Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວກຳລັງຈະມີ ຕຶກສູງທີ່ສຸດໃນລາວ
ລາວກຳລັງຈະສ້າງ​ຄວາມ​ຮັ່ງຮັ່ງມີ

Date:
ລາວກຳລັງຈະມີ ຕຶກສູງທີ່ສຸດໃນລາວ


http://mpics.manager.co.th/pics/Images/557000011640601.JPEG

ໂຄງການກໍ່ສ້າງລາດຊະວົງພລາຊາ ແມ່ນໂຄງການໜຶ່ງທີ່ສຳຄັນຂອງລັດຖະບານ ໂດຍກະຊວງປ້ອງກັນປະເທດ ຮ່ວມກັບບໍລິສັດ ຊົ່ງຊິງຟາງເຕີ ພັດທະນາອະສັງຫາລິມະຊັບ ສປ ຈີນ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ມູນຄ່າ 1,5ຕື້ໂດລາສະຫາລັດ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດ ແລະ ເປີດນຳໃຊ້ເປັນສະຖານທີ່ຈັດກອງປະຊຸມສຸດຍອດ ອາຊຽນ ທີ່ລາວເຮົາເປັນເຈົ້າພາບໃນປີ 2016ນີ້. ພິທີເປີດການກໍ່ສ້າງໂຄງການລາດຊະວົງພລາຊາ ຈັດຂຶ້ນວັນທີ 29ກັນຍາ 2014ຢູ່ຖະໜົນໄກສອນ ພົມວິຫານ (ໂຮງແຮມລາດຊະວົງເກົ່າ) ນະຄອນຫຼວງວຽງຈັນ ມີທ່ານ ພົນໂທ ແສງນວນ ໄຊຍະລາດ ລັດຖະມົນຕີວ່າການ ກະຊວງປ້ອງກັນປະເທດ ທ່ານ ຟານຢຽນ ປະທານບໍລິສັດ ຊົ່ງຊິງຟາງເຕີ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ແລະ ອົງການຈັດຕັ້ງກ່ຽວຂ້ອງ ແລະ ນັກທຸລະກິດທັງພາຍໃນ-ຕ່າງປະເທດເຂົ້າຮ່ວມ. ໂຄງການກໍ່ສ້າງລາດຊະວົງພລາຊາ ນະຄອນຫຼວງ ປະກອບດ້ວຍການກໍ່ສ້າງໂຮງແຮມທີ່ທັນສະໄໝ ລະດັບ 5 ດາວ ຄວາມສູງ 33 ຊັ້ນ ເຊິ່ງຖືວ່າເປັນໂຮງແຮມທີ່ມີຄວາມສູງທີ່ສຸດໃນ ສປປ ລາວ ຈະມີຫ້າງຊັບພະສິນຄ້າຄົບ ວົງຈອນ ລວມທັງສູນບໍລິການສຸຂະພາບທີ່ໄດ້ມາດຖານສາກົນ ໂຄງການກໍ່ສ້າງລາດຊະວົງພລາຊາ ມີເນື້ອທີ່ ການກໍ່ສ້າງທັງໝົດ 150.000 ຕາແມັດ ພາຍຫຼັງສຳເລັດໂຄງການກໍ່ສ້າງຄັ້ງນີ້ ລາດຊະວົງພລາຊາ ຈະກາຍ ເປັນສະຖານທີ່ສຳຄັນທາງເສດຖະກິດຂອງນະຄອນຫຼວງອີກແຫ່ງໜຶ່ງ ເປັນໃບໜ້າອັນໃໝ່ຂອງຊາວນະຄອນ ຫຼວງ ກໍ່ຄືປະຊາຊົນລາວບັນດາເຜົ່າ ລວມທັງເປັນສັນຍະລັກ ການຮ່ວມມືທີ່ສຳຄັນຂອງພັກ-ລັດຖະບານລາວ ກັບ ສປ ຈີນ ໃນດ້ານການຮ່ວມມືດ້ານການຄ້າ ແລະ ການລົງທຶນ ເຊິ່ງປັດຈຸບັນ ສປ ຈີນ ໄດ້ເປັນປະເທດອັນ ດັບໜຶ່ງຕິດຕໍ່ກັນ 6 ປີ (ແຕ່ປີ 2008 ເປັນຕົ້ນມາ) ໃນການເຂົ້າມາລົງທຶນຢູ່ ສປປ ລາວ. ລາດຊະວົງພລາຊາ ເປັນ ອາຄານໂຮງແຮມລະດັບ 5 ດາວ, ປະກອບມີໂຮງແຮມສູງ 138 ແມັດ 32 ຊັ້ນ, ຕຶກຫ້ອງ ການ 22 ຊັ້ນ ແລະ ອາພາດ ເມັນ 22 ຊັ້ນ ໂດຍໃຊ້ທຶນໃນ ການກໍ່ສ້າງຫລາຍກ່ວາ 1,5 ລ້ານຕື້ໂດລາສະຫະລັດ. ທ່ານພົນໂທ ແສງນວນ ໄຊຍະລາດ ລັດຖະມົນຕີວ່າ ການກະຊວງປ້ອງກັນປະເທດ ກ່າວວ່າ: ການຈັດຕັ້ງພິທີເປີດ ການກໍ່ສ້າງໂຄງການລາດຊະ ວົງພລາຊາ ເຊ່ິງນອນຢູ່ໃນ ທ່າມກາງບັນຍາກາດທີ່ທ່ົວ ພັກ, ທົ່ວລັດ, ທ່ົວກອງທັບ ແລະ ທ່ົວປວງຊົນລາວບັນດາ ເຜົ່າພວມຫ້າວຫັນຈັດຕັ້ງຜັນ ຂະຫຍາຍໄລຍະທ້າຍມະຕິ ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7 ແລະ ສ້າງຂະບວນ ການໃນດ້ານຕ່າງໆເພື່ອຄຳ ນັບຮັບຕ້ອນວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວຄົບ ຮອບ 60 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ກໍ່ຄືກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ເຊ່ິງເຕັມໄປດ້ວຍ ເນື້ອໃນ ແລະ ບັນຍາກາດຟົດ ຟື້ນກວ້າງຂວາງ ອີກອັນໜ່ຶງກໍ່ ເພື່ອຄຳນັບຮັບຕ້ອນ ສປປ ລາວ ທີ່ຈະກ້າວເຂົ້າສູ່ປະຊາ ຄົມເສດຖະກິດອາຊຽນໃນ ທ້າຍປີ 2015, ທັງເປັນການ ປະກອບສ່ວນເຂົ້າໃນການສະ ເຫລີມສະຫລອງວັນຊາດ ຂອງ ສປ ຈີນ ຄົບຮອບ 65 ປີໃນວັນທີ 1 ຕຸລາ 2014 ແລະ ກອງປະຊຸມສຸດຍອດ ອາຊຽນທີ່ ສປປ ລາວ ຈະໄດ້ ຮັບກຽດເປັນເຈົ້າພາບໃນປີ 2016. ທ່ານຍັງກ່າວຕື່ມອີກວ່າ: ໂຄງການລາດຊະວົງພລາຊາ ເມື່ອສ້າງສຳເລັດມັນຈະກາຍ ເປັນສັນຍາລັກຫນ່ຶງຂອງນະ ຄອນລວງວຽງຈັນ ເພີ່ມສີສັນ ແລະ ໃບຫນ້າໃຫມ່ໃຫ້ແກ່ນະ ຄອນຫລວງວຽງຈັນ ທັງເປັນ ສັນຍາລັກແຫ່ງການຮ່ວມມື ມິດຕະພາບລະຫວ່າງ ສປປ ລາວ ກັບ ສປ ຈີນ. ທ່ານຟານຢຽນ ປະທານບໍ ລິສັດຊ່ົງຊິງຟາງເຕີ ພັດທະນາ ອະສັງຫາລິມາຊັບຈຳກັດ ກ່າວວ່າ: ໂຄງການລາດຊະ ວົງພລາຊາ ໄດ້ເລີ່ມລົງມືກໍ່ ສ້າງມາແຕ່ວັນທີ 6 ກຸມພາ 2014 ຄາດວ່າຈະໃຫ້ສຳເລັດ ໃນວັນທີ 3 ກຸມພາ 2016 ໂດຍປີ 2016 ຈະເປັນສະຖານ ທີ່ຈັດກອງປະຊຸມສຸດຍອດອາ ຊຽນ ໂຄງການດ່ັງກ່າວເປັນ ການລົງທຶນຮ່ວມກັນລະ ຫວ່າງກະຊວງປ້ອງກັນປະ ເທດແຫ່ງ ສປປ ລາວ ກັບບໍລິ ສັດຊ່ົງຊິງຟາງເຕີ ພັດທະນາ ອະສັງຫາລິມາຊັບຈຳກັດ ເຊ່ິງ ນຳໃຊ້ທຶນຫລາຍກ່ວາ 1,5 ຕື້ ໂດລາສະຫະລັດ, ໃນເນື້ອທີ່ ກໍ່ສ້າງ 150.000 ຕາແມັດ, ປະກອບມີອາຄານ 3 ຫລັງຄື: ໂຮງແຮມລະດັບ 5 ດາວສູງ 138 ແມັດມີທັງຫມົດ 32 ຊັ້ນ ມີຫ້ອງນອນ 333 ຫ້ອງ, ມີ ບ່ອນຈອດລົດໃຫຍ່ 1.000 ຄັນ ແລະ ລົດຈັກ 1.000 ຄັນ, ມີຕຶກຫ້ອງການລະດັບເກຣດ ເອ ສູງ 22 ຊັ້ນ ແລະ ມີຕຶກອາ ພາດເມັນສູງ 22 ຊັ້ນ.



__________________
Anonymous

Date:

ບັກຕາແຕກ

ມີຄົນເອົາມາລົງແລ້ວ ຂ່າວນີ້

 



__________________
Anonymous

Date:

ບາງຄົນ ມັກຢາກໃຫ້ ຄົນດ່າ

ຖ້າບໍ່ມີຄົນດ່າ  ແມ່ນກິນຂ້າວບໍ່ແຊບ

 



__________________
Anonymous

Date:

ລາວບໍ່ໄດ້ລົງທຶນຈັກກີບ 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard