Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສປປ ລາວ ຄວນພັດທະນາຫຍັງກ່ອນເພື່ອໃຫ້ປະເທດກາຍເປັນປະເທດທີ່ພັດທະນາ?
Anonymous

Date:
ສປປ ລາວ ຄວນພັດທະນາຫຍັງກ່ອນເພື່ອໃຫ້ປະເທດກາຍເປັນປະເທດທີ່ພັດທະນາ?


ພວກເຮົາພາກັນມາອອກຄຳຄິດຄຳເຫັນວ່າປະເທດຂອງພວກເຮົາຄວນພັດທະນາສິ່ງໃດກ່ອນເພື່ອຈະໃຫ້

ປະເທດກາຍເປັນປະເທດພັດທະນາເໝືອນກັນກັບປະເທດທີ່ພັດທະນາແລ້ວ ເຊັ່ນ: ຍີ່ປຸ່ນ, ສິງຄະໂປ ແລະ

ເກົາຫຼີໃຕ້ ເປັນຕົວຢ່າງ?

ເກືອບຮອດ 40 ປີແລ້ວທີ່ສົງຄາມໄດ້ຢຸດຕິລົງແລະປະເທດລາວກໍປ່ຽນລະບອບການປົກຄອງແບບລາຊາທິ

ປະໄຕມາເປັນສັງຄົມນິຍົມປະຊາທິປະໄຕ ແຕ່ປະເທດຂອງພວກເຮົາຍັງຫລ້າຫລັງແລະດ້ອຍພັດທະນາທຸກຢ່າງ.

ຍີ່ປຸ່ນ, ສິງຄະໂປ ແລະ ກ.ຫລ. ໃຕ້ ໃຊ້ເວລາພັດທະນາປະເທດເຂົາພຽງ 30 ປີເທົ່ານັ້ນກໍເປັນປະເທດທີ່ພັດທະ

ນາແລ້ວ.



__________________
Anonymous

Date:
RE: ສປປ ລາວ ຄວນພັດທະນາຫຍັງກ່ອນເພື່ອໃຫ້ປະເທດກາຍເປັນປະເທດທີ່ພັດທະນາ?


ເວົ້າແຕ່ປີ 2ພັນນີ້ມາສາ ເພາະກອ່ນຫນ້ານັ້ນແມ່ນໄລຍະປົກປັກຮັກສາລະບອບ

1. ປັບປຸງລະບອບການເຮັດວຽກຂອງລັດຖະກອນໃຫ້ມີຫນ້າທີ່ຮັບໃຊ້ດ້ານເສດຖະກິດສູງຂຶ້ນ

ເອົາທັງຫມົດ 6ສ ມາລວມເປັນ ສ ສ້າງສາພັດທະນາ ອັນດຽວ

2. ສ້າງອະຊິວະສຶກສາເປັນຫລັກ ໃຫ້ທຸກຄົນມີວິຊາອາຊີບ ນັບແຕ່ກະສິກອນ ກຳມະກອນ ຕອ້ງມີການອົບຮົມດ້ານວິຊາການ

3. ຢ່າດີແຕ່ເວົ້າ ພວກທິດສະດີນຳເຕົ້າເປົ່າເອີຍ

4 ຈັດການມັນເລີຍ ພວກສໍ້ ລາດ

5...

 

 

 

 



__________________
Anonymous

Date:

  1. ພັດທະນາລະບົບການເມືອງໂດຍການເປີດໃຫ້ມີຫຼາຍພາກສ່ວນເຂົ້າມາມີສ່ວນຮ່ວມໃນການກຳນົດຍຸດທະສາດການພັດທະນາລະດັບຊາດເຊັ່ນ:ພາກລັດ,ພາກເອກະຊົນ,ນັກສຶກສາ,ພາກສ່ວນວິຊາການຕ່າງໆ.
  2. ພັດທະນາຊັບພະຍາກອນມະນຸດໂດຍກາສ້າງສີມືແຮງງານໃຫ້ມີຄຸນນະພາບຄຽງຄູ່ກັບການຂະຫຍາຍພາກອຸດສາຫະກຳ.
  3. ຄຸ້ມຄອງການໃຊ້ຈ່າຍງົບປະມານແຫ່ງຊາດໃຫ້ມີຄວາມໂປ່ງໃສ່ແລະກວດສອບໄດ້.
  4. ຈັດຕັ້ງປະຕິບັດກົດໝາຍຊໍ້ລາດບັງຫຼວງຢ່າງເຄັ່ງຄັດ.
  5. ປັບປຸງລະບົບແບບແຜນວິທີເຮັດວຽກຂອງພະນັກງານລັດ, ຢຸດຕິການນຳໃຊ້ໜ້າທີ່ຕຳແໜ່ງສະແຫວງຫາຜົນປະໂຫຍດຂອງຕົນ, ໝູ່ເພື່ອນ ແລະຍາດພີ່ນ້ອງ. ປະຕິບັດໜ້າວຽກດ້ວຍຄວາມຮັບຜິດຊອບ.


__________________
Anonymous

Date:

1. ພັດທະນາທາງດ້ານການສຶກສາໃຫ້ລ້ຳໜ້າທູກຢ່າງໄປກ້າວໜຶ່ງເພື່ອໃຫ້ໄດ້ມາດຕະຖານສາກົນ.

2. ສ້າງບຸກຄາລາກອນແລະນັກວິຊາການໃຫ້ໄດ້ລະດັບມາດຕະຖານທຸກວິຊາການ.

3. ສ້າງປະເທດໃຫ້ປອດໄສການ ຄໍຣັບຊັນ ທຸກຮູບແບບ.

4. ລັດຖະບານຄວນນຳເອົາຂໍ້ສະເໜີຂອງປະຊາຊົນໄປພິຈາລະນາ ຖ້າວ່າປະຊາຊົນມີຂໍ້ສະເໜີໃນດ້ານການພັດທະນາປະເທດ,

   ປະກາດໃຫ້ປະຊາຊົນມີສ່ວນຮ່ວມອອກຄວາມຄິດຄວາມເຫັນໃນການວາງແຜນການພັດທະນາ.

5. ຢຸດຕິການຫຼີ້ນພັກຫຼີ້ນພວກ ຫຼີ້ນເສັ້ນຫຼີ້ນສາຍ, ສະໜັບສະໜູນຄົນຍຸກໃໝ່ທີ່ບໍ່ແມ່ນລູກຫລານມາຈາກຄອບ

    ຄົວປະຕິວັດ ແຕ່ພວກເຂົາມີການສຶກສາສູງເຂົ້າຮ່ວມເປັນລັດຖະບານຫຼືຮ່ວມບໍລິຫານປະເທດຊາດ.



__________________
Anonymous

Date:

ໃຫ້ພັດທະນາແນວຄິດ ແລະການປະພຶດຂອງການນຳ ທັງໝົດ ຢ່າສຸເອົາແຕ່ທິດສະດີມາເວົ້າ ເພາະເວົ້າແລ້ວບໍ່ປະຕິບັດ. ພຽງແຕ່ປະຕິປັດ ສິ່ງທີ່ພວກເພິ່ນສອນໃຫ້ປະຊາຊົນເຮັດຫັ້ນຢ່າງເຄັ່ງຄັດ ແລ້ວທຸກສິ່ງຈະຄ່ອຍດີຂຶ້ນ...ແຕ່ຖ້າວ່າສອນໃຫ້ຜູ້ອື່ນເຮັດ ແຕ່ໂຕເອງບໍ່ເຮັດ ບໍ່ເປັນແບບຢ່າງໃຫ້ປະຊາຊົນ ບໍ່ມີຫຍັງດີຂຶ້ນດອກ !



__________________
Anonymous

Date:

Anonymous wrote:

ພວກເຮົາພາກັນມາອອກຄຳຄິດຄຳເຫັນວ່າປະເທດຂອງພວກເຮົາຄວນພັດທະນາສິ່ງໃດກ່ອນເພື່ອຈະໃຫ້

ປະເທດກາຍເປັນປະເທດພັດທະນາເໝືອນກັນກັບປະເທດທີ່ພັດທະນາແລ້ວ ເຊັ່ນ: ຍີ່ປຸ່ນ, ສິງຄະໂປ ແລະ

ເກົາຫຼີໃຕ້ ເປັນຕົວຢ່າງ?

ເກືອບຮອດ 40 ປີແລ້ວທີ່ສົງຄາມໄດ້ຢຸດຕິລົງແລະປະເທດລາວກໍປ່ຽນລະບອບການປົກຄອງແບບລາຊາທິ

ປະໄຕມາເປັນສັງຄົມນິຍົມປະຊາທິປະໄຕ ແຕ່ປະເທດຂອງພວກເຮົາຍັງຫລ້າຫລັງແລະດ້ອຍພັດທະນາທຸກຢ່າງ.

ຍີ່ປຸ່ນ, ສິງຄະໂປ ແລະ ກ.ຫລ. ໃຕ້ ໃຊ້ເວລາພັດທະນາປະເທດເຂົາພຽງ 30 ປີເທົ່ານັ້ນກໍເປັນປະເທດທີ່ພັດທະ

ນາແລ້ວ.


 ຄວນ​ພັດ​ທະ​ນາ​ ພະ​ນັກ​ງານ​ພັກ​ລັດ​ໃຫ້​ມີ​ຄວາມ​ສາ​ມາດ​ສູງ ສົງ​ເສີມ​ແນວ​ຄິດ​ກ້າວ​ໜ້າ​ທັນ​ສະ​ໃໝ ແລະ​ທີ່​ສຳ​ຄັນ​ຄວນ​ມີ​ຈັນ​ຢາ​ບັນ​ຕໍ່​ໜ້າ​ທີ່​ຕຳ​ແໜ່ງ​ຂອງ​ໂຕ​ເອງ...



__________________


Guru

Status: Offline
Posts: 1010
Date:

ພັດທະນາຄົນ



__________________
Anonymous

Date:

ຂ້າພະເຈົ້າຍາກສະເໜີໃຫ້ລັດຖະບານມີຂໍ້ກຳນົດວ່າງເງື່ອນໄຂຄວາມຮູ້ຄວາມ

ສາມາດໂດຍຜ່ານການສອບເສັງເຂົ້າເປັນຜູ້ນຳໃນຕຳແໜ່ງຕ່າງໆເຊັນ:

ຫົວໜ້າກົມ,ຮອງກົມ,ຫົວໜ້າພະແນກການຂັ້ນແຂວງ,ຮອງພະແນກການ

ເຈົ້າແຂວງ,ຮອງເຈົ້າແຂວງ,ເຈົ້າເມືອງ,ຮອງເຈົ້າເມືອງຕ່າງໆແລະໜ່ວຍງານ

ທີ່ສຳຄັນຄວນຈະຕ້ອງໄດ້ເສັງເຂົ້າ.

ຈີ່ງຈະສາມາດຄັດເລືອກໄດ້ຜູ້ທີ່ມີຄວາມຮູ້ແລະຄວາມສາມາດມາບໍ

ລິຫານວຽກງານຂອງຊາດຢ່າງແທ້ຈີງ.ຖ້າເຮັດໄດ້ແບບນີ້

ອາດຈະພັດສາຈາກຫ່າງສຽງວ່າ:ຄົນເຈົ້າຄົນຂ້ອຍ,ລູກເຈົ້າຫຼານນາຍ.

ເພາະວ່າທຸກມື້ນີ້ລູກຊາວໄຮ່ຊາວນາມີຄວາມຮູ້ແຕ່ບໍ່ໄດ້ມີໂອກາດເຂົ້າໄປ

ມີອຳນາດບໍລິຫານຕຳແໜ່ງດັ່ງກ່າວ.ເອີ້ນວ່າປະຊາທີປະໄຕຢ່າງແທ້ຈີງ

ຄືດັ່ງຄຳເວົ້າຂອງພັກ-ລັດວ່າ:ພັກນຳພາ,ລັດຄູ້ມຄອງ,ທຸກຄົນເປັນເຈົ້າ.

ບັນດາເງື່ອນໄຂແຕ່ລະຕຳແໜງ່ງານຕ່າງໆນັ້ນຄວນກຳນົດອອກມາ

ຈາກກະຊວງພາຍໃນໂດຍຜ່ານສາພາປະຊາຊົນຮັບຮອງ.

(ຕາມທັດສະນສ່ວນຕົວສະເໜີ)



__________________
Anonymous

Date:

1. ພະນັກງານລັດຢຸດເຊົາສວຍໃຊ້ໜ້າທີ່ເພື່ອປະໂຫຍດສວ່ນຕົວ ແລະ ຄອບຄົວ

2. ໄດ້ຍິນບັນຫາທີ່ເກີດຂື້ນມາແລ້ວ ຄວນຫາທາງແກ້ໄຂດວ່ນ (ຖ້າແກ້ບໍ່ໄດ້ ເຈົ້າຂອງະວງຍອມຂຽນໃບລອອກທັນທີ ເພື່ອຮັບຜິດຊອບ)

3. ສ້າງຕັ້ງໜວ່ຍງານກວດກາ ເພື່ອປະຕິບັດກົດໝາຍທີ່ດິນ ແລະ ຊັບສິນຂອງພະນັກງານລັດ ທີ່ມີເກີນຈຳເປັນ

4. ແຜນວຽກແຕ່ລະປີຕອ້ງຈະແຈ້ງ ແລະ ໂປ່ງໃສ (ຫາຈຸດໃດກອ່ນ ແລະ ຫຼັງ)

5. ເກັບງົບປະມານດວ້ຍໃຊ້ວິຊາສະເພາະ ແລະ ມີປັນຍາແດ່ (ບໍ່ຄວນປອ່ຍຄືເກົ່າ ຮູ້ຮົ່ວໄຫຼ ແຕ່ແກ້ບໍ່ໄດ້ ເປັນຫຍັງ ລາອກສາ)

6. ພະນັກງານຂັ້ນນຳ ຮຽນເປັນຄົນທີ່ມີກຽດສັກສີແດ່ ບໍ່ຄວນປາກຂໍຫຼາຍ ລະອາຍເພີ່ນ

7. ລັດຕອ້ງມີການລົງທຶນ ໂຄງການທີ່ນຳປະໂຫຍດໂດຍກົງໃນແຕ່ລະປີທີ່ແນ່ນອນ ເຊັ່ນ: ເຂື່ອນໄຟຟ້າ, ໂທລະມະນາຄົມ, ລະບົບຂນສົ່ງ

8. ບໍ່ຄວນເອົາແຕ່ຈຸ້ມເຈື້ອຊິງຊວເຂົ້າເຮັດວຽກໝົດທຸກບອ່ນ ຈົນເປີເຊັນຄົນມາຈາກນັກຮຽນຮູ້ຈິງ ບໍ່ມີຫວ່າງຊັບຊອ້ຍເລີຍ

9. ໃຫ້ຄວາມຍຸດຕິທຳແກ່ສັງຄົມ ຍອມຮັບຄວາມເປັນຈິງ ບໍ່ໃຫ້ມີສອງມາດຕະຖານເດັດຂາດ

10. ລັດສົ່ງເສີມທຸກຄອບຄົວຕອ້ງມີວຽກເຮັດງານທຳ ມີລາຍຮັບທີ່ແນ່ນອນ ສາມາດກຸ້ມຕົນເອງ ແລະ ຄອບຄົວໄດ້ສະບາຍ

11. . . . .ເອົາຊໍ່ານີ້ກອ່ນກໍ່ຈະດີຂື້ນແດ່ແລ້ວ

 

 

 



__________________
Anonymous

Date:

ກອ່ນອື່ນໂຕມັນຄ້າງອ່າງຍ່າງຢູ່ນີ້ ໃຫ້ມັນແລວ້ກອ່ນສາ

ເຊັ່ນຫົນທາງ ຫອ້ງການ (ເສັຍດາຍ)

ເງິນເດືອນກາໃຫ້ທັນເວລາແດ່

ຈັດການພວກສໍ້ລາດໃຫ້ເບິ່ງແດ່ ຈັ່ງຊີຍອ້ງວ່າເກັ່ງ

ພວກນັ່ງຢູ່ລ້າ ໄປພັກຜອ່ນແດ່

 

ແຜນການທີວາງອອກເຮັດໃຫເເປັນອຸປະທຳແດ່

 ......

 

ບາດແລວ້ ຈຶ່ງເວົ້າຕໍ່ໄປ 

ເວົ້າແທ້ ຄວນສ້າງໃຫ້ເດັກນອ້ຍຂັ້ນມັດທະຍົມສາມາດມີອາຊີບທຸກຄົນດວ້ຍການນຳເອົາຫລັກສູດ ອະຊີວະມາສອນມາປະຕິບັດ 

ຍອ້ນບັນດາບໍລິສັດໂຮງຈັດໂຮງງານແມ່ນຕອ້ງການດ້ານນີ້ ກອ່ນຫມູ່  

 ບາດຈົບມັດທະຍົມໄປ ອາຍຸ18ປີແລວ້ ມັນຂີ້ຄ້ານຖ້າເຮັດຫຍັງບໍ່ເປັນ 



__________________
Anonymous

Date:

ຜູ້ນຳ ແລະ ພັກການເມືອງ ມີບົດບາດໂດຍກົງຕໍ່ການພັດທະນາປະເທດ.

ດັ່ງນັ້ນ, ຄວນພັດທະນາຜູ້ນຳ ແລະພັກການເມືອງກ່ອນ!

ຟັນທົງ!



__________________
Anonymous

Date:

again, a stupid question by a stupid man. why do people keep asking the same question every week?



__________________
Anonymous

Date:

Anonymous wrote:

again, a stupid question by a stupid man. why do people keep asking the same question every week?


 And again a stupid comment by a stupid man. Why do stupid guy kept given comment on every stupid 

question?



__________________
Anonymous

Date:

Open your mind to the world.!!! And see where other countries reach.



__________________
Anonymous

Date:

Anonymous wrote:
Anonymous wrote:

again, a stupid question by a stupid man. why do people keep asking the same question every week?


 And again a stupid comment by a stupid man. Why do stupid guy kept given comment on every stupid 

question?


 biggrinbiggrinbiggrin !!!



__________________
Anonymous

Date:

ຢາກຈະເລີນງ່າຍຫນ້ອຍດຽວ (ແຕ່ຍາກຫລາຍ ອິອິ):

1, ສົ່ງເສີມໃຫ້ຫວຽດເຂົ້າມາຕັດໄມ້ຫລາຍ ເອົາແມ່ມັນຫມົດປະເທດເລີຍ - ຄົນລາວບໍ່ໄດ້ຮັບຜົນປະໂຫຍດຫຍັງ ແຫ່ງທຸກລົງກວ່າເກົ່າ

2, ຍາດແຍ່ງເອົາດິນນ້ຳແດນດີນຄົນລາວໄປຖະວາຍໃຫ້ເຈ໊ກ ກັບ ແກວ. ໃຊ້ເຈົ້າຫນ້າທີ່ມາຂູ່ເຂັນບັງຄັບຄົນລາວ ທັ້ງໆທີ່ເປັນເຈົ້າຂອງປະເທດ

3, ສຳປະທານບໍ່ເງິນບໍ່ຄຳໃຫ້ຕ່າງປະເທດຫລາຍ ໆ ໃນລາຄາຖືກໆ ບໍ່ມີການກວດສອບວ່າເຂົາຂຸດເປັນທໍ່ໃດ໋ແລ້ວ. ເຂົາເອົາເງິນມາລໍ້ຊ່ວຍນັ້ນຊ່ວຍນີ້ຫນ້ອຍຫນຶ່ງກະດີໃຈ (ຈັ່ງແມ່ນໂງ່ແທ້ເດ)

4, ເປີດບ່ອນກາສິໂນ ຫລີ້ນກິນຟຸມເຟືອຍເສລີບີຮົ່ວ - ເປີດຂາຍຢາບ້າທົ່ວປະເທດ. ໃຫ້ມີມາເຟຍ ອັນທະພານຄອງບ້ານເມືອງ. ແນວຫມ່ອມເມົາເຍົາວະຊົນໃຫ້ເປີດຫລາຍທີ່ສຸດ

5, ໂຮງຮ່ຳໂຮງຮຽນ ການສຶກສາ ບໍ່ຕ້ອງພັດທະນາຫຍັງ ບໍ່ຕ້ອງຈັດສັນງົບລົງໄປ ຄົນລາວບໍ່ຕ້ອງຮຽນຫນັງສືກະໄດ້ ໃຫ້ໄປເປັນກະຫລີ່ ກັບຄົນຮັບໃຊ້ຢູ່ປະເທດເພື່ອນບ້ານໃຫ້ຫມົດ. ໃຫ້ນັກຮຽນລາວຮຽນຢູ່ອາຄານຮ້າງ ຫລື ບໍ່ມີຍິ່ງດີ

6, ໃຫ້ຢູ່ແບບຕາມມີຕາມເກີດ ບໍ່ມີການວາງແຜນຍຸດທະສາດຫຍັງຫມົດ ແບບວ່າມີໃຜຍາວສາວໃດ້ສາວເອົາ ສຸກເອົາເຜົາກິນ



__________________
ຊາວນາ

Date:

ບັນດາທ່ານກໍ່ຄົງຈະໄດ້ຍີນ ໄດ້ຟັງຈົນລື້ງຫູແລ້ວເລື່ອງແຜນພັດທະນາຂອງ ພັກ-ລັດຖະບານ ເຊ່ນ:

1). 4 ບາດກ້າວບຸກທະລຸ

2). 3 ສ້າງ

3). ແຜນແກ້ໄຂຄວາມທຸກຍາກ. ສ້າງບ້ານໃຫ້ກາຍເປັນກຸ່ມບ້ານພັດທະນາ

      ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ

 

ແລ້ວຈະໃຫ້ເພີ່ນເຮັດແນວໃດອີກ ຢູ່ໃນຫົວຂໍ້ນັ້ນມັນກວມລວມໝົດແລ້ວເຮັດໄດ້ຄືເທີງນີ້ກໍ່ເກີນພໍແລ້ວ,

ຍັງອີກບໍ່ເຖີງເຄີ່ງປີກໍ່ເຖີງ 2015 ປຊຊລ ກໍ່ຈະຫລຸດພົ້ນຈາກຄວາມທຸກຍາກແລ້ວ



__________________
Anonymous

Date:

ໃຫ້ການນຳໄປຮຽນກະເສດຢູດ100%ຮຽນການເມືອງ,ດິນດອນບໍ່ອືດພັດທະນາແຕ່ລະບ້ານໃຫ້ມີກິນກ່ອນຈັ່ງຄິດແນວອືນໃຫ້ປະຊາຊົນເຮັດກະເສດແບບປະຖົມປະຖານແລ້ວຍັງບໍ່ພໍນຳເກັບເງິນນຳອີກ

ເອີ້ນວ່າ  ລຖບ ຂູດຮີດຄືຊິບໍ່ຜິດນໍ



__________________
Anonymous

Date:

1/. ພັດທະນາສະຫມອງ ຄວາມສະຫລາດ ກິນປາໃຫ້ຫລາຍๆ ກິນເຫລົ້າເບຍໃຫ້ຫນ່ອຍລົງ ສືກສາຫາຄວາມຮູ້ເພີ້ມຂຶ້ນ

2/. ຄວາມມີລະບຽບວິໃນ ຄົນຢີ່ປຸ່ນ ເປັນຄົນເຄັ່ງລະບຽບວິໃນຫລາຍ ຂະຫນາດຂີ້ເຫຍື້ອທີ່ຈະຖີ້ມ ຕ້ອງເອົາໄປລ້າງກ່ອນ ຍ້ານມັນສົ່ງກີ່ນເຫມັນ

3/. ຄວາມດຸຫມັ່ນຫ້າວຫັນບຸກບື່ກ ຄົນລາວຍາກລວຍ ແຕ່ບໍ່ຍາກເຮັດວຽກຫນັກ ບໍ່ຍາກແບກຫາບພະລາຫນ້າທີ່ ມາການ 9 ໂມງ ເລີກ 3ໂມງຕີບູ່ນແຊວຊະ

ເຮັດແນວໃດວຽກງານຊິບັນລຸເປົ້າຫມາຍ ໃນຂະນະທີ່ຄົນຢີ່ປຸ່ນ ເຮັດວຽກຫາມເຊົ້າຫ່າມຄ່ຳ ພາລະຫນ້າທີ່ ຄວາມສຳເຫລັດມາເປັນອັນດັບຫນື່ງ

4/. ຄວາມພະຍາຍາມຈະເຮັດສີ່ງຕ່າງๆໃຫ້ດີຂື້ນ ຄົນຢີ່ປຸ່ນເປັນຄົນມັກຊາດນິຍົມ ເຄື່ອງຂອງທີ່ຊາວຕາເວັນຕັກເຮັດຂື້ນມາ ຄົນຢີ່ປຸ່ນຕ້ອງມາຮຽນແບບ ຜະລິດຂື້ນມາໃຊ້ເອງ

ເຖິງວ່າທຳອິດຄຸນນະພາບບໍ່ດີ ກໍພະຍາມປັບປຸງຈົນດີຂື້ນແລະມີຄຸນະພາບ ໃນຂະນະທີ່ຄົນລາວລໍຖ້າຊື້ແຕ່ເຂົ້າຂອງເຄື່ອງໃຊ້ທີ່ປະເທດອື່ນຜະລິດ ທີ່ວ່າດີ ວ່າສຸດຍອດ

 

 



__________________
Anonymous

Date:

ພັດທະນາຄວາມຮູ້ຜູ້ນຳເປັນອັນດັບຫນຶ່ງ ເອົາພວກທີບໍມີຄວາມຮູ້ ຄວາມຮູ້ຮຽນໃຫມ່ ພັດທະນາກົດຫມາຍໃຫ້ປະຕິບັດສັກສິດມາດຕະຖານ ເອົາພວກຜູ້ນຳເຖົ້າ ອອກພັກຜ່ອນ ເອົາຄົນຮຸ່ນໃຫມ່ຫົວຄິດທັນສະໄຫມກ້າວຫນ້າ ມີຄວາມຮູ້ຂຶ້ນບໍລິຫານ, ຈັ່ງຮູ່ວາງຍຸດທະສາດຖອດຖອນບົດຮຽນນຳປະເທດທິຈະເລີນແລ້ວ 



__________________
Anonymous

Date:

Anonymous wrote:

ພັດທະນາຄວາມຮູ້ຜູ້ນຳເປັນອັນດັບຫນຶ່ງ ເອົາພວກທີບໍມີຄວາມຮູ້ ຄວາມຮູ້ຮຽນໃຫມ່ ພັດທະນາກົດຫມາຍໃຫ້ປະຕິບັດສັກສິດມາດຕະຖານ ເອົາພວກຜູ້ນຳເຖົ້າ ອອກພັກຜ່ອນ ເອົາຄົນຮຸ່ນໃຫມ່ຫົວຄິດທັນສະໄຫມກ້າວຫນ້າ ມີຄວາມຮູ້ຂຶ້ນບໍລິຫານ, ຈັ່ງຮູ່ວາງຍຸດທະສາດຖອດຖອນບົດຮຽນນຳປະເທດທິຈະເລີນແລ້ວ 


 ການບໍລິຫານປະເທດ ມັນກະບໍ່ຕ່າງຫຍັງກັບການບໍລິຫານຄອບຄົວ... ພໍ່ແມ່ເປັນຄົນດີ, ມີສິນທຳປະຈຳໃຈ, ມີຄວາມມານະ ອົດທົນ, ດູໝັ່ນຂະຫຍັນພຽນ, ມີວິໄສທັດທີ່ດີ ມີແນວຄິດສ້າງສັນ             ສ້າງຄອບຄົວໃຫ້ພໍຢູ່ພໍກິນ ແລະເຫຼືອຢູ່ເຫຼືອກິນ, ກ້າວຂຶ້ນເປັນຄອບຄົວຮັ່ງມີ...ເສັຽສະຫລະເພື່ອໃຫ້ລູກມີການສຶກສາເພື່ອອະນາຄົດອັນແຈ່ມໃສມັນກະເປັນຍອດຂອງການບໍລິຫານຄອບຄົວ...ແຕ່ຖ້າຫາກພໍ່ຢ້າວ, ແມ່ເຮືອນຂີ້ຄ້ານມັກງ່າຍ, ແຕ່ລະມື້ໄປຂໍແຕ່ບ້ານໃກ້ເຮືອນຄຽງ ເພາະໂຕເອງບໍ່ຮູ້ຫາ ຊ້ຳບໍ່ພໍຍັງໃຫ້ເຂົາມາຕັດເອົາໄມ້ດູ່ໄມ້ແຄນທີ່ພໍ່ແມ່ຫວງໄວ້ໃຫ້ ເພາະເຂົາວ່າສິປຸກເຮືອນໃຫ້, ບໍ່ເງິນ ບໍ່ຄຳຂອງບັນພະບຸລຸດແພງໄວ້ໃຫ້ກະໃຫ້ເຂົາມາຂຸດເພື່ອຈະໄດ້ສ່ວນແບ່ງ, ໂຕເອງກະໄປຈ່າຍຟູມເຟືອຍ ເງິນໝົດກະມາເກັບນຳລູກໆ ທີ່ທຸກຢູ່ແລ້ວ ເປັນພາສີນຳເຂົ້າ ພາສີຊົມໃຊ້ ພາສີທີ່ດິນ ສາລະພັດພາສີ ແຕ່ແນວພໍ່ແມ່ຕອບແທນລູກໆ ແມ່ນທາງມີແຕ່ບວກແຕ່ຂຸມ, ການປົວພະຍາດແບບຫຼ້າຫຼັງ, ແພງບໍ່ເຂົ້າທ່າ... ການບໍລິຫານແບບນີ້ມັນເຫັນແກ່ຕົນເອງເກີນໄປ, ລູກໆ ຕາຍກະຢ່າມັນ...ເປັນຢູ່ບໍ ?? hmm



__________________
Anonymous

Date:

 

ແມ່ນບໍ່ຄຳວ່າ ຂີ້ຄ້ານມັກງ່າຍ

ມີບໍ່ຄຳວ່າ ຕາຍຍອ້ນກຽດ

ມີບໍ່ຄຳວ່າ ອົດທົນຜ່ານຜ່າ

 

ໂຮງຮຽນດີໆ ງາມໆ ສຳຫລັບລູກຫລານ ມີບໍ່ ຄູອາຈານທີ່ເອົາໃຈໃສ່ນັກຣຽນ ມີສຳ່ໃດ

ພໍ່ແມ່ ຕອນແລງມາພາລູກຣຽນຫນັງສື ມີບໍ່ ນັກຣຽນຕັ້ງໃຈຣຽນແທ້ໆມີສຳ່ໃດ ຍາມເສັງມາມີໃຜບໍ່ກ່າຍ

 

ພະນັກງານ ມີໃຜບໍ່ເຮັດວຽກເກີນ 8 ຊມ ຫອ້ງການມີການມອບວຽກ ຫລືຫນ້າທີ່ການງານຈະແຈ້ງຫລາຍປານໃດ 

ບອ່ນໃດແດ່ ເວລາປະຊຸມ ບໍ່ຕອ້ງມີເງິນຍັດໃສ່ຊອງ ໂດຍສະເພາະໂຄງການ ໃຜແດ່ບໍ່ສະແຫວງຫາແຕ່ຢາກໄປປະຊຸມສຳມະນາແຕ່ຢູ່ຕ່າງປະເທດ

 

ມີໃຜບໍ່ທີ່ໄດ້ຕຳແຫນ່ງ ຍອ້ນຄວາມສາມາດ ແລະບໍລິສຸດຊື່ສັດແທ້ໆ

ມີໃຜແດ່ ໄດ້ຕຳແຫນ່ງແລ້ວ ບໍ່ມີລົດລັດຂີ່ ມີໃຜແດ່ ເປັນຫົວຫນ້າແລວ້ບໍ່ໄດ້ປຸກເຮືອນ 

ແມ່ນໃຜແດ່ ມັກພົວພັນນັກທຸລະກິດ ແລະມັກຫລິ້ນສາວນອ້ຍ

 

ມີໃຜຢູ່ບໍ່ທີ່ບໍ່ໄດ້ເອົາເງິນນຳນັກລົງທຶນ ໂດຍສະເພາະແມ່ນນັກທຸລະກິດຈີນ

ມີໃຜແດ່ ທີ່ໄດ້ໂຄງການ ແລວ້ບໍ່ຕອ້ງໄດ້ຈ່າຍຄ່າ ເປີເຊັນ

 

ມີຄອບຄົວໃຜແດ່ ທີ່ບໍ່ມີທຸລະກິດແອບແຝງ ຫລືພົວພັນກັບນັກທຸລະກິດ ຄອບຄົວທ່ານໃດທີ່ບໍ່ໃຊ້ຫນ້າທີ່ຕຳແຫນ່ງສຳຫັລບສວ່ນຕົວ

ມີບໍ່ວ່າ ບໍ່ໄດ້ມີການຫລິ້ນພັກພວກ ຈຸ້ມເຈື້ອເຊື້ອສາຍ 

 

ສຸດທ້າຍ ມີຫົວຫນ້າຈັກຄົນແທ້ ທີ່ຕອ້ງອາໃສແຕ່ເງິນເດືອນຂອງລັດແທ້ໆ ໂດຍບໍ່ຕອ້ງມີນະໂຍບານອັນໃດ ແລະມີຄົນເອາໃຫ້

 

 

 



__________________
Anonymous

Date:

ບ້ານເຮົາມີຜູ້ນຳທີ່ຊື່ສັດ ສຸຈະລິດ ສະຫຼາດສ່ອງໃສ ບໍ່ເຫັນແກ່ປະໂຫຍດສ່ວນຕົນ ແລະ ຕະກຸນພວກພ້ອງ ແລະ ບໍ່ເຄີຍເອົາປຽບປະຊາຊົນ.. ແລະ ປະເທດລາວເຮົາເປັນປະເທດທີ່ມີປະຊາທິປະໄຕ ປະຊາຊົນລາວມີສິດເສຣີພາບ ແລະ ມີຊີວິດການເປັນຢູ່ທີ່ດີ ແບບບໍ່ມີທີ່ຕິເລີຍ



__________________
Anonymous

Date:

Anonymous wrote:

ພວກເຮົາພາກັນມາອອກຄຳຄິດຄຳເຫັນວ່າປະເທດຂອງພວກເຮົາຄວນພັດທະນາສິ່ງໃດກ່ອນເພື່ອຈະໃຫ້

ປະເທດກາຍເປັນປະເທດພັດທະນາເໝືອນກັນກັບປະເທດທີ່ພັດທະນາແລ້ວ ເຊັ່ນ: ຍີ່ປຸ່ນ, ສິງຄະໂປ ແລະ

ເກົາຫຼີໃຕ້ ເປັນຕົວຢ່າງ?

ເກືອບຮອດ 40 ປີແລ້ວທີ່ສົງຄາມໄດ້ຢຸດຕິລົງແລະປະເທດລາວກໍປ່ຽນລະບອບການປົກຄອງແບບລາຊາທິ

ປະໄຕມາເປັນສັງຄົມນິຍົມປະຊາທິປະໄຕ ແຕ່ປະເທດຂອງພວກເຮົາຍັງຫລ້າຫລັງແລະດ້ອຍພັດທະນາທຸກຢ່າງ.

ຍີ່ປຸ່ນ, ສິງຄະໂປ ແລະ ກ.ຫລ. ໃຕ້ ໃຊ້ເວລາພັດທະນາປະເທດເຂົາພຽງ 30 ປີເທົ່ານັ້ນກໍເປັນປະເທດທີ່ພັດທະ

ນາແລ້ວ.


ເວົ້າໄປ , ອອກຄຳເຫັນໄປກໍ່ບໍ່ໄດ້ຫຍັງດອກ, ເພາະຜູ້ລັກຜູ້ໃຫ່ຍບໍ່ໄດ້ມາອ່ານແລະຟັງຄຳເຫັນຂອງພວກສະຫາຍໃນນີ້ດອກ

ເບີ່ງແຕ່ການພັດທະນາຖະໜົນຫົນທາງໃນນະຄອນຫຼວງ ບໍ່ສົມກັບຄຳເວົ້າ ຄຳຂວັນ ວຽງຈັນສະອາດ ຈັກດີ້ , ຍາມແລ້ງເຕັມແຕ່ຂີ້ຝຸ່ນ ຍາມຝົນເຕັມແຕ່ຂີ້ຕົ້ມບວກໜອງ, ທາງແຖວບ້ານຂອ້ຍລົດນອ້ຍລົດເກງຊີໄປບໍ່ໄດ້ແລ້ວ ບໍ່ເຫັນຊິມີໜວ່ຍງານໃດມາຊອ້ມແປງເລີຍ
ມັນກໍ່ແປກດີໃນເມື່ອທາງດີລົດ ຜູ້ລັກຜູ້ໃຫ່ຍຈະເປີດວໍ່ແລ່ນຜ່ານເສັ້ນນັ້ນຕະລອດ ບາດວ່າເລີ່ມເຂົ້າລະດູຝົນທາງບໍ່ດີມີຂຸ້ມມີໜອງນຳບໍ່ເຫັນເພີ່ນທຽ່ວມາທາງນີ້ເລີຍ 



__________________
Anonymous

Date:

ประเทศลาวจะเจริญขึ้นได้เมื่อคนลาวเลิกทวงพระเเก้วได้เเล้วค่ะ



__________________
boibey

Date:

Anonymous wrote:

ຢາກຈະເລີນງ່າຍຫນ້ອຍດຽວ (ແຕ່ຍາກຫລາຍ ອິອິ):

1, ສົ່ງເສີມໃຫ້ຫວຽດເຂົ້າມາຕັດໄມ້ຫລາຍ ເອົາແມ່ມັນຫມົດປະເທດເລີຍ - ຄົນລາວບໍ່ໄດ້ຮັບຜົນປະໂຫຍດຫຍັງ ແຫ່ງທຸກລົງກວ່າເກົ່າ

2, ຍາດແຍ່ງເອົາດິນນ້ຳແດນດີນຄົນລາວໄປຖະວາຍໃຫ້ເຈ໊ກ ກັບ ແກວ. ໃຊ້ເຈົ້າຫນ້າທີ່ມາຂູ່ເຂັນບັງຄັບຄົນລາວ ທັ້ງໆທີ່ເປັນເຈົ້າຂອງປະເທດ

3, ສຳປະທານບໍ່ເງິນບໍ່ຄຳໃຫ້ຕ່າງປະເທດຫລາຍ ໆ ໃນລາຄາຖືກໆ ບໍ່ມີການກວດສອບວ່າເຂົາຂຸດເປັນທໍ່ໃດ໋ແລ້ວ. ເຂົາເອົາເງິນມາລໍ້ຊ່ວຍນັ້ນຊ່ວຍນີ້ຫນ້ອຍຫນຶ່ງກະດີໃຈ (ຈັ່ງແມ່ນໂງ່ແທ້ເດ)

4, ເປີດບ່ອນກາສິໂນ ຫລີ້ນກິນຟຸມເຟືອຍເສລີບີຮົ່ວ - ເປີດຂາຍຢາບ້າທົ່ວປະເທດ. ໃຫ້ມີມາເຟຍ ອັນທະພານຄອງບ້ານເມືອງ. ແນວຫມ່ອມເມົາເຍົາວະຊົນໃຫ້ເປີດຫລາຍທີ່ສຸດ

5, ໂຮງຮ່ຳໂຮງຮຽນ ການສຶກສາ ບໍ່ຕ້ອງພັດທະນາຫຍັງ ບໍ່ຕ້ອງຈັດສັນງົບລົງໄປ ຄົນລາວບໍ່ຕ້ອງຮຽນຫນັງສືກະໄດ້ ໃຫ້ໄປເປັນກະຫລີ່ ກັບຄົນຮັບໃຊ້ຢູ່ປະເທດເພື່ອນບ້ານໃຫ້ຫມົດ. ໃຫ້ນັກຮຽນລາວຮຽນຢູ່ອາຄານຮ້າງ ຫລື ບໍ່ມີຍິ່ງດີ

6, ໃຫ້ຢູ່ແບບຕາມມີຕາມເກີດ ບໍ່ມີການວາງແຜນຍຸດທະສາດຫຍັງຫມົດ ແບບວ່າມີໃຜຍາວສາວໃດ້ສາວເອົາ ສຸກເອົາເຜົາກິນ


 biggrinbiggrinbiggrinbiggrinbiggrinbiggrinຮ່າໆໆໆໆໆຣ່າໆໆໆໆໆ 



__________________
Anonymous

Date:

ชนชาติลาว ปัจจุบัน ได้สูนสิ้นเอกราช ของตนเอง

ไห้เวียดนามในปี 1975 เป็นต้นมา. เมื่อวานนี้ลาวจน

วันนี้ลาวก็จน และพรุ่งนี้ลาวก๊จะจน เพราะคนลาวโง่

ไร้การศึกษา ประเทศลาว ด้อยการพัฒนา เพราะรัฐบาล

ลาวคอรัปชั่น.



__________________
Anonymous

Date:

* * * *

 

ຍູກນີ້

ຍຸກທ້າວແປະໂປ້ ຄອງເມືອງ

 

ແຕ່ລະເທື່ອ

ໃຫ້ເພິ່ນເຊັນຊື່ ຮັບເງີນຊ່ອຍເຫລືອ ຈາກຕ່າງປະເທດ

 

ເພີ່ນວ່າ

ເຊັນຊື່ ບໍ່ເປັນ

ຂໍແປະໂປ້

 

ມື້ຄືນນີ້

ເມຍຂອງເພີ່ນບອກໃຫ້ ນອນນຳ

 

ເພີ່ນຕອບວ່າ

"ຂີ້ຄ້ານ"

ຂໍແປະໂປ້ ແທນຊິໄດ້້ບໍ່?

 

ເມຍເພິ່ນຈົ່ມ ມຸມ-ໆ ມຳ-ໆ

ວ່າ

"ເຖົ້າແລ້ວ ບໍ່ມີໃຜຢາກ ແລ່ນເຂົ້າ-ແລ່ນອອກ

ແມ່ນແຕ່ ລົດຊ່າ ອ່າແອມ ຍັງບໍ່ມາທຽວໃກ້

ສາວໃດ ອາຍຸ 14 ອາຍຸ 15, 18, 19

ບໍ່ອຶດ ແຕ່ຜູ້ຢາກ ຖູເຂົ້າ-ຖູອອກ"

 

* * *



__________________
Anonymous

Date:

กรี๊ดดด หวี๊ดดด ว้ายยย

ลาวจะเป็นประเทศพัฒนาแล้ว ?????

รอให้มนุษย์โลกไปอยู่ดาวอังคารก่อนนะลาวๆ



__________________
Anonymous

Date:

stupid postfurious

stupid ຄຳຖາມ disbelief



__________________
Anonymous

Date:

ງ່າຍໆ ຖ້າປະພືດໃດ້ ຄືກຳຈັດ ການສໍຣາຊບັງຫລວງ

ເສັຍສະລະ ໃຫ້ໂອກາດ ຄົນດີ ມີການສືກສາສູງ ມາເປັນ

ປະທານປະເທດ ມາບໍຣິຫານ ປະເທດ ເພາະປະເທດ

ລາວບໍ່ແມ່ນ ປະເທດທຸກ ແຕ່ເປັນ ປະເທດ ອຸດົມສົມບຸນ

ໄປດ້ວຍ ສັບພະຍາກອນ ທັມມະຊາດ. ປະເທດລາວ

ດ້ອຍພັດທະນາ ແລະປະຊາຊົນ ທຸກຍາກລຳບາກ

ກະຍ້ອນ ປົກຄອງ ດ້ວຍລະບອບ ຫລົ້ມເຫລວ ລະບອບ

ຫລີນເສັ້ນ ຫລີນສາຍ ເອົາແຕ່ລູກ ເອົາແຕ່ຫລານ ເອົາ

ແຕ່ບໍຣີວານ ຜູ້ບໍມີຄວາມຮູ້ ຜູ້ສໍ້ຣາຊບັງຫລວງ ຜູ້ຮວ່ມມື

ກັບເຈັກກັບແກວ ກອບໂກຍ ຜົນປະໂຫຍດ ຂອງປະເທດ.



__________________
Anonymous

Date:

Anonymous wrote:

กรี๊ดดด หวี๊ดดด ว้ายยย

ลาวจะเป็นประเทศพัฒนาแล้ว ?????

รอให้มนุษย์โลกไปอยู่ดาวอังคารก่อนนะลาวๆ


 Thailand maybe developing country. But, majority of the Thais from younger ages to some adult still running around killing and shooting each almost everywhere even in Shopping Mall to Bus Stop or even in the Restaurant. How's that happen in country like Thailand ? And they acted every un-civilize country.



__________________
Anonymous

Date:

 

And they acted as under non -civilized people



__________________
Anonymous

Date:

ขอหลักฐานหน่อยสิครับว่าคนไทยฆ่ากันทุกที่ทุกเวลา ปกติก็มีอย่างมากก็แค่โจรขโมยของ ยิ่งช่วงนี้มีทหารมาช่วยรักษาความสงบ ใครจะไปกล้าทำผิดหล่ะครับ หัดมีเหตุผลซะบ้างไม่ใช่เอาแต่มโนอย่างเดียว no เผลอๆช่วงนี้เนี่ย เมืองไทยสงบกว่าลาวอีกนะครับเนี่ย ร่าๆๆๆๅbiggrin



__________________
Anonymous

Date:

ຄິດວ່າ ຄົນລາວທຸກຄົນ ໂດຍສະເພາະພາກລັດ, ພະນັກງານ, ຜູ້ນໍາປະເທດ ຄວນຕ້ອງເປີດໃຈໃຫ້ກວ້າງຕໍ່ກັບສີ່ງໃໝ່ທີ່ຫລາຍປະເທດເຂົາໄດ້ມີການປ່ຽນແປງ, ປະຖີມແນວຄິດຫຼ້າຫລັງ ແລະ ຮັກສາເດີມ.

ອັນນີ້ເຄີຍໄດ້ຍິນ ຜູ້ນໍາຫລາຍທ່ານເຄີຍເວົ້າ ແລະ ຂຽນໃນວາດລະສານຫລາຍເທື່ອ 4 ບຸກຖະລຸ. ແຕ່ບໍ່ເຫັນມີໃຜເຮັດໄດ້, ເປັນພຽງທິດສະດີ. ໃນຄວາມເປັນຈິງ ແລະ ປະກົດການ ສໍາພັດເຫັນແກ່ໂຕ, ເຫັນແກ່ຜົນປະໂຫຍດສ່ວນຕົນ.

 

ສະເພາະປະຊາຊົນ ຕ້ອງກ້າຕັດສິນໃຈ ສົນໃຈບັນຫາການເມືອງໃຫ້ເປັນເລື່ອງໃກ້ໂຕ. ຮຽນຮູ້, ຮັບເອົາແລະກ້າສະເໜີຄວາມຄິດຂອງຕົນໃຫ້ຫລາຍຂື້ນ. ເຊັ່ນ: ເລີ່ມຈາກຂໍ້ສະເໜີ ຜ່ານສື່ອອນລາຍທ ຫລື ຄໍາຮ້ອງທຸກໄປຍັງສະພາເຂດຕໍກັບປະກົດການທີ່ບໍ່ຖືກຕ້ອງ.

ສີ່ງເຫລົານີ້ ຄວນລີເລີມ. ​ສ່ວນບັນຫາອື່ນໆ ເຫັນດີນໍາຄວາມຄິດຂອງຜູ້ອື່ນ....



__________________
Anonymous

Date:

ດຣ.  ຄຳເຜີຍ ປານມາໄລທອງ ຕົກເອົ້າອີ່

 ເມືອມັບຫ່າ ຄືທ່ານສົມບັດ ສົມພອນ ກະ

ຍ້ອມ ຢາກໃຫ້ ປຽນແປງ ພັດທະນາ ຄືປະເທດ

ທີໃດ້ ຣັບຜົນສຳເຮັດ. ປານນີ້ ທ່ານຍັງບໍ່ ເຂົ້າໃຈຫວ່າ

ເປັນຫຍັງ ຄືມາປືກແທ້. ດຣ. ຄຳເຜີຍ ເວົ້າວ່າ

ລະບອບ Communist Marx Lenin ເປັນສີ່ງ

ທີແຕະຕ້ອງ ບໍ່ໃດ້ ແລະຕ້ອງ ຈົງຮັກ ພັກດີ ຕໍ່ພັກ

ເຖີງຈະມີ ການສໍຣາຊ ບັງຫລວງ ກະຕ້ອງຊວຍກັນ

ປົກປິດ ແລະແກ້ໂຕ ແທນພັກ.
f-khampheuy-panmalaythong

images?q=tbn:ANd9GcQrV_ZsD6OtQ22Qaw6IQIg3QMxIEFSgf4A2FtAUE1IFFE3WDx5e3w

 



__________________
Anonymous

Date:

ເປັນການຕັ້ງກະທູ້ທີ່ມີເນື້ອຫາສາລະ ຫລາຍ, ຜູ້ນຳລາວ ບໍ່ເນັ້ນຫນັກເລື່ອງພັດທະນາ ພວກເນັ້ນເພື່ອປົກປັກຮັກສາຜົນປະໂຫຍດຂອງຜູ້ນຳຫລາຍກ່ອນຜົນປະໂຫຍດປະເທດຊາດ ປ່າໄມ້ຊິດັບເຈັກດັບແກວແລວ້
ຜູ້ນຳຍັງພາກັນຖາມກັນຫລິ້ນຢູ່ ຄັນເພິນຈິງຈັງ ແທ້ໆຈັບພວກຕັດ ພວກອະນຸຍາດ ພວກມີສ່ວນຮ່ວມ ປັດກວາດພວກ, ສວຍໃຊ້ຫນ້າທີ່ ມັນກະບໍຍາກດອກມີອຳນາດໃນມື. 

ເຮັດແທ້ທຳຈິງ ປະເທດລາວຈະເລີນຂຶ້ນແທ້ແນ່ນອນ.



__________________
Anonymous

Date:

Anonymous wrote:

ขอหลักฐานหน่อยสิครับว่าคนไทยฆ่ากันทุกที่ทุกเวลา ปกติก็มีอย่างมากก็แค่โจรขโมยของ ยิ่งช่วงนี้มีทหารมาช่วยรักษาความสงบ ใครจะไปกล้าทำผิดหล่ะครับ หัดมีเหตุผลซะบ้างไม่ใช่เอาแต่มโนอย่างเดียว no เผลอๆช่วงนี้เนี่ย เมืองไทยสงบกว่าลาวอีกนะครับเนี่ย ร่าๆๆๆๅbiggrin


 Let me asking you Mr Konthai, What caves of Thailand that you came out from ? How come you didn't know what's really going on in your own country ? Have you ever Watch or read your local News, Newspapers etc...  if you do, do you know where is the crimes section ? In every Thai Newspapers, on the Crimes section telling about what's going around the Thailand. I don't think you're not very stupid at all. But, Ignorant...

And Please don't compare Laos to your Thailand when talking about crimes and murders.

Laos is more p-ful that Ur...



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard