Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທະນາຄານການຄ້າຕ່າງປະເທດລາວມະຫາຊົນຄວນຮັບຜິດຊອບຫຼືບໍ່
ລູກຄ້າ

Date:
ທະນາຄານການຄ້າຕ່າງປະເທດລາວມະຫາຊົນຄວນຮັບຜິດຊອບຫຼືບໍ່

ເປັນເຫດການໜຶ່ງທີ່ໂດ່ງດັງຫຼາຍໃນ social network ກັບກໍລະນີທີ່ມີລູກຄ້າໄປໃຊ້ບໍລິການຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ.

ກະລຸນາອ່ານຂໍ້ຄວາມເຫດການດ້ານລຸ່ມແລ້ວຊ່ວຍພິຈາລະນານຳກັນ

--------------------------------------------------------------------------------------------------

ຂໍເລົ່າແດ່ເດີ້ພີ່ນ້ອງເອີ້ຍ!
ວັນທີ22/4/2014 ເວລາ11:30ນາທີ ຂ້າພະເຈົ້າໄດ້ໄປໃຊ້ບໍລິການຢູ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຫຼື(BCEL) ສາຂາດົງໂດກ ໜ່ວຍບໍລິການ ມຊ ຢູ່ຊັ້ນລຸ່ມຂອງສູນອາຫານ ມຊ ຂ້າພະເຈົ້າມີຈຸດປະສົງຕ້ອງການໂອນເງິນຄ່າເຄື່ອງໄປປະເທດໄທ.ໃນຈຳນວນເງິນ 2300 ບາດ(ສອງພັນສາມຮ້ອຍບາດ) ເມື່ອຮອດຄິວ ຂ້າພະເຈົ້າກໍເຂົ້າໄປຂຽນແບບຟອມເພື່ອຈະໂອນເງິນດັ່ງກ່າວ ພໍຂຽນແລ້ວໆ ຂ້າພະເຈົ້າກໍສົ່ງໃຫ້ພະນັກງານ(teller) ກວດກາເບິ່ງຂໍ້ມູນໃນໃບໂອນເງິນເພິ່ນວ່າຮຽບຮ້ອຍແລ້ວ. ຂ້າພະເຈົ້າກໍເອົາເງິນໃຫ້ຕາມຈຳນວນ.ພ້ອມກັບຄ່າໂອນຈຳນວນ200ບາດ ແລ້ວເຊັນມອບຮັບ.ຈາກນັ້ນກໍກັບບ້ານ (ຂ້າພະເຈົ້າຢູ່ສີບຸນເຮືອງ)ແລ້ວລໍຖ້າເງິນເຂົ້າບັນຊີຂອງຜູ້ສົ່ງເຄື່ອງ ຈົນມາຮອດເວລາ3ໂມງແລງກໍຍັງບໍ່ມີການໂອນເຂົ້າ.ຂ້າພະເຈົ້າຈຶ່ງກວດເບິ່ງໃບໂອນເງິນຄືນໃຫມ່ແລ້ວພົບວ່າລະຫັດມີ9ໂຕ ຄວາມຈິງແມ່ນມີ10ໂຕ.ຕໍ່ມາເລີຍໂທໄປຫາທະນາຄານBCELເພື່ອຈະບອກບັນຫາທີ່ເກີດຂຶ້ນ ປາກົດວ່າເປັນເວລາຫລາຍກວ່າ40ນາທີ ຍັງບໍ່ມີຄົນຮັບສາຍ(ບໍ່ຮູ້ວ່າໂທລະສັບຂອງທະນາຄານສິມີໄວ້ເຮັດຫຍັງ) ຂ້າພະເຂົ້າຈຶ່ງໄດ້ເຂົ້າໄປສຳນັກງານຂອງທະນາຄານ ທີ່ຕະຫລາດທົ່ງຂັນຄຳເພື່ອຂໍຄຳປືກສາ ເພິ່ນກໍໄດ້ບອກໃຫ້ໄປແກ້ໄຂກັບພະນັກງານຂອງສາຂາທີ່ໂອນນັ້ນໃນມື້ຕໍ່ມາ... ພໍມາຮອດເວລາ8:30ນາທີ ຂອງວັນທີ23/4/2014 ຂ້າພະເຈົ້າກໍໄດ້ເຂົ້າໄປທະນາຄານດັ່ງກ່າວ ທາງຫົວຫນ້າກໍວ່າຖ້າຈະແກ້ໄຂຕ້ອງເສຍຄ່າເຮັດໃຫມ່20$ໂດລາ.ເພິ່ນຈຶ່ງໄດ້ແນະນຳໃຫ້ລອງລົມກັບທະນາຄານTMBຫຼືທະນາຄານທະຫານໄທ ວ່າແກ້ໄຂໄດ້ບໍ່..ທາງທະນາຄານທະຫານໄທກໍວ່າເງິນຍັງບໍ່ໄດ້ໂອນມາຈາກປະເທດລາວເທື່ອ .ທາງຝ່າຍທະນາຄານBCELກໍຢືນຢັນວ່າເງິນໄດ້ຂ້າມໄປແລ້ວ(ບໍ່ຮູ້ວ່າສອງທະນາຄານນິຮ່ວມທຸລະກິດກັນໄດ້ຈັ່ງໃດ.ຈຶ່ງໄດ້ຄຳຕອບແບບນີ້) ເມື່ອເປັນແນວນັ້ນຂ້າພະເຈົ້າຈຶ່ງບໍ່ຢາກເສຍເວລາອີກ ຈຶ່ງໄດ້ໄປທີ່ທະນາຄານBCEL ຫນ່ວຍບໍລິການດົງໂດກ ແລ້ວຖາມວ່າຈະແກ້ໄຂແນວໃດ? ໃນກໍລະນີນີ້ ພະນັກງານຂອງ BCEL ມີສ່ວນຜິດນຳບໍ່? ເພາະວ່າ ພະນັກງານ ຕ້ອງກວດສອບເອກະສານແລະ ເລກບັນຊີໃຫ້ຄົບຖ້ວນກ່ອນແມ່ນບໍ່ ກ່ອນຈະບອກລູກຄ້າວ່າຖືກຕ້ອງແລ້ວ.. ແລ້ວTELLERກໍໄດ້ເວົ້າວ່າ"ຂ້ອຍຄິດວ່າຖືກຫມົດແລ້ວວ່າຊັ່ນ.ທາງຜູ້ບໍລິຫານຂອງຫນ່ວຍໄດ້ອອກມາເວົ້າຕື່ມອີກວ່າ"ພະນັກງານຂອງເພິ່ນບໍ່ຜິດ ເປັນຄວາມຜິດຂອງລູກຄ້າເອງ ແລະຍັງໄດ້ເວົ້າອີກວ່າ ທາງທະນາຄານເພິ່ນນິ ມື້ຫນຶ່ງຄົນເຂົ້າຫລາຍ ສິໃຫ້ກວດກາທຸກຢ່າງກະຄືສິບໍ່ໄຫວ ວ່າຊັ່ນ" ແລະຍັງໄດ້ເວົ້າອີກວ່າ"ພວກເຮົາກໍບໍ່ຮູ້ຄືກັນວ່າທະນາຄານTMB ຫຼືທະນາຄານທະຫານໄທ ມີລະຫັດບັນຊີໂຕເລກຈັກໂຕ"...ສະແດງໃຫ້ເຫັນວ່າການຮ່ວມທຸລະກິດຂອງທະນາຄານແມ່ນລາວບໍ່ໄດ້ຮັບຮູ້ຫຍັງເລີຍປານນັ້ນໄດ້ເປັນຮອດຫົວຫນ້າຫນ່ວຍບໍລິການດົງໂດກ"ຂ້າພະເຈົ້າກໍໄດ້ຕອບໄປວ່າ"ບໍ່ເປັນຫຍັງ 20 ໂດລານິ ຂ້ອຍຈ່າຍໄດ້ຢູ່ ກະເລີຍຈ່າຍໄປ...ແຕ່ຂ້ອຍຢາກຮູ້ວ່າພະນັກງານTELLER (ຜູ້ຊາຍ ແລະ ຫົວຫນ້າຂອງຫນ່ວຍບໍລິການ ມຊ ນິຈ້າງມານັບເງິນເຂົ້າອອກຊື່ໆຫວາ ຫຼືວ່າ ຈ້າງເຂົ້າເຮັດວຽກ. ຫຼື ຈົກສະຫລາກເອົາ ຄືມາເວົ້າແບບນີ້ກັບລູກຄ້າ ..ພ້ອມທັງບໍ່ຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນແຕ່ຢ່າງໃດ ຄຳຂໍໂທດຄຳຫນຶ່ງກໍບໍ່ມີ..ຫຼື ເຫັນວ່າເປັນເງິນຈຳນວນຫນ້ອຍ ຈຶ່ງບໍ່ໃຫ້ຄວາມສຳຄັນຕໍ່ກັບລູກຄ້າ ສຸດທ້າຍນີ້ຂໍຝາກໃຫ້ທຸກຄົນພ້ອມທັງຜູ້ບໍລິຫານຂອງທະນາຄານການຄ້າຕ່າງປະເທດລາວ ຫຼື BCEL ຈົ່ງພິຈາລະນາ ພະນັກງານຂອງທ່ານດ້ວຍ(ຂໍຂອບໃຈ)

__________________
Anonymous

Date:
RE: ທະນາຄານການຄ້າຕ່າງປະເທດລາວມະຫາຊົນຄວນຮັບຜິດຊອບຫຼືບໍ່

ຍ້ອນທະນາຄານຕ່າງໆໃນປະເທດລາວເປັນສ່ວນຫລາຍ ແມ່ນໃຊ້ເງິນຈ້າງເຂົ້າ, ວີທີການຫາກິນພວກພະນັກງານທະນາຄານນີ້ ຖ້າມີເງິນອອກເຂົ້າ ພວກເຂົາຕ້ອງມີສ່ວນໄດ້ ຕາມມູນຄ່າຂອງເງິນ ເງີນສົ່ງຈາກຕ່າງປະເທດຜ່ານທະນາຄານນີ້ຄະຄືກກັນ ພວກມັນນີແກຣມ ອັດຕາແລກປ່ຽນຕາມເວບ ຫນັງສືພິມທະນາຄານ ແຫ່ງ ສປປລາວ, ແນວຫນຶ່ງ ບາດພະນັກງານໄລ່ໃຫ້ຫລຸດຕະຫລອດ, 

ເລື່ອງການສົ່ງຜິດພາດ ບໍ່ຖືກບໍ່ຮອດທຳມະດາທະນາຄານ ຕ້ອງຮັບຜິດຊອບ ແລະກວດກາຢ່າງເລັ່ງດ່ວນ. ກໍລະນີມັນໄປບໍຮອດພະນັກງານທະນາຄານຕ້ອງ ມີຄຳຂໍໂທດລູກຄ້າ, ແກ້ໄຂໃຫ້ເລັ່ງດ່ວນທັນເວລາ. ບາງເທື່ອພະນັກງານແລະ ຜູ້ບໍລິຫານຈ້າງເອົາເງິນຊື້ຕຳແຫນ່ງ ຈ້າງເຂົ້າເຮັດວຽກ ຫລືຄວາມຮູ້ບໍ່ມີ ຫາກໄຊ້ເສັ້ນສາຍ ວຽກກະເລີຍຊັກຊ້າ ເຮັດບໍ່ເປັນເມື່ອມີປັນຫາ. ມາສັງເກດເບິງຫລາຍສິ່ງຫລາຍ ຢ່າງຊັກຊ້າ ການຄ້າຂາຍ ການພົວພັນກັບສາກົນ ເສຍປຽບໃຫ້ນັກລົງທຶນ. ກະຍ້ອນຄົນເຮັດວຽກບໍເປັນມີຫນ້າທີ່ຕຳແຫນ່ງ ສູງໆ. ກະເລີຍຊັກຊ້າ ປຽບເຫມືອນ ຫມາກພ້າວໃນມືລີງ ກຳໄວ້ແຕ່ບໍມີຄວາມສາມາດແກະອອກ. ຄົນທີ່ມີຄວາມຮູ້ບໍ່ເຖິງວຽກ ຄົນເຮັດວຽກບໍເປັນ ຂາດວິໄສທັດ ຂາດນ້ຳໃຈບໍລິການ ເຫັຜົນປະໂຫຍດສ່ວນຕົນຫລາຍກ່ອນ ການເຮັດວຽກກໍຕ້ອງຂາດປະສິດທິພາບ.  

ເລື່ອງນີ້ພະນັກງານຕ້ອງຮັບຜິດຊອບເຕັມໆ ໂດຍປາສະຈາກຂໍ້ໄດໆທັງນັ້ນ. ຖ້າປັດຄວາມຮັບຜິດຊອບ ບໍ່ສົມຄວນເຮັດວຽກນີ້ອີກຕໍ່ໄປ. ຍ້ອນເຈົ້າບໍລິການບໍດີ ເຮັດໃຫ້ລຸກຄ້າເສຍກຳລັງໃຈເສຍເວລາ ເສື່ອມເສຍຄວາມເຊື່ອຖື, ທະນະຄານ ໃນປະເທດຈະເລີນ ຂະນາດ ບັນຊີລຸກຄ້າຖືກໂຈລະກຳ ຄົນອື່ນອ້າງອີງເອົາແຊັກ ເອົາບັດເຄດິດໄປ ລັກຖອນເອົາເງິນ. ເຂົາກະຍັງຮັບຜິດຊອບກວດກາແກ້ໄຂ ເປັນຕົວແທນຂອງລຸກຄ້າຮ້ອງຟ້ອງ ຮຽກຄ່າທົດແທນ ເອົາຄົນຜິດໄປລົງໂທດ. 

ບາດທະນາຄານອັບດັບຫນຶ່ງຂອງ ສປປລາວ ພັດປັດຄວາມຮັບຜິດຊອບ ສົມຄວນກວດກາ ພະນັກງານຜູ້ບໍລິຫານສາຂາ ຄືນໃຫມ່ ເປັນພະນັກງານແນວໄດເຮັດໃຫ້ທະນາຄານເສືອມເສຍຊື່ສຽງ.

ຝາກເຖິງ ຜຸ້ບໍລິຫານ ຜຸ້ນຳ ຈົ່ງປັບປຸງມາລະຍາດ ພະນັກງານ ທຸກໆພາກສ່ວນ ຈົ່ງມີມາລະຍາດທີ່ດີແດ່ເວລາປະຊາຊົນໄປ ຕິດຕໍ່ໄຊ້ບໍລິການ. ແລະ ເວລາສົ່ງເງິນຜ່ານທະນາຄານກະ ຢ່າໄປຫັກເອົາ ໂກງດ້ວຍອັດຕາແລກປ່ຽນ ຈົ່ງຮັກສາຄວາມຍຸດຕິທຳ ສ້າງຄວາມເຊື່ອຖິໃຫ້ຄົນ ຜູ້ໄປໃຊ້ບໍລິການແດ່. 

__________________
Anonymous

Date:

ພໍດີຄິດພໍ້ເມື່ອອ່ານຂໍ້ຄວາມຂອງທ່ານ ວັນທີ 11 ເມສາ ຂພຈ ມີພີ່ນ້ອງມາແຕ່ແຖວຊົນນະບົດແລ້ວເພີ່ນຂາຍງົວ3-4 ໂຕ ໄດ້ເງີນປະມານ 20 ກວ່າລ້ານກີບນີ້ລະ ແຕ່ຍ້ອນເຮືອນຢູ່ຊົນນະບົດບໍ່ດີຢ້ານຈົນລັກກໍ່ເລີຍປຶກສາໃຫ້ ຂພຈ ພາໄປຝາກໄວ້ທີ່ທະນາຄານ. ຂພຈ ແນະນຳວ່າ, ທະນາຄານ ລັດມີຢູ່ 2 ແຫ່ງທີ່ຄົນມັກຝາກຄື້: 1. ທະນາຄານການຄ້າຕ່າງປະເທດ ແຕ່ຕ້ອງເສຍຄ່າທຳນຽມ 10000 ກີບ 2. ທະນາການພັດທະນາລາວ ຈະບໍ່ເສຍຄ່າທຳນຽມ ພີ່ນ້ອງຂອຍ້ກໍ່ເລີຍຕົກລົງໄປຝາກທີ່ທະນາຄານພັດທະນາລາວ ເມື່ອໄປຮອດເຂົ້າໄປຫ້ອງຄັງເງີນ ແນະນຳໃຫ້ຈົກເງີນອອກມາໃຫ້ພະນັກງານ, ພະນັກງານທະນາຄານເຫັນເງີນທີ່ພີ່ນ້ອງ ຂພຈ ທີ່ເພີ່ນນັບໄວ້ຈະເປັນຕັບລະລ້ານກີບ. ພະນັກງານກໍ່ເລີຍບອກວ່າ: ເຈົ້າແປງເງີນເຈົ້າໃຫ້ເປັນຕັບລະ 5 ລ້ານກີບກ່ອນແມ້ແລ້ວຈື່ງເອົາໃຫ້ຂ້ອຍ. ຂພຈ ກໍ່ເລີຍຖາມໄປວ່າ ເຈົ້າແປງໃຫ້ລາວໄດ້ບໍ່ເພາະເງີນຄົບຢູ່ແລ້ວແຕ່ລາວບໍ່ຮູ້ຈະນັບເປັນຕັບລະ 5 ລ້ານ. ພະນັກງານຕອບວ່າ ບໍ່ ໄດ້ ເງິນເຈົ້າເຈົ້າຕ້ອງແປງຈະໃຫ້ຂ້ອຍແປງໄດ້ແນວໃດ? ຂ້ອຍເລີຍຮູ້ສຶກວ່າບໍ່ມ່ວນປານໃດ ຂ້ອຍກໍ່ເລີຍເວົ້າໃຫ້ພີ່ນ້ອງວ່າ ບໍ່ຝາກແລ ໄປທະນາຄານອື່ນ ບໍ່ແມ່ນມີແຕ່ແຫ່ງດຽວນີ້. ຂ້ອຍກໍ່ເລີຍພາລາວໄປຝາກໄວ້ທີ່ທະນາຄານການຄ້າຕ່າງປະເທດ.

ເວົ້ານີ້ແມ່ນ ທະນາຄານພັດທະນາລາວສາຂາທີ່ຢູ່ຕ່າງແຂວງ.

__________________
Anonymous

Date:

Anonymous wrote:

ທະນາຄານພັດທະນາລາວ ຢູ່ແຂວງໃດນໍ ບອກໄດ້ບໍ່ ?

__________________
Anonymous

Date:

ທ່ານເວົ້າເຖິງວ່າ ເຂົ້າທະນາຄານການຄ້າຕ່າງປະເທດມະຫາຊົນ ໄດ້ຈ້າງເຂົ້າໃ ສາມາດຊີ້ແຈງໄດ້ບໍ ຈ້າງເທົ່າໃດຈຶ່ງໄດ້ເຂົ້າ ແລ້ວ ຍື່ນຕໍ່ໃຜ ຫລື ພາກສ່ວນໃດ?

__________________
Anonymous

Date:

ລູກຄ້າ wrote:

ເປັນເຫດການໜຶ່ງທີ່ໂດ່ງດັງຫຼາຍໃນ social network ກັບກໍລະນີທີ່ມີລູກຄ້າໄປໃຊ້ບໍລິການຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ.

ກະລຸນາອ່ານຂໍ້ຄວາມເຫດການດ້ານລຸ່ມແລ້ວຊ່ວຍພິຈາລະນານຳກັນ

--------------------------------------------------------------------------------------------------

ຂໍເລົ່າແດ່ເດີ້ພີ່ນ້ອງເອີ້ຍ!
ວັນທີ22/4/2014 ເວລາ11:30ນາທີ ຂ້າພະເຈົ້າໄດ້ໄປໃຊ້ບໍລິການຢູ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຫຼື(BCEL) ສາຂາດົງໂດກ ໜ່ວຍບໍລິການ ມຊ ຢູ່ຊັ້ນລຸ່ມຂອງສູນອາຫານ ມຊ ຂ້າພະເຈົ້າມີຈຸດປະສົງຕ້ອງການໂອນເງິນຄ່າເຄື່ອງໄປປະເທດໄທ.ໃນຈຳນວນເງິນ 2300 ບາດ(ສອງພັນສາມຮ້ອຍບາດ) ເມື່ອຮອດຄິວ ຂ້າພະເຈົ້າກໍເຂົ້າໄປຂຽນແບບຟອມເພື່ອຈະໂອນເງິນດັ່ງກ່າວ ພໍຂຽນແລ້ວໆ ຂ້າພະເຈົ້າກໍສົ່ງໃຫ້ພະນັກງານ(teller) ກວດກາເບິ່ງຂໍ້ມູນໃນໃບໂອນເງິນເພິ່ນວ່າຮຽບຮ້ອຍແລ້ວ. ຂ້າພະເຈົ້າກໍເອົາເງິນໃຫ້ຕາມຈຳນວນ.ພ້ອມກັບຄ່າໂອນຈຳນວນ200ບາດ ແລ້ວເຊັນມອບຮັບ.ຈາກນັ້ນກໍກັບບ້ານ (ຂ້າພະເຈົ້າຢູ່ສີບຸນເຮືອງ)ແລ້ວລໍຖ້າເງິນເຂົ້າບັນຊີຂອງຜູ້ສົ່ງເຄື່ອງ ຈົນມາຮອດເວລາ3ໂມງແລງກໍຍັງບໍ່ມີການໂອນເຂົ້າ.ຂ້າພະເຈົ້າຈຶ່ງກວດເບິ່ງໃບໂອນເງິນຄືນໃຫມ່ແລ້ວພົບວ່າລະຫັດມີ9ໂຕ ຄວາມຈິງແມ່ນມີ10ໂຕ.ຕໍ່ມາເລີຍໂທໄປຫາທະນາຄານBCELເພື່ອຈະບອກບັນຫາທີ່ເກີດຂຶ້ນ ປາກົດວ່າເປັນເວລາຫລາຍກວ່າ40ນາທີ ຍັງບໍ່ມີຄົນຮັບສາຍ(ບໍ່ຮູ້ວ່າໂທລະສັບຂອງທະນາຄານສິມີໄວ້ເຮັດຫຍັງ) ຂ້າພະເຂົ້າຈຶ່ງໄດ້ເຂົ້າໄປສຳນັກງານຂອງທະນາຄານ ທີ່ຕະຫລາດທົ່ງຂັນຄຳເພື່ອຂໍຄຳປືກສາ ເພິ່ນກໍໄດ້ບອກໃຫ້ໄປແກ້ໄຂກັບພະນັກງານຂອງສາຂາທີ່ໂອນນັ້ນໃນມື້ຕໍ່ມາ... ພໍມາຮອດເວລາ8:30ນາທີ ຂອງວັນທີ23/4/2014 ຂ້າພະເຈົ້າກໍໄດ້ເຂົ້າໄປທະນາຄານດັ່ງກ່າວ ທາງຫົວຫນ້າກໍວ່າຖ້າຈະແກ້ໄຂຕ້ອງເສຍຄ່າເຮັດໃຫມ່20$ໂດລາ.ເພິ່ນຈຶ່ງໄດ້ແນະນຳໃຫ້ລອງລົມກັບທະນາຄານTMBຫຼືທະນາຄານທະຫານໄທ ວ່າແກ້ໄຂໄດ້ບໍ່..ທາງທະນາຄານທະຫານໄທກໍວ່າເງິນຍັງບໍ່ໄດ້ໂອນມາຈາກປະເທດລາວເທື່ອ .ທາງຝ່າຍທະນາຄານBCELກໍຢືນຢັນວ່າເງິນໄດ້ຂ້າມໄປແລ້ວ(ບໍ່ຮູ້ວ່າສອງທະນາຄານນິຮ່ວມທຸລະກິດກັນໄດ້ຈັ່ງໃດ.ຈຶ່ງໄດ້ຄຳຕອບແບບນີ້) ເມື່ອເປັນແນວນັ້ນຂ້າພະເຈົ້າຈຶ່ງບໍ່ຢາກເສຍເວລາອີກ ຈຶ່ງໄດ້ໄປທີ່ທະນາຄານBCEL ຫນ່ວຍບໍລິການດົງໂດກ ແລ້ວຖາມວ່າຈະແກ້ໄຂແນວໃດ? ໃນກໍລະນີນີ້ ພະນັກງານຂອງ BCEL ມີສ່ວນຜິດນຳບໍ່? ເພາະວ່າ ພະນັກງານ ຕ້ອງກວດສອບເອກະສານແລະ ເລກບັນຊີໃຫ້ຄົບຖ້ວນກ່ອນແມ່ນບໍ່ ກ່ອນຈະບອກລູກຄ້າວ່າຖືກຕ້ອງແລ້ວ.. ແລ້ວTELLERກໍໄດ້ເວົ້າວ່າ"ຂ້ອຍຄິດວ່າຖືກຫມົດແລ້ວວ່າຊັ່ນ.ທາງຜູ້ບໍລິຫານຂອງຫນ່ວຍໄດ້ອອກມາເວົ້າຕື່ມອີກວ່າ"ພະນັກງານຂອງເພິ່ນບໍ່ຜິດ ເປັນຄວາມຜິດຂອງລູກຄ້າເອງ ແລະຍັງໄດ້ເວົ້າອີກວ່າ ທາງທະນາຄານເພິ່ນນິ ມື້ຫນຶ່ງຄົນເຂົ້າຫລາຍ ສິໃຫ້ກວດກາທຸກຢ່າງກະຄືສິບໍ່ໄຫວ ວ່າຊັ່ນ" ແລະຍັງໄດ້ເວົ້າອີກວ່າ"ພວກເຮົາກໍບໍ່ຮູ້ຄືກັນວ່າທະນາຄານTMB ຫຼືທະນາຄານທະຫານໄທ ມີລະຫັດບັນຊີໂຕເລກຈັກໂຕ"...ສະແດງໃຫ້ເຫັນວ່າການຮ່ວມທຸລະກິດຂອງທະນາຄານແມ່ນລາວບໍ່ໄດ້ຮັບຮູ້ຫຍັງເລີຍປານນັ້ນໄດ້ເປັນຮອດຫົວຫນ້າຫນ່ວຍບໍລິການດົງໂດກ"ຂ້າພະເຈົ້າກໍໄດ້ຕອບໄປວ່າ"ບໍ່ເປັນຫຍັງ 20 ໂດລານິ ຂ້ອຍຈ່າຍໄດ້ຢູ່ ກະເລີຍຈ່າຍໄປ...ແຕ່ຂ້ອຍຢາກຮູ້ວ່າພະນັກງານTELLER (ຜູ້ຊາຍ ແລະ ຫົວຫນ້າຂອງຫນ່ວຍບໍລິການ ມຊ ນິຈ້າງມານັບເງິນເຂົ້າອອກຊື່ໆຫວາ ຫຼືວ່າ ຈ້າງເຂົ້າເຮັດວຽກ. ຫຼື ຈົກສະຫລາກເອົາ ຄືມາເວົ້າແບບນີ້ກັບລູກຄ້າ ..ພ້ອມທັງບໍ່ຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນແຕ່ຢ່າງໃດ ຄຳຂໍໂທດຄຳຫນຶ່ງກໍບໍ່ມີ..ຫຼື ເຫັນວ່າເປັນເງິນຈຳນວນຫນ້ອຍ ຈຶ່ງບໍ່ໃຫ້ຄວາມສຳຄັນຕໍ່ກັບລູກຄ້າ ສຸດທ້າຍນີ້ຂໍຝາກໃຫ້ທຸກຄົນພ້ອມທັງຜູ້ບໍລິຫານຂອງທະນາຄານການຄ້າຕ່າງປະເທດລາວ ຫຼື BCEL ຈົ່ງພິຈາລະນາ ພະນັກງານຂອງທ່ານດ້ວຍ(ຂໍຂອບໃຈ)

 ເວົ້າແລ້ວ ຂ້າພະເຈົ້າກະເຫັນໃຈທ່ານທີ່ຢູ່ຊື່ໆ ກະເສັຽທັງເງິນ ເສັຽທັງຄວາມຮູ້ສຶກ, ເສັຽທັງເວລາທີ່ພະນັກງານຂັ້ນນຳບໍ່ຮູ້ລະຫັດຂອງຄູ່ຄ້າຂອງຕົນເອງ

ຖ້າບໍູ່ຮ້ ເປັນຫຍັງບໍ່ຖາມ ຕັ້ງໂຕະ ມີ, ມືຖື ມີ, fax ມີ Email ມີ ເປັນຫຍັັງບໍ່ໃຊ້ ເວົ້າຄຳດຽວວ່າບໍູ່ຮູ້ ມັນກະຜິດແລ້ວ ທຳມະດາ ເງິນ 20 ຫຼຽນ ຕ້ອງແມ່ນ

ຜູ້ສົ່ງເງິນໂອນ ແລະຜູ້ມີ ອຳນາດ authorized signature ຕ້ອງພາກັນຈົກຖົງຈ່າຍເອງເພາະແມ່ນຄວາມຜິດຂອງພະນັກງານທີ່ເຮັດວຽກບໍ່ຮອບຄອບ

ບໍ່ດັ່ງນັ້ນ ທາງ ທຄຕລ ຕ້ອງໄດ້ແຈ້ງລະຫັດຂອງທະນາຄານໄທ ວ່າມີຈັກຕົວເລກ...ຄຳວ່າບໍ່ຮູ້,ມັນບໍ່ຄ່ອຍວິທະຍາສາດປານໃດ ...ຄັນທ່ານມີເວລາໃຫ້ທ່ານໄປ

ຂໍຄຳປຶກສານຳພະແນກເງິນໂອນທີ່ສຳນັກງານໃຫຍ່ ຈະເປັນການດີທີ່ສຸດ ເພື່ອໃຫ້ທາງທະນາຄານມີການປັບປຸງການບໍລິການບໍ່ໃຫ້ຄວາມຜິດແບບນີ້ເກີດຂຶ້ນອີກ ...

__________________

Member

Status: Offline
Posts: 23
Date:

Anonymous wrote:

ຍ້ອນທະນາຄານຕ່າງໆໃນປະເທດລາວເປັນສ່ວນຫລາຍ ແມ່ນໃຊ້ເງິນຈ້າງເຂົ້າ, ວີທີການຫາກິນພວກພະນັກງານທະນາຄານນີ້ ຖ້າມີເງິນອອກເຂົ້າ ພວກເຂົາຕ້ອງມີສ່ວນໄດ້ ຕາມມູນຄ່າຂອງເງິນ ເງີນສົ່ງຈາກຕ່າງປະເທດຜ່ານທະນາຄານນີ້ຄະຄືກກັນ ພວກມັນນີແກຣມ ອັດຕາແລກປ່ຽນຕາມເວບ ຫນັງສືພິມທະນາຄານ ແຫ່ງ ສປປລາວ, ແນວຫນຶ່ງ ບາດພະນັກງານໄລ່ໃຫ້ຫລຸດຕະຫລອດ, 

ເລື່ອງການສົ່ງຜິດພາດ ບໍ່ຖືກບໍ່ຮອດທຳມະດາທະນາຄານ ຕ້ອງຮັບຜິດຊອບ ແລະກວດກາຢ່າງເລັ່ງດ່ວນ. ກໍລະນີມັນໄປບໍຮອດພະນັກງານທະນາຄານຕ້ອງ ມີຄຳຂໍໂທດລູກຄ້າ, ແກ້ໄຂໃຫ້ເລັ່ງດ່ວນທັນເວລາ. ບາງເທື່ອພະນັກງານແລະ ຜູ້ບໍລິຫານຈ້າງເອົາເງິນຊື້ຕຳແຫນ່ງ ຈ້າງເຂົ້າເຮັດວຽກ ຫລືຄວາມຮູ້ບໍ່ມີ ຫາກໄຊ້ເສັ້ນສາຍ ວຽກກະເລີຍຊັກຊ້າ ເຮັດບໍ່ເປັນເມື່ອມີປັນຫາ. ມາສັງເກດເບິງຫລາຍສິ່ງຫລາຍ ຢ່າງຊັກຊ້າ ການຄ້າຂາຍ ການພົວພັນກັບສາກົນ ເສຍປຽບໃຫ້ນັກລົງທຶນ. ກະຍ້ອນຄົນເຮັດວຽກບໍເປັນມີຫນ້າທີ່ຕຳແຫນ່ງ ສູງໆ. ກະເລີຍຊັກຊ້າ ປຽບເຫມືອນ ຫມາກພ້າວໃນມືລີງ ກຳໄວ້ແຕ່ບໍມີຄວາມສາມາດແກະອອກ. ຄົນທີ່ມີຄວາມຮູ້ບໍ່ເຖິງວຽກ ຄົນເຮັດວຽກບໍເປັນ ຂາດວິໄສທັດ ຂາດນ້ຳໃຈບໍລິການ ເຫັຜົນປະໂຫຍດສ່ວນຕົນຫລາຍກ່ອນ ການເຮັດວຽກກໍຕ້ອງຂາດປະສິດທິພາບ.  

ເລື່ອງນີ້ພະນັກງານຕ້ອງຮັບຜິດຊອບເຕັມໆ ໂດຍປາສະຈາກຂໍ້ໄດໆທັງນັ້ນ. ຖ້າປັດຄວາມຮັບຜິດຊອບ ບໍ່ສົມຄວນເຮັດວຽກນີ້ອີກຕໍ່ໄປ. ຍ້ອນເຈົ້າບໍລິການບໍດີ ເຮັດໃຫ້ລຸກຄ້າເສຍກຳລັງໃຈເສຍເວລາ ເສື່ອມເສຍຄວາມເຊື່ອຖື, ທະນະຄານ ໃນປະເທດຈະເລີນ ຂະນາດ ບັນຊີລຸກຄ້າຖືກໂຈລະກຳ ຄົນອື່ນອ້າງອີງເອົາແຊັກ ເອົາບັດເຄດິດໄປ ລັກຖອນເອົາເງິນ. ເຂົາກະຍັງຮັບຜິດຊອບກວດກາແກ້ໄຂ ເປັນຕົວແທນຂອງລຸກຄ້າຮ້ອງຟ້ອງ ຮຽກຄ່າທົດແທນ ເອົາຄົນຜິດໄປລົງໂທດ. 

ບາດທະນາຄານອັບດັບຫນຶ່ງຂອງ ສປປລາວ ພັດປັດຄວາມຮັບຜິດຊອບ ສົມຄວນກວດກາ ພະນັກງານຜູ້ບໍລິຫານສາຂາ ຄືນໃຫມ່ ເປັນພະນັກງານແນວໄດເຮັດໃຫ້ທະນາຄານເສືອມເສຍຊື່ສຽງ.

ຝາກເຖິງ ຜຸ້ບໍລິຫານ ຜຸ້ນຳ ຈົ່ງປັບປຸງມາລະຍາດ ພະນັກງານ ທຸກໆພາກສ່ວນ ຈົ່ງມີມາລະຍາດທີ່ດີແດ່ເວລາປະຊາຊົນໄປ ຕິດຕໍ່ໄຊ້ບໍລິການ. ແລະ ເວລາສົ່ງເງິນຜ່ານທະນາຄານກະ ຢ່າໄປຫັກເອົາ ໂກງດ້ວຍອັດຕາແລກປ່ຽນ ຈົ່ງຮັກສາຄວາມຍຸດຕິທຳ ສ້າງຄວາມເຊື່ອຖິໃຫ້ຄົນ ຜູ້ໄປໃຊ້ບໍລິການແດ່. 

ຢາກໃຫ້ທຸກຄົນເຂົ້າໃຈນໍາກັນວ່າ ຖ້າທາງບໍລິສັດຂອງໃດໆກໍ່ຕາມທີມີການເອົາປຽບລູກຄ້າ ຫຼື ເຮັດໃຫ້ລູກຄ້າມີການເສຍຫາຍໃດ 1 ລະແມ່ນເພີ່ນບໍ່ຜິດ! ມັນແມ່ນຄວາມບົກພ້ອງຂອງລູກຄ້າເອງ! ຢ່າຫົວລູກຄ້າ ເພາະບ້ານເຮົາບໍ່ມີອົງການຈັດຕັ້ງໃດໃຫ້ຮ້ອງທຸກ! ຫຼືມີກະຈັກເພິ່ນຊິກວດກາບໍ່?

__________________
Anonymous

Date:

ລູກຄ້າ wrote:

ເປັນເຫດການໜຶ່ງທີ່ໂດ່ງດັງຫຼາຍໃນ social network ກັບກໍລະນີທີ່ມີລູກຄ້າໄປໃຊ້ບໍລິການຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ.

ກະລຸນາອ່ານຂໍ້ຄວາມເຫດການດ້ານລຸ່ມແລ້ວຊ່ວຍພິຈາລະນານຳກັນ

--------------------------------------------------------------------------------------------------

ຂໍເລົ່າແດ່ເດີ້ພີ່ນ້ອງເອີ້ຍ!
ວັນທີ22/4/2014 ເວລາ11:30ນາທີ ຂ້າພະເຈົ້າໄດ້ໄປໃຊ້ບໍລິການຢູ່ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຫຼື(BCEL) ສາຂາດົງໂດກ ໜ່ວຍບໍລິການ ມຊ ຢູ່ຊັ້ນລຸ່ມຂອງສູນອາຫານ ມຊ ຂ້າພະເຈົ້າມີຈຸດປະສົງຕ້ອງການໂອນເງິນຄ່າເຄື່ອງໄປປະເທດໄທ.ໃນຈຳນວນເງິນ 2300 ບາດ(ສອງພັນສາມຮ້ອຍບາດ) ເມື່ອຮອດຄິວ ຂ້າພະເຈົ້າກໍເຂົ້າໄປຂຽນແບບຟອມເພື່ອຈະໂອນເງິນດັ່ງກ່າວ ພໍຂຽນແລ້ວໆ ຂ້າພະເຈົ້າກໍສົ່ງໃຫ້ພະນັກງານ(teller) ກວດກາເບິ່ງຂໍ້ມູນໃນໃບໂອນເງິນເພິ່ນວ່າຮຽບຮ້ອຍແລ້ວ. ຂ້າພະເຈົ້າກໍເອົາເງິນໃຫ້ຕາມຈຳນວນ.ພ້ອມກັບຄ່າໂອນຈຳນວນ200ບາດ ແລ້ວເຊັນມອບຮັບ.ຈາກນັ້ນກໍກັບບ້ານ (ຂ້າພະເຈົ້າຢູ່ສີບຸນເຮືອງ)ແລ້ວລໍຖ້າເງິນເຂົ້າບັນຊີຂອງຜູ້ສົ່ງເຄື່ອງ ຈົນມາຮອດເວລາ3ໂມງແລງກໍຍັງບໍ່ມີການໂອນເຂົ້າ.ຂ້າພະເຈົ້າຈຶ່ງກວດເບິ່ງໃບໂອນເງິນຄືນໃຫມ່ແລ້ວພົບວ່າລະຫັດມີ9ໂຕ ຄວາມຈິງແມ່ນມີ10ໂຕ.ຕໍ່ມາເລີຍໂທໄປຫາທະນາຄານBCELເພື່ອຈະບອກບັນຫາທີ່ເກີດຂຶ້ນ ປາກົດວ່າເປັນເວລາຫລາຍກວ່າ40ນາທີ ຍັງບໍ່ມີຄົນຮັບສາຍ(ບໍ່ຮູ້ວ່າໂທລະສັບຂອງທະນາຄານສິມີໄວ້ເຮັດຫຍັງ) ຂ້າພະເຂົ້າຈຶ່ງໄດ້ເຂົ້າໄປສຳນັກງານຂອງທະນາຄານ ທີ່ຕະຫລາດທົ່ງຂັນຄຳເພື່ອຂໍຄຳປືກສາ ເພິ່ນກໍໄດ້ບອກໃຫ້ໄປແກ້ໄຂກັບພະນັກງານຂອງສາຂາທີ່ໂອນນັ້ນໃນມື້ຕໍ່ມາ... ພໍມາຮອດເວລາ8:30ນາທີ ຂອງວັນທີ23/4/2014 ຂ້າພະເຈົ້າກໍໄດ້ເຂົ້າໄປທະນາຄານດັ່ງກ່າວ ທາງຫົວຫນ້າກໍວ່າຖ້າຈະແກ້ໄຂຕ້ອງເສຍຄ່າເຮັດໃຫມ່20$ໂດລາ.ເພິ່ນຈຶ່ງໄດ້ແນະນຳໃຫ້ລອງລົມກັບທະນາຄານTMBຫຼືທະນາຄານທະຫານໄທ ວ່າແກ້ໄຂໄດ້ບໍ່..ທາງທະນາຄານທະຫານໄທກໍວ່າເງິນຍັງບໍ່ໄດ້ໂອນມາຈາກປະເທດລາວເທື່ອ .ທາງຝ່າຍທະນາຄານBCELກໍຢືນຢັນວ່າເງິນໄດ້ຂ້າມໄປແລ້ວ(ບໍ່ຮູ້ວ່າສອງທະນາຄານນິຮ່ວມທຸລະກິດກັນໄດ້ຈັ່ງໃດ.ຈຶ່ງໄດ້ຄຳຕອບແບບນີ້) ເມື່ອເປັນແນວນັ້ນຂ້າພະເຈົ້າຈຶ່ງບໍ່ຢາກເສຍເວລາອີກ ຈຶ່ງໄດ້ໄປທີ່ທະນາຄານBCEL ຫນ່ວຍບໍລິການດົງໂດກ ແລ້ວຖາມວ່າຈະແກ້ໄຂແນວໃດ? ໃນກໍລະນີນີ້ ພະນັກງານຂອງ BCEL ມີສ່ວນຜິດນຳບໍ່? ເພາະວ່າ ພະນັກງານ ຕ້ອງກວດສອບເອກະສານແລະ ເລກບັນຊີໃຫ້ຄົບຖ້ວນກ່ອນແມ່ນບໍ່ ກ່ອນຈະບອກລູກຄ້າວ່າຖືກຕ້ອງແລ້ວ.. ແລ້ວTELLERກໍໄດ້ເວົ້າວ່າ"ຂ້ອຍຄິດວ່າຖືກຫມົດແລ້ວວ່າຊັ່ນ.ທາງຜູ້ບໍລິຫານຂອງຫນ່ວຍໄດ້ອອກມາເວົ້າຕື່ມອີກວ່າ"ພະນັກງານຂອງເພິ່ນບໍ່ຜິດ ເປັນຄວາມຜິດຂອງລູກຄ້າເອງ ແລະຍັງໄດ້ເວົ້າອີກວ່າ ທາງທະນາຄານເພິ່ນນິ ມື້ຫນຶ່ງຄົນເຂົ້າຫລາຍ ສິໃຫ້ກວດກາທຸກຢ່າງກະຄືສິບໍ່ໄຫວ ວ່າຊັ່ນ" ແລະຍັງໄດ້ເວົ້າອີກວ່າ"ພວກເຮົາກໍບໍ່ຮູ້ຄືກັນວ່າທະນາຄານTMB ຫຼືທະນາຄານທະຫານໄທ ມີລະຫັດບັນຊີໂຕເລກຈັກໂຕ"...ສະແດງໃຫ້ເຫັນວ່າການຮ່ວມທຸລະກິດຂອງທະນາຄານແມ່ນລາວບໍ່ໄດ້ຮັບຮູ້ຫຍັງເລີຍປານນັ້ນໄດ້ເປັນຮອດຫົວຫນ້າຫນ່ວຍບໍລິການດົງໂດກ"ຂ້າພະເຈົ້າກໍໄດ້ຕອບໄປວ່າ"ບໍ່ເປັນຫຍັງ 20 ໂດລານິ ຂ້ອຍຈ່າຍໄດ້ຢູ່ ກະເລີຍຈ່າຍໄປ...ແຕ່ຂ້ອຍຢາກຮູ້ວ່າພະນັກງານTELLER (ຜູ້ຊາຍ ແລະ ຫົວຫນ້າຂອງຫນ່ວຍບໍລິການ ມຊ ນິຈ້າງມານັບເງິນເຂົ້າອອກຊື່ໆຫວາ ຫຼືວ່າ ຈ້າງເຂົ້າເຮັດວຽກ. ຫຼື ຈົກສະຫລາກເອົາ ຄືມາເວົ້າແບບນີ້ກັບລູກຄ້າ ..ພ້ອມທັງບໍ່ຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນແຕ່ຢ່າງໃດ ຄຳຂໍໂທດຄຳຫນຶ່ງກໍບໍ່ມີ..ຫຼື ເຫັນວ່າເປັນເງິນຈຳນວນຫນ້ອຍ ຈຶ່ງບໍ່ໃຫ້ຄວາມສຳຄັນຕໍ່ກັບລູກຄ້າ ສຸດທ້າຍນີ້ຂໍຝາກໃຫ້ທຸກຄົນພ້ອມທັງຜູ້ບໍລິຫານຂອງທະນາຄານການຄ້າຕ່າງປະເທດລາວ ຫຼື BCEL ຈົ່ງພິຈາລະນາ ພະນັກງານຂອງທ່ານດ້ວຍ(ຂໍຂອບໃຈ)

 ຂ້ອຍເອງກະຜູ້ໜຶ່ງທີ່ບໍ່ມັກໃຊ້ບໍລິການຂອງທະນາຄານນີ້ ເພາະການບໍລິການໂຄດຫ່ວຍ

__________________
Anonymous

Date:

Anonymous wrote:

ຍ້ອນທະນາຄານຕ່າງໆໃນປະເທດລາວເປັນສ່ວນຫລາຍ ແມ່ນໃຊ້ເງິນຈ້າງເຂົ້າ, ວີທີການຫາກິນພວກພະນັກງານທະນາຄານນີ້ ຖ້າມີເງິນອອກເຂົ້າ ພວກເຂົາຕ້ອງມີສ່ວນໄດ້ ຕາມມູນຄ່າຂອງເງິນ ເງີນສົ່ງຈາກຕ່າງປະເທດຜ່ານທະນາຄານນີ້ຄະຄືກກັນ ພວກມັນນີແກຣມ ອັດຕາແລກປ່ຽນຕາມເວບ ຫນັງສືພິມທະນາຄານ ແຫ່ງ ສປປລາວ, ແນວຫນຶ່ງ ບາດພະນັກງານໄລ່ໃຫ້ຫລຸດຕະຫລອດ, 

ເລື່ອງການສົ່ງຜິດພາດ ບໍ່ຖືກບໍ່ຮອດທຳມະດາທະນາຄານ ຕ້ອງຮັບຜິດຊອບ ແລະກວດກາຢ່າງເລັ່ງດ່ວນ. ກໍລະນີມັນໄປບໍຮອດພະນັກງານທະນາຄານຕ້ອງ ມີຄຳຂໍໂທດລູກຄ້າ, ແກ້ໄຂໃຫ້ເລັ່ງດ່ວນທັນເວລາ. ບາງເທື່ອພະນັກງານແລະ ຜູ້ບໍລິຫານຈ້າງເອົາເງິນຊື້ຕຳແຫນ່ງ ຈ້າງເຂົ້າເຮັດວຽກ ຫລືຄວາມຮູ້ບໍ່ມີ ຫາກໄຊ້ເສັ້ນສາຍ ວຽກກະເລີຍຊັກຊ້າ ເຮັດບໍ່ເປັນເມື່ອມີປັນຫາ. ມາສັງເກດເບິງຫລາຍສິ່ງຫລາຍ ຢ່າງຊັກຊ້າ ການຄ້າຂາຍ ການພົວພັນກັບສາກົນ ເສຍປຽບໃຫ້ນັກລົງທຶນ. ກະຍ້ອນຄົນເຮັດວຽກບໍເປັນມີຫນ້າທີ່ຕຳແຫນ່ງ ສູງໆ. ກະເລີຍຊັກຊ້າ ປຽບເຫມືອນ ຫມາກພ້າວໃນມືລີງ ກຳໄວ້ແຕ່ບໍມີຄວາມສາມາດແກະອອກ. ຄົນທີ່ມີຄວາມຮູ້ບໍ່ເຖິງວຽກ ຄົນເຮັດວຽກບໍເປັນ ຂາດວິໄສທັດ ຂາດນ້ຳໃຈບໍລິການ ເຫັຜົນປະໂຫຍດສ່ວນຕົນຫລາຍກ່ອນ ການເຮັດວຽກກໍຕ້ອງຂາດປະສິດທິພາບ.  

ເລື່ອງນີ້ພະນັກງານຕ້ອງຮັບຜິດຊອບເຕັມໆ ໂດຍປາສະຈາກຂໍ້ໄດໆທັງນັ້ນ. ຖ້າປັດຄວາມຮັບຜິດຊອບ ບໍ່ສົມຄວນເຮັດວຽກນີ້ອີກຕໍ່ໄປ. ຍ້ອນເຈົ້າບໍລິການບໍດີ ເຮັດໃຫ້ລຸກຄ້າເສຍກຳລັງໃຈເສຍເວລາ ເສື່ອມເສຍຄວາມເຊື່ອຖື, ທະນະຄານ ໃນປະເທດຈະເລີນ ຂະນາດ ບັນຊີລຸກຄ້າຖືກໂຈລະກຳ ຄົນອື່ນອ້າງອີງເອົາແຊັກ ເອົາບັດເຄດິດໄປ ລັກຖອນເອົາເງິນ. ເຂົາກະຍັງຮັບຜິດຊອບກວດກາແກ້ໄຂ ເປັນຕົວແທນຂອງລຸກຄ້າຮ້ອງຟ້ອງ ຮຽກຄ່າທົດແທນ ເອົາຄົນຜິດໄປລົງໂທດ. 

ບາດທະນາຄານອັບດັບຫນຶ່ງຂອງ ສປປລາວ ພັດປັດຄວາມຮັບຜິດຊອບ ສົມຄວນກວດກາ ພະນັກງານຜູ້ບໍລິຫານສາຂາ ຄືນໃຫມ່ ເປັນພະນັກງານແນວໄດເຮັດໃຫ້ທະນາຄານເສືອມເສຍຊື່ສຽງ.

ຝາກເຖິງ ຜຸ້ບໍລິຫານ ຜຸ້ນຳ ຈົ່ງປັບປຸງມາລະຍາດ ພະນັກງານ ທຸກໆພາກສ່ວນ ຈົ່ງມີມາລະຍາດທີ່ດີແດ່ເວລາປະຊາຊົນໄປ ຕິດຕໍ່ໄຊ້ບໍລິການ. ແລະ ເວລາສົ່ງເງິນຜ່ານທະນາຄານກະ ຢ່າໄປຫັກເອົາ ໂກງດ້ວຍອັດຕາແລກປ່ຽນ ຈົ່ງຮັກສາຄວາມຍຸດຕິທຳ ສ້າງຄວາມເຊື່ອຖິໃຫ້ຄົນ ຜູ້ໄປໃຊ້ບໍລິການແດ່. 

 ຖືກຕ້ອງ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard