Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລ ຢູ່່ໃນອັນດັບ ທີ 8 ຂອງກຸ່ມ ປທ ທຸກຍາກ ການເປັນຂໍທານກາຍາຈົກ) ກາທີ່ສຸດໃນເອເຊັຽ.
Anonymous

Date:
ສປປລ ຢູ່່ໃນອັນດັບ ທີ 8 ຂອງກຸ່ມ ປທ ທຸກຍາກ ການເປັນຂໍທານກາຍາຈົກ) ກາທີ່ສຸດໃນເອເຊັຽ.


ພວກທ່ານຄິດແນວໃດ? ປານໃດ ໝໍ້ໄຟ (ເຂືອ່ນໄຟຟ້າໃນ ສປປລ) ຈະດຶງ ປທຊ ອອກຈາກ ອະເວຈີຂອງຄວາມທຸກຍາກ?

ປານໃດ ການປູກຍາງພາລ້າ ແລະ ການຂຸດຄົ້ນບໍ່ແຫ່ອື່ນໆ ຈະເຂົ້າມາອຸ້ມລາວອອກຈາກ ສະພາບການເປັນກາຍາຈົກຂໍທານ?

ຫຼື ວ່າເຮົາຈະຕ້ອງເປັນຂໍທານໄປ ຈົນຊົ່ວ ນິຣັນດອນ? ເຊີນນັກປາດ ນັກບັນດິດ ອອກຄວາມຄິດຄວາມເຫັນ.



__________________
Anonymous

Date:
RE: ສປປລ ຢູ່່ໃນອັນດັບ ທີ 8 ຂອງກຸ່ມ ປທ ທຸກຍາກ ການເປັນຂໍທານກາຍາຈົກ) ກາທີ່ສຸດໃນເອເຊັຽ.


 GDP ທາງການເພີ່ນໄລ່ຜິດ. ເພີ່ນບໍ່ໃດ້ບວກສວນກັນຊາ ສອງ ເຮັກຕາ, ຢາບ້າ 13 ກິໂລ, ເປັດ 1ຸ5 ຕົວຂອງຂ້ອຍເຂົົ້ານໍາbiggrinbiggrinbiggrinbiggrinbiggrin

ຄົນລາວ ບໍ່ໃດ້ ທຸກເຖີງຂັ້ນນັ້ນດອກ.



__________________
Anonymous

Date:

Anonymous wrote:

 GDP ທາງການເພີ່ນໄລ່ຜິດ. ເພີ່ນບໍ່ໃດ້ບວກສວນກັນຊາ ສອງ ເຮັກຕາ, ຢາບ້າ 13 ກິໂລ, ເປັດ 1ຸ5 ຕົວຂອງຂ້ອຍເຂົົ້ານໍາbiggrinbiggrinbiggrinbiggrinbiggrin

ຄົນລາວ ບໍ່ໃດ້ ທຸກເຖີງຂັ້ນນັ້ນດອກ.


 ເປັດເຈົ້າເຄິ່ງໂຕມີຊີວິດຢູ່ໄດ້ເນາະ,ໃຜຄືສະຫຼາດສ່ອງໃສແທ້ທີ່ແນະນຳວິທີນີ້ໃຫ້ເຈົ້າ.ເຄິ່ງໂຕເປັດເຈົ້າປັນໃຫ້ເຈົ້າຂອງໄອເດຍທີ່ສ່ອງໃສບໍ?



__________________
Anonymous

Date:

ເງິນຂາຍໄຟຟ້າ 85% ເຂົ້າຖົງນັກລົງທຶນຕ່າງປະເທດ, 10%

ເຂົ້າຖົງນັກລົງທຶນພາຍໃນ ແລະ 5% ຈຶ່ງເຂົ້າຄັງລັດ(ແຕ່ຮົ່ວ

ອອກໄປຖົງການນຳ 3%).

ອຸດສະຫະກຳຂຸດຄົ້ນບໍ່ແຮ່ກໍ່ເໝືອນກັນ ນັກລົງທຶນຕ່າງປະເທດ

ໄດ້ 90% ນັກລົງທຶນພາຍໃນໄດ້ 10% (ຄວາມຈິງແລ້ວກໍ່ແມ່ນ

ຄົນຕ່າງປະເທດອີກຫັ້ນລະທີ່ລົງທຶນໃນນາມຄົນລາວ) ລັດຖ້າເກັບ

ພາສີກຳໄລ ແຕ່ຫຼາຍໆໂຄງການພັດມີການຍົກເວັ້ນພາສີກຳໄລ

10 ປີ ສະນັ້ນລັດຈຶ່ງໄດ້ແຕ່ເງິນພັນທະປີລະແສນສອງແສນພໍແຕ່

ຊື້ເຫຼົ້າຢາປາແປ້ງມາສູ່ກັນກິນຍາມສະຫຼຸບກອງປະຊຸມ.

ເງິນຂາຍໄມ້ກໍ່ເຂົ້າຖົງການນຳ, ເຮັດຈັ່ງໃດ໋ປະເທດຈຶ່ງຈະຮັ່ງມີ?



__________________
Anonymous

Date:

ເວົ້າພາສາທາງການແມ່ນສຳປະທານ ຖ້າເວົ້າພາສາຊາວບ້ານແມ່ນຂາຍມູນກິນ ມູນມັງຖ້າມີຫລາຍກໍກິນບໍ່ໝົດ

ຖ້າມີໜ້ອຍ ຈັກໜ່ອຍກະຫລຽວເບິ່ງໜ້າກັນ ຜູ່ທີ່ກຳລັງຂາຍມູນກິນ ຄຶດແດ່ເດີ້



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard