Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊັບພະສິ່ງ
ລີ່ເຕິະຊິວ

Date:
ຊັບພະສິ່ງ


ເຂົ້າໄປອ່ານຂ່າວຢູ່ເັວບວຽງຈັນໃໝ່ກ່ຽວກັບຊາວພຸດທະສາດສະໜາທຳບຸນໃສ່ບາດໃນວັນເຂົ້າພັນສາ

ສະດຸດຕາປະໂຫຍກທີ່ເພິ່ນຂຽນວ່າ: "...ເພື່ອເປັນການສ້າງບຸນກຸສົນແດ່ຊັບພະສິ່ງທັງປວງ..."

ກໍ່ເລີຍແວ່ເຂົ້າມາຖາມບັນດາທ່ານໃຫ້ຄວາມກະຈ່າງແຈ້ງກ່ຽວກັບຄຳວ່າຊັບພະສິ່ງເພາະເຄີຍໄດ້ຍິນ

ບາງຄົນໃຊ້ຄຳວ່າສັບພະສິ່ງ. ຄຳໃດຖືກຕ້ອງ? ຂອບໃຈ

20140711103144.jpg

http://vientianemai.net/teen/khao/1/12206



__________________


Senior Member

Status: Offline
Posts: 183
Date:

ໃນຄະນະທີ່ກຳລັງລໍຖ້າມືອາຊີບເຂົ້າມາຕອບ, ມືສະມັກຫຼິ້ນຄືຂ້ອຍຊິລອງເບິ່ງກ່ອນເດີ ຖ້າບໍ່ຖືກກໍ່ພ້ອມຮັບຄຳດ່າ

ຊັບ = ສິ່ງຄ້ຳປະກັນຂອງຄວາມຮັ່ງມີ ເຊັ່ນ: ຊັບພະຍາກອນ, ຊັບສິນ, ຊັບສົມບັດ...

ສັບພະ = ຫຼາຍ ເຊັ່ນ: ສັບພະວິຊາ(ຫຼາຍວິຊາ), ສັບພະຄຸນ(ຄຸນປະໂຫຍດຫຼາຍຢ່າງ), ສັບພະສິ່ງ(ຫຼາຍສິ່ງ ຫຼື ສິ່ງຕ່າງໆ)...

 

 



-- Edited by Laotian on Tuesday 15th of July 2014 08:49:37 AM

__________________
Anonymous

Date:

ຂນາດມືສະໝັກຫຼິ້ນຍັງຕອບໄດ້ຖືກຕ້ອງຄົບຖ້ວນ ຖ້າກາຍເປັນມືອາຊີບມື້ໃດ໋

ນັກປາດ(ຂໍໂທດທີ່ບໍ່ກ້າໃຊ້ຄຳວ່ານັກປຣາຊ)ທີ່ນັ່ງຕັ່ງນຸ້ມໆໃນຫ້ອງແອຕ້ອງຂໍ

ຄາລະວະທ່ານຄົນລາວແນ່ນອນ.

ໃຊ້ຄຳໃດຖືກຕ້ອງໃນປະໂຫຍກດັ່ງກ່າວ?



__________________


Senior Member

Status: Offline
Posts: 183
Date:

Anonymous wrote:

ຂນາດມືສະໝັກຫຼິ້ນຍັງຕອບໄດ້ຖືກຕ້ອງຄົບຖ້ວນ ຖ້າກາຍເປັນມືອາຊີບມື້ໃດ໋

ນັກປາດ(ຂໍໂທດທີ່ບໍ່ກ້າໃຊ້ຄຳວ່ານັກປຣາຊ)ທີ່ນັ່ງຕັ່ງນຸ້ມໆໃນຫ້ອງແອຕ້ອງຂໍ

ຄາລະວະທ່ານຄົນລາວແນ່ນອນ.

ໃຊ້ຄຳໃດຖືກຕ້ອງໃນປະໂຫຍກດັ່ງກ່າວ?


 ປະໂຫຍກໃດນໍ?



__________________
Anonymous

Date:

Laotian wrote:

 ປະໂຫຍກໃດນໍ?


 ໃນປະໂຫຍກ: " ...ເພື່ອສ້າງບຸນກຸສົນແດ່ຊັບພະສິ່ງທັງປວງ..."

ຂ້ານ້ອຍຈະເຂົ້າຫ້ອງເສັງພາສາລາວອາທິດໜ້ານີ້ ຈຶ່ງເຂົ້າມາຂໍຄຳແນະນຳຈາກທຸກໆທ່ານ.

ຂອບໃຈ



__________________


Member

Status: Offline
Posts: 24
Date:

Laotian wrote:

ໃນຄະນະທີ່ກຳລັງລໍຖ້າມືອາຊີບເຂົ້າມາຕອບ, ມືສະມັກຫຼິ້ນຄືຂ້ອຍຊິລອງເບິ່ງກ່ອນເດີ ຖ້າບໍ່ຖືກກໍ່ພ້ອມຮັບຄຳດ່າ

ຊັບ = ສິ່ງຄ້ຳປະກັນຂອງຄວາມຮັ່ງມີ ເຊັ່ນ: ຊັບພະຍາກອນ, ຊັບສິນ, ຊັບສົມບັດ...

ສັບພະ = ຫຼາຍ ເຊັ່ນ: ສັບພະວິຊາ(ຫຼາຍວິຊາ), ສັບພະຄຸນ(ຄຸນປະໂຫຍດຫຼາຍຢ່າງ), ສັບພະສິ່ງ(ຫຼາຍສິ່ງ ຫຼື ສິ່ງຕ່າງໆ)...

 

 



-- Edited by Laotian on Tuesday 15th of July 2014 08:49:37 AM


 ເກັ່ງ ໆ  

ແຕ່ຖ້າຍົກເອົາຕົ້ນເຄົ້າສັພທ໌ມາອະທິບາຍອ້າງອິງ ຈະຖືວ່າສົມບູນທີ່ສຸດ

ແລະຂໍທ້ວງທີ່ທ່ານໃຊ້ຜິດຄຳໜຶ່ງຄື  ຄະນະ  ທີ່ຖືກຕ້ອງຄວນແມ່ນ ຂະນະ

ຄະນະ = ຄະນະຣັດຖະບານ  ຄະນະກິລາຈາກເມືອງວຽງຈັນ  ຄະນະໝໍລຳ

ຂະນະ  = ຂະນະນີ້(ຕອນນີ້ ເວລານີ້)  

ຂະນະທີ່ຂ້ອຍກຳລັງກ້າວຂາລົງເຮືອ ຕາຫຼຽວໄປເຫັນຜູ້ບ່າວນຸ່ງສົ້ງຂາສັ້ນນັ່ງຢູ່ເທິງເຮືອ 

ໝາກໄຂ່ຫຳເລົາລອດອອກມາທາງຂ້າງ

ເຮັດໃຫ້ຂ້ອຍຕົກສະເງີ້ຈົນກ້າວຂາລົງບໍ່ຖືກແຄມເຮືອ  .......  ຕໍ່ເອົາເອງເດີ   



__________________

ແມ່ເຖົ້າຫວັນ

yaydun.jpg

Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard