Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໜອງແປງ ແຫຼ່ງທ່ອງທ່ຽວຄົບວົງຈອນ
ທ້າວຄຳເຕື່ອຍ

Date:
ໜອງແປງ ແຫຼ່ງທ່ອງທ່ຽວຄົບວົງຈອນ


20140724155347.jpg

ບໍຣິສັດການຄ້າສາກົນລາວ-ເອເຊຍ ມີຄວາມປາດຖະໜາດີຢາກໃຫ້ປະຊາຊົນເມືອງຫາດຊາຍຟອງ

ເວົ້າສະເພາະ, ເວົ້າລວມກໍ່ຄືປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ສປປ ລາວ

ມີຄວາມເບີກບານມ່ວນຊື່ນ ມີລາຍຮັບຫຼາຍຂຶ້ນ ຈຶ່ງຈົກເງິນຈຳນວນ 4000 ຕື້ກີບອອກມາສ້າງ

ແຫຼ່ງທ່ອງທ່ຽວຄົບວົງຈອນຢູ່ບ້ານໜອງແປງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ເພິ່ນວ່າຈະເລິ້ມສ້າງແຕ່ເດືອນນີ້ໄປ ແລະໃຫ້ສຳເລັດໃນປີ 2020.

ແຫຼ່ງທ່ອງທ່ຽວໜອງແປງຈະນຳເງິນຢ່າງມະຫາສານເຂົ້າສູ່ຖົງປະຊາຊົນ ເຂົ້າສູ່ຖົງລັດຖະບານ

ຫຼືເຂົ້າຖົງນັກລົງທຶນກໍ່ຄ່ອຍເບິ່ງກັນຕໍ່ໄປ. ແຕ່ເຖິງຢ່າງໃດກໍ່ຂໍສະແດງຄວາມຂອບໃຈນຳທ່ານ

ທະນະກິດ ສຸວັນນະວົງ ທີ່ມີຄວາມປາດຖະໜາດີຢາກຍົກສູງຊີວິດການເປັນຢູ່ຂອງປະຊາຊົນ

ບ້ານໜອງແປງໃຫ້ດີຂຶ້ນ ມີລົດໃໝ່ໆງາມໆຂີ່ ມີເງິນໃຊ້ເຕັມຖົງເຕັມໄຖ່ ແລະສະແດງຄວາມຍິນດີ

ນຳພໍ່ແມ່ພີ່ນ້ອງປະຊາຊົນບ້ານໜອງແປງທຸກໆຄົນເດີ.

http://vientianemai.net/teen/khao/1/12289

 

 



__________________
Anonymous

Date:

ຖ້າດັ່ງນັ້ນ ກໍ່ຕ້ອງມີ ທ່ຽວກະລີ່ ນຳແມ່ນບໍ?



__________________
Anonymous

Date:

Anonymous wrote:

ຖ້າດັ່ງນັ້ນ ກໍ່ຕ້ອງມີ ທ່ຽວກະລີ່ ນຳແມ່ນບໍ?


 ໄປຫຼິ້ນກາຊິໂນບໍ່ມີນາລີນັ່ງຂ້າງ ໄພ້ກໍ່ບໍ່ເຂົ້າລະ, ມີນາລີກໍ່ຕ້ອງມີສຸລາແລະຢາເສບຕິດມາພ້ອມ.



__________________
Anonymous

Date:

 

ເຫັນຢູ່ ກູເກີລ ເອີດ ແຖວ 

ບອ່ນລຸ່ມນີ້ ຈັກສີແມ່ນເຮັດຫຍັງ 

 

17°59'59.34"N

102°41'1.14"E



__________________
Anonymous

Date:

Anonymous wrote:

 

ເຫັນຢູ່ ກູເກີລ ເອີດ ແຖວ 

ບອ່ນລຸ່ມນີ້ ຈັກສີແມ່ນເຮັດຫຍັງ 

 

17°59'59.34"N

102°41'1.14"E


  

ບຶງເຂດ ຣອ່ງສຸພາບ ໂຄກນອ້ຍໂຄກໃຫຍ່ ຕໍ່ໄປຣອດໂຄກສະອາດ ແມ່ນເມືຶອງ ໄຊນາທາວ

 

ວຽງຈັນ ຈະເລີນ ຍ້ອນ ນ້ຳມື ຈີນ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard