Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພາສາລາວ
Anonymous

Date:
ພາສາລາວ

ລະຫວ່າງ ການເຝິກອົບຮົມ ກັບການເຝິກອົບໂຮມ

ສັບໃດຖືກຕອ້ງ????

__________________
Anonymous

Date:

ອົບຮົບ ຖືກຕ້ອງ ເຄີຍອະທິບາຍໄປແລ້ວໃນກະທູ້ໜຶ່ງ(ອົບ ຮົມ ບົ່ມ)

ແຕ່ມີບັກໜ້າມຶນບາງຄົນບໍ່ຟັງເຫດຜົນ ຈະເວົ້າ ອົບລົມ ໃຫ້ໄດ້

ຖ້າເບິ່ງໂລດ ຈັກໜ່ອຍມັນຊິເຂົ້າມາອ້າງກ່ອນປີ75 ຫຼັງ75

ທັງທີ່ກ່ອນປີ75ມັນຍັງບໍ່ປະຕິສົນທິເປັນນ້ຳເຊື້ອເທື່ອ

ເກີດມາຍັງບໍ່ເຄີຍອ່ານໜັງສືສມັຍກ່ອນຈັກໂຕ

ຂ້ອຍຂີ້ຄ້ານຖຽງກັບມັນ ຖຽງໄປກະສ່ຳນັ້ນ

ສຸພາສິດເພິ່ນເວົ້າວ່າ ຫຼີ້ນກັບໝາ ໝາເລັຽປາກ ຈັ່ງໃດຈັ່ງຊັ້ນ

ສ່ວນ ເຝິກ ນັ້ນທີ່ຖືກຄວນເປັນ ຝຶກ

ພາສາໄທຍທີ່ເວົ້າ ຶກ ໃນພາສາລາວບໍ່ແມ່ນຕ້ອງເປັນ ເິກ ຕະຫຼອດ

ໄທຍ ສຶກ  ລາວ ເສິກ ນັ້ນຖືກຕ້ອງ

ໄທຍ ດຶກ   ລາວ ເດິກ ນັ້ນຖືກຕ້ອງ

ແຕ່ພາສາລາວເຮົາກໍ່ມີຄຳວ່າ ດຶກ ເຊັ່ນ ດຶກໃນ

ພາສາໄທຍ ຕຶກ  ລາວເຮົາກໍ່ ຕຶກ ຄືກັນ ບໍ່ແມ່ນ ເຕິກ

__________________
Anonymous

Date:

ຝຶກ ຫມາຍຄວາມວ່າ ສອນ ເຊັ່ນ ຝຶກງົວໃສ່ກວຽນ 

ອົບໂຮມ ແມ່ນຄວນຈະແມ່ນມາຈາກໂອ້ລົມ ໃນພາສາລາວ

ເຮົາຂໍເລືອກເອົາ    ຝຶກອົບໂລມ ດີກວ່າ ເພາະແມ່ນຄຳເວົ້າຕິດປາກມາແຕ່ນອ້ຍ

__________________
Anonymous

Date:

ເວັບໄຊຂອງລັດຖະບານໃຊ້ ຝຶກອົບຮົມ ສະນັ້ນ ຄຳນີ້ຈຶ່ງເປັນຄຳທີ່ຖືກຕ້ອງ. ສ່ວນ ຝຶກອົບລົມ ເປັນຄຳສັບ

ທີ່ໃຊ້ໃນລະບອບເກົ່າ ເຮົາຢູ່ໃນລະບອບໃໝ່ ຄວນໃຊ້ສັບໃໝ່ທີ່ລຸງພູມີ ວົງວິຈິດ ບອກສອນ.

__________________

Senior Member

Status: Offline
Posts: 183
Date:

26690612784462532730.png

__________________
Anonymous

Date:

ເເມ່ນພວກເຈົ້າເວົ້າພາສາຫຍັງກັນເກາະ?!
ຖໍີກດີທີ່ສຸດເເມ່ນ: ຝໍິກຫັດ ໂອບລົມເເລະຊັ່ງສອນ.

__________________

Guru

Status: Offline
Posts: 695
Date:

ຄັນວ່າຝຶກຖືກຕອ້ງ
ສະແດງວ່າບົດເຝິກຫັດບໍ່ຖືກບໍ???
ການສະກົດຄຳແມ່ນບໍ່ເປັນເອກະລາດໃນຄູ່ມື້ນີ້ ຍອ້ນການມັກງ່າຍບາງຄົນ
ສຳລັບການໃຊ້ຄອມພິວເຕີ ພາສາລາວຄວນມີລະບົບອັນທີ່ເອີ້ນວ່າAutocorrect ເນາະ, ການຂຽນພາສາລາວຄົງຈະງ່າຍແລະຖືກຕອ້ງຂື້ນ.

-- Edited by cheerball on Thursday 28th of August 2014 02:49:37 PM

__________________

 187557797.jpg

Anonymous

Date:

Anonymous wrote:

ເວັບໄຊຂອງລັດຖະບານໃຊ້ ຝຶກອົບຮົມ ສະນັ້ນ ຄຳນີ້ຈຶ່ງເປັນຄຳທີ່ຖືກຕ້ອງ. ສ່ວນ ຝຶກອົບລົມ ເປັນຄຳສັບ

ທີ່ໃຊ້ໃນລະບອບເກົ່າ ເຮົາຢູ່ໃນລະບອບໃໝ່ ຄວນໃຊ້ສັບໃໝ່ທີ່ລຸງພູມີ ວົງວິຈິດ ບອກສອນ.

ໃສ ໃສ  ເອົາເອກກະສານລະບອບເກົ່າຫຼືໜັງສືຮຽນສມັຍນັ້ນມາຢັ້ງຢືນເບິ່ງດຸ

ຖ້າບໍ່ມີ ເຊົາໂລດ ຢ່າມາອ້າງແຕ່ສມັຍເກົ່າ ຊິເຮັດໃຫ້ຄົນເຂົາຂີ້ດຽດໂຕຊື່ໆ

ສມັຍກ່ອນເຂົາພະຍາຍາມສົ່ງເສີມໃຫ້ໃຊ້ໂຕ ລ ຮ ຣ ຢ່າງຖືກຕ້ອງ

ບໍ່ມີດອກລາວເກົ່າຈະເວົ້າ  ລວມ ຄືທຸກມື້ນີ້

ຮວມກະຄືຮວມ  ຮອງກະຄືຮອງ ບໍ່ແມ່ນລອງລວມໄປເໝິດ ລອງນາງງາມ ໂອ້ຍນໍ

ຊັງໄທຍ ແຕ່ໃຊ້ພາສາໄທຍແບບລືມໂຕ

ລາວເຮົາມີຄືກັນ ເປັນຫຍັງບໍ່ຄຶດໃຊ້

ຢ່າອ້າງແຕ່ພໍ່ແມ່ພາເວົ້າແຕ່ນ້ອຍ ແລ້ວຄຶດວ່າຖືກຕ້ອງແນ່ນອນຊັ້ນຕິ

ໄທຍຂຽນ  รวม ອ່ານອອກສຽງແບບຊາວບ້ານບໍ່ຫັນລີ້ນເປັນ ລວມ

ໄທຍຂຽນ  รม  ອ່ານອອກສຽງແບບຊາວບ້ານບໍ່ຫັນລີ້ນເປັນ ລົມ

รม ลม ມີຄວາມໝາຍຕ່າງກັນ ເຊັ່ນດຽວກັບ ຮົມ ລົມ ຂອງລາວ

อบรม ອົບຮົມ ມີຄວາມໝາຍວ່າ ເຮັດໃຫ້ດີຂື້ນ ໂຕຢ່າງ ອົບຮົມບົ່ມນິໄສ

ອົບ ແປວ່າຫຍັງ ຮົມແປວ່າຫຍັງ  ບົ່ມແປວ່າຫຍັງ ໃຜກໍ່ຮູ້ ແຕ່ຕີຄວາມໃຊ້ບໍ່ເປັນ

ໂອ້ລົມ ໂອບລົມ ອົບໂລມ ບໍ່ມີຄວາມໝາຍທີ່ກົງກັບຈຸດປະສົງຢາກເວົ້າ

ໂອ້ລົມ ແປວ່າ ຄຸຍກັນ  ທ່ານຄຳໄຕເຂົ້າໄປໂອ້ລົມກັບທ່ານຈູມມະລີເປັນການສ່ວນໂຕ

ໂອບລົມ  ໂອບກອດ+ລົມ 

ຜູ້ບ່າວກັບຜູ້ສາວປົກກະຕິກໍ່ເວົ້າວ່າ ໂອ້ລົມ ກັນ

ແຕ່ເວົ້າ ໂອບລົມກໍ່ພໍໄດ້ ຄວາມໝາຍມັນຈະເລິກຂື້ນໄປອີກໜ້ອຍໜຶ່ງ

ສ່ວນ ອົບໂລມ ນີ້ຜິດທຸກຄວາມໝາຍ

ໂລມ ແປວ່າຫຍັງ ?  ພາສາລາວກາງບໍ່ມີ

ພາສາໄທຍມີຄຳເວົ້າວ່າ ໂລມເລົ້າ ນາງໂລມ

ຖ້າພາສາໄທຍຈະຂຽນ ໂອບໂລມ ກໍ່ພໍຈະເຂົ້າໃຈຄວາມໝາຍຂອງເຂົາ

ແຕ່ ອົບໂລມ ?  ອົບ ໄປກ່ຽວຫຍັງກັບ ໂລມ

__________________

Guru

Status: Offline
Posts: 695
Date:

ໂອບໂລມ ແມ່ນຄຳກຳມະເວົ້າໃຫ້ດີນຳກັນ.
ອົບຮົມ: ສັ່ງສອນ,ແອບ
ຈາກວັດຈະນານຸກົມ.
ປີ2013

__________________

 187557797.jpg

Anonymous

Date:

cheerball wrote:

ໂອບໂລມ ແມ່ນຄຳກຳມະເວົ້າໃຫ້ດີນຳກັນ.
ອົບຮົມ: ສັ່ງສອນ,ແອບ
ຈາກວັດຈະນານຸກົມ.
ປີ2013

 ໂອບລົມ ບໍ່ເເມ່ນໂອບໂລມ
ໂອບລົມ-ການຕັກເຕໍີອນຫຼໍີວ່າຄວາມເເນະນຳເເລະສັ່ງສອນດວ້ຍສຳເພາະຫຼໍີວ່າຢ່າງເເໜ້ນໜາເເລະໄກ້ສິດ
ລົມ-ເວົ້າເເລະວາຈານຳກັນ
ໂອບ-ຕ້ອມຫຼໍີວ່າຕຸ້ມເອົາ

__________________
Anonymous

Date:

Anonymous wrote:
Anonymous wrote:

ເວັບໄຊຂອງລັດຖະບານໃຊ້ ຝຶກອົບຮົມ ສະນັ້ນ ຄຳນີ້ຈຶ່ງເປັນຄຳທີ່ຖືກຕ້ອງ. ສ່ວນ ຝຶກອົບລົມ ເປັນຄຳສັບ

ທີ່ໃຊ້ໃນລະບອບເກົ່າ ເຮົາຢູ່ໃນລະບອບໃໝ່ ຄວນໃຊ້ສັບໃໝ່ທີ່ລຸງພູມີ ວົງວິຈິດ ບອກສອນ.

ໃສ ໃສ  ເອົາເອກກະສານລະບອບເກົ່າຫຼືໜັງສືຮຽນສມັຍນັ້ນມາຢັ້ງຢືນເບິ່ງດຸ

ຖ້າບໍ່ມີ ເຊົາໂລດ ຢ່າມາອ້າງແຕ່ສມັຍເກົ່າ ຊິເຮັດໃຫ້ຄົນເຂົາຂີ້ດຽດໂຕຊື່ໆ

ສມັຍກ່ອນເຂົາພະຍາຍາມສົ່ງເສີມໃຫ້ໃຊ້ໂຕ ລ ຮ ຣ ຢ່າງຖືກຕ້ອງ

ບໍ່ມີດອກລາວເກົ່າຈະເວົ້າ  ລວມ ຄືທຸກມື້ນີ້

ຮວມກະຄືຮວມ  ຮອງກະຄືຮອງ ບໍ່ແມ່ນລອງລວມໄປເໝິດ ລອງນາງງາມ ໂອ້ຍນໍ

(ທ່ານຄວນເຂົ້າໃຈວ່າພາສາລາວມີຢູ່ສອງພາສາ ນັ້ນກໍຄື: ພາສາຂຽນ ແລະ ພາສາເວົ້າ)

(ລາວລະບອບເກົ່າບໍ່ມີໃຜຫັນລີ້ນໂຕ ຣ ດອກ ເຊັ່ນ ຣົຖ ເຂົາກໍເວົ້າ ລົດ ທຳມະດານີ້ ບໍ່ )

(ເຫັນໃຫຜຫັນລີ້ນວ່າ Roth ຈັກຄົນ. ແຕ່ເລາວຂຽນແມ່ນເຂົາຂຽນ ຣົຖ ແບບນີ້).

ຊັງໄທຍ ແຕ່ໃຊ້ພາສາໄທຍແບບລືມໂຕ

(ຖ້າທ່ານເຂົ້າໃຈແລະຮູ້ຈັກວ່າຮາກເຫງົ້າຂອງພາສາລາວແລະໄທນັ້ນມາຈາກບ່ອນດຽວກັນ)

(ທ່ານອາດຈະບໍ່ກ້າເວົ້າອອກມາໄດ້ວ່າລາວເອົາພາສາໄທມາໃຊ້).

ລາວເຮົາມີຄືກັນ ເປັນຫຍັງບໍ່ຄຶດໃຊ້

ຢ່າອ້າງແຕ່ພໍ່ແມ່ພາເວົ້າແຕ່ນ້ອຍ ແລ້ວຄຶດວ່າຖືກຕ້ອງແນ່ນອນຊັ້ນຕິ

ໄທຍຂຽນ  รวม ອ່ານອອກສຽງແບບຊາວບ້ານບໍ່ຫັນລີ້ນເປັນ ລວມ

ໄທຍຂຽນ  รม  ອ່ານອອກສຽງແບບຊາວບ້ານບໍ່ຫັນລີ້ນເປັນ ລົມ

รม ลม ມີຄວາມໝາຍຕ່າງກັນ ເຊັ່ນດຽວກັບ ຮົມ ລົມ ຂອງລາວ

อบรม ອົບຮົມ ມີຄວາມໝາຍວ່າ ເຮັດໃຫ້ດີຂື້ນ ໂຕຢ່າງ ອົບຮົມບົ່ມນິໄສ

ອົບ ແປວ່າຫຍັງ = ຮຸມ ສຸມ (ອົບຢາ ອົບຄວັນໄຟ) ຮົມແປວ່າຫຍັງ = ໂປະໃສ່ ພັນໃສ່ (ເອົາຢາມາຮົມປາກບາດ)

ບົ່ມແປວ່າຫຍັງ= ເຮັດໃຫສຸກ(ເອົາໝາກກ້ວຍມາບົ່ມ) ເອົາຄົນໄປບົ່ມບໍ່ໄດ້ມີແຕ່ໝາກໄມ້ເທົ່ານັ້ນທີ່ບົ່ມໄດ້.

ໃຜກໍ່ຮູ້ ແຕ່ຕີຄວາມໃຊ້ບໍ່ເປັນ

ໂອ້ລົມ ໂອບລົມ ອົບໂລມ ບໍ່ມີຄວາມໝາຍທີ່ກົງກັບຈຸດປະສົງຢາກເວົ້າ

ໂອ້ລົມ ແປວ່າ ຄຸຍກັນ  ທ່ານຄຳໄຕເຂົ້າໄປໂອ້ລົມກັບທ່ານຈູມມະລີເປັນການສ່ວນໂຕ

ໂອບລົມ  ໂອບກອດ+ລົມ 

ຜູ້ບ່າວກັບຜູ້ສາວປົກກະຕິກໍ່ເວົ້າວ່າ ໂອ້ລົມ ກັນ

ແຕ່ເວົ້າ ໂອບລົມກໍ່ພໍໄດ້ ຄວາມໝາຍມັນຈະເລິກຂື້ນໄປອີກໜ້ອຍໜຶ່ງ

ສ່ວນ ອົບໂລມ ນີ້ຜິດທຸກຄວາມໝາຍ

ໂລມ ແປວ່າຫຍັງ ?  ພາສາລາວກາງບໍ່ມີ

ພາສາໄທຍມີຄຳເວົ້າວ່າ ໂລມເລົ້າ ນາງໂລມ

ຖ້າພາສາໄທຍຈະຂຽນ ໂອບໂລມ ກໍ່ພໍຈະເຂົ້າໃຈຄວາມໝາຍຂອງເຂົາ

ແຕ່ ອົບໂລມ ?  ອົບ ໄປກ່ຽວຫຍັງກັບ ໂລມ

ເວົ້າອອກນອກກະທູ້ເກືອບເຖິງ 100% ສ່ວນຫລາຍມີແຕ່ຈິນຕະນາການສ່ວນຕົວຂອງ

ທ່ານເອງທັງນັ້ນ ອັນທີ່ຈິງແລ້ວທ່ານຍັງບໍ່ເຂົ້າໃຈພາສາລາວທັງເກົ່າແລະໃໝ່. ທ່ານຄວນ

ຄົ້ນຄ້ວາໃຫ້ຮູ້ເສຍກ່ອນໆທີ່່ທ່ານຈະມາອອກຄຳເຫັນຫຼືອະທິບາຍ ເພາະຄົນລະບອບເກົ່ທີ່ເປັນ

ອາຈານສອນພາສາລາວຢູ່ ມຊ ວຽງຈັນຍົງມີຫລາຍໆທ່ານຢູ່ ຈະອາຍເພິ່ນ.

__________________
Anonymous

Date:

ອົບໝາ ຖືກກ່ອນ.

__________________

Guru

Status: Offline
Posts: 695
Date:

Anonymous wrote:
cheerball wrote:

ໂອບໂລມ ແມ່ນຄຳກຳມະເວົ້າໃຫ້ດີນຳກັນ.
ອົບຮົມ: ສັ່ງສອນ,ແອບ
ຈາກວັດຈະນານຸກົມ.
ປີ2013

 ໂອບລົມ ບໍ່ເເມ່ນໂອບໂລມ
ໂອບລົມ-ການຕັກເຕໍີອນຫຼໍີວ່າຄວາມເເນະນຳເເລະສັ່ງສອນດວ້ຍສຳເພາະຫຼໍີວ່າຢ່າງເເໜ້ນໜາເເລະໄກ້ສິດ
ລົມ-ເວົ້າເເລະວາຈານຳກັນ
ໂອບ-ຕ້ອມຫຼໍີວ່າຕຸ້ມເອົາ

 ເຫັນໃນວັດຈະນານຸກົມ,ບໍ່ວ່າຊິຜິດ

ບໍ່ຜິດຍ້ອນຊຳເໜໍີອກໍີນກົມເເລະດັດປຽ່ນເອົາເດ້!!! furious

__________________
Anonymous

Date:

cheerball wrote:

ໂອບໂລມ ແມ່ນຄຳກຳມະເວົ້າໃຫ້ດີນຳກັນ.
ອົບຮົມ: ສັ່ງສອນ,ແອບ
ຈາກວັດຈະນານຸກົມ.
ປີ2013

ໂອບລົມ:  ເເບບເວົ້າລົມໃຫ້ປຽ່ນເເປງຄວາມຜິດພາດໃຫ້ດີຂໍິ້
ໂອບໂລມ:  ຄຳບໍ່ມີຄວາມໝາຍເເລະເປັນສຳນຽງຂອງຄົນຫາກໍອອກຈາກຖໍ່າທີ່ເວົ້າພາສາລາວຍັງບໍ່ທັນເເໜ້ນໜາດີເທໍີ່ອ!biggrin

ອົບ:ປີ້ງໃນເຕົາ(ອົບໄກ່ໃນເຕົາ)
ຮົມ:ປົກ

__________________
Anonymous

Date:

ໃຜຢາກອອກມາຖຽງກໍເຊີນອອກມາໄດ້ແລະເອົາຂໍ໊ມູນມາຢັ້ງຢືນເພື່ອຄວາມແນ່ນອນ.

ແຕ່ຂ້າພະເຈົ້າບໍ່ສາມາດນຳຂໍ້ມູນອອກມາຢັ້ງຢືນໄດ້ ເພາະ ວັຈະນານຸກົມ ພາສາລາແປ

ລາວໃນຍຸກກ່ອນ 75 ນັ້ນຖືກທຳລາຍຖິ້ມໝົດ.

ໂອບຣົມ ແມ່ນຖືກຕ້ອງທີ່ສຸດ.

ໂອບຣົມ ແປວ່າ ກໍ່ສ້າງ ປັ້ນແຕ່ງ ຝຶກໃຫ້ເປັນ.

ກ່ອນ 75 = ວິທະຍາລັຍໂອບຣົມຄຣູດົງໂດກ.

ຫຼັງ 75 = ວິທະຍາໄລສ້າງຄູດົງໂດກ.

ອົບຮົມ ໃຊ້ສຳຫຼັບ ອົບຢາຮົມຢາ (ໄປອົບຮົມຢາຢູ່ວັດໜອງບອນ)

ໂອບຮົມ = ທີ່ຈິງແລ້ວບໍ່ມີສັບນີ້ໃນພາສາລາວເລີຍ.

ໂອບລົມ = ສັບນີ້ກໍບໍ່ມີໃນພາສາລາວ.

ໂອບໂລມ = ເກ້ຍກ່ອມ ຕັກເຕືອນ ສັ່ງສອນ.

__________________
Anonymous

Date:

ອົບ ແປວ່າຫຍັງ = ຮຸມ ສຸມ (ອົບຢາ ອົບຄວັນໄຟ) ຮົມແປວ່າຫຍັງ = ໂປະໃສ່ ພັນໃສ່ (ເອົາຢາມາຮົມປາກບາດ)

ບົ່ມແປວ່າຫຍັງ= ເຮັດໃຫສຸກ(ເອົາໝາກກ້ວຍມາບົ່ມ) ເອົາຄົນໄປບົ່ມບໍ່ໄດ້ມີແຕ່ໝາກໄມ້ເທົ່ານັ້ນທີ່ບົ່ມໄດ້.

ໃຜກໍ່ຮູ້ ແຕ່ຕີຄວາມໃຊ້ບໍ່ເປັນ

ອັນນີ້ລະ ຖືກທິ່ສຸດ  ທີ່ມາຂອງຄຳວ່າ  ອົບ  ແລະ ຮົມ ນັ້ນ

ໃນສະຫມັຍກ່ອນການຖະຫນອມ ອາຫາຣ ໃຫ້ມີສະພາພທີ່ດີ ບໍ່ບູດ ບໍ່ເນ່າໄວ

ແມ້ແຕ່ເຄື່ອງໃຊ້ໄມ້ສອຍ ທີ່ຕ້ອງການໃຫ້ທົນທານ ຈາກສພາວະອາກາດ ຫລື ພວກມອດພວກແມງ

ເຂົາຈະຕ້ອງເອົາໄປອົບ  ຫລື ໄປຮົມຄວັນ ເພື່ອໃຫ້ມີຄຸນນະພາພ ດີກວ່າເກົ່າ 

ຕັວຢ່າງຫັວຜັກບົ່ວ ຫອມແດງ ເກັບມາແລ້ວມັດຈຸກ ເອົາໄປແຂວນເທິງຄື່ອ ຢູ່ໃນຄົວ ໃຫ້ຄວັນຈາກຂີ່ໄຟມັັນຮົມ

   ທີ່ນີ່  ອົບ ກັບ ຮົມ ນີ້້ຖຶກນຳມາໃຊ້ກັບຄົນ ທີ່ຈະຕ້ອງພັດທະນາດ້ານຕ່າງໆ ແນ້ນພັດທະນາດ້ານ ຄວາມຮູ້ 

ແລະຄວາມສາມາດ  

   ຜິດກາດປະການໃດຂໍອະພັຍດ້ວຍ

ຈາກ tak

__________________
Anonymous

Date:

ເວັບໄຊຂອງລັດຖະບານໃຊ້ ຝຶກອົບຮົມ ສະນັ້ນ ຄຳນີ້ຈຶ່ງເປັນຄຳທີ່ຖືກຕ້ອງ. ສ່ວນ ຝຶກອົບລົມ ເປັນຄຳສັບ

ທີ່ໃຊ້ໃນລະບອບເກົ່າ ເຮົາຢູ່ໃນລະບອບໃໝ່ ຄວນໃຊ້ສັບໃໝ່ທີ່ລຸງພູມີ ວົງວິຈິດ ບອກສອນ.

___________________________________________________________________________

ຝືກອົບຮົມແມ່ນປະໂຍກໄໜ່ຂອງລະບອບໄໜ່ແຕ່ວ່າຄົນໃນລັດຖະການ ແລະ ນອກລັດຖະການພິສູດເບີ່ງ ແລ້ວ ຫລື ຄົນລາວຢູ່ຕ່າງປະເທດຈະເວົ້າອອກສຽງ ຝ໊ກອົບລົມເໝືອນກັນຄືຕົວຢ່າງ ເງີນໃບຮອ້ຍກີບຄົນລາວສ່ວນຫຼາຍມັກອອກໃບລອ້ຍກີບ.
ຝືກອົບຮົມ=ບໍ່ຖືກຕອ້ງພາສາຂຽນ ແລະ ເວົ້າ.
ຝືກອົບລົມ=ແມ່ນຖືກຕອ້ງພາສາເວົ້າ ແລະ ຂຽນ
ເງີນໃບລອ້ຍ=ແມ່ນບໍ່ຖືກຕອ້ງພາສາຂຽນ ແລະ ເວົ້າ
ເງີນໃບຮ້ອຍ=ແມ່ນຖືກຕ້ອງຕາມພາສາເວົ້າ ແລະ ຂຽນ
ນີ້ຄວາມຄິດເຫັນຂອງຂອ້ຍ.

__________________
Anonymous

Date:

ພູມີ ວົງວິຈິດ ແລະ ເຈົ້າສຸກ ວົງສັກ ໝົດປັນຍາທີ່ຈະຫາສັບພາສາລາວໃໝ່ມາແທນ

ສັບພາສາລາວເກົ່າຂອງທ່ານມະຫາສີລາ ວິຣະວົງ ພາຍຫຼັງທີ່ເພິ່ນປ່ຽນຊື່ ໂ່ຮງຮຽນໂອບຣົມຄຣູ

ທົ່ວປະເທດ. ທີ່ເພິ່ນຈຳເປັນຕ້ອງໄດ້ປ່ຽນກໍຍ້ອນພວກເພິ່ນພາກັນເອົາພະຍົນຊະນະໂຕ ຕັດ

ອອກຈາກວົງສາຄານະຍາດອັກສອນລາວນັ້ນເອງ. ຖ້າຈະຂຽນ ໂຮງຮຽນໂອບຮົມຄູ ຊ້ຳຜັດ

ບໍ່ມີສັບໂອບຮົມ ຢູ່ໃນພາສາລາວ, ຖ້າຈະຂຽນ ໂຮງຮຽນໂອບລົມຄູ ສັບ ໂອບລົມ ນີ້ກໍບໍ່ມີ

ຢູ່ໃນພາສາລາວຄືກັນ. ພູມີ ວົງວິຈິດ ແລະເຈົ້າສຸກ ວົງສັກ ຈຶ່ງພາກັນໄປຂໍຄວາມຊ່ວຍເຫຼືອຈາກທ່ານ

ມະຫາສີລາ ວິຣະວົງ ວ່າຄວນເອົາສັບໃດມາແທນ ໂອບຣົມ ? ທ່ານມະຫາສີລາເພິ່ນວ່າບໍ່ມີສັບບາລີ

ອືນໃດມາແທນໄດ້ດອກ ນອກຈາກເອົາສັບທີ່ແປອອກເປັນພາສາລາວມາແທນໂລດ ສັບນັ້ນກໍຄື:

ສ້າງ ນັ້ນເອງ. ດັ່ງນັ້ນເພິ່ນຈຶ່ງປ່ຽນຈາກ ໂຮງຮຽນໂອບຣົມຄຣູ ມາເປັນ ໂຮງຮຽນສ້າງຄູ.

ແລະນັບແຕ່ນັ້ນມາໂຮງຮຽນອາຊີວະທຸກອາຊີບມັກຈະໃສ່ຊື່ວ່າ ໂຮງຮຽນສ້າງຄູ ສ້າງແພດ.......

ຝຶກໂອບຣົມ ແມ່ນຖືກຕ້ອງທີ່ສຸດ (ສະເພາະລາວນອກທີ່ຍັງໃຊ້ພາສາລາວກ່ອນ 75 ເທົ່ານັ້ນ)

ຝຶກສ້າງ ແມ່ນເໝາະກັບພາສາລາວຂອງລາວໃນເທົ່ານັ້ນ.

ທີ່ຈິງແລ້ວ ເຝິກ ບໍ່ມີຢູ່ໃນພາສາລາວ ເຫັນແຕ່ຄົນເລີ່ມຕົ້ນຂຽນສັບນີ້ຂຶ້ນມາໃນປີ 75 ຫຼື 76

ເຊື່ອແນ່ວ່າບໍ່ແມ່ນພະແນກອັກສອນສາດເປັນຜູ່ປະດິດສັບນີ້ຂຶ້ນມາແນ່ນອນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard