Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໃຜເຄີຍກິນລາບໝູດິບແດ່?
ໄທເມືອງຫລວງ (ຜູ່ໃໝ່)

Date:
ໃຜເຄີຍກິນລາບໝູດິບແດ່?


ເມື່ອກ່ອນຢູ່ຫຼວງພະບາງບໍ່ມີໃຜເຮັດລາບໝູດິບກິນກັນຈັກເມື່ອມີແຕ່ລາບສຸກ (ຊີ້ນແລະເຄື່ອງໃນຕ້ອງສຸກ)

ກ່ອນຈະເອົາເລືອດລົງປົນ ເອີ້ນວ່າລາບເລືອດໝູ.   ແຕ່ວ່າມາຍຸກນີ້ຊີ້ນເປັນຊີ້ນດິບ ເຄື່ອງໃນແລະໜັງສຸກ

ໃຜກ້າກິນແດ່ລາບເລືອດດິບເມືອງຫຼວງຍຸກໃໝ່ຈົ່ງເຂົ້າມາສົນທະນາກັນເຖິງຣົສຊາດແລະຄວາມປອດພັຍ.



__________________
Anonymous

Date:

ເຄີຍກິນແທ້ຊີ້ນສຸກ ເຄື່ອງໃນສຸກ ເລືອດດິບ, ແຕ່ຊີ້ນດິບ ເລືອດດິບ

ເຄື່ອງໃນສຸກບໍ່ເຄີຍກິນ.

30 ປີ ທີ່ໄດ້ມາຢູ່່ບ້ານເມືອງທີ່ຄ່າປະກັນໄພສຸຂະພາບແພງ ກ້າກິນແຕ່

ອາຫານທີ່ສຸກແລະຖືກຕ້ອງຕາມຫຼັກອະນາໄມ, ໝາກເຜັດ ໝາກເຂືອ

ໝາກສີດາກໍ່ຄວັດໄນຖິ້ມ ກິນແຕ່ເນື້ອ. ເວລາກິນອ້ອຍກໍ່ໃຊ້ມີດປອກ

ບໍ່ກ້າໃຊ້ແຂ້ວກັດເໝືອນຕອນຢູ່ລາວ ອາຫານຫຍາບໆແຂງໆຄືແກ່ນຂາມ

ກໍ່ບໍ່ໄດ້ກິນແລ້ວ ເພາະຕ້ອງປະຢັດຄ່າປະກັນໄພ ຝາກໄປໃຫ້ເອື້ອຍນ້ອງຊໍື້

ລົດວິໂກຂີ່ໄປກິນເບຍແຄມຂອງ.



__________________
Anonymous

Date:

ພີ່ນ້ອງຂ້ອຍໄປຢາມຍາດຢູ່ຈັງຫວັດເລີຍປະເທດໄທ ເພິ່ນຂ້າໝູເຮັດລາບເລືອດຊີ້ນໝູດິບ

ຕ້ອນຮັບ (ລາບເລືອດຕ້າບາກເໜືອຂອງໄທ = ຊີ້ນໝູດິບ + ເລືອດສົດໆ + ຕົ້ມເຄື່ອງໃນ )

ແບບດຽວກັນກັບຕຳລາຫຼວງພະບາງນັ້ນລະ, ແຕ່ວ່າບໍ່ຈັກເພິ່ນເຮັດຜິດສູດຫຼທຕຳລາແນວ

ໃດບໍ່ຈັກ ພວກທີ່ກິນລາບເລືອດໃນຄືນນັ້ນຖືກໄທບ້ານຫາມຂຶ້ນຣົດໄປໂຮງໝໍໝົດທຸກຄົນ

ໂຊກດີພາກັນລອດຕາຍຢ່າງຫວຸດຫວິດ ແຕ່ບາງຄົນກໍນອນໂຮງໝໍນານກ່ວາ 3 ມື້.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard