່ງຂອງຖືໄປແຕ່ອາເມຣິກາໄປແຈກຢາຍໃຫ້ປະຊາຊົນຜູ່ຍາກຈົນຢູ່ເຂດຊົນະບົດ

ໃນໂຂງເຂດເມືອງຈອມພອນຫຼືຖິ່ນເກີດເມືອງນອນຂອງເພິ່ນ. ເພິ່ນສົ່ງເຄື່ອງເມືອທາງກຳປັ່ນກ່ອນເພາະ

ມັນຫລວງຫລາຍເກີນທີ່ຈະນຳຂຶ້ນຍົນ ແລະເຄື່ອງຂອງດັ່ງກ່າວນັ້ນມີຜູ່ໄປຮັບເອົາຊື່ງເປັນຄົນເມືອງມຸກດາຫານ.

ເຄື່ອງຂອງທີ່ເພິ່ນເອົາໄປແຈກຢາຍໃຫ້ປະຊາຊົນນັ້ນເຕັມສອງຄັນຣົດຕູ້ຫຼືຣົດ Van ມີໂສ້ງເສື້ອເກີບທຸກໆເພດ

ແລະວັຍທັງເຄື່ອງນຸ່ງຍາມຮ້ອນແລະຍາມໜາວ. ຕອນເພິ່້ນພວມແຈກຢາຍເຄື່ອງນຸ່ງຂອງຖືຢູ່ນັ້ນ ມີກອງຫຼອນ

ແລະຕຳຣວດປະມານ 6 ຄົນຮວມກັນ ເຂົ້າມາຈັບກຸມແລະຍຶດເຄື່ອງຂອງແລະຣົດຕູ້ທັງສອງຄັນນັ້ນໄວ້ແລະໃສ່

ຄວາມວ່າເອົາເຄື່ອງຂອງມາຊື້ຈ້າງຈອບອອຍປຸກຣະດົມປະຊາຊົນ.

ໃນປີ 2004 ທາງຄອບຄົວຢູ່ທີ່ອາເມຣິກາຈຶ່ງຮູ້ຂ່າວຊະຕາກັມຂອງເພິ່ນວ່າຕິດຄຸກຢູ່ເມືອງພິນແຂວງສວັນນະເຂດ.

5 ປີກ່ວາໆຈຶ່ງໄດ້ຮັບຂ່າວແລະຜູ່ກ່ຽວກໍຖືກປ່ອຍຕົວອອກມາຮັບອິສຣະໃນປີຕໍ່ມາ.

ໃຫ້ພາກັນຣະມັດຣະວັງເພາະມີບົດຮຽນໃຫ້ເຫັນຜ່ານມາແລ້ວໃນການຂົນເຄື່ອງອຸປະໂພກແລະບໍຣິໂພກໄປແຈກຢາຍ

ຊ່ວຍເຫຼືອຄົນລາວຜູ່ທຸກຍາກ ເພາະມີເຈົ້າໜ້າແລະອຳນາດການປົກຄອງທ້ອງຖິ່ນຈະໄປຍຶດເອົາເຄື່ອງຂອງແລະໂຍນ

ຂໍ້ຫາໃສ່ແລ້ວຈະຕິດຄຸກຟຣີ, ພວກເຂົາເຮັດໄດ້ທຸກຢ່າງເພື່ອຈະຍຶດເອົາສິ່ງຂອງເຫຼົ່ານັ້ນໄປເປັນຂອງເຂົາ.

__________________

Member

Status: Offline
Posts: 24
Date:

ແຕ່ງເລື່ອງ ເມືອງຈອມພອນໄດ້ດີເນາະ

ເປັນຫຍັງບໍ່ໃສ່ຊື່ພະເອກນຳແດ່ ມ້ນຈຶ່ງຄອ່ງດີ

ເລື່ອງບໍ່ມີ ມາຫາໃສ່ ມັນເປັນພຽງສາກລະຄອນນຳ້ເນົ່າ

ບໍ່ມີໃຜດອກສີເອົາເຄື່ອງລົງໃສ່ຕູ້ຄອນເຕເນີແຕ່ ຢູເອສມາລາວ

ເອົາເງິນໄປຊື້ຢູ່ພຸ້ນ 2ໂດລາໄດ້ ໂຕນຶ່ງແລວ້ ທ່ານເອີຍ

__________________

Senior Member

Status: Offline
Posts: 243
Date:

Anonymous13 wrote:

ແຕ່ງເລື່ອງ ເມືອງຈອມພອນໄດ້ດີເນາະ

ເປັນຫຍັງບໍ່ໃສ່ຊື່ພະເອກນຳແດ່ ມ້ນຈຶ່ງຄອ່ງດີ

ເລື່ອງບໍ່ມີ ມາຫາໃສ່ ມັນເປັນພຽງສາກລະຄອນນຳ້ເນົ່າ

ບໍ່ມີໃຜດອກສີເອົາເຄື່ອງລົງໃສ່ຕູ້ຄອນເຕເນີແຕ່ ຢູເອສມາລາວ

ເອົາເງິນໄປຊື້ຢູ່ພຸ້ນ 2ໂດລາໄດ້ ໂຕນຶ່ງແລວ້ ທ່ານເອີຍ

 ບໍ່ໄດ້ແຕ່ງເຣື່ອງ ເອົາເຣື່ອງຈິງມາເລົ່າສູ່ກັນຟັງເພື່ອເປັນອຸດທາຫອນ.

ເມືອງຈຳພອນ ບໍ່ແມ່ນເມືອງຈອມພອນ ຂ້ອຍຂຽນຜິດເອງ. ຢາກໃຫ້ມີຊື່ພະເອກ

ປະກອບເຂົ້ານຳກໍໄດ້ ເພິ່ນຊື່ ບຸນລ້ຳ ອາດສະພັງທອງ ເປັນຄຸນພໍ່ລາວຄຣິສຽນ ຢູ່

ວັດຫຼື Church Lao Christ Of God.

ກໍມີຄົນຊື່ ບຸນລ້ຳ ນີ້ລະທີ່ສົ່ງເຄື່ອງເມືອທາງກຳປັ່ນໃນປີ 1999 ສິບຫ້າປີຜ່ານມາ. ດຽວ

ນີ້ບໍ່ໃຜຂົນເມືອແຕ່ອາເມຣິກາດອກ ຂ້ອຍກໍຮູ້ດີ. ເຈົ້າຈະເຊື່ອຫຼືບໍ່ເຊື່ອກໍເປັນສິດຂອງເຈົ້າ

ແຈ່ເຫດການນີ້ເປັນຄວາມຈິງທີ່ເກີດຂຶ້ນຜ່ານມາແລ້ວເມື່ອ 15 ປີທີ່ຜ່ານມາ.

__________________

Veteran Member

Status: Offline
Posts: 53
Date:

James Bond 007 wrote:

           ສັບປະສິ່່ງຕ່າງໆໃນໂລກນີ້ບໍ່ແມ່ນຂອງເຮົາຈັກຢ່າງ ລວມທັງ ອໍານາດວາສນາ ແມ້ແຕ່ເມັຽງາມໆ...ຍັງບໍ່ແມ່ນຂອງເຮົາ

         ເພືອ່ໃຫ່ຊີວິດບັ້ນປາຍເຮົາມີຄວາມສຸກ....ປົງເຖີດ.....ວາງເຖີດ. ຈະເອົາຄວາມຮັກມ ຄວາມຜູກພັນ ແລະ ການເື້ອເຟື້ອອາລີ

        ໄປປະຕິບັດກັບພວກໂຈນ....ເສັຽເວລາ ແລະ ເປົ່າປະໂຫຍດ. ຢ່າລືມວ່າ ເກືອບສີ່ສິບປີຜ່ານມາ ພວກ ລຖບ ພະຣາຊອານາຈັກລາວ

        ສ້າງຄວາມດີ ກັບພວກນີ້ພຽງສໍ່າໃດ....ທ້າຍສຸດມາ ບໍ່ພຽງແຕ່ ປທຊ ໃດ້ແຕກຫັກ  ແຕ່ ຊີວິດ ຕົນເອງ ຍັງໃດ້ມາຈົບລົງ ໃນ

       ຄ້າຍຄຸກສັມມະນາຕ່າງໆ ທົ່ວ ປທ.  ຫາກບໍ່ຮຽນບົດຮຽນນີ້....ຈະໂທດພະເຈົ້າບໍ$ດ້....

__________________
Khamma

Member

Status: Offline
Posts: 21
Date:

ລາວຕອ້ງການຄວາມສະຫງົບຕອ້ງການເວລາໃນການສ້າງສາ
ຜູ້ໃດຢາກເຂົ້າໄປສ້າງຄວາມບໍ່ດີແມ່ນມີບັນຫາແນ່ນອນ
ຄົນເຍຊູ ບໍ່ໄດ້ຫວັງດີ ແຕ່ຫວັງຜົນທາງດ້ານສາດສະໜາແລະການເມືອງ
ແຕ່ການຊອ່ຍເຫລືອດ້ານມະນຸດສະທຳໂດຍບໍ່ມີຜົນປະໂຍດແອບແຝງນຳ ກໍເປັນສິ່ງດີເລີດເດີທ່ານ

__________________

Veteran Member

Status: Offline
Posts: 32
Date:

Anonymous13 wrote:

ແຕ່ງເລື່ອງ ເມືອງຈອມພອນໄດ້ດີເນາະ

ເປັນຫຍັງບໍ່ໃສ່ຊື່ພະເອກນຳແດ່ ມ້ນຈຶ່ງຄອ່ງດີ

ເລື່ອງບໍ່ມີ ມາຫາໃສ່ ມັນເປັນພຽງສາກລະຄອນນຳ້ເນົ່າ

ບໍ່ມີໃຜດອກສີເອົາເຄື່ອງລົງໃສ່ຕູ້ຄອນເຕເນີແຕ່ ຢູເອສມາລາວ

ເອົາເງິນໄປຊື້ຢູ່ພຸ້ນ 2ໂດລາໄດ້ ໂຕນຶ່ງແລວ້ ທ່ານເອີຍ

ຂ້ອຍເຊື່ອວ່າເປັນເລື່ອງແທ້

ເຈົ້າຮູ້ບໍ່ປະເທດທີຈະເລີນແລ້ວເຂົາມີອົງກອນຮັບບໍລິຈາກສິ່ງຂອງຢູ່ຫຼາຍອົງກອນ

ບາງປະເທດມີຕູ້ຄອນເທນເນີ້ຕັ້ງຂ້າງໆ ຖັງຕູ້ຂີ້ເຫຍື່ອ ແຍກໃຫ້ຄົນເອົາເສື້ອຜ້າເກົ່າໄປຢ່ອນຖີ້ມໃນນັ້ນເປັນພິເສດ

ປີໜຶ່ງໆ ຈະມີເສື້ອຜ້າເກົ່າທີ່ຄົນເອົາໄປຖີ້ມຫຼາຍພັນຫຼາຍໝື່ນໂຕນ

ສົ້ງເສື້ອພວກນີ້ຈະຖືກແຈກຢາຍໄປໃຫ້ອົງກອນຕ່າງໆ ເພື່ອເອົາໄປໃຫ້ຄົນທຸກຍາກທັງໃນແລະຕ່າງປະເທດ

ເຈົ້າເຄີຍໄດ້ຍິນວ່າມີການຂາຍເສື້ອຜ້າຂອງໃຊ້ເກົ່າຢູ່ຕະຫຼາດໂຮງເກືອປະເທດຂະເໝນຫຼືບໍ່

ນັ້ນແຫຼະແມ່ນຂອງທີ່ເຂົ່າສົ່ງມາຊ່ອຍເຫຼືອຄົນຂະເໝນ ແຕ່ຖືກຄົນຂະເໝນເອົາມາຄ້າຂາຍແທນ

ແມ່ນຢູ່ ຖ້າເສື້ອຜ້າສີ່ຫ້າໂຕຈະສົ່ງໄປໃຫ້ພີ່ນ້ອງ ຊື້ໃໝ່ຢູ່ລາວໂລດດີກວ່າ

ແຕ່ເສື້ອຜ້າໝື່ນໂຕແສນໂຕ ຄຶດວ່າຈະເປັນເງິນທໍ່ໃດ໋

ການໃສ່ຄອນເທນເນີ້ແລ້ວສົ່ງໄປທາງເຮືອບໍ່ແມ່ນຈະແພງຢ່າງທີ່ເຈົ້າຄຶດສະເໝີໄປ

ເຮືອທີ່ຂົນສົ່ງໄປນັ້ນແມ່ນເຮືອປະເພດໃດ  ບໍ່ແມ່ນແຕ່ເຮືອຂົນສົ່ງສິນຄ້າຂອງພວກອິມພອດເອັກຊພອດທໍ່ນັ້ນໃດ

ອົງກອນຊ່ອຍເຫຼືອຕ່າງຊາດທີ່ທຸກຍາກເຂົາມີວິທີລົດຄ່າໃຊ້ຈ່າຍໃຫ້ມີລາຄາຖືກຢູ່ແລ້ວ

ອີກຢ່າງ ພັດສະດຸທີ່ຈະສົ່ງໄປຊ່ອຍເຫຼືອເພື່ອການກຸສົນ

ເຂົາມີກົດໝາຍໂລຈີຕິກສາກົນບັງຄັບໃຫ້ມີລາຄາແຕກຕ່າງກັບສິນຄ້າທົ່ວໄປເດີ

ດັ່ງນັ້ນ ຂ້ອຍຈຶ່ງເຊື່ອທີ່ເພິ່ນທາງເທິງເລົ່າມາວ່າເປັນເລື່ອງແທ້

ແຮ່ງຄົນທີ່ເອົາມາແຈກແມ່ນຄຸນພໍ່ຂອງຄຣິສຕຈັກ ແຮ່ງມີຄວາມໜ້າເຊື່ອຖືຢ່າງຫຼາຍ

ເບິ່ງໂລກໃຫ້ກວ້າງໆແດ່ເດີ  ຢ່າຟ້າວວິຈານເຂົາຖ້າຍັງບໍ່ໝັ້ນໃຈໃນຄວາມຮອບຮູ້ຂອງໂຕເອງ

ອາເມນ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard