Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈີນຍົກເລີກໂຄງການໃຫຍ່ໆໃນມຽນມາ
ນົກແຈນວົນ

Date:
ຈີນຍົກເລີກໂຄງການໃຫຍ່ໆໃນມຽນມາ

burma-china.jpg

ໄດ້ຍິນເຂົາເວົ້າຊຸບຊິບກັນວ່າຈີນຍົກເລີກໂຄງການສ້າງທາງລົດໄຟຄວາມໄວສູງຢູ່ມຽນມາ

ຊຶ່ງມີມູນຄ່າການກໍ່ສ້າງ 20 ພັນລ້ານໂດລາ, ເຫດຜົນອາດຈະເປັນຍ້ອນວ່າໂຄງການດັ່ງກ່າວ

ບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນມຽນມາຫຼາຍກ່ວາວິກິດການເງິນໃນສະຖາ

ບັນການເງິນຂອງຈີນ.

ນອກຈາກໂຄງການສ້າງທາງລົດໄຟຄວາມໄວສູງແລ້ວ ຈີນຍັງມີໂຄງການກໍ່ສ້າງທໍ່ສົ່ງນ້ຳມັນ

ໂຄງການກໍ່ສ້າງເຂື່ອນພະລັງງານໄຟຟ້ານ້ຳຕົກຂນາດໃຫຍ່ ແລະຕາມທີ່ເຫັນເປັນຂ່າວ

ໂຄງການເຫຼົ່ານີ້ກໍ່ບໍ່ໄດ້ຮັງການສະໜັບສະໜູນຈາກປະຊາຊົນທ້ອງຖິ່ນເໝືອນກັນ.

ຂ່າວການຍົກເລີກໂຄງການນີ້ອາດຈະເຮັດໃຫ້ນັກລ່າໂຄງການໃຫຍ່ໃນລາວຕ້ອງໄດ້ນັດກັນ

ໄປຕີກອບຖີ່ຂຶ້ນເລື້ອຍ, ທ່ານຄິດວ່າແນວໃດ?

__________________
Anonymous

Date:

ລັດຖະບານມຽນມາເປັນລັດຖະບານຂອງປະຊາຊົນເພື່ອປະຊາຊົນອິຫຼື, ຖ້າປະຊາຊົນໝົດປະເທດ

ເຊົາລົງຫ່າງສຽງກັນແບບ YES vs NO ຖ້າອັນໃດມີຫ່າງສຽງຫຼືຕະແນນຫລາຍກ່ອນກັນເຂົາກໍເອົາອັນນັ້ນ

ເປັນຫລັກ ແລະປະຊາຊົນມຽນມ້າເຂົາມີສິດເສລີພາບໃນການອອກຄຳເຫັນຕໍ່ລັດຖະບານຂອງເຂົາແບບປະ

ຊາທິປະໄຕຂອງແທ້ດັ່ງທຸກປະເທດໃນໂລກເສລີທີ່ປົກຄອງໂດຍລະບອບປະຊາທິປະໄຕ. ໃນຄະນະລັດຖະບານ

ຂອງມຽນມາມີແຕ່ຜູ່ຈົບຫານສຶກສາສູງມາຈາກປະເທດຕາເວັນຕົກທັງນັ້ນ ແລະເຂົາກໍໃຫ້ປະຊາຊົນເຂົາມີສ່ວນ

ຮ່ວມໃນການອອກຄວາຄິດຄວາມເຫັນໃນການສ້າງສາພັດທະນາປະເທດ ຖ້າປະຊາຊົນບໍ່ເຫັນດີ ລັດຖະບານກໍ

ບໍ່ຝືນປະຊາຊົນຂອງເຂົາ.

ບໍ່ຄືລັດຖະບານປະເທດບ້ານເດື່ອບ້ານໄຊດອກທີ່ປະຊາຊົນບໍ່ມີສິດເສລີພາບໃນການອອກຄຳເຫັນໃດໆ ຊ້ຳບໍ່ໝຳຍັງ

ຮ່ວມຫົວກັບນາຍທຶນຕ່າງດ້າວເຂົ້າມາຍາດແຍ່ງດິນດອນຕ່ອນຫຍ້າຂອງປະຊາຊົນໄປອີກ. ປະເທດບ້ານເດື່ອບ້ານ

ໄຊນີ້ຍັງໄກກັບຄວາມຈະເລີນຫລາຍ ທຽບມຽນມາບໍ່ໄດ້ດອກ.

__________________
Anonymous

Date:

ໄດ້ຍິນທ່ານອຸ່ນແກ້ວ ສຸກສະຫວັດ ເວົ້າໃນລາຍການລົມເລື່ອງຂ່າວ

ທີ່ອອກອາກາດທຸກເຊົ້າວັນເສົາຈາກສະຖານີວິທະຍາເອເຊຍເສລີ

ເພິ່ນວ່າຈີນສັ່ງໂຈະເງິນກູ້ໃຫ້ລາວມາສ້າງຂົວສ້າງທາງຕັ້ງແຕ່ຕົ້ນເດືອນ

ພຸ້ນນະແຕ່ທ່ານສັນຕິສຸກ ມາລາວົງ ບໍ່ຍອມເປີດເຜີຍຂ່າວນີ້ເພາະຢ້ານ

ພວກຮັບເໝົາ 9 ໂຄງການໃນໂຄງການປັບປຸງແລະຍົກລະດັບເສັ້ນທາງ

ມີແນວຄິດຄອນແຄນ.

ຈີນວ່າໂຄງການເຫຼົ່ານີ້ບໍ່ສ້າງລາຍຮັບສູງສຸດໃຫ້ຈີນ ຖ້າແມ່ນໂຄງການ

ຂຸດຄົ້ນບໍ່ແຮ່ ໂຄງການສ້າງເຂື່ອນ ຈີນຈະພິຈາລະນາໃໝ່.

__________________
Anonymous

Date:

Anonymous wrote:

 what's the  point? RADIO FREE ASIA is untruthful!

__________________
Anonymous

Date:

ນົກແຈນວົນ wrote:

burma-china.jpg

ໄດ້ຍິນເຂົາເວົ້າຊຸບຊິບກັນວ່າຈີນຍົກເລີກໂຄງການສ້າງທາງລົດໄຟຄວາມໄວສູງຢູ່ມຽນມາ

ຊຶ່ງມີມູນຄ່າການກໍ່ສ້າງ 20 ພັນລ້ານໂດລາ, ເຫດຜົນອາດຈະເປັນຍ້ອນວ່າໂຄງການດັ່ງກ່າວ

ບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນມຽນມາຫຼາຍກ່ວາວິກິດການເງິນໃນສະຖາ

ບັນການເງິນຂອງຈີນ.

ນອກຈາກໂຄງການສ້າງທາງລົດໄຟຄວາມໄວສູງແລ້ວ ຈີນຍັງມີໂຄງການກໍ່ສ້າງທໍ່ສົ່ງນ້ຳມັນ

ໂຄງການກໍ່ສ້າງເຂື່ອນພະລັງງານໄຟຟ້ານ້ຳຕົກຂນາດໃຫຍ່ ແລະຕາມທີ່ເຫັນເປັນຂ່າວ

ໂຄງການເຫຼົ່ານີ້ກໍ່ບໍ່ໄດ້ຮັງການສະໜັບສະໜູນຈາກປະຊາຊົນທ້ອງຖິ່ນເໝືອນກັນ.

ຂ່າວການຍົກເລີກໂຄງການນີ້ອາດຈະເຮັດໃຫ້ນັກລ່າໂຄງການໃຫຍ່ໃນລາວຕ້ອງໄດ້ນັດກັນ

ໄປຕີກອບຖີ່ຂຶ້ນເລື້ອຍ, ທ່ານຄິດວ່າແນວໃດ?

 ເຖິງມຽນມາ ບໍ່ໄດ້ຊື່ວ່າ ສາທາລະນະລັດປະຊາທິປະໄຕປະຊາຊົນມຽນມາ ເໝືອນ ລາວ.ແຕ່ປະຊາຊົນຂະເຈົ້າຍັງມີສິດ

ສະແດງອອກທາງແນວຄິດ ແລະ ກະທຳ ໄດ້ດີກວ່າປະຊາຊົນຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

ຜູ້ນຳລາວຕັ້ງໜ້າດ້ານ ແລະ ບໍ່ມີຢາງອາຍ ແທ້ໆວ່າໆ,ທີ່ກຳຈັດສິດຂອງປະຊາຊົນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard