Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈະປ່ຽນຫັຍງບໍ່ ຫລືມີແຕ່ເວົ້າໃສ່ກັນ
Anonymous

Date:
ຈະປ່ຽນຫັຍງບໍ່ ຫລືມີແຕ່ເວົ້າໃສ່ກັນ


ບໍ່ຮູ້ວ່າຫລັງຈາກປະຊຸມສະພາສີ້ນສຸດລົງ ຈະມີການປ່ຽນແປງຫັຍງທີ່ດີຂື້ນ

ເຫັນມີແຕ່ເວົ້າຂໍ້ບຸກຜ່ອງ ແຕ່ວິທີແກ້ບໍ່ຊັດເຈນປານໃດ



__________________
Anonymous

Date:

ຕ້ອງມີການປ່ຽນແປງແນ່ນອນ ແຕ່ອາດຈະໃຊ້ເວລາເພາະແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ

ຄັ້ງທີ8 ໄດ້ລົງມະຕິເຫັນດີກັນໝົດແລ້ວ, ຄັ້ງທີ 9 ຫຼືຄັ້ງທີ10 ພຸ້ນລະ ຈຶ່ງຈະເຫັນເປັນຮູບປະທຳ.



__________________
Anonymous

Date:

ຖ້າຄົນເກົ່າ,ຫົວເກົ່າ,ສະໝອງລີບໆ(ເພາະໂຕດູດເລືອດຫວຽດທຳລາຍ)ປົກຄອງຢູ່ຄືເກົ່າ,

ຈ້າງໃຫ້ປ່ຽນ100ຊຸດລັດຖະບານ,100ຊຸດ ແຜນພັດທະນາ 5 ປີ ຄົງບໍ່ຫັຽງຈະປ່ຽນແປງໄປສູ່

ຄວາມຈະເລີນດອກ.ນອກຈາກຈະທຸກລົງໄປຕື່ມເມື່ອປ່າໄມ້,ບໍແຮ່ໝົດໄປຈາກແຜນດິນລາວ.



__________________
Anonymous

Date:

Anonymous wrote:

ຖ້າຄົນເກົ່າ,ຫົວເກົ່າ,ສະໝອງລີບໆ(ເພາະໂຕດູດເລືອດຫວຽດທຳລາຍ)ປົກຄອງຢູ່ຄືເກົ່າ,

ຈ້າງໃຫ້ປ່ຽນ100ຊຸດລັດຖະບານ,100ຊຸດ ແຜນພັດທະນາ 5 ປີ ຄົງບໍ່ຫັຽງຈະປ່ຽນແປງໄປສູ່

ຄວາມຈະເລີນດອກ.ນອກຈາກຈະທຸກລົງໄປຕື່ມເມື່ອປ່າໄມ້,ບໍແຮ່ໝົດໄປຈາກແຜນດິນລາວ.


 ຄິດວ່າສິໄດ້ຍົກມື ບ້າຍ-ບ່າຍ ກັບແຜນການຍິ່ງໃຫຍ່  ໝໍ້ໄຟແຫ່ງເອຊຽນ ແລ້ວ, ບາດນີ້ ! ນອກນັ້ນຍັງສິໄດ້ປະເຊີນໜ້າກັບໄພແຫ້ງແລ້ງ ນ້ຳສິກິນກະສິບໍ່ມີໄດລະ ບາດນີ້ ! ການພັດທະນາຢ່າງອື່ນມັນກໍສຳຄັນ ແຕ່ຄວາມເປັນຄວາມຕາຍຂອງຊາດຕ້ອງມາກ່ອນ. ຢຸດຕິການຕັດໄມ້ ແລະສົ່ງອອກໄມ້ທ່ອນ ຢ່າງສິ້ນເຊີງ ! ຫວັງວ່າລັດຖະບານຈະມີປະສິດທິພາບແລະແຂງແຮງພໍທີ່ຈະຈັດການກັບພວກກິນບ້ານກິນເມືອງພວກນີ້ ຫຼືວ່າສິກ້າແຕ່ນອກເຕົາ ແລ້ວກະວ່າມັນເປັນໜ້າທີ່ຂອງໝົດສັງຄົມຄືເພິ່ນເຄີຍວ່າຫັ້ນ ມັນບໍ່ຄັກປານໃດ ເພາະສັງຄົມບໍ່ໄດ້ຫຍັງນຳພວກເພິ່ນ ... ແລະໜ້າທີ່, ອຳນາດບໍ່ໄດ້ຢຸ່ກັບສັງຄົມ ແຕ່ເປັນຂອງລັດຖະບານທັງໝົດ !!!ບໍ່ແຮ່ກໍເໝືອນກັນ, ໃຫ້ຕ່າງຊາດມາຫຼອກເອົາຂອງເຮົາໄປດ້ວຍລາຄາຖືກໆ ແລະບໍ່ຮູ້ວ່າເຂົາຂຸດໄດ້ມື້ໜຶ່ງຫຼາຍປານໃດ ???   ປະໄວ້ໃຫ້ລູກຫຼານເຮົາ ໃຫ້ເຂົາພໍຍັງມີບ່ອນເພິ່ງແດ່....ໄມ້ກະຕັດໄປໝົດ, ບໍ່ແຮ່ກະຂຸດເອົາໝົດ ແລ້ວລູກຫຼານເຮົາສິພາກັນຢູ່ແບບໃດ ? ສືບຕໍ່ໄປເປັນຂ້ອຍປະເທດອື່ນຕໍ່ໆໄປຊັ້ນບໍ ??



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard