Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: โอบามาเยือนพม่ากับกัมพูชา


Senior Member

Status: Offline
Posts: 167
Date:
โอบามาเยือนพม่ากับกัมพูชา


โอบามาทำไมไม่เยือนไทย ?



__________________


Senior Member

Status: Offline
Posts: 243
Date:

ກໍຍ້ອນ ໂອບາມາ ໄດ້ຍິນວ່າປະເທດໄທຈະເປັນປະເທດ ສັງຄົມນິຍົມເສຣີ ນັ້ນບໍ່ຈັກ

ທີ່ນັກການເມືອງຂອງທະຫານສເນີອອກມາສອງສາມວັນກ່ອນນັ້ນ. ຖ້າແມ່ນເປັນ

ໄປດັ່ງນັກການເມືອງຝ່າຍທະຫານສເນີຂຶ້ນນັ້ນກໍແປວ່າປະເທດໄທເປັນປະເທດທຳ

ອິດຂອງໂລກທີ່ເປັນປະເທດສັງຄົມນິຍົມເສຣີ.



__________________


Member

Status: Offline
Posts: 24
Date:

ປະເທດເຈົ້າບໍ່ເຊີນເຂົາ  ເຂົາກໍ່ບໍ່ຈັກຊິມາເຮັດຫຍັງ

ບາງເທື່ອ ເຂົາແຈ້ງຄວາມຈຳນົງວ່າຢາກມາຢາມ

ແຕ່ທາງບ້ານເຈົ້າບອກວ່າຍັງບໍ່ພ້ອມພຽງຈະຕ້ອນຮັບກະໄດ້

ເພາະການຢ້ຽມຢາມຣະດັບຜູ້ນຳຂອງສະຫະຣັຖ

ເຈົ້າບ້ານຕ້ອງມີການຕຽມພ້ອມທັງກຳໜົດການ ຄວາມປອດໄພ ແລະທີ່ພັກຢ່າງສົມກຽດ

ເຊິ່ງທຸກຢ່າງຕ້ອງຕຽມລ່ວງໜ້າເປັນເວລາດົນ ເພື່ອໃຫ້ການຢ້ຽມຢາມນັ້ນລຸລ່ວງໄປດ້ວຍດີ

ປະເທດໄທຍເຂົາໜ້າໃຫຍ່ຢູ່ແລ້ວເຮື່ອງນີ້ ຖ້າບໍ່ພ້ອມເຂົາໂຈະການຢ້ຽມຢາມນີ້ໄວ້ກ່ອນດີກວ່າ

 

 

ການທີ່ຜູ້ນຳຂອງປະເທດໜຶ່ງຈະໄປຢາມປະເທດໜຶ່ງນັ້ນ

ເຂົາຕ້ອງມີຈຸດປະສົງຂອງການຢ້ຽມຢາມ

1.ໄປເພື່ອຜູກສຳພັນທະໄມຕີ 

2. ໄປເປັນກຽດໃນວາຣະສຳຄັນຂອງປະເທດນັ້ນ

3. ໄປປະຊຸມທີ່ປະເທດນັ້ນເປັນເຈົ້າພາບ

4. ໄປຄຸຍປຶກສາຫາລືປັນຫາຕ່າງໆ ຣະຫວ່າງສອງປະເທດ

ແລະ 5. ໄປແບບກະທັນຫັນເພື່ອຊ່ອຍເຫຼືອຫຼືໃຫ້ກຳລັງໃຈກັບເຫດການໄພພິບັດໃນປະເທດນັ້ນ

ເຊິ່ງຂໍ້ສຸດທ້າຍແມ່ນໄປຢ່າງໝູ່ສະຫາຍທີ່ສຸດ ໄປໂດຍບໍ່ໃຫ້ເຈົ້າຂອງບ້ານຫຍຸ້ງຍາກນຳທຸກດ້ານ

ໄປໂດຍຄວາມຫ່ວງໃຍປຽບດັ່ງຄວາມທຸກໂສກນັ້ນເກີດຂື້ນໃນບ້ານໂຕເອງ

 

ແມ່ເຖົ້າຄຶດເອົາເອງເດີ  ອາດຈະຜິດຫຼືຖືກກະໄດ້



__________________

ແມ່ເຖົ້າຫວັນ

yaydun.jpg

Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard