Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂົວເກົ່າປາກເຊ ຖືກມ້າງລົງແລ້ວ...
Anonymous

Date:
ຂົວເກົ່າປາກເຊ ຖືກມ້າງລົງແລ້ວ...

1374848_750792544965092_5022337542910163089_n.jpg

Photo: ຂົວເຊໂດນ ປາກເຊ ໃນປັດຈຸບັນ Cr : Phoumin Xaiyachak

__________________
Anonymous

Date:

ຂໍສະແດງຄວາມດີໃຈນຳປະຊາຊົນແຂວງຈຳປາສັກ ເວົ້າລວມ, ເວົ້າສະເພາະກໍ່ແມ່ນປະຊາຊົນເມືອງປາກເຊ

ທີ່ຈະມີໂອກາດໄດ້ຊົມໃຊ້ຂົວໃໝ່ໄດ້ມາດຕະຖານກວ່າເກົ່າ.

ບໍຣິສັດໃດເປັນຜູ່ຮັບເໝົາກໍ່ສ້າງ? ການສ້າງຂົວແຫ່ງນີ້ມີມູນຄ່າການກໍ່ສ້າງເທົ່າໃດກີບ? ສ້າງວຽກງານໃຫ້

ກຳມະກອນແລະນັກວິສະວະກອນລາວຈັກໜ້າວຽກ?

ຂອບໃຈ.

__________________
Anonymous

Date:

ຂ້າພະເຈົ້າກໍ່ເປັນຄົນປາກເຊ ກໍ່ຍອມຮັບວ່າ ການເຮັດຂົວໃໝ່ແມ່ນດີ ແລະ ຖືກຕາມສະພາບການສັນຈອນໃນປະຈຸບັນ

ແຕ່ຂົວເກົ່າບໍ່ຄວນຈະມ້າງອອກ ຄວນຮັກສາອະນຸລັກໄວ້  ແລະ ເກັບໄວ້ ເປັນແຫຼ່ງທ່ອງທ່ຽວ ໃຫ້ແກ່ຊາວຕ່າງປະເທດ

ບໍ່ເຂົ້າໃຈຄືກັນກັບແນວຄິດການນຳບ້ານເຮົາ.

( ອານຄານເກົ່າແບບຝະລັງຍັງຮັກສາໄວ້ )

__________________
Anonymous

Date:

ທ້າວຄຳໄພ ຫົວໜ້າປະທ້ວງສັ່ງໃຫ້ຈູດຖິ້ມພ້ອມກັບຕອນໂຄ່ນລົ້ມຮູບປັ້ນຫຼໍ່

ກະຕ່າຍ ໂດນສະໂສຣິດ ພຸ້ນນະ ແຕ່ທ່ານບົວສອນ ບຸບຜາວັນ ຫ້າມໄວ້ຈຶ່ງຍັງ

ເພິ່ນຈະທຳລາຍທຸກຮ່ອງຮອຍຂອງຝຣັ່ງເພື່ອບໍ່ໃຫ້ເປັນສ້ຽນແທງຕາ.

__________________
Anonymous

Date:

ເບິ່ງແລ້ວກໍ່ໜ້າອະໜາດໃຈນຳ

ຂ້ານ້ອຍກໍ່ຊາວປາກເຊຄືກັນ, ທຽວຂົວນີ້ແຕ່ນ້ອຍຈົນເກືອບໝົດບຸນແລ້ວລະ

ກໍ່ຄິດຄືຫຼາຍໆຄຳເຫັນ: ເປັນສິ່ງທີ່ບໍ່ເໝາະສົມເທົ່າທີ່ຄວນທີ່ຈະທຳລາຍປະຫວັດສາດ

ສິ່ງນີ້ບົ່ງບອກເຖິງປະຫວັດສາດລາວ, ແຕ່ເປັນຫຍັງຈິ່ງມ້າງເພທຳລາຍ

ຫຼື ຍຸກປະຈຸບັນ ຄົນຮຸ້ນໃໝ່ຈະສ້າງປະຫວັດສາດໃໝ່

__________________
Anonymous

Date:

ບໍ່ໜ້າຈະມ້າງເນາະ

ນີ້ແຫຼະການນຳຂອງລາວ

ຄິດອັນໃດອອກ ເຮັດໂລດ ໂດຍບໍ່ຖາມຄວາມເຫັນຂອງປະຊາຊົນ

ມ້າງເຮັດຫຍັງ ອານຸສາວະລີບໍ່ມີກໍ່ຍັງຈົກເງິນຈົກຄຳໄປສ້າງ

ອານຸສອນສະຖານ ບໍ່ມີກໍ່ພາກັນຫາມາສ້າງຈົນໄດ້

ອັນນີ້ມີແລ້ວຍັງມາມ້າງ ຄືກັບວ່າມີເງິນມີຄຳຫຼາຍແທ້ຫຼາຍວ່າ

ມ້າງອອກກໍ່ຕ້ອງໃຊ້ເງິນຈິ່ງມ້າງໄດ້

ບໍ່ເຂົ້າໃຈແນວຄິດຜູ້ທີ່ເປັນໃຫຍ່ເປັນໂຕໃນບ້ານນີ້ເມືອງນີ້

__________________
Anonymous

Date:

Anonymous wrote:

 ມັນບໍ່ຕ່າງຫຍັງກັບການມ້າງສາລາພັນຫ້ອງເດີ່ນທາດຫຼວງຫັ້ນແຫຼະ  ຂ້ອຍລະເສັຽດາຍພໍນ້ຳຕາຕົກ ເພາະຕອນນ້ຳຖ້ວມ ປີ 66 ປະຊາຊົນມາອາໄສຢູ່ບ່ອນນັ້ນມີບ່ອນນອນ

ບ່ອນແຕ່ງກິນໃຫ້ເຂົາເຈົ້າໄດ້ເພິ່ງພາອາໄສ ຖືໄດ້ວ່າເປັນຮົ່ມໂພຮົ່ມໄຊໃຫ້ຊາວບ້ານຜູ້ຖືກໄພທຳມະຊາດ ແຕ່ການນຳບໍ່ໄດ້ຄິດໃນທາງບວກ, ມ້າງລູກດຽວ ແລ້ວມາໂ້ອອ່າວຕາມຫຼັງວ່າ

ເອົາໄວ້ໃຫ້ນັກທ່ອງທ່ຽວຊົມໜ້າຈະດີ... ແຕ່ມັນມ້າງແລ້ວເຮັດຄືນມັນກະບໍ່ໄດ້ດອກ ແຕ່ເສົາຕົ້ນດຽວສິມາສ້າງກະຍັງສິຫາບໍ່ໄດ້. ເວນກຳ !!

ສາລາພັນຫ້ອງແມ່ນຂອງຣາຊາ ສ້າງຂື້ນ

ຂົວເຫຼັກປາກເຊ ແມ່ນຂອງຈັກກະພັດຝຼັ່ງສ້າງຂື້ນ

ມ້າງຖີ້ມເລີຍຊິຈົ່ງໄວ້ເຮັດຫຍັງ

__________________
Anonymous

Date:

ກະມ້າງປະຕູໃຊຫັ້ນຖິ້ມນຳແນ່ ມັນເສົ້າໂສກຫົວໃຈເມື່ອເຫັນສິ່ງກໍ່ສ້າງແຫ່ງຊາດ ທີ່ມີພຽງອັນດຽວ

ແຕ່ຄົນລາວບໍ່ສ້າງໃຫ້ມັນແລ້ວ ຖ້າພັກລັດວ່າມັນເປັນຂອງບໍ່ດີກໍ່ມ້າງຖິ້ມ ແລິວກໍ່ສ້າງໃໝ່ສາ

ເຮັດຊົງວັດທະນະທຳລາວອີກເດີ ຢ່າສຸເຮັດຊົງອື່ນ ເດັດຂາດ

ໃນຖານະພົນລະເມືອງຜູ່ໜຶ່ງເຮົາເຫັນປະຕູໃຊທີ່ສ້າງບໍ່ແລ້ວ ມັນເຮັດໃຫ້ເຮົາຮູ້ສຶກເຖຶງຄວາມ

ພ່າຍແພ້ ຫຼົ້ມເຫຼວ ເສົ້າໝອງ ,,,,,,,,,,,,,,ບໍ່ຈັກຊິອະທິບາຍ ເມື່ອຍ!!!

ງຶດງໍ້ອັດສະຈັນໃຈວ່າ ຄົນຢູ່ໃນຄະນະລັດຖະບານຄືບໍ່ເຮັດຫຍັງຈັກຢ່າງວ໋າ!!!!!!

ຂະນ້ອຍມີຄວາມທຸກໂສກຫົວໃຈຢ່າງຫຼວງຫຼາຍທີ່ຢູ່ພາຍໄຕ້ການປົກຄອງຂອງພັກລັດ ສູ່ມື້ນີ້

ບໍ່ມີຄວາມສົດຊື່ນແຈ່ມໃສ ຫຼື ຄວາມຫວັງຫຍັງພໍປານໃດ

ເບິ່ງຜົນງານເຂົາທໍ່ນີ້ກະຊິເບິ່ງອອກຫຼາຍແລ້ວຕີ!! ວ່າ ພູມປັນຍາເຂົາມັນບິດບ້ຽວສ່ຳໃດ!!

ປະຕູໃຊອັນດຽວ ບໍ່ສາມາດຈັດການ ຫຼື ເຮັດໃຫ້ເຮົາສະບາຍໃຈໄດ້ເລີຍ ວ່າຊິເຮັດແນວໃດຕໍ່

ພໍລະ ເມື່ອຍຂຽນ

__________________
Anonymous

Date:

ການຂື້ນແຜນເຮັດໂຄງການຕ່າງໆ ແມ່ນເລີ່ມຈາກຄວາມຢາກໄດ້ເງິນຂອງພໍ່ຄ້າຫົວໃສ ທີ່ຂຽນໂຄງການຂື້ນໄປຫາເຈົ້ານາຍ ເພື່ອອະນຸມັດການກໍ່ສ້າງ ສະນັ້ນ ການຕັດສິນປັນຫາຈຶ່ງຢູ່ໃນວົງແຄບ ສ່ວນຜົນກະທົບຕໍ່ສັງຄົມວັດທະນະທຳ ຈຶ່ງບໍ່ເຄີຍຕັ້ງຂື້ນເປັນບັນຫາ.

__________________
Anonymous

Date:

ສາລາພັນຫ້ອງແມ່ນຂອງຣາຊາ ສ້າງຂື້ນ

ຂົວເຫຼັກປາກເຊ ແມ່ນຂອງຈັກກະພັດຝຼັ່ງສ້າງຂື້ນ

ມ້າງຖີ້ມເລີຍຊິຈົ່ງໄວ້ເຮັດຫຍັງ

ບັກເວນມຶງເອີຍ ມຶງຄືມາຫຼັບຕາເວົ້າແທ້ ຖ້າຈະມ້າງຂອງຈັກກະພັດຝຣັ່ງແລະຂອງຣາຊາສ້າງຂຶ້ນນັ້ນ
ຄືບໍ່ມ້າງຖິ້ມໝົດອັນວັດວາອາຣາມແຕ່ເໜືອເຖິງໃຕ້ ແລະພະຣາຊະວັງກໍຈົ່ງເອົາໄວ້ເຮັດຫຍັງ? ອະນຸສາວະຣີ
ນັ້ນແຮງເປັນສັນຍາຣັກຂອງປະຕິການໂດຍກົງວ່າເປັນອະນຸສາວະຣີນັກຣົບເກົ່າ ບັກເປດມຶງ! ເຂື່ອນນ້ຳງຶ່ມ
ກໍຂອງຈັກກະພັດສ້າງ, ສນາມບິວັດໄຕກໍແມ່ນຈັກກະພັດສ້າງ ໃຫ້ມຶງນຳຂໍ໊ສເນີຂຶ້ນໄປຮ້ອງຮຽນຕໍ່ລັດຖະບານ
ໃຫ້ມ້າງຖິ້ມໝົດເດີ້ອັນໃດເປັນຂອງຈັກກະພັດ ຣາຊາສ້າງຂຶ້ນມານັ້ນ. ບັກສມອງເຫັບເອີຍ!!!!

__________________
Anonymous

Date:

ຂົວນີ້ມີອາຍຸຈັກປີແລ້ວ?

ບໍ່ແມ່ນຖືກສາ້້ງຂຶ້ນຕັ້ງແຕ່ສະໄໝເປັນຫົວເມືອງຂຶ້ນຂອງຝຣັ່ງເສດພຸ້ນບໍ່?

__________________
Anonymous

Date:

Anonymous wrote:

ສາລາພັນຫ້ອງແມ່ນຂອງຣາຊາ ສ້າງຂື້ນ

ຂົວເຫຼັກປາກເຊ ແມ່ນຂອງຈັກກະພັດຝຼັ່ງສ້າງຂື້ນ

ມ້າງຖີ້ມເລີຍຊິຈົ່ງໄວ້ເຮັດຫຍັງ

ບັກເວນມຶງເອີຍ ມຶງຄືມາຫຼັບຕາເວົ້າແທ້ ຖ້າຈະມ້າງຂອງຈັກກະພັດຝຣັ່ງແລະຂອງຣາຊາສ້າງຂຶ້ນນັ້ນ
ຄືບໍ່ມ້າງຖິ້ມໝົດອັນວັດວາອາຣາມແຕ່ເໜືອເຖິງໃຕ້ ແລະພະຣາຊະວັງກໍຈົ່ງເອົາໄວ້ເຮັດຫຍັງ? ອະນຸສາວະຣີ
ນັ້ນແຮງເປັນສັນຍາຣັກຂອງປະຕິການໂດຍກົງວ່າເປັນອະນຸສາວະຣີນັກຣົບເກົ່າ ບັກເປດມຶງ! ເຂື່ອນນ້ຳງຶ່ມ
ກໍຂອງຈັກກະພັດສ້າງ, ສນາມບິວັດໄຕກໍແມ່ນຈັກກະພັດສ້າງ ໃຫ້ມຶງນຳຂໍ໊ສເນີຂຶ້ນໄປຮ້ອງຮຽນຕໍ່ລັດຖະບານ
ໃຫ້ມ້າງຖິ້ມໝົດເດີ້ອັນໃດເປັນຂອງຈັກກະພັດ ຣາຊາສ້າງຂຶ້ນມານັ້ນ. ບັກສມອງເຫັບເອີຍ!!!!

 ຂ້ອຍຄິດວ່າຜູ່ທີ່ຂຽນອັກສອນສີແດງເວົ້າໃສ່ຣັຖບານລາວຊື່ໆ. ຄວາມຈິງແລ້ວ ຍັງມີພື້ນຖານໂຄງລ່າງຫຼາຍຢ່າງ

ທີ່ຈັກກະພັດຝຣັ່ງແລະອາເມຣິກາສ້າງຂຶ້ນທີ່ຣັຖບານລາວໄດ້ໝູນໃຊ້ໃຫ້ເປັນປະໂຫຍດ ເຊັ່່ນ: ທາງເລກທີ13

ຂົວຂ້າມບ້ານຄອນ-ດອນເດດ, ໂຮງພະຍາບານສີສວ່າງວົງ, ໂຮງໝໍມະໂຫສົດໂຮງຮຽນເຈົ້າຟ້າງຸ່ມ, ເຂື່ອນເຊຣະບຳ,

ຕຶກອາຄານຣັຖບານຫຼາຍແຫ່ງ.

ຖ້າຄິດທວນຄືນ 39 ປີກ່ອນຕອນເພິ່ນເຂົ້າມາຍຶດເມືອງກໍ່ໜ້າເສັຽດາຍຕຶກອາຄານບ້ານເຮືອນແລະເຂົ້າຂອງເຄື່ອງໃຊ້

ທີ່ທະຫານນ້ອຍຊົນເຜົ່າໄດ້ຈູດເຜົາທຳລາຍໂດຍໄຮ້ປະໂຫຍດ.

 ບາດຢູ່ປະເທດສະຫະລັດ ຕືກເວີເທຣດເຊັນເຕີ້ ທີ່ພວກຕາລີບັນ ຫລືບິນລາເດັນສັ່ງ ໃຫ້ຍົນໄປຕຳ ສິ່ງເສດເຫລືອ ຕ່າງໆ ເຂົາເອົາໄປສ້າງຢັ່ງຢາຍໄວ້

ທົ່ວປະເທດສະຫະລັດ ເພຶ່ອສິດສອນລູກຫລານເຂົາເຈົ້າ, ບາງສິ່ງບາງຢ່າງໆເລັກນ້ອຍໆ ເຖິງຊິເປັນຂອງສັດຕູ ຂອງຄົນກົງກັນຂວ້າມ ກັບຕົນເອງເຂົາ

ກະເອົາມາວາງສະແດງ ສະນັ້ນ ປະຫວັດສາດບ້ານເຂົາຈັ່ງມີຄວາມເປັນເອກະລັກ ສະທ້ອນສອນໃຫ້ຄົນຮຸ່ນຫລັງໄດ້ດີ, ຢູ່ປະເທດລາວ

ຜູ້ນຳປີຊາສາມາດ ສະຫລາດສຸດໆ ພວກເພິ່ນເຮັດຫຍັງ ກະມີແຕ່ແນວດີໆສະຫລາດ ຈົນປະຊາຂົນຕຳນິວິຈານບໍໄດ້ພຸ້ນຕິບໍ? (ສະຫລາດຈັ່ງໃດຫວາ?)

ຢູປະເທດອື່ນເມືອງທ່ານສິ່ງທີ່ເປັນປະຫວັດສາດເຂົາເກັບຮັກສາໄວ້ ຫນັງສື ສິ່ງປຸກສ້າງອຸປະກອນ ສັນຍາລັກ ແຕ່ລະຍຸກແຕ່ລະສະໄຫມ ບາດປະເທດລາວ

ສິ່ງຂອງພວກກົງກັນຂວ້າມກັບ ພັກພວກຂອງຕົນເອງ ທຳລາຍກ້ຽງ. ຢາກເບິງຢາກເຫັນ ຢາກຮຽນຮູ້ກະບໍຄ່ອຍມີໃຫ້ເຫັນ. ສິ່ງພວກເພິ່ນສ້າງຄວາມຫາຍະນະໃຫ້ປະຊາຊົນ

ປະເທດຍຸກປົດປ່ອຍໃຫມ່ໆ ກະຄືການແລກປ່ຽນເງິນ ເຮັດໃຫ້ຄົນທຸຈົນລົງ ບາງຄົນຈາກເສດຖິໄດ້ຂໍທານກິນ ບາງຄົນຂ້າຕົວຕາຍ, ແລະຜົນງານເດັ່ນໆ

ທີ່ພັກລັດເຮັດໄວ້ ເປັນສັນຍາລັກຍັງຈຳ ບໍ່ລືມກະຄື ເຮັດນາລວມ​ ປະຊາຊົນອຶດເຂົ້າລົງຊັກໄຊ້ ຄອບຄົວທີ່ ເຄີຍອຸດົມສົມບຸນ ຫລັງຈາກເຮັດນາລວມບໍ່ພໍ່ເທົ່າໄດປີ

ທຸກຍາດຂາດເຂີນເຂົ້າກິນ. ເອົາຄົນບໍມີຄວາມຮູ້ຂຶ້ນເຮັດວຽກ ປານບັກສີ ໄດ້ເພັດ. ພຸ້ນແລ້ວ. ປານ ຕູ້ຈານກໍນາຍພົນ ອ່ານຫນັງສືບໍໄດ້.​ເວົ້າໄດ້ແຕ່ທິດສະດີນ້ຳເຕົ້າເປົ່າ ເຮັດວຽກບໍເປັນ.

ຄັນຄົນອື່ນຕຳນິວິຈານ ການເຮັດວຽກການບໍລິຫານ ຕຳນິຜູ້ນຳ ໃນເລື່ອງຕ່າງໆກະວ່າບໍຮັກຊາດ ຮັກຈັງໄດຫວາ ເຊື່ອວ່າຄົນລາວທົ່ວໂລກຮັກຊາດລາວ ແຕ່ລະບອບການປົກຄອງ ກັບປະເທດຊາດມັນຄົນລະເລື່ອງຄົນລະສ່ວນກັນ

ສົມຄວນໃຈ້ແຍກ ອອກຈາກກັນ, ບາງຄົນບໍມັກບອບຣາຊາ ບາງຄົນກະບໍ່ມັກລະບອບພັກດຽວ ບາງຄົນກະບໍ່ມັກລະບອບຄອມມຸຍນິດ, ບາງຄົນກະບໍມັກລະບອບປະຊາທິປະໄຕ ແຕ່ມັນຄົນລະສ່ວນກັບກັນ ຮັກຊາດບ້ານເກີດເມືອງນອນ.

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ບໍ່ໜ້າຈະມ້າງເນາະ

ນີ້ແຫຼະການນຳຂອງລາວ

ຄິດອັນໃດອອກ ເຮັດໂລດ ໂດຍບໍ່ຖາມຄວາມເຫັນຂອງປະຊາຊົນ

ມ້າງເຮັດຫຍັງ ອານຸສາວະລີບໍ່ມີກໍ່ຍັງຈົກເງິນຈົກຄຳໄປສ້າງ

ອານຸສອນສະຖານ ບໍ່ມີກໍ່ພາກັນຫາມາສ້າງຈົນໄດ້

ອັນນີ້ມີແລ້ວຍັງມາມ້າງ ຄືກັບວ່າມີເງິນມີຄຳຫຼາຍແທ້ຫຼາຍວ່າ

ມ້າງອອກກໍ່ຕ້ອງໃຊ້ເງິນຈິ່ງມ້າງໄດ້

ບໍ່ເຂົ້າໃຈແນວຄິດຜູ້ທີ່ເປັນໃຫຍ່ເປັນໂຕໃນບ້ານນີ້ເມືອງນີ້

 ມັນບໍ່ຕ່າງຫຍັງກັບການມ້າງສາລາພັນຫ້ອງເດີ່ນທາດຫຼວງຫັ້ນແຫຼະ  ຂ້ອຍລະເສັຽດາຍພໍນ້ຳຕາຕົກ ເພາະຕອນນ້ຳຖ້ວມ ປີ 66 ປະຊາຊົນມາອາໄສຢູ່ບ່ອນນັ້ນມີບ່ອນນອນ

ບ່ອນແຕ່ງກິນໃຫ້ເຂົາເຈົ້າໄດ້ເພິ່ງພາອາໄສ ຖືໄດ້ວ່າເປັນຮົ່ມໂພຮົ່ມໄຊໃຫ້ຊາວບ້ານຜູ້ຖືກໄພທຳມະຊາດ ແຕ່ການນຳບໍ່ໄດ້ຄິດໃນທາງບວກ, ມ້າງລູກດຽວ ແລ້ວມາໂ້ອອ່າວຕາມຫຼັງວ່າ

ເອົາໄວ້ໃຫ້ນັກທ່ອງທ່ຽວຊົມໜ້າຈະດີ... ແຕ່ມັນມ້າງແລ້ວເຮັດຄືນມັນກະບໍ່ໄດ້ດອກ ແຕ່ເສົາຕົ້ນດຽວສິມາສ້າງກະຍັງສິຫາບໍ່ໄດ້. ເວນກຳ !!

ສາລາພັນຫ້ອງແມ່ນຂອງຣາຊາ ສ້າງຂື້ນ

ຂົວເຫຼັກປາກເຊ ແມ່ນຂອງຈັກກະພັດຝຼັ່ງສ້າງຂື້ນ

ມ້າງຖີ້ມເລີຍຊິຈົ່ງໄວ້ເຮັດຫຍັງ

 ທຸບມ້າງທາດຫຼວງລົງນຳເດີ  ພະເຈົ້າໄຊຍະເສດຖາທິຣາຊເປັນຄົນສ້າງ

ວັດຊຽງທອງຫຼວງພະບາງກະມ້າງຖີ້ມສາ

ເຈົ້າຊີວິດສີສວ່າງວັດທະນາເພິ່ນໄປເຮັດຫຍັງໃຫ້ສູເຈັບແຄ້ນແໜ້ນໃຈເບາະເພິ່ນບໍ່ເຄີຍ

ໄປຫຍຸ້ງກ່ຽວກັບການເມືອງ  ເພິ່ນບໍ່ໄດ້ໃຊ້ສິດອຳນາດຂູດຮິດຂົ່ມເຫັງປະຊາຊົນ

ເປັນຫຍັງສູຄືຄຽດຊັງເພິ່ນແທ້

__________________
Anonymous

Date:

ນີ້ເປັນພຽງສິ່ງເລັກໆນ້ອຍໆທີ່ທ່ານໄດ້ຍິນ ແລະ ໄດ້ຟັງຈາກສັງຄົມ

ແຕ່ໃນຄວາມຈິງຢາກໃຫ້ທ່ານເຫັນກັບຕາວ່າຊີວິດ ແລະ ການເປັນຢູ່

ຂອງປຊຊ ຊາວແຂວງຈຳປາສັກເວົ້າລວມ, ເວົ້າສະເພາະກໍ່ແມ່ນ

ປຊຊ ໃນເຂດເທດສະບານເມືອງປາກເຊວ່າພວກເຂົາດຳລົງຊີວິດ

ຢ່າງມີຄວາມຜາສຸກ ຫຼື ທຸກທໍລະມານຈາກການພັດທະນາຢ່າງ

ບໍ່ຢຸດຢັ້ງ ໂດຍແຜນພັດທະນາທີ່ບໍ່ຜ່ານການຕົກລົງເຫັນດີຈາກທາງ

ສະພາ ແລະ ກະຊວງທະບວງກົມທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນ

ໂຄງການເຮັດທາງເສັ້ນໃໝ່ຈາກສະໜາມກິລາຫຼັກ 2 ຜ່ານບ້ານ

ແກ, ບ້ານແຮ່, ໂນນດູ່, ຫ້ວຍຍາງຄຳ ເຊິ່ງເປັນການອົບພະຍົບ

ຫຼາຍຮ້ອຍຄອບຄົວ ໂດຍບໍ່ມີເຫດຜົນ: ເສັ້ນທາງນີ້ກວ້າງສອງຮ້ອຍແມັດ

ເປັນເສັ້ນທາງປະຫວັດສາດຂອງ ສປປລາວ ທີ່ກວ້າງກວ່າໝູ່

__________________
Anonymous

Date:

ຖ້າບໍ່ຜ່ານການຕົກລົງຂອງສະພາ ເຮັດຈັ່ງໃດຈຶ່ງໄດ້ງົບມາສ້າງ?

__________________
Anonymous

Date:

ນັ້ນລະຄືບັນຫາທີ່ຈະຕ້ອງພິຈາລະນາ

ຕາມທີ່ຮູ້ມາ: ມີແຕ່ຄຳສັ່ງຈາກທ່ານເຈົ້າແຂວງເທົ່ານັ້ນ

ແລະ ເລື່ອງທາງກວ້າງຂ້າງລະ 100m ນີ້ກໍ່ເປັນບັນຫາຄືກັນ

ທ່ານໃດທີ່ຢູ່ແຖວໆນັ້ນຄົງຈະຮັບຮູ້ດີ

​ຂ້າ​ພະ​ເຈົ້າ​ເອງ​ກໍ​ເປັນ​ຄົນ​ແຂວງ​ຈຳ​ປາ​ສັກ

 ​ໂອຍ​ມາ​ເປັນ​ຕາ​ເສັຽ​ໃຈ​ນຳ​ຫລາຍ​ແທ້ໆ​ເດ

ແມ່ນຜູ້ໃດ​ເດນໍ່​ເປັນ​ຜູ້​ມີ​ແນວ​ຄິດ​ແບບນີ້ ສັງ​ມາ​ແນມ​ເບີ່ງ​ແຕ່​ຫົວ​ໂປ້​ຕີນ​ໂຕ​ເອງ​ແທ້​ນໍ

ເປັນ​ຫ​ຍັງ​ບໍ່​ເກັບ​ໄວ້​ຊ່ວຍ​ເພີມ​ເຕີມ​ເປັນ​ວຽກ​ງານ​ທ່ອງ​ທ່ຽວ​ແດ່​ໃນ​ຕໍ່​ໜ້າ

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:
Anonymous wrote:

ບໍ່ໜ້າຈະມ້າງເນາະ

ນີ້ແຫຼະການນຳຂອງລາວ

ຄິດອັນໃດອອກ ເຮັດໂລດ ໂດຍບໍ່ຖາມຄວາມເຫັນຂອງປະຊາຊົນ

ມ້າງເຮັດຫຍັງ ອານຸສາວະລີບໍ່ມີກໍ່ຍັງຈົກເງິນຈົກຄຳໄປສ້າງ

ອານຸສອນສະຖານ ບໍ່ມີກໍ່ພາກັນຫາມາສ້າງຈົນໄດ້

ອັນນີ້ມີແລ້ວຍັງມາມ້າງ ຄືກັບວ່າມີເງິນມີຄຳຫຼາຍແທ້ຫຼາຍວ່າ

ມ້າງອອກກໍ່ຕ້ອງໃຊ້ເງິນຈິ່ງມ້າງໄດ້

ບໍ່ເຂົ້າໃຈແນວຄິດຜູ້ທີ່ເປັນໃຫຍ່ເປັນໂຕໃນບ້ານນີ້ເມືອງນີ້

 ມັນບໍ່ຕ່າງຫຍັງກັບການມ້າງສາລາພັນຫ້ອງເດີ່ນທາດຫຼວງຫັ້ນແຫຼະ  ຂ້ອຍລະເສັຽດາຍພໍນ້ຳຕາຕົກ ເພາະຕອນນ້ຳຖ້ວມ ປີ 66 ປະຊາຊົນມາອາໄສຢູ່ບ່ອນນັ້ນມີບ່ອນນອນ

ບ່ອນແຕ່ງກິນໃຫ້ເຂົາເຈົ້າໄດ້ເພິ່ງພາອາໄສ ຖືໄດ້ວ່າເປັນຮົ່ມໂພຮົ່ມໄຊໃຫ້ຊາວບ້ານຜູ້ຖືກໄພທຳມະຊາດ ແຕ່ການນຳບໍ່ໄດ້ຄິດໃນທາງບວກ, ມ້າງລູກດຽວ ແລ້ວມາໂ້ອອ່າວຕາມຫຼັງວ່າ

ເອົາໄວ້ໃຫ້ນັກທ່ອງທ່ຽວຊົມໜ້າຈະດີ... ແຕ່ມັນມ້າງແລ້ວເຮັດຄືນມັນກະບໍ່ໄດ້ດອກ ແຕ່ເສົາຕົ້ນດຽວສິມາສ້າງກະຍັງສິຫາບໍ່ໄດ້. ເວນກຳ !!

ສາລາພັນຫ້ອງແມ່ນຂອງຣາຊາ ສ້າງຂື້ນ

ຂົວເຫຼັກປາກເຊ ແມ່ນຂອງຈັກກະພັດຝຼັ່ງສ້າງຂື້ນ

ມ້າງຖີ້ມເລີຍຊິຈົ່ງໄວ້ເຮັດຫຍັງ

 ຕໍ່​ໄປ​ຫວັງ​ວ່າ​ຈະ​ໄດ້​ທຸບ​ອາ​ນຸ​ສາ​ວະ​ລີ​ຖີ້ມ ເພາະ​ແມ່ນ​ສີ່ງ​ກໍ​ສ້າງ​ຈາກ​ພວກ​ຂາຍ​ຊາດ​ເກົ່າ

ທຸບ​ມັນ​ໂລດ​ເອົາ​ມັນ​ສະ​ໃຈ​ໂລດ ຈັ່ງ​ແມ່ນ​ມັນ​ແນມ​ເຫັນ​ແຕ່​ສີ່​​ງຈິ​ບ​ຫ​າຍ​ນໍ

 ທຸບມ້າງທາດຫຼວງລົງນຳເດີ  ພະເຈົ້າໄຊຍະເສດຖາທິຣາຊເປັນຄົນສ້າງ

ວັດຊຽງທອງຫຼວງພະບາງກະມ້າງຖີ້ມສາ

ເຈົ້າຊີວິດສີສວ່າງວັດທະນາເພິ່ນໄປເຮັດຫຍັງໃຫ້ສູເຈັບແຄ້ນແໜ້ນໃຈເບາະເພິ່ນບໍ່ເຄີຍ

ໄປຫຍຸ້ງກ່ຽວກັບການເມືອງ  ເພິ່ນບໍ່ໄດ້ໃຊ້ສິດອຳນາດຂູດຮິດຂົ່ມເຫັງປະຊາຊົນ

ເປັນຫຍັງສູຄືຄຽດຊັງເພິ່ນແທ້

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:
Anonymous wrote:
Anonymous wrote:

ບໍ່ໜ້າຈະມ້າງເນາະ

ນີ້ແຫຼະການນຳຂອງລາວ

ຄິດອັນໃດອອກ ເຮັດໂລດ ໂດຍບໍ່ຖາມຄວາມເຫັນຂອງປະຊາຊົນ

ມ້າງເຮັດຫຍັງ ອານຸສາວະລີບໍ່ມີກໍ່ຍັງຈົກເງິນຈົກຄຳໄປສ້າງ

ອານຸສອນສະຖານ ບໍ່ມີກໍ່ພາກັນຫາມາສ້າງຈົນໄດ້

ອັນນີ້ມີແລ້ວຍັງມາມ້າງ ຄືກັບວ່າມີເງິນມີຄຳຫຼາຍແທ້ຫຼາຍວ່າ

ມ້າງອອກກໍ່ຕ້ອງໃຊ້ເງິນຈິ່ງມ້າງໄດ້

ບໍ່ເຂົ້າໃຈແນວຄິດຜູ້ທີ່ເປັນໃຫຍ່ເປັນໂຕໃນບ້ານນີ້ເມືອງນີ້

 ມັນບໍ່ຕ່າງຫຍັງກັບການມ້າງສາລາພັນຫ້ອງເດີ່ນທາດຫຼວງຫັ້ນແຫຼະ  ຂ້ອຍລະເສັຽດາຍພໍນ້ຳຕາຕົກ ເພາະຕອນນ້ຳຖ້ວມ ປີ 66 ປະຊາຊົນມາອາໄສຢູ່ບ່ອນນັ້ນມີບ່ອນນອນ

ບ່ອນແຕ່ງກິນໃຫ້ເຂົາເຈົ້າໄດ້ເພິ່ງພາອາໄສ ຖືໄດ້ວ່າເປັນຮົ່ມໂພຮົ່ມໄຊໃຫ້ຊາວບ້ານຜູ້ຖືກໄພທຳມະຊາດ ແຕ່ການນຳບໍ່ໄດ້ຄິດໃນທາງບວກ, ມ້າງລູກດຽວ ແລ້ວມາໂ້ອອ່າວຕາມຫຼັງວ່າ

ເອົາໄວ້ໃຫ້ນັກທ່ອງທ່ຽວຊົມໜ້າຈະດີ... ແຕ່ມັນມ້າງແລ້ວເຮັດຄືນມັນກະບໍ່ໄດ້ດອກ ແຕ່ເສົາຕົ້ນດຽວສິມາສ້າງກະຍັງສິຫາບໍ່ໄດ້. ເວນກຳ !!

ສາລາພັນຫ້ອງແມ່ນຂອງຣາຊາ ສ້າງຂື້ນ

ຂົວເຫຼັກປາກເຊ ແມ່ນຂອງຈັກກະພັດຝຼັ່ງສ້າງຂື້ນ

ມ້າງຖີ້ມເລີຍຊິຈົ່ງໄວ້ເຮັດຫຍັງ

 ຕໍ່​ໄປ​ຫວັງ​ວ່າ​ຈະ​ໄດ້​ທຸບ​ອາ​ນຸ​ສາ​ວະ​ລີ​ຖີ້ມ ເພາະ​ແມ່ນ​ສີ່ງ​ກໍ​ສ້າງ​ຈາກ​ພວກ​ຂາຍ​ຊາດ​ເກົ່າ

ທຸບ​ມັນ​ໂລດ​ເອົາ​ມັນ​ສະ​ໃຈ​ໂລດ ຈັ່ງ​ແມ່ນ​ມັນ​ແນມ​ເຫັນ​ແຕ່​ສີ່​​ງຈິ​ບ​ຫ​າຍ​ນໍ

 ທຸບມ້າງທາດຫຼວງລົງນຳເດີ  ພະເຈົ້າໄຊຍະເສດຖາທິຣາຊເປັນຄົນສ້າງ

ວັດຊຽງທອງຫຼວງພະບາງກະມ້າງຖີ້ມສາ

ເຈົ້າຊີວິດສີສວ່າງວັດທະນາເພິ່ນໄປເຮັດຫຍັງໃຫ້ສູເຈັບແຄ້ນແໜ້ນໃຈເບາະເພິ່ນບໍ່ເຄີຍ

ໄປຫຍຸ້ງກ່ຽວກັບການເມືອງ  ເພິ່ນບໍ່ໄດ້ໃຊ້ສິດອຳນາດຂູດຮິດຂົ່ມເຫັງປະຊາຊົນ

ເປັນຫຍັງສູຄືຄຽດຊັງເພິ່ນແທ້

 ອັນ​ນີ້​ແລ້ວ​ຕິ​ຜູ້ນັ້ນ​ຜູ້ນີ້ ວ່າ​ຄົນ​ຢູ່​ໃນ​ສັງ​ຄົມ​ສັກ​ດີ​ນາ​ລ້າ​ຫລັງ ບໍ່​ມີ​ແນວ​ຄິດ​ອັນ​ກວ້າງ​ໄກ ເຮັດ​ຫ​ຍັງ​ກໍ​ບໍ່​ມີ​ວິ​ໃສ​ທັດ​ອັນ​ກວ້າງ​ໄກ

ບາດ​ແລ້ວ ຜູ້​ເວົ້າ​ກໍ​ຄະ​ແລດ​ອອກ​ຈາກ​ຄອບ​ຄົວ​ຊາວ​ນາ​ຄື​ກັນ ກໍ​ເປັນ​ແຕ່​ເວົ້າ ເຖິງວ່າ​ຈະ​ຜ່ານ​ການ​ລ້າງ​ສະ​ໝອງ​ຈາກ​​ຫລາຍປະ​ເທດ​

ສັງ​ຄົ​ມ​ນິ​ຍົມກໍ​ດີ​ແລະ​​ຫລາຍ​ປະ​ເທດທຶນ​ນິ​ຍົມ​ກໍ​ດີ

ສຸດ​ທ້າຍ ກໍ​ແນມ​ລົງ​ບໍ່​ກາຍ ຫົວ​ສົ້ງ​ຊ້ອນ​ໃນ​ໂຕ​ເອງ​ຊຳ ​ພວກ​ທ່ານ​ເປັນ​ຫ​ຍັງບໍ່​ເອົາ​ໄວ້ການ​ຄ້າ​ການ​ທ່ອງ​ທ່ຽວ​ແດ່

ຂ້າ​ພະ​ເຈົ້າ​ຄິດ​ວ່າການ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ລາວ​ໃນ​ຄັ້ງ​ນີ້ ຄົງ​ຈະ​ບໍ່​ມີ​ແຕ່​ຂ້າ​ພະ​ເຈົ້າ​ຜູ້​ດຽວ​ທີ່​ເສັຽ​ໃຈ​ໃນ​ການ​ກະ​ທຳ​ຄັ້ງ​​ແບບນີ້​ຂອງ​ລັດ​ຖະ​ບານ​ລາວ

ໂດຍບໍ່​ຍອມງ​່ຽງ​ຫູ​ຟັງ​ຄຳ​ຄຳ​ຮ້ອງ​ຂໍ​ຈາກ​ປະ​ຊາ​ຊົນ​ເລີຍ

ຂ້າ​ພະ​ເຈົ້າ​ເອງ​ກໍ​ມີ​ສາຍ​ເລືອດ​ຂອງ​ຄົນ​ຈຳ​ປາ​ສັກ

ຜ່ານ​ມາ​ຈະ​ນອກ​ໂຕ​ຫລື​ໃນ​ໂຕ ຂ້າ​ພະ​ເຈົາ​ກໍ​ມີ​ຄວາມ​ປົກ​ປ້ອງ​​ແລະມີ​ສັດ​ທາ​ຕໍ່​ລະ​ບອບ​ການ​ເມືອງ​ຂອງ​ລັດ​ຖະ​ບານ​ທີ່​ມີ​ລະ​ບອບ​ການ​ເມືອງ​ພັກ​ດຽວ​ຕະ​ຫລອດ​ມາ

ແຕ່​ມາ​ຮອດມື້ນີ້ ​​ໃນ​ລະ​ບອບ​ສັງ​ຄົມ​ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ອຸ​ທິດ​ຊີ​ວິດ​ເພື່ອ​ໃຫ້​ນັ້ນ ກາຍ​ເປັນ​ທີ່​ເພີ່ງບໍ່​ໄດ້​ອີກ​ແລ້ວ

ຂ້າ​ພະ​ເຈົ້າ​ຄິດ​ວ່າບໍ່​ມີ​ແຕ່ຂ້າ​ພະ​ເຈົ້າ​​ພຽງ​ຜູ້​ດຽວ​ທີ່​ມີ​ຄວາມ​ເສັຍ​ໃຈ​ໃຫ້​ລັດ​ຖະ​ບານ​ທີ່​ມີ​ການ​ຕັດ​ສິນ​ໃຈ​ໃນ​ການ​ກະ​ທຳ​ແບບນີ້​ໃນ​ຄັ້ງ​ນີ້

ຂ້າ​ພະ​ເຈົ້າ​ກໍເປັນ​ພຽງ​ປະ​ຊາ​ຊົນ​ຜູ້​ໜື່ງ​ທີ່​ມີ​ການ​ຮ້ອງ​ຂໍ​ໃຫ້​ປະ​ຂົວ​ໄວ້​ເພື່ອ​ລູກ​ຫລານ​ໃນ​ຕໍ່​ໜ້າ​ຈະ​ໄດ້​ມີ​ແຫລ່ງ​ລາຍ​ຮັບ​​ເພີ້ມ​ເຕີມຊ່ວຍ​ລ້ຽງ​ເກືອ​ເຂົາ​ເຈົ້າ

ເຫັນ

ຜ່ານ​ມາ​ໃນ​ເວ​ລາ​ປະ​ເທດ​ປົດ​ປ່ອຍ​ໃໝ່​ ພວກ​ເຮົາ​ຍັງ​ທຸກ​ຈົນ​ກໍ​ໄດ້​ຊົມ​ໃຊ້​ມັນ ແລະ​ພໍ​ປະ​ເທດ​ຄິດ​ວ່າ​ມີ​ຄວາມ​ຈະ​ເລີນ​ຈາກ​ການ​ກູ້​ຢືມ​ເງິນ​ມາ​ໃຊ້​ແລ້ວ

ກໍ​ໜ້າ​ຈະ​ປະ​ໄວ້​ເປັນ​ທາງ​ຄົນ​ຢ່າງ​ຂ້າມ ຫລື ທາງ​ລົດ​ຖີບ ລົດ​ຈັກ ລົດ​ຈຳ​ໂບ້​ແລະ​ອື່ນ​ອືນໆ​ກໍ​ໄດ້ ຊາມ​ຊາ​ຮອດ​ຄິດ​ສູງ​ສຸດ​ໃນ​ວຽກ​ງານ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽວ​​ລ​າວຂະ​ຫ​ບາຍ​ໂຕ​ແຮງ

ຂ້າ​ພະ​ເຈົ້າ​ຢາກ​ຂໍ​ສະ​ເໜີ​ຖາມ​ວ່າ:

ຖ້າ​ປະ​ຂົ​ວ​ເກົ່າ​ໄວ້ ມັນ​ມີ​ຈຸ​ເສັຽ​ແນວ​ໃດ

ຖ້າ​ທ່ານ​ມ້າງ​ຖີ້ມ​ແລ້ວ​​ຄື​ແນວນີ້ ພວກ​ທ່ານຄິດ​ວ່າ​ຈະ​ມີ​ອັນ​ດີ​ຂື້ນ​ແນວ​ໃດ

ຕາມ​ທີ່​ຂ້າ​ພະ​ເຈົ້າ​ເຫັນ​ຂົວ​ໃໝ່​ກະ​​ຄືບໍ່​ເຫັນ​ຫ​ຍັງ​ທີ່​ຈະ​ສະ​ແດງ​ເຖີງ ຄວາມ​ອາດ​ສາ​ມາດ​ພິ​ເສດ​ຂອງວິ​ສາ​ວະ​ກອນທີ່​ຈະ​ສະ​ແດງ​ເຖິງ​ໃຫ້​ສາ​ກົນ​ງຶດ​ງໍ້​ຜິດ​ສະ​ດານ

ມັນ​ກໍ​ພຽງ​ເອົາ​ເຫລັກ​ມາ​ຫັນ​ນ໊ອດຕໍ່​ກັນ​ຄື​ກັບ​ຂົວ​ເກົ່າ​ຫັ້ນ​ແລ້ວ ຖ້າ​ວ່າ​ມີ​ການ​ຕິດ​ຕັ້ງ​ລະ​ບົບ​ກົນ​ໄກ ເອ​ເລັ​ກ​ໂຕ​ຣ​ນິກ-ເມ​ຄາ​ນິກ​ໃສ່​ກໍ​ຍັງ​ຈະ​ຄິດ​ວ່າ​ມັນ​ກ້າວ​ໜ້າ​ກ​ວ່າຂອງ​ເດິມ​ແດ່

ນີ້​ກໍ​ເປັນ​​ພຽງແນວ​ຄິດ​ທີ່​ອອກ​ໃຈ​ຈີງ​ຂອງ​ປ​ຊ​ຊ​ຜູ້​ໜື່ງ​ທີ່​ດ້ອຍ​ໃນ​ການ​ສຶກ​ສາ​ເວົ້າ​ເພື່ອ​ຕຳ​ນິ​ພວກ​ທ່ານ ຈະ​ຜິດ​ຫລືຖືກ​ກໍ​ຂໍ​ໃຫ້​ທ່ານ ນຳ​ໄປ​ຜິ​ຈາ​ລະ​ນາ​ເບີ່ງ​ເທີ່ງ​ຈິດ​ໃຈ​ຂອງ​ປ​ຊ​ຊ​ລາວ​ຜູ້​ໜື່ງ

ທີ່​ຍັງ​ຫວັງ​ດີ​ຕໍ່​ປະ​ເທດ​ຊາດ ຫວັງ​ດີ​ເພື່ອ​ລູກ​ເພື່ອ​ຫລານ​ໃນ​ອາ​ນາ​ຄົດ

ຂໍ​ຂອບ​ໃຈ.

 ຂ້ອຍກະເຂີຍປາກເຊດີໆ ນີ້ລະ ! ເຫັນການມ້າງຂົວເກົ່າຕັ້ງນີ້ ກະເລີຍຄິດຂຶ້ນມາວ່າ ຜູ້ສັ່ງໃຫ້ມ້າງຂົວແຫ່ງນີ້ມັນກະສະຕິດີຢູ່ບໍ ?? ຫຼືວ່າໄດ້ຮັບເງິນໃຕ້ໂຕະເລັກໜ້ອຍກະເລີຍອະນຸຍາດໃຫ້ເຂົາ

ມ້າງເອົາເຫຼັກໄປຂາຍ...  ຜູ້ເຖົ້າເວົ້າໃຫ້ຟັງວ່າມີຄົນຕາຍຫຼາຍຄົນກວ່າຂົວຈະສ້າງແລ້ວ ...ປະໄວ້ໃຫ້້ຄົນແຖວນັ້ນຍ່າງ, ຂີ່ລົດຈັກ, ຈຳໂບ້ ຕຸກຕຸກ ຂ້າມໄປມາຕົນຕ່າງແດນໄປທ່ຽວກະຕ້ອງຢາກຍ່າງຊົມ

ນ້ຳເຊໂດຍຂ້າມຂົວດັ່ງກ່າວ...ເສັຽໃຈນຳຊາວປາກເຊ ຜູ້ຕ້ອງເສັຽເວລາເດີນທາງເພື່ອໄປຂ້າມຂົວໃໝ່....

 ພວກບ້າອຳນາດ,ບ້າເງີນຄຳ ມັນເຮັດໄດ້ທຸກຢ່າງ ສິດອຳນາດຢູ່ທີ່ເຂົາທ່ານເອີຍ , ຫາງສຽງຂອງປະຊາຊົນກໍ່ບໍ່ຕ້ອງການຢາກໃຫ້ມ້າງ ແຕ່ເຮັດຫຍັງບໍ່ໄດ້  ແມ້ແຕ່ເຮືອນຊານບ້ານຊ່ອງ ທີ່ຖືກທາງ ຍັງບໍ່ມີການທົບແທນແນວໃດ

 ເບີ່ງຄຳເຫັນຂອງທ່ານຂ້າງເທີງນີ້ຄິດວ່າຄົງເຂົ້າໃຈຄາດເຄື່ອນໄປ (ຖ້າບໍ່ແມ່ນກໍ່ຂໍໂທດເດີ)

ເພີ່ນຈະສ້າງຂົວໃໝ່ແທນໃສ່ຈຸດທີ່ຕັງອັນເກົ່ານັ້ນ, ຂ້າພະເຈົ້າກໍ່ເຄີຍສົນທະນານຳຄົນທີ່ຮູ້ຈັກກັນທີ່ເຮັດວຽກ

ໃນຂະແໜງການກ່ຽວຂ້ອງ ແຕ່ຂະເຈົ້າກໍ່ເວົ້າຫຍັງບໍ່ໄດ້ ເພາະລະບົບຄຳສັ່ງຄືດັ່ງບັນດາທ່ານຮູ້ນັ້ນລະ, ເຂົາບໍ່ສົນໃຈ

ເລື່ອງອື່ນດອກ ເຂົາສົນໃຈແຕ່ຜົນປະໂຢດຢ່າງດຽວ. ຄວາມຈີງແລ້ວການກໍ່ສ້າງຂົວໃໝ່ອີກຢູ່ເມືອງປາກເຊນີ້ກໍ່

ບໍ່ໄດ້ມີຄວາມຈຳເປັນພໍປານໃດ ເພາະມີຂົວພໍໃຊ້ຢູ່ແລ້ວ, ແຕ່ຖ້າຢາກຈະສ້າງກໍ່ຄົງບໍ່ມີໃຜໄປຂັດຄ້ານດອກ ແຕ່ກໍ່

ບໍ່ຄວນໄປມ້າງອັນເກົ່າອອກແບບນີ້ ສາມາດສ້າງຢູຮຽງຂ້າງຂົວເກົ່າຫັນກໍ່ໄດ້ ເລື່ອງການຊົດເຊີຍຄ່າເສຍຫາຍກໍ່

ບໍ່ມີຫລາຍປານໃດ

 ຈະເຮັດຫຍັງໄດ້ເພາະທາງໃຕ້ກໍແມ່ນເມືອງປາກເຊກໍແມ່ນແກວເປັນເຈົ້າຂອງ

ກໍບໍ່ຕ່າງຫຍັງກັບເມືອງບໍ່ແກ້ວທາງພາກເໜືອກໍແມ່ນເຈັກເປັນເຈົ້າຂອງ ເຂົາ

ຈະເຮັດຫຍັງທຳຫຍັງກໍເປັນສິດຂອງເຂົາ ເພາະປເທດເຮົາໄດ້ຢູ່ພາຍໃຕ້ການບັງ

ຄັບບັນຊາຂອງສອງປະເທດນີ້.

ແກວມັນຢາກໄດ້ເຫຼັກໄປຂາຍເປັນກິໂລມັນກໍສັ່ງໃຫ້ມ້າງ ກໍບໍ່ຕ່າງຫຍັງກັບເຈັກ

ຢາກໄດ້ດິນນາຂອງປະຊາຊົນຢູ່ພາກເໜືອຂອງລາວເພື່ອສ້າງເດີ່ນບິນຂອງມັນ

ມັນກໍສັ່ງລັດຖະບານໄປຍຶດບ່ອນປູກເຂົ້າລ້ຽງຊີບຊາວບ້ານນັ້ນມາຫລາຍສົ່ວອາ

ຍຸຄົນມາແລ້ວ. ອັນນີ້ລະແນວວ່າຢູ່ໃຕ້ອຳນາດຂອງເຂົາໆສັ່ງຫຍັງລົງມາຕ້ອງໄດ້

ເຮົດຕາມ.

__________________
Anonymous

Date:

Very good

__________________
Anonymous

Date:

ຕາມທີ່ໄດ້ຮັບຮູ້ມາວ່າ ສາຍເຫດທີ່ ມັນສັງມ້າງຂົວເກົ່າອອກ ເພາະມັນບໍ່ຢາກສ້າງໃສ່ຈຸດໃໝ່ ເພາະມັນເປືອງງົບປະມານຫຼາຍ

ໃນການຊົດເຊີຍທົດແທນໃຫ້ແກ່ປະຊາຊົນ ທ່ານເອີຍ.... ມັນເຮັດແນວອື່ນຍັງເຮັດໃດ້ .

 ແມ່ນຄວາມທ່ານ, ຄັນເປັນແບບນັ້ນ ກະຈັກສິໄປມ້າງ ແລ້ວສ້າງໃໝ່ເຮັດອິ່ຫຍັງ ???ປະໃຫ້ມັນມີຮູບເດີມໆ ມັນກະດີແລ້ວ !!ເພາະສ້າງໃໝ່ມັນກະຕ້ອງໄດ້ອີງໃສ່ຄວາມສາມາດຮັບນ້ຳໜັກຂອງເສົາ

ຂົວເກົ່າຫັ້ນຕົ່ວບໍ ???ບໍ່ແມ່ນວ່າຢາກຕໍ່ເຕີມແບບໃດກະໄດ້ໄດ ທ່ານເອີຍ !!!

 ພວກທ່ານ ຢ່າເວົ້າແຕ່ເລື່ອງຂົວເກົ່າປາກເຊຫຼາຍ     ຢ່າລື່ມວ່າ ຜ່ານມາ ເຈົ້າແຂວງຈໍາປາສັກ ອານຸຍາດໃຫ້ບໍລິລັດຂອງໄທ

ສໍາປະທານ ວັງເກົ່າເຈົ້າຊີວິດ ບຸນອູ້ມ ເຮັດໂຮງແຮມ   ສັງເກດເຫັນວ່າ ຈອມວັງເກົ່າ ແຕ່ກີ້ ຈະເປັນຮູບຊົງທີສວຍງາມແບບດັ່ງເດີມ

ແຕ່ພາຍຫຼັງໄທມາສໍາປະທານ  ເຂົາໄດ້ດັດຈອມວັງ   ມາເປັນພະທາດຄືກັນກັບ ພະທາດຢູ່ວັດວາ  ເຊິງບໍ່ງາມຈັກນ້ອຍ

ແຕ່ເປັນຫຍັງ ເຈົ້າແຂວງ ຈຶງບໍ່ຫ້າມ ແລະ ຍັງອານຸຍາດໃຫ້ເຂົາດັດແປງໂຕເກົ່າມາເປັນໂຕໃໝ່ຊຶງບໍ່ງາມຄືເກັ່າ 

ບໍ່ອານຸລັກມໍລະດົກວັດທະນະທໍາແບບເກົ່າໄວ້    ເປັນຍ້ອນສາເຫດໃດແທ້  ໃຫ້ພວກທ່ານເຂົ້າໃຈເອົາເອງເດີ

__________________
Anonymous

Date:

Anonymous wrote:

1374848_750792544965092_5022337542910163089_n.jpg

Photo: ຂົວເຊໂດນ ປາກເຊ ໃນປັດຈຸບັນ Cr : Phoumin Xaiyachak

 ຖ້າຈະສ້າງຂົວໃໝ່ໄກ້ກັບຂົວເກົ່າເພື່ອຮັກສາຂົວເກົ່າໄວ້ນັ້ນ

ຖ້າຈະເຮັດເບື້ອງແຄມຂອງຊ້ຳພັດຖືກວັດຖ້າຈະເຮັດໃໝ່ເບື້ອງເໜືອນ້ຳທາງເຂົ້າຂົວຖືກດິນທ່ານສົມມາດພົນເສນາ

ເລື່ອງນີ້ທາງການໄດ້ຍົກມາຄົ້ນຄົ້ວກັນມາໄດ້ 3 ປີມາແລ້ວເຊີ່ງໄລຍະນັ້ນທ່າສົມມາດເປັນລັດທະມຸນຕີກະຊວງໂຍທາ

ເຈົ້າແຂວງຈຳປາສັກຈຶ່ງຕັດສິນໃຈມ້າງຂົວເກົ່າທ່າມກາງການຄັດຄ້ານຈາກທູດຝຣັງປະຈຳລາວ

ເມື້ອເຈົ້າແຂວງຕັດສິນໃຈມ້າງຂົວເກົ່າທ່ານສົມມາດຈື່ງຍອມລົງຈາກຕຳແໜ່ງລັດທະມຸນຕີກະຊວງໂຍທາ

ຖ້າຖາມຄຳເຫັນປະຊາຊົນນັ້ນແມ່ນຜູ້ໃດກ້າໃຫ້ມ້າງວັດທີ່ສ້າງມາແຕ່ບູຮານນະການຫຼືພວກເຈົ້າກ້າບອກທ່ານສົມມາດເສຍສະຫຼະ

ດິນມູນພໍ່ແມ່ລາວໃຫ້ສ່ວນລວມເພາະເພີນກໍ່ເສຍສະຫຼະດິນຕອນຢູ່ໄກ້ກັບວົງວຽນຂົວເຊໂດນ 2 ໃຫ້ເຮັດທາງແລ້ວ

__________________
Anonymous

Date:

ຂ້ານ້ອຍເຂົ້າໄປເບິ່ງຂໍ້ມູນຢູ່ເວັບ ກຊຍທ ເພິ່ນຍັງບໍ່ທັນອັບຂໍ້ມູນໃໝ່, ຜູ່ໃດຂຶ້ນເປັນລັດຖະມົນຕີ

ແທນທ່ານ ສົມມາດ ພົນເສນາ ?

ຂອບໃຈ

 ກໍ່ຕ້ອງສືກສາເບີ່ງ ວ່າມັນມີຄວາມຈຳເປັນປານໃດ? ມີຄວາມຮຽກຮ້ອງຕ້ອງການຫຼາຍປານໃດ?

ທີ່ຕັ້ງມັນບໍ່ເໝາະສົມຢູ່ແລ້ວທີ່ຈະລະບາຍລົດເຂົ້າສູ່ເຂດໃຈກາງເມືອງເກົ່າແກ່. ຖ້າທີ່ຕັ້ງບໍ່ເໝາະ

ກໍ່ຍ້າຍໄປບ່ອນໃໝ່ ມັນບໍ່ອືດແຕ່ວິທີທາງແກ້ໄຂ ລະດັບວິສະວະກອນແທ້ໆ

__________________
Anonymous

Date:

Anonymous wrote:

ຂ້ານ້ອຍເຂົ້າໄປເບິ່ງຂໍ້ມູນຢູ່ເວັບ ກຊຍທ ເພິ່ນຍັງບໍ່ທັນອັບຂໍ້ມູນໃໝ່, ຜູ່ໃດຂຶ້ນເປັນລັດຖະມົນຕີ

ແທນທ່ານ ສົມມາດ ພົນເສນາ ?

ຂອບໃຈ

 ໂຄງການນີ້ແມ່ນແຂວງເປັນຜູ້ຄຸ້ມຈັດຫາເອງ ຄຸ້ມຄອງເອງເດີທ່ານ

ຈື່ງວ່າບໍ່ເຫັນເອົາລົງໃສ່ເວວໄຊ້ ຂອງກະຊວງ ຍທຂ

ລັດຖະມົນຕີວ່າການຄົນປະຈຸບັນແມ່ນ ທ່ານ ບຸນຈັນ ສີນທະວົງ

ອະດີດຮອງເຈົ້າຄອງນະຄອນຫຼວງວຽງຈັນ ສະໄໝທ່ານ ສົມບັດ ເຍຍລີເຮີ

__________________
Anonymous

Date:

Anonymous wrote:
Anonymous wrote:

ຂ້ານ້ອຍເຂົ້າໄປເບິ່ງຂໍ້ມູນຢູ່ເວັບ ກຊຍທ ເພິ່ນຍັງບໍ່ທັນອັບຂໍ້ມູນໃໝ່, ຜູ່ໃດຂຶ້ນເປັນລັດຖະມົນຕີ

ແທນທ່ານ ສົມມາດ ພົນເສນາ ?

ຂອບໃຈ

 ໂຄງການນີ້ແມ່ນແຂວງເປັນຜູ້ຄຸ້ມຈັດຫາເອງ ຄຸ້ມຄອງເອງເດີທ່ານ

ຈື່ງວ່າບໍ່ເຫັນເອົາລົງໃສ່ເວບໄຊ້ (ພີມຜິດ) ຂອງກະຊວງ ຍທຂ

ລັດຖະມົນຕີວ່າການຄົນປະຈຸບັນແມ່ນ ທ່ານ ບຸນຈັນ ສີນທະວົງ

ອະດີດຮອງເຈົ້າຄອງນະຄອນຫຼວງວຽງຈັນ ສະໄໝທ່ານ ສົມບັດ ເຍຍລີເຮີ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard