Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແຈ້ງການ ເລື່ອງເດີນທາງ​ໄປ​ເຮັດ​ວຽກ​ຢູ່​ປະເທດ​ໄທ
Anonymous

Date:
ແຈ້ງການ ເລື່ອງເດີນທາງ​ໄປ​ເຮັດ​ວຽກ​ຢູ່​ປະເທດ​ໄທ


ເຖິງ: ບັນດາ​ທ່ານ​ທີ່​ມີ​ຈຸດປະສົງ​ ເດີນທາງ​ໄປ​ເຮັດ​ວຽກ​ຢູ່​ປະເທດ​ໄທ.

ເລື່ອງ: ທາງ​ການ​ໄທ​ ຈະ​ເພີ່ມ​ຄວາມ​ເຂັ້ມ​ງວດ ​ຕໍ່​ຜູ້​ເດີນທາງ​ເຂົ້າ​ໄປ​ເຮັດ​ວຽກ​ຢູ່​ປະເທດ​ຕົນ.

ກົມ​ກົງ​ສູນ ກະຊວງ​ການ​ຕ່າງປະເທດ ​ຂໍ​ຖື​ເປັນ​ກຽດ​ແຈ້ງ​ມາ​ຍັງທ່ານ​ທີ່​ມີ​ຈຸດປະສົງ ​ຈະ​ເດີນທາງ​ໄປ​ປະກອບ​ທຸລະ​ກິດ ແລະ ອອກແຮງ​ງານ​ໃນ​ປະເທດ​ໄທ ຊາບ​ວ່າ: ໂດຍ​ອີງ​ຕາມ​ແຈ້ງ​ການ​ຂອງ​ສະຖານ​ເອກ​ອັກຄະລາຊະທູດ ແຫ່ງ​ຣາ​ຊະ​ອານາຈັກ​ໄທ ສະບັບ​ເລກ​ທີ 29001/707 ລົງ​ວັນ​ທີ 23 ກໍລະກົດ 2014 ຄື: ນັບ​ແຕ່​ວັນ​ທີ 12 ສິງຫາ 2014 ເປັນຕົ້ນ​ໄປ ທາງ​ການ​ໄທ ​ຈະ​ເພີ່ມ​ມາດ​ຕະການ​ກວດກາ​ເຂັ້ມ​ງວດ​ຕໍ່​ຊາວ​ຕ່າງປະເທດ ​ທີ່​ລັກລອບ​ເຂົ້າ​ໄປ​ເຮັດ​ວຽກ​ຢູ່​ປະເທດໄທ.

ສະນັ້ນ ເພື່ອ​ໃຫ້ການ​ເດີນທາງ​ເຂົ້າ​ໄປ​ເຮັດ​ວຽກ​ຢູ່​ປະເທດ​ໄທຂອງ​ທ່ານ ​ຖືກຕ້ອງ​ຕາມ​ລະບຽບ ຂໍ​ໃຫ້​ຜູ້​ເດີນທາງ​ກວດກາ​ເອກະສານ​ຂອງ​ຕົນ​ໃຫ້​ຄົບ​ຖ້ວນ ໜັງສືຜ່ານ​ແດນ​ຕ້ອງ​ມີ​ອາຍຸ​ນຳ​ໃຊ້​ບໍ່​ໃຫ້ຫຼຸດ 6 ເດືອນ ​ມີ​ວິຊາ​ອະນຸຍາດ​ໃຫ້ເຮັດ​ວຽກ​ໄດ້ ສຳລັບ​ຜູ້​ທີ່​ເຄີຍ​ເຂົ້າໄທ​ໂດຍ​ຍົກເວັ້ນ​ວີ​ຊາ ແລະ ຢູ່ເກີນ​ກຳນົດ 30 ວັນ​ມາ​ແລ້ວ ທາງ​ການ​ໄທ​ຈະ​ບໍ່​ອະນຸຍາດ​ໃຫ້ເຂົ້າ​ໄທ​ແບບ​ນັກ​ທ່ອງ​ທ່ຽວ​ເປັນຄັ້ງ​ທີ 2 ແຕ່​ຈະ​ໃຫ້​ໄປ​ຂໍ​ວີ​ຊາ (VISA) ເຂົ້າ​ໄທ ເພື່ອ​ໃຫ້​ລະບຸຖືກຕ້ອງ​ກັບ​ຈຸດປະສົງ​ຂອງ​ຕົນ ​ໃນການ​ເຂົ້າ​ໄປ​ຍັງ​ປະເທດ​ໄທ ສຳລັບ​ປະຊາຊົນ​ຜູ້​ທີ່​ໄປ​ທ່ອງ​ທ່ຽວຢ້ຽມຢາມ​ປົກກະຕິ​ນັ້ນ ແມ່ນ​ຍັງສືບຕໍ່​ປະຕິບັດ​ຕາມ​ສັນຍາ​ຍົກເວັ້ນວີ​ຊາ ​ສະບັບ​ລົງ​ວັນ​ທີ 28 ຕຸລາ 2004 ຄື: ສາມາດ​ເຂົ້າ​ໄທ​ໂດຍ​ບໍ່ມີ​ວີ​ຊາ ແລະ ສາມາດ​ຢູ່​ໄດ້​ບໍ່​ເກີນ 30 ວັນ.

ດັ່ງນັ້ນ ກົມ​ກົງ​ສູນ ກະຊວງການ​ຕ່າງປະເທດ ຈຶ່ງ​ຂໍ​ແຈ້ງ​ມາຍັງ​ບັນດາ​ທ່ານ​ເພື່ອ​ຊາບ.

ທີ່ ນະຄອນຫຼວງ​ວຽງ​ຈັນ

ວັນ​ທີ 24 ກໍລະກົດ 2014

ກົມ​ກົງ​ສູນ ກະຊວງ​ການ​ຕ່າງປະເທດ

 

http://vientianemai.net/teen/khao/1/12285



__________________
Anonymous

Date:
RE: ແຈ້ງການ ເລື່ອງເດີນທາງ​ໄປ​ເຮັດ​ວຽກ​ຢູ່​ປະເທດ​ໄທ


ຖ້່າທາງການໄທເຂັ້ມງວດແບບນີ້ ຄົນລາວອາດຈະປ່ຽນທິດໄປທ່ຽວໄປເຮັດວຽກຢູ່ຫວຽດນາມຫຼາຍຂຶ້ນ.



__________________
Anonymous

Date:

Anonymous wrote:

ຖ້່າທາງການໄທເຂັ້ມງວດແບບນີ້ ຄົນລາວອາດຈະປ່ຽນທິດໄປທ່ຽວໄປເຮັດວຽກຢູ່ຫວຽດນາມຫຼາຍຂຶ້ນ.


 ໄປຫວຽດນາມສິໄປແຍ່ງວຽກເຂົາເຮັດໄດ້ຍູ້ຕິ



__________________
Anonymous

Date:


 ໄປຫວຽດນາມສິໄປແຍ່ງວຽກເຂົາເຮັດໄດ້ຍູ້ຕິ


 ບໍ່ຕ້ອງໄປຍາດໄປແຍ່ງດອກ, ໄປຮອດເຂົາຍົກວຽກໃຫ້ເຮັດໂລດເພາະຄົນຫວຽດນາມຍົກສູງຄົນລາວ

ແທ້ເນີ !



__________________
Anonymous

Date:

Anonymous wrote:

 ໄປຫວຽດນາມສິໄປແຍ່ງວຽກເຂົາເຮັດໄດ້ຍູ້ຕິ


 ບໍ່ຕ້ອງໄປຍາດໄປແຍ່ງດອກ, ໄປຮອດເຂົາຍົກວຽກໃຫ້ເຮັດໂລດເພາະຄົນຫວຽດນາມຍົກສູງຄົນລາວ

ແທ້ເນີ !


ໂອຍ! ຍົກສູງໂຄດແມ່ມັນຢູ່ໃສເນາະ? ຫລານຊາຍຂ້ອຍໄປຮຽນຢູ່ຮາໂນຍໄປຊອກວຽເຮັດພໍ

ໄດ້ເງິນເພີ້ມການໃຊ້ຈ່າຍ ຊື້ສະບູຊັກເຄື່ອງ ວະບູອາບນ້ຳ ຢາສີຟັນ ແລະເຈ້ຍສໍ ສ່ວນການຢູ່

ກິນນັ້ນແມ່ນຣັຖະບານວຽດນາມຮັບຜິຊອບແລ້ວ, ບໍ່ເຫັນວ່າວຽດນາມຈະຍົກສູງຈັກໜ້ອຍ.

ຫລານຊາຍເລົ່າສູ່ຟັງ ມີແຕ່ຂັ້ນເທິງເທົ່ານັ້ນທີ່ເບິ່ງໜ້າກັນໄດ້ ລະຫວ່າງຄົນລາວແລະວຽດ

ນາມ ສ່ວນຜະຊາຊົນມາມັນນີ້ແມ່ນປານໝາກັບແມວ ຂັ້ນໄປຖາມວ່າມີວຽກໃຫ້ເຮັດບໍ? ມັນ

ຕອບວ່າແຕ່ຄົນພວກກູຍັງຫລັ່ງກັນໄປຫາເຮັດວຽກຢູ່ລາວຢູ່ໄທພຸ້ນ ຕາແຕກມຶງບໍ່ເຫັນບໍ່?

ມັນດ່າເພາະມັນຄິດວ່າຫລານຊາຍຂ້ອຍບໍ່ຮູ້ພາສາວຽດ.



__________________
Anonymous

Date:

Anonymous wrote:

ຖ້່າທາງການໄທເຂັ້ມງວດແບບນີ້ ຄົນລາວອາດຈະປ່ຽນທິດໄປທ່ຽວໄປເຮັດວຽກຢູ່ຫວຽດນາມຫຼາຍຂຶ້ນ.


 การทำให้ถูกต้องทางกฏหมาย อาจดูยุ่งยากแต่ความจริงเพื่อผลประโยชน์ของแรงงานต่างชาติเอง ทั้งเขมร ลาว พม่า

เพราะจะได้มีสิทธิรักษาพยาบาล การคุ้มครองแรงงาน ค่าแรงตามกฏหมาย การเดินทางไปไหนมาไหนในไทยได้อย่างถูกต้องไม่ต้องหลบซ่อน

ซึ่งสิ่งเหล่านี้เป็นผลดีทั้งนั้น แต่การดำเนินการให้ถูกต้องนายจ้างก็ต้องเสียค่าใช้จ่ายเพิ่มขึ้น ประกอบกับแรงงานก็ไม่ค่อยรู้ข้อมูล ไม่อยากติดต่อกับหน่วยงานราชการ จึงเป็นช่องว่างให้เกิดการหลอกลวงการได้ง่ายจากกลุ่มค้าแรงงานเถื่อน โดยเฉพาะกับแรงงานที่พูดไทยไม่ได้(ลาวอาจมีปัญหาน้อยเพราะสื่อสารกับไทยรู้เรื่อง)

ดังนั้น ถ้ามีคนรู้จักก็บอกเขาเถอะครับ ว่าดำเนินการเข้าเมืองไทยให้ถูกต้องดีกว่า ยิ่งช่วงนี้ยิ่งเปิดไม่ได้ยุ่งยากอะไรมาก เพื่อสิทธิประโยชน์ของตัวเขาเองนะครับ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard