Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: Abe ຫຍິ້ນເຫຼົ້າໃຫ້ Obama
ສຸກກະເສີມ

Date:
Abe ຫຍິ້ນເຫຼົ້າໃຫ້ Obama


0423-japan-abe-obama-visit-sushi_full_380.jpg

ໄດ້ແຕ່ຫວັງວ່າວັນນຶ່ງຈະເຫັນທ່ານຈູມມະລີຫຍິ້ນເຫຼົ້ານາຊູໃຫ້ໂອບາມາດື່ມແບບນີ້.



__________________


Guru

Status: Offline
Posts: 1010
Date:

ນິໃສຄົນຍີ່ປຸ່ນບໍ່ຖືໂຕ



__________________
Anti-luffy

Date:

luffy wrote:

ນິໃສຄົນຍີ່ປຸ່ນບໍ່ຖືໂຕ


 ເຈົ້າໝາຍຄວາມວ່າຄົນລາວຖືໂຕ ແລະເປັນໄປບໍ່ໄດ້ທີ່ທ່ານຈູມມະລີ ໄຊຍະສອນ ຈະນັ່ງຮ່ວມໂຕະ

ດື່ມເຫຼົ້າກັບໂອບາມາ ແມ່ນແນວນັ້ນຫວາ?



__________________
Anonymous

Date:

ເຫັນບໍ່ຜູ່ນຳບ້ານເຂົາ

ເຂົາເອົາເຫຼົ້າ ຂາວໆ ບໍ່ມີສີສັນຫຍັງ ມາຮັບຕ້ອນກັນ

ທັງເກົາຫຼີ ທັງຍີ່ປູ່ນ ຮອດຈີນພີ້

ເຫຼົ້າບ້ານເຂົາມີລາຄາ ມີຄຸນຄ່າຂື້ນມາ ົ່າງຫຼວງຫຼາຍພາຍມາກ

ບາດຜູ່ນຳລາວ ຢ້ານແຕ່ບໍ່ທັນສະໃໝ ພາກັນ ກິນເຫຼົ້າ ຂຽວ ເຫູົ້າດຳ ສຳມະປິ ແມ່ນແຕ່ຂອງຕ່າງປະເທດ

ກິນອ້າງປະຊາຊົນ ກິນອ້າງລູກນ້ອງ

ພວກລູກນ້ອງເຫັນຫົວໜ້າກິນ ກະຢາກຊິແຕກນຳ ພາກັນຜະເອີບຜະເອີ ຊື້ມາກິນ ອ້າງກັນ 

ລົງເລິກຮອດສັງຄົມຂັ້ນບ້ານໆ 

ເຫຼົ້າເດັດເລີຍ ໄປບໍ່ຮອດໃສ ລາຄາຕົກ ຕົ້ມເຫຼົ້າກໍ່ບໍ່ກຸ້ມກິນ 

ສົ່ງຜົນໃຫ້ມີເຫຼົ້າປົນ ເຫຼົ້າປອມ ຂາຍເຕັມບ້ານເຕັມເມືອງ

ຄົນກິນກໍ່ບໍ່ປອດໃພ ຈັກໜ່ອຍກະ ໂງ່ຈ້າຫຼ້າຫຼັງໄປໜ້າຕິກໆ ເສຍສຸຂະພາບ

 

ຢາກເຫັນຜູ່ນຳລະດັບປະທານປະເທດ ເຫຍັ້ນເຫຼົ້າເດັດໃຫ້ຜູ່ນຳຕ່າງປະເທດກິນພໍເປັນມາລະຍາດ ຈັກເທື່ອ ເປັນຂວັນຕາ 

ພໍຊິໄດ້ບໍ່ນໍ



__________________
Anonymous

Date:

luffy wrote:

ນິໃສຄົນຍີ່ປຸ່ນບໍ່ຖືໂຕ


 ເຂົາຊິຖືໃຫ້ມັນເມື່ອຍເຮັດຫຍັງ ເຂົາມັນຢູ່ໃນ ຫລີກດຽວກັນ ຄວາມຮູ້ ຄວາມສາມາດເຂົາມັນໄດ້ມາດຖານສາກົນ

ເຂົາໄດ້ມາເຮັດວຽກ ຍ້ອນ ສັງຄົມເລືອກເຂົາ ປະຊາຊົນ ເລືອກເອົາ

ບໍ່ຄືຜູ່ນຳລາວແລ້ວ ຄັນຊິເຮັດໂຕສະບາຍ ສະບາຍ ກະຍາກ ເພາະບໍ່ມີຫົວຂໍ້ສົນທະນາປານໃດ 

ມີແຕ່ໃນໃຈແມ່ນຂໍການຊ່ວຍເຫຼືອເປັນ ບູລິມະສິດ

ສ່ວນປັນຫາອືນໆແມ່ນ ມາທີຫຼັງ

ກະເລີຍຂຶງເອົາຟອມທໍ່ນັ້ນແລ້ວ ບໍ່ເມື່ອຍຊິເຫຼືອຫວະ!

ມັນກະເມື່ອຍຊັນຈົ່ວ!!!

ບາດແລ້ວວຽກລະເມື່ອຍ !!!!! ເມື່ອຍແທ້ເມື່ອຍວ່າ!! ກະເລີຍຕ້ອງການຄ່າຕອບແທນມະຫາສານ

ວ່າເພຶ່ນເຮັດເພື່ອຊາດ ຢ່າງໃຫຍ່ຫຼວງວ່າຊັ້ນສາ

ມັນຄວາມເຂົ້າໃຈຜິດທັງໝົດ ເຂົາໃຫ້ເຈົາໄປເປັນຕົວແທນຂອງຊາດ ຜູ່ອື່ນກໍ່ໄປໄດ້ຄືກັນ

ທີ່ສຳຄັນເຈົາກໍໄດ້ເງິນເດືອນຢູ່ເດ ເງິນກກິນລ້ຽງກິນຫຼອກ!!!ສາລະພັດ

ແຕ່ວ່າການຕົກລົງທາງການຄ້າການລົງທຶນ ການຊ່ວຍເຫຼືອ!! ໝູ່ນີ້ ສຳເລັດ

ບໍ່ຄວນຊິມາແບ່ງເອົາເປີເຊັນຫຼາຍປານນີ້!!!!!! ກູລະອີ່ມ ປານບັກລາ ອີ່ມເຂົ້າຫຼາມ

 



__________________
A@A

Date:

ການມາຢ້ຽມຢາມຂອງ Obama ເຮັດໃຫ້ Abe ໝັ້ນໃຈວ່າຈະມີອາເມຣິກາຄຸ້ມຄອງ

ຖ້າເກີດມີການລ່ວງລ້ຳອະທິປະໄຕຈາກຈີນ, ອອກຈາຍີ່ປຸ່ນແລ້ວ ຈະໄປເກົາຫຼີໃຕ້,

ມາເລ ແລະຟິລິປິນ ເທົ່ານັ້ນເພາະທ່ານຈູມມະລີໂທບອກວ່າເຫຼົ້ານາຊູຕົ້ມບໍ່ທັນສຸກ

ເທື່ອໜ້າຈຶ່ງມາຊິມ.



__________________
Anonymous

Date:

ສຸກກະເສີມ wrote:

0423-japan-abe-obama-visit-sushi_full_380.jpg

ໄດ້ແຕ່ຫວັງວ່າວັນນຶ່ງຈະເຫັນທ່ານຈູມມະລີຫຍິ້ນເຫຼົ້ານາຊູໃຫ້ໂອບາມາດື່ມແບບນີ້.


 ໂອບາມາບໍ່ກ້າດື່ມເຫຼົ້າຍາຈູບມະລີລີນໃຫ້ດອກ,ເພາະຢ້ານຖືກຫວານສາລະວັນ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard